ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການສ້າງສົນທິສັນຍາສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ

(VOVWORLD) - ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄປພ້ອມກັບຜົນປະໂຫຍດຢ່າງໃຫຍ່ຫຼວງນັ້ນ, ມັນກໍ່ເຮັດໃຫ້ເພີ່ມທະວີການເຄື່ອນໄຫວອາດຊະຍາກຳ.
ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການສ້າງສົນທິສັນຍາສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ - ảnh 1

        ວັນທີ 08 ສິງຫາ ຜ່ານມາ, ຄະນະກຳມະການສະເພາະກິດຂອງຫະປະຊາຊາດ, ລວມມີຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດ, ໄດ້ຮັບຮອງເອົາຮ່າງສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ. ໂດຍແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນເລື່ອງສ້າງຕັ້ງຄະນະກຳມະການສະເພາະກິດນັບແຕ່ຫົວທີ ແລະ ຕັ້ງໜ້າເຂົ້າຮ່ວມວິວັດການສ້າງສົນທິສັນຍານັບແຕ່ບັນດາວາລະປະຊຸມຄັ້ງທຳອິດ, ຫວຽດນາມ ກຳນົດວ່າ ນີ້ແມ່ນໂອກາດເພື່ອສ້າງຕັ້ງ, ເພີ່ມທະວີການຮ່ວມມືກັບກຳລັງປະຕິບັດກົດໝາຍບັນດາປະເທດ, ສະກັດກັ້ນອາດຊະຍາກຳທາງເຄືອຂ່າຍອິນເຕີເນັດຢ່າງມີປະສິດທິຜົນ.

        ຮ່າງສົນທິສັນຍາຈະໄດ້ຍື່ນສະເໜີຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອໃຫ້ 193 ປະເທດສະມາຊິກຮັບຮອງເອົາຢ່າງເປັນທາງການໄວໆນີ້. ສົນທິສັນຍາຈະເປີດເຜີຍເພື່ອໃຫ້ບັນດາປະເທດເຂົ້າຮ່ວມການລົງນາມຮອດກ່ອນວັນທີ 31 ທັນວາ 2026. ເມື່ອສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາ, ສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ຈະກາຍເປັນເອກະສານນິຕິກຳມີລັກສະນະທົ່ວໂລກສະບັບທຳອິດ ມຸ່ງໄປເຖິງການປາບປາມການກະທຳຜິດທາງເຄືອຂ່າຍອິນເຕີເນັດ.

ຄວາມຈຳເປັນມີການກະທຳທົ່ວໂລກໃນການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ

        ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄປພ້ອມກັບຜົນປະໂຫຍດຢ່າງໃຫຍ່ຫຼວງນັ້ນ, ມັນກໍ່ເຮັດໃຫ້ເພີ່ມທະວີການເຄື່ອນໄຫວອາດຊະຍາກຳ. ບັນດາການບຸກໂຈມຕີທາງອິນເຕີເນັດໄດ້ພັດທະນາຢ່າງວ່ອງໄວ ນັບທັງຮູບແບບ ແລະ ຂອບຂະໜາດ, ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຄວາມສະຖຽນລະພາບດ້ານເສດຖະກິດ, ການເມືອງ, ສັງຄົມຂອງບັນດາປະເທດ. ຍ້ອນຄວາມຕ້ອງການທີ່ຕ້ອງມີຂອບເຂດນິຕິກຳລວມເພື່ອໃຫ້ບັນດາປະເທດຮ່ວມມືກັນແບ່ງປັນຂໍ້ມູນ, ສົມທົບກັນສືບສວນ, ເກັບກຳຂໍ້ມູນຫຼັກຖານທີ່ກ່ຽວຂ້ອງເຖິງອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ, ສະຫະປະຊາຊາດໄດ້ສ້າງຮ່າງສົນທິສັນຍາວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ. ຮ່າງສົນທິສັນຍາໄດ້ວາງອອກຂອບເຂດນິຕິກຳຢ່າງຮອບດ້ານໃຫ້ແກ່ບັນດາປະເທດສະມາຊິກ ດຳເນີນການຮ່ວມມືສາກົນໃນການປ້ອງກັນ, ສືບສວນ, ຟ້ອງສານ, ພິພາກສາການກະທຳຜິດທາງເຄືອຂ່າຍອິນເຕີເນັດ.

        ອົງການປະຕິບັດກົດໝາຍຂອງບັນດາປະເທດ ສາມາດປະຕິບັດການເຄື່ອນໄຫວຮ່ວມມືຜ່ານຊ່ອງ 24/7, ຮັບປະກັນມີປະຕິກິລິຍາໂດຍໄວ, ທັນການ, ຕອບສະໜອງຄວາມຮຽກຮ້ອງໃນການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດຢ່າງມີປະສິດທິຜົນ. ຍ້ອນລັກສະນະບໍ່ມີພົມແດນຂອງອາດຊະຍາກຳທາງເຄືອຂ່າຍອິນເຕີເນັດນັ້ນ, ສົນທິສັນຍາຈະຍົກສູງກຳລັງດ້ານວິທະຍາສາດເຕັກໂນໂລຊີຂອງບັນດາປະເທດພວມພັດທະນາ ເພື່ອຮັບມືຢ່າງມີປະສິດທິຜົນກວ່າຕໍ່ໄພນາບຂູ່ຈາກອາດຊະຍາກຳທາງອິນເຕີເນັດ, ຜ່ານນັ້ນ, ກໍ່ປະກອບສ່ວນສ້າງສະພາບແວດລ້ອມທົ່ວໂລກທີ່ປອດໃສ, ປອດໄພກວ່າ.

ພື້ນຖານນິຕິກຳເພື່ອເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ

        ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການຊົມໃຊ້ບໍລິການອິນເຕີເນັດແຖວໜ້າໂລກ, ດ້ວຍຈຳນວນຜູ້ນຳໃຊ້ກວ່າ 78 ລ້ານຄົນ ໄລ່ຮອດຕົ້ນປີ 2024, ເທົ່າກັບເກືອບ 80% ພົນລະເມືອງ. ຕາມຕົວເລກສະຖິຕິຂອງອົງການທີ່ມີໜ້າທີ່ແລ້ວ, ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ມີການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດກວ່າ 13.750 ຄັ້ງໃສ່ບັນດາລະບົບຂໍ້ມູນຢູ່ ຫວຽດນາມ, ກໍ່ໃຫ້ເກີດເຫດຂັດຂ້ອງຢ່າງຮ້າຍແຮງ.

        ໂດຍເຫັນໄດ້ໄພນາບຂູ່ທີ່ນັບມື້ນັບຮ້າຍແຮງຈາກອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ, ຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ, ຫວຽດນາມ ໄດ້ເຂົ້າຮ່ວມການປຶກສາຫາລື ແລະ ເຈລະຈາຮ່າງສົນທິສັນຍານັບແຕ່ໄລຍະທຳອິດ (ເດືອນ ມີນາ 2022). ເລື່ອງສະເໝີຕົ້ນສະເໝີປາຍໃນການສະໜັບສະໜູນການສ້າງຕັ້ງກົນໄກເຈລະຈາ ແລະ ຕັ້ງໜ້າເຂົ້າຮ່ວມໃນຕະຫຼອດ 8 ວາລະປະຊຸມຂອງຄະນະກຳມະການສະເພາະກິດ ໄດ້ຢືນຢັນສານຢ່າງແຮງຂອງ ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດແກ້ໄຂບັນຫາທົ່ວໂລກ, ປະກອບສ່ວນເຂົ້າໃນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມສະຖຽນລະພາບສາກົນ.

        ສຳລັບ ຫວຽດນາມ ແລ້ວ, ຮ່າງສົນທິສັນຍາໄດ້ສ້າງຂອບເຂດນິຕິກຳລະອຽດ, ຮອບດ້ານ ເພື່ອໃຫ້ອົງການທີ່ມີໜ້າທີ່ຂອງ ຫວຽດນາມ ສ້າງຕັ້ງ, ເພີ່ມທະວີການຮ່ວມມືກັບກຳລັງປະຕິບັດກົດໝາຍຂອງບັນດາປະເທດຢ່າງມີປະສິດທິຜົນ. ການຮ່ວມມືສາກົນໄດ້ສວມບົດບາດສຳຄັນທີ່ສຸດ, ຊ່ວຍໃຫ້ອົງການທີ່ມີໜ້າທີ່ຂອງ ຫວຽດນາມ ສືບສວນ, ເກັບກຳຂໍ້ມູນ, ຫຼັກຖານກ່ຽວກັບການກະທຳລະເມີດທາງເຄືອຂ່າຍອິນເຕີເນັດຢ່າງທັນການ ຮັບໃຊ້ການຟ້ອງສານ, ພິພາກສາອາດຊະຍາກອນ.

        ໃນໄລຍະຈະມາເຖິງ, ເພື່ອກະກຽມໃຫ້ເລື່ອງຮັບຮອງເອົາຢ່າງເປັນທາງການ, ເຊັນ ແລະ ໃຫ້ສັດຕະຍາບັນສົນທິສັນຍາ, ຫວຽດນາມ ສືບຕໍ່ສຳຫຼວດກວດກາຄືນ, ຕີລາຄາ ແລະ ສ້າງບັນດາເອກະສານນິຕິກຳຢູ່ພາຍໃນປະເທດໃຫ້ສົມບູນແບບ ເພື່ອຮັບປະກັນປະສິດທິຜົນການປະຕິບັດ, ຜົນສັກສິດຂອງບັນດາຂໍ້ກຳນົດໃນສົນທິສັນຍາ, ການລົງທຶນພື້ນຖານໂຄງລ່າງ ແລະ ກຳລັງຄວາມສາມາດດ້ານເຕັກໂນໂລຊີເພື່ອຕອບສະໜອງຄວາມຮຽກຮ້ອງຂອງສົນທິສັນຍາ; ແລກປ່ຽນກັບສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືສາກົນໃນການສ້າງບັນດາໂຄງການໜູນຊ່ວຍດ້ານວິຊາການໃຫ້ສອດຄ່ອງ, ຕອບສະໜອງຄວາມຮຽກຮ້ອງຂອງບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ.

        ເລື່ອງຕັ້ງໜ້າເຂົ້າຮ່ວມວິວັດການເຈລະຈາຮ່າງສົນທິສັນຍາຂອງສະຫະປະຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ອີກເທື່ອໜຶ່ງໄດ້ຢືນຢັນບົດບາດເປັນເຈົ້າການຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວການພົວພັນຕ່າງປະເທດຫຼາຍຝ່າຍ, ແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ