ຫວຽດນາມ ຊຸກຍູ້ການຮ່ວມມືກັບ ມ້ຽນມາ

ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ Thein Sein ປະທານາທິບໍດີ ມ້ຽນມາ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູ໋ງ ​ແລະ ພັນ​ລະ​ຍາ ​ໄດ້​ເດີນທາງ​ຢ້ຽມຢາມ ມ້ຽນ​ມາ​ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ ຄັ້ງ​ທີ 4 (GMS -4) ນັບ​ແຕ່​ວັນ​ທີ 19 ​ເຖິງ​ວັນ​ທີ 21/12. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຫວຽດນາມ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ ມ້ຽນ​ມາ ກໍ​ຄື ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຕັ້ງຫນ້າ​ເຂົ້າ​ຮ່ວມ​ກ​ົນ​ໄກ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ.

ຫວຽດນາມ ຊຸກຍູ້ການຮ່ວມມືກັບ ມ້ຽນມາ - ảnh 1

        ຫວຽດນາມ ​ແລະ ມ້ຽນ​ມາ​ສ້າງສາ​ຍພົວພັນ​ທາງ​ການ​ທູດນຳ​ກັນ​ນັບ​ແຕ່​ເດືອນ 5/1975 ​ແລະ ປີ 2010 ສອງ​ປະ​ເທດ​ໄດ້​ສະ​ເຫລີ​ມສະຫລອງ 35 ປີ ​ແຫ່ງ​ວັນ​ສ້າງຕັ້ງ   ສາ​ຍພົວພັນ​ທາງ​ການ​ທູດ (28/5/1975 - 28/5/2010).​ໃນ​ຊຸມ​ປີຜ່ານມາ, ສອງ​ປະ​ເທດ​ໄດ້​ຕັ້ງຫນ້າ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ.  ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ເປັນ​ຫລາຍ​ຄັ້ງ, ພິ​ເສດ ​​ການ​ຢ້ຽມຢາມ ມ້ຽນ​ມາ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ເມື່ອ​ເດືອນ 4/2010 ​ໄດ້​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່.​ ການ​ພົວພັນ​ດ້ານ​​ເສດຖະກິດ ການ​ຄ້າ ມີ​ບາດກ້າວ​ພັດທະນາ​ອັນ​ຕັ້ງຫນ້າ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 2011 ຄາດ​ວ່າ​ບັນລຸ 180 ລ້ານ USD, ​ເພີ່ມ​ຂຶ້ນ 18,4% ​ເມື່ອ​ທຽບ​​ໃສ່​ປີ 2010. ສອງ​ຝ່າຍ ກໍ​ຈັດ​ຕັ້ງ​ງານ​ຕະຫລາດນັດ​ການ​ຄ້າ​ປະ​ຈຳປີ ​ເພື່ອ​ແນະນຳ​ບັນດາ​ຜະລິດ​ຕະພັນ ​ແລະ ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ມາ​ລົງທຶນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ ​ເລກ​ວາງ​ເລີ​ນ ຮອງ​ຫົວຫນ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຫລາຍ​ຝ່າຍ, ສັງກັດ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ແລ້ວ, ຕົວ​ເລກນີ້​ຍັງ​ຕຳ່​​ຢູ່ເມື່ອ​ທຽບ​ໃສ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ບັນດາ​ອົງການ​ກະຊວງ, ຂະ​ແຫນງ​ການ​ຂອງ​ສອງ​ປະ​ເທດ ຄວນ​ຊຸກຍູ້​ວຽກ​ງານ​ນີ້​​ໃຫ້​ຫລາຍ​ກວ່າ​ອີກ.

        “ປະຈຸ​ບັນ ການ​ພົວພັນ​ດ້ານ​ການ​ຄ້າ ລະຫວ່າງ ຫວຽດນາມ ​ກັບ​ມ້ຽນ​ມາ ບັນລຸ​ມູນຄ່າ​ຕຳ່​ພໍ​ສົມຄວນ, ພຽງ​ແຕ່ 185 - 400 ລ້ານ USD​ເທົ່າ​ນັ້ນ, ​ເມື່ອ​ທຽບ​ໃສ່​ຍອດ​ວົງ​ເງິນ​ການ​ຄ້າ​ພາຍ​ໃນ​ກຸ່ມ​ອາ​ຊຽນ​ແລ້ວ, ນີ້​ແມ່ນ​ຕົວ​ເລກ​ຕຳ່​ສຸດ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ​ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້, ນັບ​ທັງ​ມີ​ລັກສະນະ​ສອງ​ຝ່າຍ, ລັກ​ສະ​ນະພາ​ກພື້ນ ຊຶ່ງ​ລວມມີ: ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ເຖິງ​ສື່ສານ, ​ແລກປ່ຽນ​ບັນດາ​ຄະນະ​ນັກທຸລະກິດ, ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ກາລະ​ໂອກາດ​ການ​ລົງທຶນ ​ແລະ ການ​ຄ້າ.“

        ທີ່​ສະ​ໄໝ​ປະຊຸມ​ຫວ່າງ​ແລ້ວ​ນີ້​ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານເສດຖະກິດ, ວັດທະນະທຳ ​ແລະ ວິທະຍາສາດ​ເຕັກນິກ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 11/2010, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ຫລາຍ​ມາດ​ຕະການ​ຢ່າງ​ລະອຽດ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​​ດ້ານ​ກະສິກຳ ປ່າ​ໄມ້, ສິນ​ໃນ​ນ້ຳ, ຄົມມະນາຄົມ​ຂົນ​ສົ່ງ, ພະລັງງານ, ຖະ​ແຫລ​ງຂ່າວ, ສາທາລະນະ​ສຸກ, ວັດທະນະທຳ, ການ​ສຶກສາ, ກິລາ, ການທ່ອງທ່ຽວ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ມີ​ສັນຍາ, ຂໍ້​ຕົກລົງ​ຫລາຍ​ສະບັບ​ກ່ຽວ​ກັບ​​ດ້ານເສດຖະກິດ ​ໄດ້​ຮັບ​ການ​ລົງ​ນາມ​ຄື: ສັນຍາ​ຂົນ​ສົ່ງ​ທາງ​ອາກາດ​ພົນລະ​ເຮືອນ (8/1977), ສັນຍາ​ການ​ຄ້າ​ (5/1994), ສັນຍາ​​ຮ່ວມ​ມື​ດ້ານການທ່ອງທ່ຽວ (5/1994), ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ 12 ຂົງ​ເຂດ​ບູລິ​ມະ​ສິດ ​(4/2010) ​ໄດ້ ​ແລະ ພວມ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື.

        ນອກຈາ​ກການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ແລ້ວ, ສອງ​ປະ​ເທດ​ຍັງ​ມີ​ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ຂອບ​ເຂດ ອາ​ຊຽນ, ອົງການ​ຈັດ​ຕັ້ງ​ຈຳນວນ​ຫນຶ່ງ​ຢູ່​ພາກ​ພື້ນ ​ແລະ ສາກົນ ຄື: ການ​ຮ່ວມ​ມື​ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ (GMS),​ ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ​ ​ແມ່ນ້ຳ 3 ລຳ (ACMECS), ການ​ຮ່ວມ​ມື​ລະຫວ່າງຫວຽດນາມ ລາວ, ມ້ຽນ​ມາ ​ແລະ ກຳປູ​ເຈຍ (CLMV).​ ສອງ​ປະ​ເທດ​ມີ​ທັດສະນະ​​ໃກ້ຊິດຕິດ​ແທດ, ສົມທົບ​ກັນ​ເປັນ​ປະຈຳ ​ແລະ ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ເວທີ​ປາ​ໃສ​ສາກົນ ​ແລະ ພາກ​ພື້ນ.

        ​ໃນ​ການ​ຢ້ຽມຢາມ​ມ້ຽນ​ມາ​ຄັ້ງ​ນີ້,​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ແລະ ບັນດາ​ການ​ນຳ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ GMS ນັ້ນ​ແມ່ນ ກຳປູ​ເຈຍ, ລາວ, ມ້ຽນ​ມາ, ​ໄທ ​ແລະ ຈີນ ກໍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ GMS 4. ພາຍ​ໃຕ້​ຫົວ​ຂໍ້​ວ່າ: ມູ້​ງ​ໄປ​ເຖິງ​ທົດ​ສະ​ວັດ​ໃຫມ່​ກ່ຽວ​ກັບ​ການ​ພົວພັນຄູ່​ຮ່ວມ​ມື​ພັດທະນາ​ຍຸດ​ທະ​ສາດ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ, ບັນດາ​ການ​ນຳ GMS ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຈຸດໝາຍ​ຊຸກຍູ້​ການ​ເຊື່ອມ​ໂຍງ, ​ເພີ່ມ​ທະວີ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ພູມ​ປັນຍາ​ແຫ​ລ່ງຊັບພະຍາກອນ​ມະນຸດ,​ ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວຽກ​ງານ​ຂົນ​ສົ່ງ​ສິນຄ້າ ​ແລະ ຜູ້​ໂດຍສານ​          ຜ່າ​ນຊາຍ​ແດນ, ພັດທະນາການ​ຄ້າ​ພະລັງງານ ​ແລະ​ອື່ນ​ໆ. ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງ​ຫນ້າ​ຂອງ​ການ​ຮ່ວມ​ມື​ເສດຖະກິດ GMS ​ແລະ ກໍ​ໄດ້​ຊົມ​ໃຊ້ຫລາຍ​ຈາກຂໍ້​ລິ​ເລິ່ມ​ຮ່ວມ​ມື​ນີ້, ນຳ​ມາ​ຊຶ່ງ​ຫລາຍ​ກາລະ​ໂອກາດ​ການ​ຮ່ວມ​ມື​ໃຫ້​ແກ່ ຫວຽດນາມ. ທ່ານ Kimihiro Ishikane ຮອງ​ຫົວຫນ້າ​ກົມ​ອາຊີ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຍີ່​ປຸ່ນ ​ຢືນຢັນ​ວ່າ:

        “ຍີ່​ປຸ່ນ ຖື​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງເປັນ​ສຳຄັນ. ​ເພາະວ່າ ການ​ພັດທະນາ​ແບບ​ຍື່ນ​ຍົງ, ສະຖຽນລະ​ພາບ​ຂອງ​ພາກ​ພື້ນ ກໍ​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຍີ່​ປຸ່ນ. ນັບ​ມື້​ນັບ​ມີ​ບໍລິ​ສັດ, ວິສາ​ຫະກິດ​ຂອງ​ຍີ່​ປຸ່ນ ຫລາຍ​ແຫ່ງ ​ມາ​ລົງທຶນ​ຢູ່​ພາກ​ພື້ນ​ນີ້, ​ໃນ​ນັ້ນ ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ພວກ​ຂ້າພະ​ເຈົ້າ.“

        ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ເຕີນ​ຢູ໋ງ ​ເຖິງ​ມ້ຽນ​ມາ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບັນດາ​ມາດ​ຕະການ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ, ຊຸກ​ຍູ້​ການຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ​ແກ້​ໄຂຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ສອງ​ປະ​ເທດ ​ເມື່ອ​ໄດ້​ສຳ​ພັດ​ກັບ​ຕະຫລາດ​ຂອງ​ກັນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ GMS 4 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ຢືນຢັນ​ຖື​ການ​​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມື​ນີ້​ເປັນ​ສຳຄັນ ຜ່ານ​ບັນດາ​ຂໍ້​ລິ​ເລີ່​ມ, ການ​ປະກອບສ່ວນຢ່າງ​ລະອຽດ​ເຂົ້າ​ໃນ​ທຸກ​ລາຍການ​ຮ່ວມ​ມື GMS./.

ແອ​ນຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ