ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຟື້ນຟູການເຕີບໂຕ


(vovworld) - ທີ່​ພິທີ​ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທ​ື່ອທີ 6 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໃນ​ຕອນ​ເຊົ້າ​ວັນ​ທີ 21/10, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ປີ 2013, ໝາກຜົນ 3 ປີ​ແຫ່ງ​ການ​ປະຕິບັດ​ແຜນການ 5 ປີ (2011 2015) ​ແລະ ໜ້າ​ທີ່ 2014 2015. ວິທະຍຸ​ກະຈາຍສຽງ ຫວຽດນາມ ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ບົດ​ລາຍ​ງານ​ດັ່ງກ່າວ​ຜ່ານບົດ​ຂຽນ​ທີ​ພາດ​ຫົວ​ເລື່ອງ​ວ່າ: ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຟື້ນ​ຟູ​ການ​ເຕີບ​ໂຕ​.

    ​ໂດຍ​ຂຶ້ນ​ຕົ້ນບົດ​ລາຍ​ງານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢູງ ​ໄດ້​ຮັບ​ຮູ້​ວ່າ: 3 ປີຜ່າ​ນມາ, ບັນດາ​ສິ່ງ​ຈຳກັ​​ດ, ຄວາມ​ອ່ອນ​ດ້ອຍ​ຂອງ​ພື້ນຖານ​ເສດຖະກິດ ພ້ອມ​ກັບດ້ານ​ຫຼັງ ຂອງ​ນະ​ໂຍບານ​ໜູນ​ຊ່ວຍ​ການ​ເຕີບ​ໂຕ​ໄດ້​ເຮັດ​ໃຫ້​ໄພ​ເງິນ​ເຟີ້​ເພີ່ມ​ຂື້ນ​ສູງ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ເຖິງ​ຄວາມ​ເປັນ​ປົກກະຕິ​ຂອງ​ເສດຖະກິດ​ມະ​ຫາ​ພາກ. ​ເສດຖະກິດ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ, ການ​ຜະລິ​ດ, ດຳ​ເນີນ​ທຸ​ລະ​ກິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນປະ​ຕິ​ບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ດັ່ງ​ນັ້ນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໂດຍ​ພື້ນຖານ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ. ​ໃນ 9 ​ເດືອນ​ຕົ້ນປີ 2013, ຈຳ​ນວນ​ວິ​ສາ​ຫະກິດ​ໄດ້​ຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່​ເພີ່ມ​ຂຶ້ນ 10,8% ​ແລະ ມີ​ວິ​ສາ​ຫະກິດ 11.200 ​ແຫ່ງ​ໄດ້​ເຄື່ອນ​ໄຫວ​ຄືນ​ໃໝ່.

        ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ລະອຽດ​ແມ່ນ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ແຫ່ງ​ລັດ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ສ້າງ​ໂຄງ​ປະກອບ​ການ​ເງິນ, ສິນ​ເຊື່ອ, ກະສິກຳ ຄືນ​ໃໝ່.​.​.​ ກໍ່​ໄດ້​ຮັບ​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​​​ໃຫ້​ຮູ້​ວ່າ:

        “​ໃນ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃໝ່, ​ເຊິ່ງຈຸດ​ສຸມ​ແມ່ນ​ການ​ລົງທຶນ​ແຫ່ງ​ລັດ, ​ໂຄງ​ປະກອບ ​ແລະ ກົນ​ໄກ​ຈັດ​ແບ່ງ​ເງິນ​ລົງທຶນ​, ສຸມ​​ທຶນ​ໃຫ້​ແກ່​ບັນດາ​ກິດຈະກຳ, ​ໂຄງການ​ສຳ​ຄັນ, ມີ​ຄວາມ​ຈຳ​ເປັນ ​ແລະ ທຶນ​ສົມທົບ​ໃຫ້​ແກ່​ບັນດາ​ໂຄງການ ODA. ສ້າງ​ກົນ​ໄກ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ລົງທຶນ​ໃຫ້​ສົມບຸນ​ແບບ, ຮັບປະກັນ​ການ​ຄຸມ​ຄອງ​ເປັນ​ເອກະ​ພາບ​ຂອງ​ສູນ​ກາງ, ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ທ້ອງ​ຖີ່​ນ ​ແລະ ​ເຈົ້າ​ຂອງ​ລົງທຶນ. ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ, ການ​ເງີນ, ສິນ​ເຊື່ອ​ຄືນ​ໃໝ່, ຈຸດ​ສຸມ​ແມ່ນ​ບັນ​​ດາ​ທະ​ນາຄາ​ນການ​ຄ້າ, ລັດຖະບານ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ລະບົບ​ອົງການ​ສິນ​ເຊື່ອ​ຢ່າງ​ຄົບ​ຊຸດ ​ແລະ ບັນລຸ​ໄດ້​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ທະນາຄານ​ໄດ້​ຮັບ​ການ​ຄວບ​ຄຸມ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ. ບັນດາ​ນະ​ໂຍບາຍ​ທີ່​ອ່ອນ​ດ້ອຍ​ໄດ້​ຮັບ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່. ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ, ​ໄດ້​ສຸມ​ໃສ່​ສ້າງ​ສຳ​ເລັດ​ກົນ​ໄກ, ນະ​ໂຍບາຍ​ປ່ຽນ​ໃໝ່​ວຽກ​ງານ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ.”

ສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຟື້ນຟູການເຕີບໂຕ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດຖະບານ
ພາບ:chinhphu.vn

ກ່ຽວກັບ​ວັດ​ທະນະ​ທຳ​ສັງຄົມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕີ​ລາຄາ​ວ່າ.

        “ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ວຽກ​ເຮັດ​ງານ​ທຳຢ່າງ​ຄົບ​ຊຸດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ບຳລຸງ​ສ້າງວິຊາ​ຊີບ, ໜູນ​ຊ່ວຍ​ບ້ວງ​ສິນ​ເຊື່ອ. ຄາດ​ວ່າ​ທັງປີ ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້​ແກ່​ຄົນ​ງານ​ປະມານ 1,54 ລ້ານ​ຄົນ; 3 ປີ​ແມ່ນ 4,6 ລ້ານ​ຄົນ. ອັດຕາ​ຜູ້​ວ່າງ​ງານຢູ່​ເຂດ​ຕົ​ວ​ເມືອງ​ຍາມ​ໃດ​ກໍ່​ຢູ່​ໃນ​ລະດັບຕໍ່າ​ກ່ວາ 4%, ປະຈຸ​ບັນ​ແມ່ນ 3,48%. ນະ​ໂຍບາຍ​ເງິນ​ເດືອນ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ເທື່ອ​ລະ​ກ້າວ​ຕາມ​ຫຼັກການ​ການ​ຕະຫຼາດ. ອັດຕາ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ແຕ່ 14,2% ​ໃນ​ທ້າຍ​ປີ 2010 ​ລົງເຫຼືອ​ພຽງ 9,6% ​ໃນ​ທ້າຍ​ປີ 2012 ​ແລະ ຄາດ​ວ່າ​ຍັງ​ເຫຼືອ 7,8% ​ໃນ​ທ້າຍ​ປີ 2013”.

        ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລ້ວ, ສະຫຼຸບ​ຄືນ​ການ​ປະຕິບັດ​ແຜນການ​ປີ 2013, ​ໃນ 15 ຄາດໝາຍເຊິ່ງສະພາ​ແຫ່ງ​ຊາດ​ຮັບຮອງ​​ເອົາ, ມີ 11 ຄາດໝາຍຄາດວ່າ​ບັນດລຸ​ໄດ​້ ​ແລະ ​ລື່ນ​ກ່າຍ​ແຜນການ, 2 ຄາດໝາຍ​ເກືອບ​​ບັນລຸ​ໄດ້, 2 ຄາດໝາຍ​ບໍ່​ບັນລຸ​ໄດ້. ໝາກຜົນ​ດັ່ງກ່າວ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ຂອງ​ທັງ​ລະບົບ​ການ​ເມືອງ, ຂອງ​ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ໃນ​ສະພາບ​ທີ່​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມຫຍຸ້ງ​ຍາກຫຼາຍ​ຢ່າງ.

        ​ແຕ່​ວ່າ, ທ່ານ​ນາຍົກລັດຖະມົນຕີກໍ່ຍ້ອມ​ຮັບ​ວ່າ, ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການ​ຮັກສາ​ເປັນ​ປົກກະຕິ​ໂດຍ​ພື້ນຖານ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ ​ແຕ່​ຍັງບໍ່​ທັນ​ໝັ້ນຄົງ. ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ​ຫຼາຍ​ຢ່າງ. ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຍັງ​ຊັກ​ຊ້າ​ເມື່ອ​ທຽບ​ໃສ່​ຄວາມ​ຕ້ອງການ. ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ​ບໍ່​ທັນ​ບັນລຸ​ໄດ້ຕາມ​ຄວາມ​ຕ້ອງການ​ທີ່​ໄດ້​ວາງ​ອອກ​ແມ່ນ​ສະກັດ​ກັ້ນ, ຍູ້​ໃຫ້​ຖອຍ​ໄປ​ເທື່ອ​ລະ​ກ້າວ. ບົນ​ພື້ນຖານ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ, ປີ 2014 – 2015 ຫວຽດນາມ ສູ້​ຊົນ​ບັນລຸ​ໄດ້​ລະດັບ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍປະມານ 6%/ປີ. GDP ​ໄລ່​ຕາມ​ຫົວ​ຄົນ​ແມ່ນ 2.200 – 2.300 USD/ຄົນ ​ໃນ​ປີ 2015. ດັດຊະນີ​ລາຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ປະານ 7%. ອັດຕາ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ປະທານ 1,5 – 2%/ປີ. ​ເພື່ອ​ປະຕິບັດ​ໃຫ້​ໄດ້​ບັນດາຄາດໝາຍ​ດັ່ງກ່າວ, ລັດຖະບານ​ໄດ້​ວາງ​ອອກ 9 ມາດຕະການ​ຕົ້ນ​ຕໍ່. ກ່ຽວ​ກັບດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ.

ຢືດໝັ້ນ​ຈຸດໝາຍ​ຮັກສາ​ເສດຖະກິ​ດມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຢ່າງ​ມີ​ໄຫວ​ພິບ, ນະ​ໂຍບາຍ​ງົບປະມານ​ຢ່າງ​ແຫນ້ນ​ແຟ້ນ. ການ​ບໍລິຫານ​ອັດ​ຕາດ​ອກ​ເບ້ຍ​ເໝາະ​ສົມ​ກັບ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້. ​ເພີ່ມ​ເຫລືອ​ຫນີ້​ສິນ​ເຊື່ອ​ໃຫ້​ເໝາະ​ສົມ ​ແລະ ຮັບປະກັນ​ຄຸນ​ນະພາ​ບ​ສິນ​ເຊື່ອ. ບໍລິຫານ​ອັດຕາ​ແລກປ່ຽນ​ເງິນ​ຕາ, ຕະຫລາດ​ເງິນ​ຕາ​ຕ່າງປະ​ເທດ, ຕະຫລາດ​ຄຳ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຄ່າ​ເງິນ​ດົ່ງ​ຂອງ​ຫວຽດນາມ.  ຍູ້​ແຮງ​ການ​ສົ່ງ​ອອກ, ຄວບ​ຄຸມ​ການ​ນຳ​ເຂົ້າ​ສິນຄ້າ. ​ເພີ່ມ​ການ​ສະ​ສົມ​ເງິນ​ຕາຕ່າງປະ​ເທດ, ຕະຫລາດ​ຫລັກ​ຊັບ. ສະ​ເຫ​ນີ ສະພາ​ແຫ່ງ​ຊາດ​ພິຈາລະນາ​ຮັບ​ຮູ້​ລະດັບ​​ຈ່າຍ​ງົບປະມານ​ແຫ່ງ​ລັດ​​ເກີນ​ດຸນປີ 2013-2014 ​ແມ່ນ 5,3% GDP ,ນັບ​​ແຕ່​ປີ 2015 ຈະ​ດັດ​ປັບ​ໃຫ້​ຄ່ອຍໆ​ຫລຸດ​ລົງ.”

        ​ໃນ​ການ​ພັດທະນາ​ເສດຖະກິດ, ລັດຖະບານ​ຍູ້​ແຮງ​​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ຍູ້​ແຮງ​ການ​ປະຕິບັດ​ແຜນ​ຮ່າງ​ສັງ​ລວມ​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ບັນດາ​ແຜນ​ກຳນົດ ​ແລະ ​ແຜນ​ຮ່າງ​ໂຄງ​ປະກອບ​ຂະ​ແຫນງ, ຂົງ​ເຂດ ຄືນ​ໃຫມ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູງ ຊີ້​ແຈງ​ວ່າ:

        “ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃຫມ່,​ຈຸດ​ສຸມ​ແມ່ນ​ລົງທຶນ​ພາກ​ລັດ, ສຸມ​ໃສ່​ດ້ານ​ທຶນຮອນ​ໃຫ້​ແກ່​ບັນດາ​ກິດ​ຈະ​ກຳ​ຈຸດ​ສຸມ, ມີ​ຄວາມ​ຈຳ​ເປັນ, ທຶນ​ສົມທົບ ODA, ທຶນ​ເພື່ອ​ບຸກ​ເບີກ​ຫນ້າ​ພຽງ ​ແລະ ທຶນ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ຮ່ວມ​ມື​ພາກ​ລັດ- ​ເອກະຊົນ (PPP). ​ເພິ່ມ​ເງິນ​ລົງທຶນ​ໃຫ້​ແກ່​ກະສິກຳ, ກໍ່ສ້າງ​ຊົນນະບົດ​ໃຫມ່, ສາທາລະນະ​ສຸກ, ການ​ສຶກສາ ​ແລະ ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ສືບ​ຕໍ່​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິນ​ເຊື່ອຮອບດ້ານ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ທີ່​ອ່ອນ​ດ້ອຍ. ສືບ​ຕໍ່​ສ້າງ​ໂຄງ​ປະກອບ​ບັນດາ​ກຸ່ມບໍລິສັດ ​ແລະ ບໍ​ລິສັດ​ໃຫຍ່​ແຫ່ງ​ລັດ​ຕາມ​ແຜນ​ຮ່າງ​ທີ່​ຮັບ​ການ​ອະນຸມັດ. ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ຂະ​ແຫນງ​ການ​ອຸດສາຫະກຳ​ຄືນ​ໃຫມ່ ຕາມ​ທິດ​ຫັນ​ຈາກ​ການ​ຜະລິດ​ປຸງ​ແຕ່ງ​ໄປ​ສູ່​ການ​ຜະລິດ ​ແລະ ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ທົ່ວ​ໂລກຢ່າງ​ເລິກ​ເຊິ່ງ.”

         ​ຄຽງ​ຄູ່ກັນ​ນັ້ນ ​ແມ່ນ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຢ່າງ​ມີ​ປະສິດທິ​ຜົນ ນັ້ນ​ແມ່ນ ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບອບ, ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ, ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ, ຍູ້​ແຮງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມ​ອຶດຫິວ​ທຸກ​ຍາກ​ແບບ​ຍືນ​ຍົງ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ​້ລາດ​ບັງ​ຫລວງ, ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ.

        ກ່ຽວ​ກັບ​ການ​ພົວພັນຕ່າງປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງຫນ້າ ຍູ້​ແຮງ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດ​ຢ່າ​ງຮອບດ້ານ, ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ, ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ່າ, ​ເປັນ​ຕົ້ນ​ກັບ​ບັນດາ​ປະ​ເທດ​ເພື່ອນບ້ານ​ໃກ້​ຄຽງ, ບັນດາ​ປະ​ເທດ​ອາ​ຊຽນ, ບັນດາ​ປະ​ເທດ​​ເພື່ອນ​ມິດ ​ແລະ ປະ​ເທດ​ໃຫຍ່.

        ມ້ວນທ້າຍ​ບົດ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​: ຫນ້າ​ທີ່​ວາງ​ອອກ​ແມ່ນ​ຫນັກຫນ່ວງ​ທີ່​ສຸດ. ພາຍ​ໃຕ້​ການ​ຊີ້​ນຳ​ນຳພາຂອງ​ສູນ​ກາງ​ພັກ, ທົວພັກ, ທົ່ວ​ປວງ​ຊົນ,​ທົ່ວ​ກອງທັບ, ນັບ​ທັງ​ລະບົບ​ການ​ເມືອງ​ຕ້ອງ​ພອ້ມກັນ​ຮ່ວມ​​ແຮງ​ຮ່ວມ​ໃຈ, ຕັດສິນ​ໃຈ​​ເຮັດສຳ​ເລັດ​ແຜນການ​ປີ 2014, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​​ເຂົ້າ​ໃນ​ການປະຕິບັດ​ແຜນການ 5 ປີ 2011-2015.

 

ຕອບກັບ

ຂ່າວ/ບົດ​ອື່ນ