ສິດເສລີດ້ານສື່ມວນຊົນ- ພະຍານຫລັກຖານຢັ້ງຢືນຜົນງານສິດທິມະນຸດຢ່າງຈະແຈ້ງ

(vovworld)- ບັນດາ​ບາດກ້າວ​ກະ​ໂດດ​ຂັ້ນ ກ່ຽວ​ກັບ​ສິດ​ເສລີ​ດ້ານ​ສື່​ມວນ​ຊົນ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຢູ່ ຫວຽດນາມ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ສິດທິ​ມະນຸດ​ຢູ່ ຫວຽດນາມ. ບົດ​ຂຽນ“ສິດ​ເສລີ​ດ້ານ​ສ່ືມວນ​ຊົນ- ພະຍານ​ຫລັກ​ຖານຢັ້ງຢືນ​ຜົນງານ​ສິດທິ​ມະນຸດ​ຢ່າງ​ຈະ​ແຈ້ງ” ຂອງ​ນັກ​ຂ່າວ ທູ​ຮວາ ກ່ອນ​ສະ​ເຫລີ​ມສະຫລອງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6) ​ແລະ ​ໃນ​ສະພາວະ​ຫວຽດນາມ ຈະ​ຍື່ນ​ສະ​ເຫ​ນີບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຄຳ​ສ​ະ​ເຫ​ນີຂອງ​ວາລະ​ອະພິປາຍ UPR ຢູ່​ສະ​ໄຫມປະຊຸມ​ຄັ້ງ​ທີ 18, ທີ່​ວາລະ​ປະຊຸມ​ຄັ້ງ​ທີ 26 ຂອງ​ສະພາ​ສິດທິ​ມະນຸດ ສປຊ ພວມ​ດຳ​ເນີນ​ໄປ​ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ.

ສິດເສລີດ້ານສື່ມວນຊົນ- ພະຍານຫລັກຖານຢັ້ງຢືນຜົນງານສິດທິມະນຸດຢ່າງຈະແຈ້ງ - ảnh 1
ຫນັງສືພິມສຳຄັນຕ່າງໆຢູ່ຫວຽດນາມ

        ​ເມື່ອ​ເວົ້າ​ເຖິງ​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ​ຫວຽດນາມ, ຕ້ອງ​ເວົ້າ​ເຖິງ​ບັນດາຜົນງາ​ນທີ່​ເປັນ​ຫນ້າ​ຊື່ນ​ຊົມ. ນັ້ນ​ແມ່ນ: ທົ່ວ​ປະ​ເທດຫວຽດນາມ ມີ​ນັກ​ຂ່າວ​ເກືອບ 17.000 ຄົນ​ໄດ້​ຮັບ​ບັດ​ນັກຂ່າວ ທີ່ພວມ​​ເຮັດ​ວຽກ​ໃນ 838 ອົງການ​ສື່​ມວນ​ຊົນ; ​ແລະ ຫວຽດນາມ ມີ ສຳນັກ​ຂ່າວສານ ​ແຫ່ງ​ຫນຶ່ງ, 67 ສະຖານີ ວິທະຍຸ​ກະຈາຍສຽງ - ​ໂທລະພາບ, 101 ຊ່ອງ​ໂທລະພາບ, 78 ຊ່ອງ​ກະຈາຍສຽງ, ຫນັງສືພິມ ​ແລະ ວາລະສານ​ເອ​​​ເລັກ​ໂຕນ​ິກ 74 ປະ​ເພດ, 336 ສື່​ອອນ​ໄລ, 1.174 ​ຫນ້າ​ເວັບ. ປະຈຸ​ບັນ ຄື້ນວິທະຍຸ​ກະຈາຍສຽງ​ຫວຽດນາມ ປົກ​ຄຸມເຖິງ 99,5% ​ເນື້ອ​ທີ່​ຜືນ​​ແຜ່ນດິນ ​ແລະ ຜ່ານ​ດາວທຽມ​ໄປ​ຍັງ​ຫລາຍ​ປະ​ເທດ​ໃນ​ໂລກ. ມີ​ກວ່າ 90% ຄອບຄົວ​ຢູ່​ຫວຽດນາມ ​ໄດ້​ຮັບຊົມ​ລາຍການ​ໂທລະພາບ​ຂອງ​ໂທລະພາບ​ຫວຽດນາມ. ປະຊາຊົນ​ຫວຽດນາມ ຍັງ​ຮັບ​ຂໍ​້ມູນ​ຂ່າວ​ສານ​ຂອງ 75 ຊ່ອງ​ໂທລະພາບ​ຕ່າງປະ​ເທດ ​ແລະ ສຳນັກ​ຂ່າວສານ, ສື່​ມວນ​ຊົນ​ໃຫຍ່​ໃນ​ໂລກ​ຄື: CNN, AFP, Ap, BBC, VOA, Reuters, Kyodo, Economist, Finaccial Times…

        ສ້າ​ງ​ເງື່ອ​ນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ສື່​ມວນ​ຊົນ​ພັດທະນາ

        ​​ເພື່ອ​ຮັບປະກັນ​ໃຫ້​ແກ່​ລະບົບ​ສື່​ມວນ​ຊົນ​ຖ່ວງ​ທັນກັບ​ການ​ພັດທະນາ, ຄຽງຄູ່​ກັບບັນດາ​ຂໍ້​ກຳນົດ​ລະອຽດ​ທີ່​ລະບຸ​ໄວ້ໃນ​ລັດຖະທຳ​ມະນູນ, ກົດໝາຍ, ລັດ​ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ລະບົບ​​ກົດໝາຍໃຫ້​ສົມບູນ​ແບບ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ​້​ແກ່​ບັນດາ​ອົງການ​ສື່​ມວນຊົນ​​ເຮັດ​ຫລ້ອນ​ບົດບາດ​ຫນ້າ​ທີ່, ສະ​ນັ້ນ  ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ດ້ານ​ສື່​ມວນ​ຊົນ​ຢູ່ ຫວຽດນາມ ນັບ​ມື້​ນັບ​ເສີມ​ຂະຫຍາຍ​ສູງ. ຫວຽດນາມ ມີ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ, ສະພາ​ແຫ່ງ​ຊາດ​ຫວຽດນາມ ກໍ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳຫນ່າຍ ສະບັບ​ປັບປຸງ ​ແລະ ຫວຽດນາມ ​ໄດ້​ປະກາດ​ໃຊ້​ດຳລັດ​ເລ​ກທີ 72 ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະຫນອງ, ນຳ​ໃຊ້​ບໍລິການ ອິນ​ເຕີ​ແນັດ ​ແລະ ຂໍ້​ມູນ​ຂ່າວສານ​ທາງ​ອິດ​ເຕີ​ແນັດ,​ສ້າງ​ກອບ​ກົດໝາຍ​ສຳຄັນ​ເພື່ອ​ໃຫ້​ສື່​ມວນ​ຊົນ​ສືບ​ຕໍ່​ພັດທະນາ. ທ່ານ ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ລັດຖະບານ, ​ກະ​ຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່​ສານ ຫວຽດນາມ ​ໄດ້ ​ແລະ ພວມ​ສ້າງ​ຮ່າງ​​ແຜນ​ກຳນົດ​ສື່​ມວນ​ຊົນ​ຫວຽດນາມ ຮອດ​ປີ 2020 ​ໃຫ້​ສົມບູນ​ແບບ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ: ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມສ້າງ​ພື້ນຖານ​ສື່​ມວນ​ຊົນ​ປະຕິວັດ​ເຂັ້ມ​ແຂງ ​ແລະ ທັນ​ສະ​ໄຫມ, ທັງ​ມີ​ລັກສະນະ​ວິຊາ​ສະ​ເພາະ​ສູງ ​ໃນ​ໄລຍະ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄຫມ ​​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ເພາະສະ​ນັ້ນ ຈະ​ມີ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ພັນ​ທະ, ສິດຜົນປະ​ໂຫຍ​ດຂອງ​ພົນລະ​ເມືອງ ​ໃນ​ວິວັດການ​ປະຕິບັດ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ດ້ານ​ສື່​ມວນ​ຊົນ ຊື່​ງຖືກ​ລະ​ບຸ​ໄວ້​​ໃນ​ຂໍ້ມາດຕາ 15 ຂອງ​ລັດຖະທຳ​ມະນູນ​ປີ 2013.”

        ກ່ອນ​ຫນ້າ​ນັ້ນ, ລະບົບ​ນະ​ໂຍບາຍ​ສົ່ງ​ເສີມ ອິນ​ເຕີ​ແນັດ ຮັບ​​ໃຊ້​ການພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ຮັບປະກັນ​ບັນດາ​ສິດ​ພື້ນຖານ​ຂອງ​ປະຊາຊົນ ​ໄດ້ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ທີ 3 ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຢືນ​ອັນ​ດັບ​ທີ 8 ຢູ່ ອາຊີ ກ່ຽວ​ກັບ​ຈຳນວນ​ຜູ້ຊົມ​ໃຊ້ອິນ​ເຕີ​ແນັດ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ລະບົບ​ສ່ືສານພັດທະນາ​ກະ​ໂດດ​ຂັ້ນ.

        ສິດ​ເສລີ​ດ້ານ​ສື່​ມວນ​ຊົນ​ຊ່ວຍ​ພັດທະນາ​ສິດທິ​ມະນຸດ

        ສື່​ມວນ​ຊົນ​​ພັດທະນາ​ບໍ່​ພຽງ​ແຕ່​ຕອບ​ສະຫນອງ​ຄວາມ​ຕ​້ອງການ​ດ້ານ​ວັດທະນະ​ທຳ​ຂອງ​ປະຊາຊົນ​ຫວຽດນາມ​​​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ບັນດາ​ເວທີ​ປາ​ໄສ ດ້ວຍ​ຫລາຍ​ຮູບ​ການ​ທີ່​ອຸດົມສົມບູນ, ມີ​ຊີວິດ​ຊີວາ ​ເພື່ອ​ໃຫ້​ບັນດາ​ອົງການ​ສັງ​ຄົມ, ປະຊາຊົນ​ທຸກ​ຄົນ ປະກອບ​ຄຳ​ເຫັນ, ຊ້ຳ​ບໍ່​ໜຳ​ຍັງ​ໄຈ້​ແຍກ​ຕີ​ລາຄາ, ສຳລັບ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ ​ແລະ ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ຍົກ​ສູງປະຊາທິປະ​ໄຕ, ປົກ​ປ້ອງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ຂອງ​ສິດ​ທິມະນຸດ. ​ໃນ​ຫລາຍ​ກໍລະນີ, ລະບົບ​ສື່​ມວນ​ຊົນ​ແມ່ນ​ເຄ່ືອງມື​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດສັງຄົມ, ປົກ​ປ້ອງ​ສິດ​ຂອງ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ກວດກາ, ຕິດຕາມ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ. ມີ​ຫລາຍອົງການ​ສື່​ມວນ​ຊົນ​ຢູ່ ຫວຽດນາມ ​ໄດ້​ເປັ​ນ​ເຈົ້າ​ການ, ຕັ້ງຫນ້າ​ຄົ້ນ​ພົບ ​ແລະ ຕໍ່ສູ້​ຕ້ານ​ໄພ​ສໍ້​ລາດ​ບັງ​ຫລວງ, ຕຳ​ນີການ​ກະທຳ​ລະ​ເມີດ​ສິດ​ພົນລະ​ເມືອງ​ພ້ອມ​ກັບ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​ອື່ນ. ບັນດາ​ການ​ປຶກສາ​ຫາລື,​ຊັກ​ຖາມ, ​ໄຈ້​ແຍກ​ຕີ​ລາຄາ ກ່ຽວ​ກັບ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ ກໍ​ຖືກ​ນຳ​ເຜີຍ​ແຜ່​ຢ່າງ​ເປີດ​ເຜີຍ​ທາງ​ສື່​ມວນ​ຊົນ, ຊ່ວຍ​ໃຫ້ ປະຊາຊົນ ​ໄດ້​ສຳ​ພັດ​ກັບ​ບັນດາ​ບັນຫາ​ສຳຄັນ,​ຈາກ​ນັ້ນ ມີ​ບັນດາ​ຄຳ​ເຫັນ​ໄຈ້​ແຍກຕີ​ລາຄາ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ໃນສັງຄົມຫນຶ່ງ ສິດທິ​ມະນຸດ​ໄດ້​ຮັບ​ການ​ຢັ້ງຢືນ ​ແລະ ຍາມ​ໃດ​ລັດ​ກໍ​ສ້າງ​ເງ່ືອນ​ໄຂ​ເພື່ອ​ຮັບປະ​ກັນ​ການ​ພັດທະນາ​ຂອງ​ສິດທິ​ມະນຸດ​ຄື​ຢູ່ ຫວຽດນາມ,​ ສິດ​ເສລີ​ດ້ານ​ສື່​ມວນ​ຊົນ ​ແລະ ສິດ​ເສລີ​ໃນ​ການ​ປາກ​ເວົ້າ ​ໄດ້​ມີ​ບາດກ້າວ​ເດີນ​ບໍ່ອາດ​ປະຕິ​ເສດ​ໄດ້ ​ແລະ ສື່​ມວນ​ຊົນ​ກາຍ​ເປັນ​​ເຄື່ອງມື​ສຳຄັນ​ໃນ​ການ​ປົກ​ປ້ອງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຂອງ​ສິດທິ​ມະນຸດ.

        ຢູ່​ໃນ​ໂລກ​ປະຈຸ​ບັນ, ສິ​ດ​ເສລີ​​ໃນ​ການ​ປາກ​ເວົ້າ ​ແລະ ສິດ​ເສລີ​ດ້ານ​ສື່​ມວນ​ຊົນ ​​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນ ສຳລັບ​ຄວາມ​ສະຖຽນ​ລະ​ພາບ, ການ​ພັດທະນາ​ຂອງ​​ແຕ່​ລະປະ​ເທດ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ທັດສະນະ, ນະ​ໂຍບາຍ​ສິດທິ​ມະນຸດ​ຢູ່​ປະ​ເທດ​ນັ້ນ. ຖະ​ແຫລ​ງການ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ, ສົນທິສັນຍາ​ສາກົນ ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ ​ແລະ ການ​ເມືອງ ຂອງ ສປຊ ລ້ວນ​ແຕ່​ຢັ້ງຢືນ​ບັນດາ​ສິດ​ພື້ນຖານ​ນີ້ ​ແລະ ລັດ​ຫວຽດນາມ ຍາມ​ໃດ​ກໍ​ປະຕິ​ບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມ​ງວດ. ນະ​ໂຍບາຍ​ອັນ​ຖືກ​ຕອ້ງຂອງລັດ ຫວຽດນາມ ກ່ຽວ​ກັບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ ​ແລະ ສິດ​ເສລີ​ດ້ານ​ສື່​ມວນ​ຊົນ ຈະ​ນັບ​ມື້​ນັບ​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ ​ໄດ້​ຊົມ​ໃຊ້​ບັນດາ​ສິດ​ນີ້​ຢ່າງ​ຄົບ​ຖ້ວນ​ກວ່າ ​ເພື່ອ​ພັດທະນາ​ຢ່າງຮອບດ້ານ ​ແລະ ກົມ​ກ່ຽວ, ຈາກ​ນັ້ນ ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ