ສິດເສລີໃນການເຫລື້ອມໃສເຊືື່ອຖືສາສະຫນາຢູ່ ຫວຽດນາມຈາກບັນບຸນເຂົ້າປະດັບດິນ

(VOVWORLD) - ວັນບຸນເຂົ້າປະດັບດິນ (ວັນເພງເດືອນ 7 ໄລ່ຕາມຈັນທະປະຕິທິນທຸກປີ) ແມ່ນຫນຶ່ງໃນບັນດາວັນບຸນຕົ້ນຕໍຂອງພຸດທະສາສະຫນາ. ບໍ່ພຽງແຕ່ເພື່ອສະແດງຄວາມຮູ້ບຸນຄຸນ ແລະອາໄລຫາຄຸນງາມຄວາມດີຜູ້ໃຫ້ກຳເນີດ ແລະລ້ຽງດູສັ່ງສອນຕົນເອງ, ວັນບຸນເຂົ້າປະດັບດິນ ຍັງສະແດງໃຫ້ເຫັນສິດເສລີໃນການເຄື່ອນໄຫວເຫລື້ອມໃສເຊື່ອຖືສາສະຫນາຢູ່ ຫວຽດນາມ.

ສິດເສລີໃນການເຫລື້ອມໃສເຊືື່ອຖືສາສະຫນາຢູ່ ຫວຽດນາມຈາກບັນບຸນເຂົ້າປະດັບດິນ - ảnh 1ການເຄື່ອນໄຫວຫລາຍຢ່າງໃນໂອກາດວັນບຸນເຂົ້າປະດັບດິນ. (ພາບ:Minh Nhân/giacngo.vn)

ການເຫລື້ອມໃສເຊື່ອຖືສາສະຫນາ ແມ່ນຄວາມຕ້ອງການດ້ານຈິດໃຈຂອງປະຊາຊົນພາກສ່ວນຫນຶ່ງ, ພວມ ແລະ ຈະຄົງຕົວພ້ອມກັບປະຊາຊົນເຊື່ອຖືບັນດາສາສະຫນາ, ປະກອບສ່ວນສຳຄັນເຂົ້າໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ວັນບຸນເຂົ້າປະດັບດິນ ແມ່ນຫນຶ່ງໃນຈຳນວນ 8.000 ກວ່າ ວັນບຸນກ່ຽວກັບການເຊື່ອຖືເຫລື້ອມໃສ, ສາສະຫນາ.

ລັກສະນະປະຊາຄົມຢ່າງຈະແຈ້ງ

ຄະນະບໍລິຫານງານສະມາຄົມພຸດທະສາສະຫນາ ຫວຽດນາມ ຢູ່ ບັນດາທ້ອງຖິ່ນ ຂອງຫວຽດນາມ ໄດ້ຈັດຕັ້ງ ວັນບຸນເຂົ້າປະດັບດິນ ໃນບັນຍາກາດເຂັ່ງຂຶມ ແລະ ປອດໄພ ໂດຍມີການເຂົ້າຮ່ວມບໍ່ພຽງແຕ່ຂອງພຸດທະສາສະນິກກະຊົນເທົ່ານັ້ນ ຫາກຍັງມີປະຊາຊົນເປັນຈຳນວນຫລວງຫລາຍອີກດ້ວຍ.                  

ນັບແຕ່ຕົ້ນເດືອນ 7 ໄລ່ຕາມຈັນທະປະຕິທິນ, ມີປະຊາຊົນຫລາຍຄົນ ໄດ້ໄປເຂົ້າວັດວາອາຮາມຕ່າງໆຢູ່ ນະຄອນໂຮ່ຈີມິນ ເພື່ອສວດມົນພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບສຸກ ປະຊາຊົນ ຢູ່ເຢັນເປັນສຸກ, ພໍ່ແມ່ອາຍຸຍືນ, ອາໄລຫາດວງວິນຍານ, ສະແດງຄວາມຮູ້ບຸນຄຸນເຖິງນັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ.

ໃນຂະນະນັ້ນ ສະມາຄົມພຸດທະສາສະຫນາ ຫວຽດນາມ ຢູ່ ແຂວງ ນິງບິ່ງ ກໍ່ໄດ້ຈັດຕັ້ງ ວັນບຸນເຂົ້າປະດັບດິນ ຢູ່ ວັດບາຍດິງ. ມີພຸດທະສາສະນິກກະຊົນ, ນັກຮຽນ,ນັກສຶກສາ ແລະ ນັກທ່ອງທ່ຽວມາຈາກທົ່ວທຸກສາລະທິດ ນັບພັນໆຄົນ ໄດ້ພາກັນມາເຕົ້າໂຮມຢູ່ ວັດໃຫຍ່ສຸດຢູ່ ຫວຽດນາມ ເພື່ອເຂົ້າຮ່ວມວັນບຸນດັ່ງກ່າວ.

ໃນໂອກາດນີ້ ຢູ່ ແຂວງ ຮ່ານາມ ສະພາບໍລິຫານງານສະມາຄົມພຸດທະສາສະຫນາ ຫວຽດນາມ,  ຄະນະເຈົ້າອາທິການວັດ ຕາມຈຸກ ກໍ່ໄດ້ຈັດຕັ້ງ ວັນບຸນເຂົ້າປະດັບດິນ ພສ 2568 ປີ ຄສ 2024 ເຊັ່ນດຽວກັນ.

          ຢູ່ຫລາຍແຂວງ ພາກກາງ ຫວຽດນາມ,  ມີພຸດທະສາສະນິກກະຊົນ ແລະປະຊາຊົນເປັນຈຳນວນຫລວງຫລາຍ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆໃນວັນບຸນຕົ້ນຕໍຂອງສາສະຫນາພຸດ.

ສ່ອງແສງໃຫ້ເຫັນນະໂຍບາຍກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາ

ໃນຫລາຍປີມານີ້, ບັນດາວັນບຸນສຳຄັນຂອງສາສະຫນາຕ່າງໆລ້ວນແຕ່ໄດ້ຈັດຕັ້ງ ດ້ວຍຂອບຂະຫນາດໃຫຍ່, ດຶງດູດສາສະນິກກະຊົນ ແລະປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.         

 ບໍ່ມີຫລາຍປະເທດໃນໂລກ ທີ່ໃນໂອກາດວັນບຸນສຳຄັນຂອງສາສະຫນາທີ່ເຄີຍແມ່ນວຽກງານພາຍໃນຂອງສະມາຄົມສາສະຫນາ, ຜູ້ມີຍົດສັກຕຳແຫນ່ງ ແລະ ບັນດາສາສະນິກກະຊົນ ພັດໄດ້ຮັບຄວາມເອົາໃຈໃສ່, ການຕອບສະຫນອງ, ການເຂົ້າຮ່ວມຂອງປະຊາຊົນທີ່ບໍ່ເຊື່ອຖືສາສະຫນາເປັນຈຳນວນຫລວງຫລາຍຄືດັ່ງກ່າວ.

ໃນແຕ່ລະໄລຍະພັດທະນາຂອງປະເທດຊາດ, ພັກ ໄດ້ປະກາດໃຊ້ແຜນນະໂຍບາຍ, ນະໂຍບາຍກົດໝາຍຢ່າງເໝາະສົມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອຖື, ສາສະຫນາອັນຊອບທຳຂອງປະຊາຊົນ, ເຕົ້າໂຮມກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສາມັກຄີບັນດາສາສະຫນາເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

ສິດເສລີໃນການເຫລື້ອມໃສເຊືື່ອຖືສາສະຫນາຢູ່ ຫວຽດນາມຈາກບັນບຸນເຂົ້າປະດັບດິນ - ảnh 2ຫລານນ້ອຍພ້ອມກັບແມ່ເຖົ້າ ເຂົ້າຮ່ວມການຜະລິດດອກໄມ້ ຢູ່ ວັດ ຫວຽດນາມ ກວັກຕື້. (ພາບ:Quảng Đạo/giacngo.vn)

ເລື່ອງວັນບຸນສາສະຫນາຢູ່ ຫວຽດນາມ ໄດ້ຮັບການຈັດຕັ້ງດ້ວຍຂອບຂະຫນາດໃຫຍ່, ເຂັ່ງຂຶມ, ເປັນການສ່ອງແສງໃຫ້ຫັນນະໂຍບາຍກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາຂອງພັກ, ລັດ ໂດຍໄດ້ປະກົດຜົນເປັນຈິງໃນຊີວິດສັງຄົມ, ຈາກຄວາມເອົາໃຈໃສ່, ການເບິ່ງແຍງດູແລການພັດທະນາຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ ຕະຫລອດຮອດການຫນູນຊ່ວຍຢ່າງແທ້ຈິງຂອງອຳນາດການປົກຄອງທຸກຂັ້ນໃນວຽກງານຈັດຕັ້ງ, ຮັບປະກັນຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍ.. ໃນແຕ່ລະໂອກາດວັນບຸນ. ນີ້ແມ່ນຄວາມມານະພະຍາຍາມຂອງລັດໃນການຮັບປະກັນ ແລະສ້າງເງື່ອນໄຂເພື່ອໃຫ້ການເຄື່ອນໄຫວດ້ານສາສະຫນາໄດ້ດຳເນີນໃນຂອບເຂດຂອງກົດໝາຍ.

ຄວາມເປັນຫລາກຫລາຍຮູບແບບໃນການເຄື່ອນໄຫວດ້ານສາສະຫນາ, ໃນນັ້ນມີການຈັດຕັ້ງບັນດາວັນບຸນ ແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ສິດເສລີໃນການເຊື່ອຖື, ສາສະຫນາ  ຢູ່ ຫວຽດນາມ ພວມໄດ້ຮັບປະກັນຕາມ ມາດຕາ 24 ຂອງລັດຖະທຳມະນູນ ສສ ຫວຽດນາມ ປີ 2013: ທຸກຄົນມີສິດເສລີໃນການເຊື່ອຖື, ສາສະຫນາ, ເຊື່ອຖື ຫລືບໍ່ເຊື່ອຖືສາສະຫນາດໃດ. ລັດ ມີຄວາມເຄົາລົບ ແລະປົກປ້ອງສິດເສລີໃນການເຊື່ອຖື, ສາສະຫນາ.

ຕອບກັບ

ຂ່າວ/ບົດ​ອື່ນ