ຫັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່​ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) -ວັນທີ  24 ທັນວາ ພໍ່ແມ່ປະຊາຊົນຊາວຄິຼດ ພ້ອມກັບວົງຄະນາຍາດບັນດາເຜົ່າຢູ່ຫວຽດນາມມີຄວາມເບິກບານມ່ວນຊື່ນຕ້ອນຮັບວັນບຸນຄຼິດສະມາດ ແລະ ກະກຽມຕ້ອນຮັບປີໃຫມ່ໃນຄວາມສະຫງົບສຸກໃນຊຸມມື້ຜ່ານມາມີຄະນະຜູ້ແທນພັກ,ລັດແນວໂຮມປະເທດຊາດຫວຽດນາມຄະນະສາສະຫນາລັດຖະບານ ຫລາຍຄະນະ ແລະ ບັນດາຄະນະຂະແຫນງການທ້ອງຖິ່ນຕ່າງໆ ໄດ້ລົງຢ້ຽມຢາມອວຍພອນບັນດາຜູ້ມີຍົດສັກຕຳແຫນ່ງກໍ່ຄືປະຊາຊົນຊາວຄຼິດ ຢູ່ທ້ອງຖິ່ນຕ່າງໆປະຊາຊົນຊາວຄຼິດຕ້ອນຮັບວັນບຸນຄຼິດສະມາດໃນຄວາມສະຫງົບສຸກປອດໄພ ແລະ ໃນຄວາມຮັກແພງຂອງທັງ ປະຊາຊົນບັນດາເຜົ່າ ນັ້ນແມ່ນຂີດໝາຍກ່ຽວກັບສິດເສລີໃນການເຫລື້ອມໃສສາສະຫນາຢູ່ຫວຽດນາມ.

ຫັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່​ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 1ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ອວຍພອນບັນດາຄຸນພໍ່, ນັກບວດ ຢູ່ສຳນັກສັງຄະລາດ ເຫ້ວ ໃນໂອກາດວັນບຸນຄຼິດສະມາດ

ພາບ: thuathienhue.gov.vn.

ກ່ອນວັນບຸນຄຼິດສະມາດ, ໂດຍຕາງຫນ້າໃຫ້ການນຳພັກ, ລັດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໄປອວຍພອນບັນດາຄຸນພໍ່, ນັກບວດ ພ້ອມກັບພໍ່ແມ່ປະຊາຊົນຊາວຄຼິດຢູ່ສຳນັກສັງຄະລາດ ເຫ້ວ ຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມສະຫງົບສຸດປອດໄພ, ເບີກບານມ່ວນຊື່ນ ແລະ ຕ້ອນຮັບປີໃຫ່ມ 2021 ເຕັມໄປດ້ວຍ ໂຊກລາບ.. ທ່ານນາງປະທານສະພາແຫ່ງຊາດ ໄດ້ເນັ້ນຫນັກວ່າ: ໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ ຍາມໃດກໍ່ມີການປະກອບສ່ວນຢ່າງແທດຈິງຂອງປະຊາຊົນຊາວຄິຼດເວົ້າລວມ   ສະມາຄົມຊາວຄຼິດ ຫວຽດນາມ ແລະ ປະຊາຊົນຊາວຄຼິດຢູ່ເຂດຊາວຄຼິດ ເຫ້ວ ເວົ້າສະເພາະ.

ໃນສະພາບການປະສົບກັບຄວາມຫຍຸ້ງຍາກໃນປີ 2020, ພວກຂ້າພະເຈົ້າຕີລາຄາສູງຕໍ່ຄວາມສາມັກຄີ ເປັນຈິດຫນຶ່ງໃຈດຽວຂອງປະຊາຊົນ, ໃນນັ້ນ ມີບົດບາດຂອງບັນດາອົງການສາສະຫນາ, ພິເສດແມ່ນສະມາຄົມສາສະຫນາ ຄຼິດ ແລະ ພໍ່ແມ່ປະຊາຊົນຊາວ ຄຼິດ ຢູ່ ແຂວງ ເທື່ອທຽນເຫ້ວ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ ໄດ້ມີການສະນັບສະນູນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ລັດ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ກໍ່ໄດ້ລົງອວຍພອນຜູ້ມີຍົດສັກຕຳແຫນ່ງ ແລະ ປະຊາຊົນຊາວຄຼິດ ຢູ່ ສຳນັກສັງຄະລາດ ດາລາດ ແລະ ສະມາຄົມໂປແຕສະຕັງ ຫວຽດນາມ (ພາກໃຕ້) ຢູ່ ແຂວງ ເລີມດົ່ງ. ນະທີ່ນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ຊົມເຊີຍ ປະຊາຊົນຊາວຄຼິດ ແຂວງ ເລີມດົ່ງ ແລະ ປະຊາຊົນຊາວຄຼິດໃນທົ່ວປະເທດ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈາກ ໄພທຳມະຊາດ ແລະ ໂລກລະບາດກໍ່ຕາມ ແຕ່ຍາມໃດ ກໍ່ຮ່ວມແຮງຮ່ວມໃຈ ເປັນຈິດຫນຶ່ງໃຈດຽວພ້ອມກັບລັດຖະບານ ປະກອບສ່ວນ ຫນູນຊ່ວຍປະຊາຊົນພາກກາງຖືກໄພທຳມະຊາດຮ້າຍແຮງເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິ. ບັນດາໝາກຜົນນີ້ ມີບົດບາດໃຫຍ່ຫລວງຂອງສຳນັກສັງຄະລາດດາລາດ, ບັນດາຄຸນພໍ່ໃນການຂົນຂວາຍມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນຫນັກວ່າ:

“ລັດຖະບານ ໄດ້ມີແຜນນະໂຍບາຍສົມທົບກັບສະມາຄົມຄິດທະສາສະຫນາ, ເຂດຊາວຄຼິດ, ອຳນາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດ ເຮັດແນວໃດເພື່ອໃຫ້ພວກເຮົາຈັດຕັ້ງການຕ້ອນຮັບວັນບຸນຄຼິດສະມາດ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ຄວາມສະຫງົບສຸກປອດໄພ.”

ຫັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່​ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 2ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ອວຍພອນຄະນະຜູ້ຕາງຫນ້າສະມາຄົມໂປແຕສະຕັງຫວຽດນາມ

ພາບ:baochinhphu.vn 

ໃນຂະນະນັ້ນ ທ່ານ ເວືອງດີງເຫ້ວ ເລຂາພັກນະຄອນຮ່າໂນ້ຍ ກໍ່ໄດ້ລົງຢ້ຽມຢາມອວຍພອນພໍ່ແມ່ປະຊາຊົນຊາວຄຼິດ ແລະບັນດາຜູ້ມີຍົດສັກຕຳແຫນ່ງຢູ່ ສຳນັກສັງຄະລາດ  ຮ່າໂນ້ຍ ເນື່ອງໃນໂອກາດວັນບຸນຄຼິດສະມາດ ປີ 2020 ແລະ ກະກຽມຕ້ອນຮັບປີໃຫມ່ 2021. ທ່ານເວືອງດີງເຫ້ວ ຕີລາຄາສູງບັນດາການເຄື່ອນໄຫວ, ການປະກອບສ່ວນຢ່າງຕັ້ງຫນ້າຂອງສຳນັກສັງຄະລາດກໍ່ຄືປະຊາຊົນຊາວຄຼິດ ນະຄອນຫລວງໃນປີ 2020.  ພ້ອມກັນນັ້ນ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີ໊ນ ກໍ່ໄດ້ລົງອວຍພອນພໍ່ແມ່ປະຊາຊົນຊາວຄຼິດ ເຂດຊາວ  ຄຼິດແຂວງ ທາຍບີ່ງ ແລະ ແຂວງ ນາມດິ້ງ.

ປີ 2020 ພ້ອມກັບພໍ່ແມ່ປະຊາຊົນ ຂຶ້ນກັບທຸກສາສະຫນາອື່ນໃນທົ່ວປະເທດ, ພໍ່ແມ່ປະຊາຊົນຊາວຄຼິດ ຫວຽດນາມ ໄດ້ມີບັນດາການປະກອບສ່ວນຕັ້ງຫນ້າໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19,ເສີມຂະຫຍາຍຈິດໃຈແຂ່ງຂັນຮັກຊາດ ພ້ອມກັນກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ. ເພາະສະນັ້ນ ວັນບຸນຄຼິດສະມາດປີນີ້ ແມ່ນວັນບຸນໃຫຍ່ເພື່ອໃຫ້ພໍ່ແມ່ປະຊາຊົນຊາວຄຼິດ ພ້ອມວົງຄະນາຍາດບັນດາເຜົ່າອື່ນຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມເບີກບານມ່ວນຊື່ນ.

ຂໍອວຍພອນໃຫ້ທຸກຄົນຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມອົບອຸ່ນສະຫງົບສຸກ ແລະປອດໄພໃນຊ່ວງເວລາເກີດໂລກລະບາດ”

“ປາດຖະຫນາວ່າ ໂລກນີ້ນັບມື້ນັບດີງາມກວ່າເກົ່າ, ມີສັນຕິສຸກ ແລະ ທຸກຄົນມີຄວາມອີ່ມໜຳສຳລານສົມບູນພູນສຸກ, ປະເທດຫວຽດນາມ ນັບມື້ນັບພັດທະນາໃນອະນາຄົດ.  ຂໍໃຫ້ປະຊາຊົນຫວຽດນາມ ທຸກຄົນ ນັບມື້ນັບມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ, ຮັກແພງກັນຫລາຍກວ່າອີກ.

ໄລ່ຮອດທ້າຍປີ 2019, ຫວຽດນາມ ມີ 43 ອົງການຈັດຕັ້ງຂຶ້ນກັບ 16 ສາສະຫນາໄດ້ຮັບການຮັບຮອງ ແລະ ຮັບໃບອະນຸຍາດໃຫ້ເຄື່ອນໄຫວ. ຄວາມຈິງ ໃນຊຸມປີຜ່ານມາ ສະແດງໃຫ້ເຫັນວ່າ ບັນຍາກາດການເຄື່ອນໄຫວເຫລື້ອມໃສສາສະຫນາໃນປະຊາຊົນທຸກຊັ້ນວັນນະ ນັບມື້ນັບຟົດຟື້ນ ແລະ ມີທ່າອ່ຽງເພີ່ມຂຶ້ນ. ຕາມການສະຖິຕິແລວ,  ມີພົນລະເມືອງຫວຽດນາມປະມານ 95% ມີການເຫລື້ອມໃສສາສະຫນາ. ເມື່ອສັງເກດຕາມງານບຸນຕ່າງໆທາງສາສະຫນາອາດເຫັນໄດ້ວ່າ ການເຄື່ອນໄຫວນີ້ບໍ່ພຽງແຕ່ແມ່ນການເຫລື້ອມໃສສາສະຫນາໃນໝູ່ພໍ່ແມ່ປະຊາຊົນເຊື່ອທີ່ຖືສາສະຫນາເທົ່ານັ້ນ ຫາກຍັງກາຍເປັນວັນບຸນດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫລວງຫລາຍອີກດ້ວຍ.

ນີ້ແມ່ນການເຄື່ອນໄຫວມີລັກສະນະດ້ານຈິດວິນຍານ ທັງແມ່ນປັດໄຈດ້ານວັດທະນະທຳ ແມ່ນຄວາມຕ້ອງການອັນຊອບທຳຂອງປະຊາຊົນ. ສິ່ງນີ້ເປັນການສະແດງໃຫ້ເຫັນວ່າ ພັກ ແລະ ລັດ ຫວຽດນາມຍາມໃດກໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຊົນມີສິດເສລີໃນການເຂົ້າຮ່ວມການເຄື່ອນໄຫວ ການເຫລື້ອມໃສສາສະຫນາ. ໃນມື້ວັນບຸນຄຼິດສະມາດຂອງພໍ່ແມ່ປະຊາຊົນຊາວຄຼິດ, ມີໂບດຫລາຍແຫ່ງໃນທຸກແຖບຖິ່ນຂອງປະເທດຊາດ ໄດ້ກາຍເປັນບ່ອນເຕົ້າໂຮມຂອງພໍ່ແມ່ປະຊາຊົນທຸກຄົນເຊື່ອຖືສາສະຫນາຕ່າງໆຢູ່ຫວຽດນາມຮ່ວມກັນຕ້ອນຮັບວັນບຸນຢ່າງເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ