ສ້າງຄວາມເຫັນດີເຫັນພ້ອມເພື່ອໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ

(vovworld)- ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ໃຫ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​​ການສໍ້​ລາດ​ບັງ​ຫຼວງ​ບັນລຸ​ປະສິດທິ​ຜົນ ​ແມ່ນ​ຄຳ​ເຫັນ​ຂອງ ສສຊ ສ່ວນ​ຫຼາຍ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​​ການສໍ້​ລາດ​ບັງ​ຫຼວງປີ 2013. ​ເຖິງ​ວ່າ​ບໍ່​ແມ່ນ​ເນື້ອ​ໃນ​ໃໝ່​ຂອງແຕ່​ລະສະ​ໄໝ​ປະຊຸມ​ກໍ່ຕາມ​ແຕ່​ບັນດາ​ ສສຊ ກໍ່​ໄດ້​ຍົກ​ອອກຂໍ້​ສະ​ເໜີ​ໃໝ່​ເພື່ອ​ຈຳກັດ, ກ້າວ​ໄປ​ເຖິງ​ຍູ້​ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ຖອຍ​ໄປ.

ສ້າງຄວາມເຫັນດີເຫັນພ້ອມເພື່ອໃຫ້ວຽກງານປ້ອງກັນ,  ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ - ảnh 1

ສສຊ ກ່າວຄຳເຫັນທີ່ການປຶກສາຫາລືກ່ຽວກັບວຽກງານປ້ອງກັນປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(ພາບ: VGP/Thành Chung)

​* ພິຈາລະນາ​ກົນ​ໄກ​ປ້ອງ​ກັນ​ຄືນ​ໃໝ່

  ຕໍ່ໜ້າ​ສະພາບ​​ອາດຊະຍາ​ກຳ​ສໍ້ລາດ​ບັງ​ຫຼວງ​ຍັງ​ມີ​ທິດ​ເພີ່ມ​ຂຶ້ນ​ໃນ​ຫຼາຍ​ຂົງ​ເຂດ​ດ້ວຍ​ເລ​ລ່ຽມ​ນັບ​ມື້​ນັບ​ສັບສົນ​ນັ້ນ, ທ່ານ​ໂດ້ກິ​ມຕວຽນ ຮອງ​ຫົວໜ້າ​ກົມ​ໃຫ່ຍປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ (ກະຊວງ​ຕຳຫຼວດຫວຽດນາມ), ສສຊ ນະຄອນ​ຮ່​າໂນ້ຍ ຖື​ວ່າ: ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ໜ້າ​ທີ່ຂອງ​ຫວຽດນາມ ຕ້ອງ​ສືບ​ຕໍ່ຕີ​ລາຄາ​ຄືນ​ກົນ​ໄກ​ກວດກາ​ຄຸ້ມ​ຄອງ. ປະຈຸ​ບັນ, ອົງການ​ຕ້ານ​ສໍ້​ລາດ​ບັງ​ຫຼວງ​ສະ​ເພາະ​ກິດຂອງກະຊວງ​ຕຳຫຼວດຫວຽດນາມ, ອົງການ​ກວດກາ​ລັດຖະບານ​ຍັງ​ມີ​ຄວາມ​ຈຳກັດ​ດ້ານ​ຮູບ​ແບບ ​ແລະ ວິທີ​ການ​ເຄື່ອນ​ໄຫວ.

 “​​​ການປ້ອງ​ກັນ, ຕ້ານ​​ການສໍ້​ລາດ​ບັງ​ຫຼວງ​ແມ່ນ​ບັນດາ​ເນື້ອ​ໃນ​ສຳຄັນ, ພວກ​ຂ້າພະ​ເຈົ້າສະ​ເໜີ​ວ່າໃນ​ໄລ​ຍຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ​, ຕິດຕາມ​ກວດກາ​ນປະຕິບັດວຽກ​ງານ​ນີ້ຢ່າງ​ຂ້ຽວ​ຂາດກ່ວາ. ຕ້ອງ​ສ້າງ​ກົນ​ໄກ​, ນອກຈາກ​ກົນ​ໄກດ້ານ​ນະ​ໂຍບາຍ​, ກົດໝາຍ​ແລ້ວ, ກົນ​ໄກກວດກາ​ນ, ປັບ​ໄໝລົງ​ໂທດກໍ່​ຕ້ອງ​ຕີ​ລາຄາ​ຄືນ​ໃໝ່“.

ຕາມ​ທ່ານ​ຫງວຽນ​ດິ່ງ​ກວ່ຽນ ຮອງ​ປະທານ​ກຳມາ​ທິການ​ກົດໝາຍ​ແລ້ວ, ບັນດາ​ມາດ​ຕະການ​ປ້ອງ​ກັນ​ກໍ່​ມີ​ຢູ່ແລ້ວ​ແຕ່​ບໍ່​ທັນ​ບັນລຸ​ໄດ້​ປະສິດທິ​ຜົນ​ເທື່ອ. ການ​ກວດກາ​ພາຍ​ໃນ​ບໍ່​ຄົ້ນພົບ​ການສໍ້​ລາດ​ບັງ​ຫຼວງ​ ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ຄຸ້ມ​ຄອງ​ບໍ່​ທັນ​ເຂັ້ມງວດ, ບໍ່​ທັນ​ສ້າງ​ຂະ​ບວນການ​ທົ່ວ​ປວງ​ຊົນປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ໄດ້​ເທື່ອ.

 “ພວກ​​ເຮົາຕ້ອງ​ພິຈາລະນາ​ວຽກ​ງານ​ປ້ອງ​ກັນສະກັດ​ກັ້ນຄືນ​ໃໝ່​. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ມາດ​ຕະການ​ມີ​ປະສິດທິ​ຜົນ​ທີ່​ສຸດ​ແມ່ນ​ການ​ເປີດ​ເຜີຍ, ​ບັນດາ​ມາດຖານ, ຈາກ​ມາດຖານ​ຄັດ​ເລືອກ, ​ແຕ່ງຕັ້ງ ພະນັກງານ, ການ​ປະມູນ, ​ໂຄງການ, ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ​ກໍ່​ເຊັ່ນ​ດຽວ​ກັນ. ​ເຮັດ​ໄດ້​ຄື​ແນວ​ນັ້ນຈຶ່ງ​ຕ້ານ​​ການສໍ້​ລາດ​ບັງ​ຫຼວງ​ໄດ້“.

ສ້າງຄວາມເຫັນດີເຫັນພ້ອມເພື່ອໃຫ້ວຽກງານປ້ອງກັນ,  ຕ້ານການສໍ້ລາດບັງຫຼວງບັນລຸປະສິດທິຜົນ - ảnh 2

ບັນດາ ສສຊ ເຮັດວຽກຢູ່ໜ່ວຍ

* ສ້າງ​ລະບົບ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​​ໃຫ້ສົມ​ບູນ​ແບບ

 ທ່ານ​ນາງ​ຫງວຽນ​ທິກ​ວຽດ​ເຕີມ ສສຊ ນະ​ຄອນ ໂຮ່ຈິ​ມິນ ສະ​ເໜີ​ວ່າ: ຕ້ອງ​ກວດຄືນ​ບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ, ຈາກ​ນັ້ນ, ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ບຸລິມະສິດ​ເວລາ​ສ້າງ​ກົດໝາຍ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​. ທ່ານ​ນາງ​ກໍ່​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຈັດ​ສະ​ໄໝ​ປະຊຸມ​ມີຫົວ​ເລື່ອງສະ​ເພາະ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບການ​ປ້ອງ​ງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຖ້າ​ຈຳ​​ເປັນ.

* ສຸມ​ໃສ່​ແກ້​ໄຂ​ບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ໃຫ່ຍ

  ກ່ຽວ​ກັບ​ການ​ນຳ​ໃຊ້ຮູບ​ການ​ລົງ​ໂທດ​ສໍ້​ລາດ​ບັງ​ຫຼວງ, ສສຊ ຫຼາຍ​ທ່ານ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຕ້ອງ​ວາງ​ອອກມະຕິ​ດ້ວຍ​ຄາດໝາຍ​ລະອຽດ​ໃຫ້​ແກ່​ອົງ​ການກວດກາ, ກວດ​ຊອບ​ບັນຊີ, ອົງການ​ໄອ​ຍະ​ການ, ສານ… ​ເພື່ອ​ກວດກາໃຫ້​ແກ່​ການ​ຝາກ​ໂທ​ດ. ບໍ່​ຫ້າມ​ການ​ຮັບ​ການ​ຝາກ​ໂທດ​ຢ່າງ​ເຖິງ​ຖອງ​ແຕ່​ບໍ່​ໄດ້​ນຳ​ໃຊ້​ຮູບ​ການ​ລົງ​ໂທ​ດນີ້​ຫຼາຍ. ນອກ​ຈາກ​ນັ້ນຕ້ອງກວດກາ​ຄືນ​ກຳລັງ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສະ​ເພາະ​ກິດ​ຢູ່​ທັງ​ສູນກາງ ​ແລະ ທ້ອງ​ຖິ່ນ. ທ່ານ​ໂດ້ວັນ​ເດືອ​ງ ສສຊ ນະຄອນ​ໂຮ່ຈິ​ມິນ ຖື​ວ່າ:

   “ຕ້ອງ​ເພີ່ມ​ທະວີ​ການ​ຕໍ່ສູ້​ປາບ​ປາມ​ອາດຊະຍາ​ກຳ. ຕ້ອງ​ສຸມ​ໃສ່​ບັນດາ​ອາດຊະ​ກຳມີ​ເງິນຫຼາຍ, ມິ​ສິດ​ອຳນາດ. ຕ້ອງປ່ຽນ​ແປງ​ວິທີ​ການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຈຶ່ງ​ບັນລຸ​ປະສິດທິ​ຜົນ​ໄດ້. ຄວນ​ເພີ່​ມທະວີ​ການ​ກວດກາຢູ່​ກິດຈະກຳ​ທີ່​ມີ​ເງິນ​ລົງທຶນ​ຫຼາຍ ​ແລະ ​ແກ້​ໄຂ​ຢ່າງ​ເຂັ້ມງວດ“.

 

  ບັນດາ ສສຊ ກໍ່​ຖື​ວ່າ, ກາ​ນປ້ອງ​ກັນ, ຕ້ານ​ການ​ສໍະລາດ​ບັງ​ຫຼວງ​ແມ່ນ​ວິວັດ​ການ​ຕໍ່ສູ້​ທີ່​ເດັດ​ດຽວ, ທົນ​ທານ ​ແຕ່​ຕ້ອງ​ມີ​ການ​ຫັນປ່ຽນ​ຜ່ານ​ແຕ່ລະ​ປີ. ສະນັ້ນ, ບັນດາ​ຂໍ້​ສະ​ເໜີ​ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ທີ່​ສະພາ​ແຫ່ງງຊາດຈະ​ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ ພ້ອມ​ທັງ​​ປະຕິບັດ​ຄຳ​ຮຽກຮ້ອງ​ຂອງ​ມະຕິ​ສູນ​ກາງ​ພັກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງທີ 4 ຊຸດ​ທີ 11 ​ເທື່ອ​ລະ​ກ້າວ./.

ຕອບກັບ

ຂ່າວ/ບົດ​ອື່ນ