(vovworld) – ວັນທີ 29/10, ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ກອງທຶນເງິນຕາສາກົນ (IMF) ຈັດກອງປະຊຸມສຳມະນາ “Abenomics“(ຫຼືເອີ້ນວ່າບັນດານະໂຍບາຍຂອງນາຍົກລັດຖະມົນຕີ ຊິນShinzo Abe). ພາຍຫຼັງເກືອບ 2 ທົດສະວັດທີ່ລາຄາລວມຂອງພື້ນຖານເສດຖະກິດຖືກຫຼຸດລົງຢ່າງຕໍ່ເນື່ອງ, ພື້ນຖານເສດຖະກິດທີ່ເຄີຍຢືນອັນດັບສອງຂອງໂລກກ່ອນນີ້ພວມກ້າວເຂົ້າສູ່ການປະຕິຮູບຢ່າງແຮງ ແລະ ຫວັງວ່າ Abenomics ຈະແມ່ນມາດຕະການທີ່ມີປະສິດທິຜົນ ເພື່ອນຳປະເທດຫຼຸດພົ້ນອອກຈາກສະພາບຊຸດໂຊມ.
ທ່ານນາຍົກລັດຖະມົນຕີ Shinzo Abe
(ພາບ: ອິນເຕີແນດ)
Abenomics ແມ່ນແຜນການປະຕິຮູບທີ່ເຕັມໄປດ້ວຍຄວາມຫວັງ ໂດຍທ່ານ Shinzo Abe ຍົກອອກມາ ພາຍຫຼັງໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ. Abenomics ລວມມີ 3 ຈຸດສຸມແມ່ນ: ຊຸກຍູ້ການໃຊ້ຈ່າຍສາທາລະນະ, ຜ່ອນຄາຍດ້ານເງິນຕາ ແລະ ເຕີບໂຕເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງ. ແຜນການຟື້ນຟູເສດຖະກິດນີ້ຈະແມ່ນກາລະໂອກາດທີ່ດີ ເພື່ອໃຫ້ຍີ່ປຸ່ນຮັກສາກຳລັງແຮງໃນເວທີສາກົນ. Abenomics ກໍ່ໄດ້ຮັບຄວາມສົນໃຈຈາກຫາງສຽງໂລກ, ເພາະວ່າ, ຖ້າ Abenomics ສຳເລັດຜົນ, ມັນບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ປະເທດຍີ່ປຸ່ນເທົ່ານັ້ນ, ຫາກຍັງເປັນກຳລັງໜູນໃຫ້ແກ່ການເຕີບໂຕໃນທົ່ວໂລກອີກດ້ວຍ.
ສະພາບກຳເນີດນະໂຍບາຍ
ຫວນຄືນຫຼັງການຜັນແປຕ່າງໆໃນ 2 ທົດສະວັດຜ່ານມາຢູ່ຍີ່ປຸ່ນ, ນັບແຕ່ຕະຫຼາດຫຼັກຊັບ ແລະ ຕະຫຼາດອສັງຫາລິມະຊັບຖືກລົ້ມລະລາຍເມື່ອຊຸມປີ 1990, ບັນດາບໍລິສັດຍີ່ປຸ່ນ ໄດ້ສຸມໃສ່ການຫຼຸດຜ່ອນໜິ້ສິນ ແລະ ຫັນການເຄື່ອນໄຫວຜະລິດອອກຕ່າງປະເທດ. ເງິນເດືອນບໍ່ເພີ່ມ, ຫຼືເພີ່ມຢ່າງຊັກຊ້າ ເຮັດໃຫ້ປະຊາຊົນຕ້ອງປະຢັດໃນການໃຊ້ຈ່າຍ. ສິ່ງດັ່ງກ່າວເຮັດໃຫ້ 2 ທົດສະວັດຜ່ານມາ, ການເຕີບໂຕ ຈີດີພີ ຂອງຍີ່ປຸ່ນບັນລຸລະດັບ 0, ນອກນັ້ນແມ່ນໄພພິບັດແຜ່ນດິນໄຫວ ແລະ ວິກິດການນິວຄະເລຍເມື່ອປີ 2011, ເຮັດໃຫ້ເສດຖະກິດຂອງປະເທດນີ້ຊົ່ວຮ້າຍລົງ. ໃນສະພາບດັ່ງກ່າວ, ເພື່ອເຮັດໃຫ້ພື້ນຖານເສດຖະກິດເຕີບໂຕຄືນໃໝ່, ແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ ແລະ ນີ້ກໍ່ແມ່ນສາຍເຫດທີ່ພາໃຫ້ນາຍົກລັດຖະມົນຕີຫຼາຍທ່ານຕ້ອງລາອອກຈາກຕຳແໜ່ງ. ສ່ວນທ່ານ Shinzo Abe ເອງກໍ່ຖືກປະລາໄຊໃນປີ 2006 ດ້ວຍອາຍຸການທຳອິດພຽງ 12 ເດືອນເທົ່ານັ້ນ.ແຕ່ປະຈຸບັນ, ດ້ວຍແຜນການ Abenomics, ຖ້າໄດ້ຮັບຜົນ, ມັນຈະແມ່ນເງື່ອນໄຂຮັບປະກັນໃຫ້ທ່ານນາຍົກລັດຖະມົນຕີ ຜູ້ທີ 6 ຂອງຍີ່ບຸ່ນ ໃນຮອບເວລາ 6 ປີມໍ່ໆມານີ້ ສືບຕໍ່ດຳລົງຕຳແໜ່ງ.
ປະສິດທິຜົນໃນເບື້ອງຕົ້ນ
ປະສິດທິຜົນຂອງ Abenomics ແມ່ນບໍ່ອາດເວົ້າກ່ອນໄດ້, ແຕ່ເປັນສິ່ງຈະແຈ້ງແລ້ວວ່າ, ມາຮອດປະຈຸບັນ ຜົນສຳເລັດທຳອິດເຊິ່ງ Abenomics ນຳມາໃຫ້ນັ້ນແມ່ນ, ມັນໄດ້ເຮັດໃຫ້ປະຊາຊົນມີຄວາມມຸ້ງຫວັງຕໍ່ການຟື້ນຕົວຂອງພື້ນຖານເສດຖະກິດຢ່າງແຮງ. ຕາມໝາກຜົນແຫ່ງການຢັ່ງຫາງສຽງ ໂດຍສຳນັກຂ່າວສານ ກິໂອໂດ ດຳເນີນກໍ່ເຫັນວ່າ 65% ຈຳນວນຜູ້ຖືກຖາມຫວັງວ່າ ນະໂຍບາຍ Abenomics ຈະນຳມາເຊິ່ງປະສິດທິຜົນ. ຄວາມໄວ້ເນື້ອເຊື່ອໃຈນັ້ນໄດ້ພາໃຫ້ຕະຫຼາດຫຼັກຊັບຂອງປະເທດນີ້ເພີ່ມຄະແນນຂຶ້ນລະດັບສະຖິຕິ. ນະໂຍບາຍຜ່ອນຄາຍດ້ານເງິນຕາ ແລະ ເພີ່ມການໃຊ້ຈ່າຍສາທາລະນະ ກໍ່ໄດ້ປະກອບສ່ວນຫຼຸດຜ່ອນລາຄາເງິນເຢັນໃນຕະຫຼາດແລກປ່ຽນເງິນຕາ. ຍ້ອນເຫດນັ້ນການສົ່ງອອກກໍ່ມີການປ່ຽນແປງດີພໍສົມຄວນ, ໃນນັ້ນບັນດາຂະແໜງຜະລິດຕົ້ນຕໍ່ຂອງປະເທດນີ້ ຄືລົດໂອໂຕ ແລະ ເອເລັກໂຕນິກ ໄດ້ຮັບຜົນປະໄຫຍດກວ່າໝູ່ ຍ້ອນລາຄາຖືກກວ່າເມື່ອທຽບໃສ່ຕະຫຼາດຕ່າງປະເທດ. ເພື່ອແນໃສ່ຊຸກຍູ້ນະໂຍບາຍເສດຖະກິດກວ່າອີກ, ລັດຖະບານຍີ່ປຸ່ນໄດ້ເພີ່ມບ້ວງເງິນປະມານ 906 ຕື້ USD ໃຫ້ປີການເງິນ 2013. ທ່ານ Abe ກໍ່ໄດ້ໝັ້ນໝາຍຊຸກຍູ້ການລົງທຶນໃຫ້ພາກສ່ວນເອກະຊົນ ແລະ ການເຄື່ອນໄຫວຂອງກຸ່ມວິສາຫະກິດ, ວາງແຜນພັດທະນາເສດຖະກິດໃນ 5 ປີຕໍ່ໜ້າ. ອຳນາດການປົກຄອງວາງອອກບັນດາຈຸດໝາຍລະອຽດຄື: ໃນ 3 ປີຕໍ່ໜ້າ ເພີ່ມເງິນລົງທຶນໃຫ້ວິສາຫະກິດຕື່ມອີກ 10% ແມ່ນ 700 ຕື້ USD ແລະເພີ່ມລາຍຮັບສະເລ່ຍໃສ່ຫົວຄົນຕື່ມອີກ ກວ່າ 1.5 ລ້ານເຢັນ, ດ້ວຍລະດັບ 3,8 ລ້ານເຢັນໃນປີ 2012 ໃນຮອບເວລາ 10 ປີຈະມາເຖິງ. ພ້ອມກັນນັ້ນແມ່ນການຫຼຸດອາກອນລາຍຮັບວິສາຫະກິດ, ປະຕິຮູບດ້ານກົດໝາຍ ແລະ ສ້າງຕັ້ງບັນດາລະບົບໃໝ່.
ຜົນສະທ້ອນອື່ນອີກ
ຕາມການຕີລາຄາຂອງບັນດານັກໄຈແຍກ ແລະ ນັກຊ່ຽວຊານດ້ານເສດຖະກິດແລ້ວ, ບໍ່ວ່າແຜນການປະຕິຮູບໃດກໍ່ມີຄວາມເຫັນທີ່ກົງກັນຂ້າມ. ຕາມ IMF, ນະໂຍບາຍ Abenomics ພວມປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງ, ໃນນັ້ນມີການກະທົບຂອງເລື່ອງເພີ່ມການໃຊ້ຈ່າຍສາທາລະນະເຮັດໃຫ້ໜິ້ສິນເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ຂອບຂະໜາດຂອງພື້ນຖານເສດຖະກິດຍີ່ປຸ່ນ ແລະ ລະດັບໄພເງິນເຟີ້ກໍ່ສູງກວ່າ.
ເຖິງຢ່າງໃດກໍ່ຕາມ, IMF, ຍັງຄົງຍົກອອກຂໍ້ສັງເກດຢ່າງປະເອີບໃຈ ເມື່ອຖືວ່າພື້ນຖານເສດຖະກິດໃຫຍ່ອັນດັບ 3 ຂອງໂລກນີ້ ຈະສືບຕໍ່ຟື້ນຟູໃນໄລຍະຈະມາເຖິງ, ຍ້ອນມີບັນດາໂຄງການສາທາລະນະດ້ວຍຂະໜາດໃຫຍ່ ແລະ ການເພີ່ມຄວາມຕ້ອງການຢູ່ຕ່າງປະເທດ. ການເຕີບໂຕຢ່າງຕໍ່ເນື່ອງອາດຈະຊ່ວຍໃຫ້ອຳນາດການປົກຄອງ Abe ເພີ່ມອາກອນໃຊ້ສອຍນັບແຕ່ປີ 2014 ແລະລັດຖະບານອາດຈະບັນລຸໄດ້ຈຸດໝາຍເຕີບໂຕ 2.5% ໃນປີການເງິນ 2013, ໄລ່ຮອດໝົດເດືອນ 3/2014. ດ້ວຍນະໂຍບາຍ Abenomics, ຫາງສຽງອາດຈະຫວັງວ່າ, ເສດຖະກິດຍີ່ປຸ່ນເລີ່ມ “ກ້າວເຂົ້າສູ່ໄລຍະຟື້ນຕົວຢ່າງຮອບດ້ານ“.