ສັນຍາອົບພະຍົບສະບັບໃໝ່ ແລະ ການແບ່ງແຍກໃນອີຢູ

(VOVWORLD) -ທ້າຍເດືອນ ກັນຍາ ຜ່ານມາ, ຄະນະກຳມະການເອີລົບ (EC) ໄດ້ປະກາດນະໂຍບາຍໃໝ່ກ່ຽວກັບການເຂົ້າເມືອງ ແລະ ລີ້ໄພ. ຈຸດສຳຄັນທີ່ສຸດຂອງສັນຍາອົບພະຍົບສະບັບໃໝ່ແມ່ນສະເໜີລົບລ້າງໂກຕາຮັບຊາວອົບພະຍົບ.

ສັນຍາອົບພະຍົບສະບັບໃໝ່ ແລະ ການແບ່ງແຍກໃນອີຢູ - ảnh 1ອີຢູ ໄດ້ເລີ່ມປຶກສາຫາລືກ່ຽວກັບສັນຍາອົບພະຍົບສະບັບໃໝ່ເພື່ອແນໃສ່ປະຕິຮູບນະໂຍບາຍລີ້ໄພ

(ພາບປະກອບ: AFP/TTXVN)

ໃນທ້າຍອາທິດຜ່ານມາ, ສະຫະພາບເອີລົບ (ອີຢູ) ໄດ້ເລີ່ມປຶກສາຫາລືກ່ຽວກັບສັນຍາອົບພະຍົບສະບັບໃໝ່ເພື່ອແນໃສ່ປະຕິຮູບນະໂຍບາຍລີ້ໄພ ເຊິ່ງໄດ້ຮັບການຕີລາຄາວ່າຖືກປະລາໄຊໃນໄລຍະຜ່ານມາ, ແກ້ໄຂບັນຫາແບ່ງແຍກພາຍໃນກຸ່ມທີ່ເກີດຈາກບັນຫາອົບພະຍົບ. ນີ້ແມ່ນຄັ້ງທຳອິດທີ່ 27 ປະເທດສະມາຊິກອີຢູ ປຶກສາຫາລືກ່ຽວກັບເອກະສານສະບັບນີ້. ເຖິງຢ່າງໃດກໍ່ຕາມ, ສຳລັບອີຢູ, ໃນ 2- 3 ປີມໍ່ໆມານີ້ ເລື່ອງຊອກຫາສຽງເວົ້າລວມໃນການແກ້ໄຂບັນຫາອົບພະຍົບບໍ່ແມ່ນເລື່ອງງ່າຍແຕ່ຢ່າງໃດ, ຖ້າຫາກບໍ່ຢາກເວົ້າວ່າ ນີ້ແມ່ນໜຶ່ງໃນບັນດາບັນຫາຫຍຸ້ງຍາກທີ່ສຸດ.

        ການປະກົດຕົວຂອງຊາວອົບພະຍົບກວ່າ 1 ລ້ານຄົນຢູ່ເອີລົບ ໃນປີ 2015, ໃນຈຳນວນນັ້ນສ່ວນຫຼາຍແມ່ນຜູ້ຫຼົບຫຼີກທີ່ລີ້ຈາກສົງຄາມຢູ່ຊີຣີ, ອັນໄດ້ກໍ່ໃຫ້ເກີດວິກິດການດ້ານການເມືອງຄັ້ງໃຫຍ່ທີ່ສຸດຂອງອີຢູ, ສ້າງພາລະແບກຫາບອັນໜັກໜ່ວງຕໍ່ເຄືອຂ່າຍຄວາມໝັ້ນຄົງ, ລະບົບສະຫວັດດີການສັງຄົມຂອງຫຼາຍປະເທດ, ພ້ອມກັນປຸກລຸກຈິດໃຈຂວາຈັດຢູ່ເອີລົບ. 5 ປີຕໍ່ມາ, ບັນດາປະເທດອີຢູ ກໍ່ຍັງຊອກຫາວິທີການແກ້ໄຂບັນດາຜົນກະທົບຍ້ອນກະແສຊາວອົບພະຍົບກໍ່ຂຶ້ນຢູ່.

ບັນດາການດັດປັບໃນສັນຍາອົບພະຍົບສະບັບໃໝ່

        ທ້າຍເດືອນ ກັນຍາ ຜ່ານມາ, ຄະນະກຳມະການເອີລົບ (EC) ໄດ້ປະກາດນະໂຍບາຍໃໝ່ກ່ຽວກັບການເຂົ້າເມືອງ ແລະ ລີ້ໄພ. ຈຸດສຳຄັນທີ່ສຸດຂອງສັນຍາອົບພະຍົບສະບັບໃໝ່ແມ່ນສະເໜີລົບລ້າງໂກຕາຮັບຊາວອົບພະຍົບ. ແຕ່ລະປີ, EC ຈະພິຈາລະນາ ແລະ ຍົກອອກຕົວເລກຈຳນວນຜູ້ເຂົ້າເມືອງທີ່ຕ້ອງໄດ້ຮັບ ໂດຍອີງໃສ່ການຄິດໄລ່ກ່ຽວກັບກຳລັງແຮງທາງດ້ານເສດຖະກິດ, ຈຳນວນປະຊາກອນ ແລະ ກຳລັງຄວາມສາມາດຕົວຈິງຂອງແຕ່ລະປະເທດສະມາຊິກ. ຂໍ້ກຳນົດໃໝ່ໄດ້ຮັບຖືວ່າແມ່ນສາມາດແກ້ໄຂສະພາບບໍ່ມີທາງອອກທີ່ມີມາແຕ່ດົນນານມາຮອດປະຈຸບັນ, ເມື່ອບາງປະເທດອີຢູ ຄັດຄ້ານລະບຽບການຈັດແບ່ງການຮັບຊາວອົບພະຍົບ ຍ້ອນຖືນັ້ນແມ່ນຄວາມແຂງກະດ້າງ ແລະ ຂາດຍຸຕິທຳ.

        ແທນທີ່ນັ້ນ, EC ໄດ້ຍົກອອກມາດຕາແລກປ່ຽນ. ຕາມນັ້ນແລ້ວ, ບັນດາປະເທດສະມາຊິກບໍ່ຮັບຊາວອົບພະຍົບໂດຍສະໝັກໃຈ ຈະຕ້ອງເພີ່ມການປະກອບສ່ວນດ້ານການເງິນ, ຕົ້ນຕໍແມ່ນເພື່ອໃຊ້ຈ່າຍເຂົ້າໃນເລື່ອງເນລະເທດຊາວອົບພະຍົບ. ອັດຕາສ່ວຍການປະກອບສ່ວນໄດ້ຄິດໄລ່ຕາມຄວາມສາມາດທາງດ້ານເສດຖະກິດ ແລະ ຂອບຂະໜາດພົນລະເມືອງຂອງແຕ່ລະປະເທດສະມາຊິກ. ຂໍ້ກຳນົດໃໝ່ໄດ້ຮັບຖືວ່າແມ່ນເພື່ອແນໃສ່ຫຼຸດຜ່ອນຄວາມກົດດັນໃຫ້ບັນດາປະເທດຢູ່ແຖວດ່ານໜ້າ, ຜ່ານການລະດົມກົນໄກ “ສາມັກຄີແບບບັງຄັບ”, ບັນດາປະເທດສະມາຊິກຕ້ອງເລືອກເອົາວ່າ ຈະຮັບຊາວອົບພະຍົບ ຫຼື ໜູນຊ່ວຍບັນດາປະເທດທີ່ຮັບຊາວອົບພະຍົບ.

        ເພື່ອແນໃສ່ຫຼຸດຜ່ອນຄວາມໜັກໜ່ວງໃຫ້ແກ່ບັນດາປະເທດ, ຄະນະກຳມະການເອີລົບ ຈະອຸດໜູນຈຳນວນເງິນ 10.000 ເອີໂລ ຕໍ່ຊາວອົບພະຍົບໜຶ່ງຄົນໃຫ້ແກ່ບັນດາປະເທດຮັບຊາວອົບພະຍົບຈຳນວນ ແລະ 12.000 ເອີໂລ ຖ້າຫາກເປົ້າໝາຍແມ່ນຜູ້ບໍ່ເຖິງອາຍຸກະສຽນ.

        ຕາມ EC ແລ້ວ, ສັນຍາອົບພະຍົບສະບັບໃໝ່ໄດ້ສ້າງບາດກ້າວເລີ່ມຕົ້ນໄໝ່, ນຳມາເຊິ່ງກາລະໂອກາດໃໝ່ເພື່ອປັບປຸງ ແລະ ຍົກສູງຄຸນຄ່າມະນຸດສະທຳຂອງອີຢູ, ຢືນຢັນກຳລັງຄວາມສາມາດຂອງກຸ່ມ ຮັບປະກັນບັນດາສິດພື້ນຖານໃຫ້ແກ່ຊາວອົບພະຍົບ.

ຍັງມີຄວາມແຕກຕ່າງ

        ນະໂຍບາຍໃໝ່ໄດ້ສະແດງໃຫ້ເຫັນຄວາມມັກໃຫຍ່ໄຝ່ສູງຂອງອີຢູ ທີ່ຈະສ້າງຕັ້ງລະບົບ “ການປະກອບສ່ວນຢ່າງມີໄຫວພິບ”, ແຕ່ບັງຄັບໃຫ້ຮ່ວມມືເມື່ອມີກຳລັງກົດດັນກ່ຽວກັບບັນຫາຊາວອົບພະຍົບເພີ່ມຂຶ້ນສູງ. ໝາຍຄວາມວ່າ ບັນດາປະເທດສະມາຊິກສາມາດຕັດສິນດ້ວຍຕົນເອງວ່າ ຈະຮັບຊາວອົບພະຍົບ, ປະກອບສ່ວນເງິນໜູນຊ່ວຍບັນດາປະເທດສະມາຊິກອື່ນ ຫຼື ຊ່ວຍຊາວອົບພະຍົບກັບເມືອບ້ານເກີດເມືອງນອນຂອງເຂົາເຈົ້າ, ເຊິ່ງຕ້ອງໄດ້ມີການກະທຳໃດໜຶ່ງ.

        ຄາດວ່າ, ນະໂຍບາຍໃໝ່ກ່ຽວກັບການເຂົ້າເມືອງ ແລະ ລີ້ໄພຈະເລີ່ມມີຜົນສັກສິດຢ່າງເປັນທາງການນັບແຕ່ປີ 2023 ເປັນຕົ້ນໄປ. ເຖິງຢ່າງໃດກໍ່ຕາມ, ເພື່ອໄດ້ຮັບການຮັບຮອງເອົາ, ສັນຍາສະບັບດັ່ງກ່າວຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກທັງ 27 ປະເທດສະມາຊິກອີຢູ ແລະ ລັດຖະສະພາເອີລົບ. ພາຍຫຼັງການປຶກສາຫາລືໃນວັນທີ 08 ຕຸລາ, ຂໍ້ມູນຂ່າວກ່ຽວກັບໝາກຜົນຂອງກອງປະຊຸມແມ່ນບໍ່ມີຫຼາຍ. ສະເພາະທ່ານລັດຖະມົນຕີກະຊວງພາຍໃນເຢຍລະມັນ Horst Seehofe, ຜູ້ຕາງໜ້າຂອງເຢຍລະມັນ, ປະເທດປະທານໝູນວຽນອີຢູ, ເປີດເຜີຍວ່າ “ມີບັນດາທັດສະນະທີ່ແຕກຕ່າງກັນ” ເຖິງວ່າ ບັນດາຝ່າຍຍັງບັນລຸໄດ້ຄວາມເຫັນດີເຫັນພ້ອມບາງຢ່າງກໍ່ຕາມ. ເຖິງຢ່າງໃດກໍ່ຕາມ, ຄວາມເຫັນດີເຫັນພ້ອມຢູ່ບັນດາຈຸດໃດກໍ່ຍັງບໍ່ທັນໄດ້ຮັບການເປີດເຜີຍເທື່ອ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສັນຍາດັ່ງກ່າວ ຍັງບໍ່ທັນໄດ້ຮັບການສະໜັນສະໜູນຫຼາຍຢູ່ເອີລົບ ແລະ ໝາກຜົນການປຶກສາຫາລືແມ່ນບໍ່ບັນລຸໄດ້ຄືດັ່ງຄວາມປາດຖະໜາ.

        ບັນດານະໂຍບາຍໃໝ່ທີ່ກ່ຽວຂ້ອງເຖິງຊາວອົບພະຍົບ ແລະ ລີ້ໄພ ແມ່ນຫົວເລື່ອງທີ່ຫຍຸ້ງຍາກສຳລັບອີຢູ ຍ້ອນການຄິດໄລ່ວ່າ ຊາວອົບພະຍົບບໍ່ພຽງແຕ່ແມ່ນບັນຫາຂອງບາງປະເທດເທົ່ານັ້ນ ຫາກຍັງແມ່ນສິ່ງທ້້າທາຍຂອງທັງກຸ່ມອີກດ້ວຍ. ເພື່ອແກ້ໄຂບັນຫານີ້ຢ່າງເຖິງຖອງນັ້ນ, ອີຢູ ຕ້ອງບັນລຸໄດ້ຄວາມເຫັນດີເຫັນພ້ອມໃນນະໂຍບາຍກ່ຽວກັບຊາວອົບພະຍົບ ແລະ ລີ້ໄພ. ເຖິງຢ່າງໃດກໍ່ຕາມ, ດ້ວຍບັນດາການຜັນແປຄືໃນປະຈຸບັນ, ເບິ່ງຄືວ່າ ສັນຍານີ້ຍາກທີ່ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມໃນເດືອນທັນວາ ທີ່ຈະມາເຖິງ ຄືດັ່ງຄວາມປາດຖະໜາຂອງເຢຍລະມັນ, ປະເທດປະທານໝູນວຽນອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ