ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນໃຫ້ເລິກເຊິ່ງຂຶ້ນຕື່ມ

  ການ​ເດີນທາງ​ມາ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​ໃນ​ວັນ​ທີ 16-17/1 ຈະ​ເປີດ​ສາກ​ໃຫ້​ໄລຍະ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ການ​ຢ້ຽມຢາມ​ກໍ່​ເຮັດ​ໃຫ້ການ​ພົວພັນ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ຍີ່ປຸ່ນ ​ເລິກ​ເຊິ່ງຂຶ້ນ​ຕື່ມ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ…

ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນໃຫ້ເລິກເຊິ່ງຂຶ້ນຕື່ມ - ảnh 1

ຍີ່ປຸ່ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຂອງຫວຽດນາມ

(ພາບ:vijatmc.com)

​ ໃນ​ໄລຍະ​ເວລາ​ເກືອບ 40 ປີຜ່ານມາ, ນັບ​ແຕ່​ຫວຽດນາມ-​ຍີ່ປຸ່ນ ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 21/9/1973, ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ. ຍາມ​ໃດ​ຍີ່ປຸ່ນ ກໍ່​ສະໜັບສະໜູນ​ແນວທາງ​ປ່ຽນ​ແປງ​ໃໝ່, ​ເປີດ​ປະຕູ​ຂອງ​ຫວຽດນາມ, ໜູນ​ຊ່ວຍ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລ​ະ​ໂລກ ຜ່ານ​ບັນດາ​ອົງການ​ຈັດຕັ້ງສາກົນ​ຄື: ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (APEC), ອົງການ​ການ​ຄ້າ​ໂລກ (WTO), ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ-​ເອີ​ລົບ (ASEM)… ສຳລັບ​ຍີ່ປຸ່ນ ​ແລ້ວ, ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ທີ່​ຕັ້ງດ້ານພູມ​ມີ​ປະ​ເທດ ​ແລະ ​ການ​ເມືອງ​ທີ່ສຳຄັນ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

  ປີ 2010, ສອງ​ປະ​ເທດ​ໄດ້​​ເຊັນ​ “ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-​ຍີ່ປຸ່ນ ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງຮອບດ້ານ​ເພື່ອ​ສັນ​ຕິ​ພາບ ​ແລະ ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ອາຊີ“. ຕໍ່​ຈາກ​ນັ້ນ, ​ໃນ​ປີ 2011, ສອງ​ຝ່າຍ​ໄດ້​ເຊັນ “ຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ກະທຳ​ໃນ​ຂອບ​ເຂດຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນ​ຕິ​ພາບ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ອາຊີ ລະຫວ່າງຫວຽດນາມ-​ຍີ່ປຸ່ນ“. ມາ​ຮອດ​ປະຈຸ​ບັນ, ຍີ່ປຸ່ນ ​ແມ່ນຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ແລະ ​ແມ່ນ​ປະ​ເທດ​ອຸປະຖຳ​ທຶນ ODA ​ຫຼາຍ​ກ່ວາ​ໝູ່ໃຫ້​ຫວຽດນາມ , ​ແມ່ນ​ນັກ​ລົງທຶນ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດນາມ. ທ່ານ​ຟ້າ​ມ​ແທງ​ບິງ  ຮອງ​ຫົວໜ້າ​ກົມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ:

  “ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ຍີ່ປຸ່ນ ສືບ​ຕໍ່​ພັດທະນາ, ​ໂດຍສຸມ​ໃສ່ 2 ດ້ານ. ທີ​ໜຶ່ງ​ແມ່ນ​ການ​ພົວພັນ​ດ້ານ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ…..​. ທີ​ສອງ​ແມ່ນ​ສອງ​ປະ​ເທດ​ພວມ​ຕັ້ງໜ້າ​ກະກຽມ​ການ​ເຄື່​ອນ​ໄຫວຕ່າງໆ​ເພື່ອສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2013 ​ແລະ ຈັດປີ​ຫວຽດນາມ ຢູ່​ຍີ່ປຸ່ນ ​ແລະ ປີ​ຍີ່ປຸ່ນ ຢູ່​ຫວຽດນາມ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທັງ​ທາງ​ດ້ານ​ວັດທະນະທຳ, ການ​ເມືອງ, ການ​ທູດ…

 
ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນໃຫ້ເລິກເຊິ່ງຂຶ້ນຕື່ມ - ảnh 2

ທ່ານ​ນາຍົກລັດຖະມົນຕີ​ຍີ່ປຸ່ນ Shinzo Abe

(ພາບ: Internet)

  ມາ​ຮອດ​ປະຈຸ​ບັນ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຫວຽດນາມ-​ຍີ່ປຸ່ນ ບັນລຸ​ປະມານ 23 ຕື້ USD ​ແລະ ສອງ​ຝ່າຍ​ພວມ​ສູ້​ຊົນ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​​ໃນ​ປີ 2020.

   ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນຢ່າງ​ແທ້​ຈິງ​ພ້ອມ​ກັບ​ບັນດາ​ອາລົມ​ຈິດ​ອັນ​ດີງາມ​ຊື່​ງລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໄດ້​ສະຫງວນ​ໃຫ້​ແກ່​ກັນ​ໃນ​ເກືອບ 4 ທົດ​ສະ​ວັດ​ຜ່ານ​ມາ​ໄດ້ ​ແລະ ພວມ​ສ້າງ​ພື້ນຖານ​​ເພື່ອນຳ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ຍີ່ປຸ່ນ ​ໃຫ້ພັດທະນາ​ຢ່າງ​ແຮງ, ​ແທ້​ຈິງ ​ແລະ ກ້າວ​ເຂົ້າສູ່ລວງ​ເລິກ. ພິ​ເສດ, ​ເລື່ອງທ່ານ​ນາຍົກລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​​ເລື​ອກຫວຽດນາມ ​ແມ່ນ​ປະເທ​ດ​ທຳ​ອິດ​ໃນ​ການ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ ນັບ​ແຕ່​ທ່ານ​ຮັບຜິດຊອບ​ເປັນ​ຜູ້ນຳ​ລັດຖະບານ​ຍີ່ປຸ່ນ ​ແມ່ນປະກົດ​ການທີ່ມີ​ຊີວິດ​ຊີວາ​ແຫ່ງ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​. ນັ້ນກໍ່​ແມ່ນ​ກຳລັງ​ໜູນ​ສ້າງ​​ເປັນຜົນ​ສຳ​ເລັດອັນ​ດີງາມ​ໃນ​ການມາ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້​ຂອງທ່ານ​ນາຍົກລັດຖະມົນຕີ​ຍີ່ປຸ່ນ Shinzo Abe, ປະກອບສ່ວນ​ນຳ​ສາຍ​ພົວພັນ​ຫວຽດນາມ-​ຍີ່ປຸ່ນ ​ໃຫ້ພັດທະນາ​ຂຶ້ນ​ສູ່​ລະດັບສູງ​ໃໝ່. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ດ່ວານ​ຊວນ​ຮຶງ ຖື​ວ່າ:

   “​ທ່ານ​ນາຍົກລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​ແມ່ນ​ຜູ້​ທີ່ມີ​ການ​ພົວພັນ​ອັນສະໜິດ​​ແໜ້ນ ​ແລະ ມີ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຢ່າງສະໜິດສະໜົມ​ກັບ​ຫວຽດນາມ. ​ໃນ 6 ປີ​ກ່ອນ, ທ່ານ​ນາຍົກລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​ແລະ ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່ການ​ພົວພັນຄູ່​ຮ່ວມມືຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ ​ແລະ ​ໃນ​ການ​ມາ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີທັງສອງ​ໄດ້​ພົບ​ກັນ​ໃໝ່ ​ແລະ ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ການ​ຢ້ຽມຢາມ​ຄັ້ງນີ້​ຈະ​ມີ​ຄວາມ​ໝາຍ​ອັນ​ໃຫ່ຍຫຼວງ, ປະກອບສ່ວນ​ປັບປຸງ,​ ຮັດ​ແໜ້ນ ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ເລິກ​ເຊິ​ງຂຶ້ນ​ຕື່ມ. ບໍ່ພຽງ​ແຕ່​ປະຊາຊົນຫວຽດນາມ ມີ​ຄວາມ​ພາກພູມ​ໃຈ​ເທົ່າ​ນັ້ນ, ຫາກ​ປະຊາຊົນ​ຍີ່ປຸ່ນ ກໍ່​ລ້ວນ​ແຕ່​ມີ​ຄວາມ​ພາກພູມ​ໃຈ​ຍ້ອນພວກ​ເຮົາ​ແມ່ນ​ເພື່ອນ​ຜູ້​ສະໜິດສະໜົມ. ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງນີ້, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເປີດ​ກ້ວາງ​ໃນ​ຫຼາຍ​ດ້ານ​ກ່ວາ​ອີກ“.

  ດ້ວຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ-​ຍີ່ປຸ່ນ ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ​ແທ້​ຈິງ, ການ​ຢ້ຽມຢາມ​ຫວຽດນາມ​ ຄັ້ງນີ້​ຂອງທ່ານ​ນາຍົກລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ຈະ​ປະກອບສ່ວນ​ປັບປຸງ, ຮັດ​ແໜ້ນ ​ແລະ ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນ​ຕິ​ພາບ ​ແລະ ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ອາຊີ ລະຫວ່າງ​ຫວຽດນາມ-​ຍີ່ປຸ່ນ ​ເລິກ​ເຊິ່ງຂຶ້ນ​ຕື່ມ​. ພິ​ເສດ, ​ແມ່ນການ​ຢ້ຽມຢາມ​ຍິ່ງ​ມີ​ຄວາມ​ໝາຍ​ໃນ​​ໂອກາດ​ຕົ້ນປີ​ໃໝ່ 2013, ປີ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ ​ແລະ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດລະຫວ່າງສອງ​ປະ​ເທດ​​, ​ເປີດ​ໄລຍະ​ໃໝ່​ໃນ​ການ​ພົວພັນ​ສອງ​ປະ​ເທດ​ໃນ​ສະພາບ​ການທີ່​ພາກ​ພື້ນ ​ແລະ ​ໂລກ​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າ​ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ