ຫວຽດນາມ-ກູບາ ສືບຕໍ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອເລິກເຊິ່ງຂຶ້ນຕື່ມ

(vovworld) – ​ ​​​ວັນ​ທີ 15/11, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍ​ກວາງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ກູ​ບາ ​ເປັນ​ເວ​ລາ 3 ວັນ (ແຕ່ 15 17/11) ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ Raul Castro, ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ ກູ​ບາ. ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເຮັດ​ໃຫ​້​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ ແລະ ກູ​ບາ ເລິກ​ເຊິ່ງ​ກ່​ວາ​ອີກ.

        ​ການ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ - ກູ​ບາ ໄດ້​ຮັບ​ການກໍ່​ຕັ້ງ ແລະ ເພີ່ມ​ພູນ​ຄຸນ​ສ້າງ​ຈາກ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ ​ຖານ​ອ້າຍ​ນ້ອງ​, ໄດ້​ຜ່ານ​ການ​ທົດ​ສອບ​ນາໆ​ປະ​ການ​​ໃນ​ໄລ​ຍະ​​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ກາຍ​ເປັນ​ຊັບ​ສົມ​ບັດ​​ອັນ​ລ້ຳ​ຄ່າ ແລະ ເປັນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ພາ​ລະ​ກິດ​ ​ປະ​ຕິ​ວັດ​ຢູ່​ແຕ່​ລະ​ປະ​ເທດ.

ຫວຽດນາມ-ກູບາ ສືບຕໍ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອເລິກເຊິ່ງຂຶ້ນຕື່ມ - ảnh 1
ທ່ານ ເຈີ່ນ​ດ້າຍກວາງ ພ້ອມ​ກັບ​ພັນ​ລະ​ຍາ ໃນ​ເວ​ລາ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ໄປ​ຢ້ຽມ​ຢາມ ກູ​ບາ
(ພາບ: 
 CAND)

ການ​ພົວ​ພັນ​ພິ​ເສດ

        ໃນ​ໄລ​ຍະ​ປະ​ຫວັດ​ສາດໂລກ​ປະ​ຈຸ​ບັນ, ຍາກ​ທີ່​​ຈະມີ​ການ​ພົວ​ພັນ​ໃດ​ພິ​ເສດ​ຄື​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ກູ​ບາ. ການ​ນຳ ແລະ ປະ​ຊາ​ຊົນ ຫວຽດ​ນາມ - ກູ​ບາ ຍາມ​ໃດ​ກໍ່​ໄດ​້​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງການ​ພົ​ວ​ພັນ 2 ປະ​ເທດ, ຍາມ​ໃດ​ກໍ່​ຖືນີ້​ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ. ​ເຖິງຊ່ອງ​ຫວ່າງ​ດ້ານ​ພູມ​ສາດ​​ທີ່​ຫ່າງໄກກໍ່​ຕາມ ​ແຕ່ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ສະ​ໜິດ​ຕິດ​ພັນ, ບໍ​ລິ​ສຸດ​ຜຸ​ດ​ຜ່ອງ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ. ໃນ​ຕະຫຼອດ​ກ່​ວາ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ, ​ຍາມ​ໃດ 2 ປະ​ເທດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ໃນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ. ໃນ​ໄລ​ຍະ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ຂອງ ຫວຽດ​ນາມ, ພັກ, ລັດ ແລະ ປະ​ຊາ​ຊົນ ກູ​ບາ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ ແລະ ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ ການ​ສະ​ໜັບ​ສະ​ໜູນ​ອັນ​ລຳ​້​ຄ່າ​ທີ່​ມີ​ປະ​ສິດ​ທິ​ຜົນນັບ​ທັງ​ທາງ​ດ້ານ​ຈິດ​ໃຈ ແລະ ວັດ​ຖຸ. ໃນ​ຕະຫຼອດ​ໄລ​ຍະ ​ທີ່​ກູ​ບາ ຖືກ​ຂວ້ຳ​ບາດຈາກ ອາ​ເມ​ລິ​ກາ, ຫຼືຖືກ​ໄພ​ພິ​ບັດ​ທຳ​ລາຍ​ຢ່າງ​ຕໍ່​ເນື່ອງ, ກໍ່​ຄື​ຕ້ອງປະ​ເຊີນ​ໜ້າ​ກັບ​​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ສະ​ຫງວນ​ໃຫ້ ອ້າຍ​ນ້ອງ ກູ​ບາ ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ຫວຽດ​ນາມ ຍາມ​ໃດ​ກ​ໍ່​ເອົາ​ໃຈ​ໃສ່, ຕິດ​ຕາມ ແລະ ມີ​ຄວາ​ມ​ເບີກ​ບານ​ມ່ວນ​ຊື່ນ​ຕໍ່​ບັນ​ດາ​ຜົນ​ງານ​ທີ່​ປະ​ຊາ​ຊົນ ກູ​ບາ ບັນ​ລຸ​ໄດ​້​ໃນ​ວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ​ແນວ​ທາງ​ອັບ​ເດດ​ຮູບ​ແບບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຊຶ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູ​ນິດ ກູ​ບາ ຮັບ​ຮອງ​ເອົາ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​​ຊີ້​ນຳ, ນຳ​ພາ​ທີ່​ສະ​ຫຼາດ​ສ່ອງ​ໄສ​ຂອງ​ພັກ​ກອມ​ມູ​ນິດ ກູ​ບາ, ການ​ນຳ Fidel Castro, ປະ​ທານ Raul Castro, ປະ​ຊ​າ​ຊົນ ກູ​ບາ ຈະ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ, ສືບ​ຕໍ່​ພັດ​ທະ​ນາ​ປະ​ເທດ​ຊາດ.

ສ້າງ​ທ່າ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສອງ​ຝ່າຍ

        ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ພິ​ເສດ​ນັ້ນ, ການ​ນຳ ​ແລະ ປະຊາຊົນ ຫວຽດນາມ - ກູ​ບາ​ ໄດ້ມານະ​ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ​ອີກ, ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຜ່ານ​ຜົນທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ຂອງ​ການ​ນຳ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ສອງ​ປະ​ເທດ. ສອງ​ຝ່າຍ​ກໍ່ດຳ​ເນີນ​ບັນດາ​ກົນ​ໄກ​ຮ່ວມ​ມື​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​, ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ​ສອງ​ພັກ, ທາ​ບທາມ​ດ້ານ​ການ​ເມືອງ​ລະຫວ່າງ​ສອງກະຊວງ​ການ​ຕ່າງປະ​ເທດ, ການ​ພົບ​ປະ​ເຈລະຈາ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບເປັນ​ປະຈຳ ​ແລະ ມີ​ປະສິດທິ​ຜົນ. ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ການ​ແລ​ກປ່ຽນ​ດ້ານ​ການ​ຄ້າ​ໃນ​ໄລຍະ​ຫວ່າງ​ມໍ່ໆ​ມາ​ນີ້​ບັນລຸ​ລະດັບ​ຕຳ່​ກວ່າ 200 ລ້ານ USD/ປີ. ​​ໃນ​ນັ້ນການ​ສົ່ງ​ອອກ​ຂອງ​ ຫວຽດນາມ ​ແມ່ນເກີນ​ດຸນການ​ຄ້າ. ສິນຄ້າ​ຂອງ ຫວຽດນາມ ທີ່ສົ່ງ​ອອກ​​ ກູ​ບາ ສ່ວນ​ຫຼາຍ​ແມ່ນ​ເຂົ້າ, ​ເຂົ້າສານ, ​ເຄື່ອງ​ໃຊ້​ສອຍ ​ແລະ ນຳ​ເຂົ້າ​ຈາກ ​ກູ​ບາ​ ຜະລິດ​ຕະພັນ​ຊີວະ​ສາດ, ຢາ​ປິ່ນປົວ​ພະຍາດ… ພິ​ເສດ, ສອງ​ປະ​ເທດ​ກໍ່​ບັນລຸ​​ໄດ້ຜົນງານສຳຄັນ​ພໍ​ສົມຄວນ​ໃນ​ບັນດາ​ໂຄງການ​ຜະລິດ​ເຂົ້າ, ໝາກ​ຖົ່ວ, ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ການ​ຜະລິດ​ສົ່ງ​ອອກ​ຜະລິດ​ຕະພັນ​ຊີວະ​ສາດ, ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ, ການ​ສຶກສາ ​ແລະ ບຳລຸງ​ສ້າງ​ມະຫາວິທະຍາ​ໄລ ​ແລະ ​ເໜືອ​ມະຫາວິທະຍາ​ໄລ… ກ່ຽວ​ກັບ​ກະສິກຳ, ​ໂຄງການ​ຮ່ວມ​ມື​ໜູນ​ຊ່ວຍ ກູ​ບາ​ ພັດທະນາ​ການ​ຜະລິດ​ເຂົ້າ, ​ເຂົ້າສານ​ໄລຍະ 2011-2015 ບັນລຸ​ຜົນງານ​ທີ່​ຕັ້ງໜ້າ. ບັນດາ​ໂຄງການ​ໜູນ​ຊ່ວຍ ກູ​ບາ ​ພັດທະນາ​ການ​ຜະລິດ​ສາລີ, ໝາກ​ຖົ່ວ​ເຫຼືອງ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ​ໄດ້​ສິ້ນ​ສຸດ​ໄລຍະ 1 ​ແລະ ປະຈຸ​ບັນ​ພວມ​ສືບ​ຕໍ່​ປະຕິບັດ​ໄລຍະ 2. ສອງ​ຝ່າຍ​ສືບ​ຕໍ່​ຄົ້ນ​ຄ້ວາ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກະສິກຳ - ສິນ​ໃນ​ນ້ຳ ອື່ນໆ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ກ່ຽວ​ກັບ​ການ​ລົງທຶນ, ​ໃນ​ສະພາບ​ການ​ໃໝ່, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ຊຸກຍູ້​ບັນດາ​ໂຄງການ​ລົງທຶນ​ຢູ່ ກູ​ບາ ກ່ຽວ​ກັບ​ການ​ກໍ່ສ້າງ​​ໂຄງ​ລ່າງ​ທ່ອງ​ທ່ຽວ, ວັດ​ສະ​ດຸ​ກໍ່ສ້າງ, ຜະລິດ​ສິນຄ້າ​ໃຊ້​ສອຍ. ກ່ຽວ​ກັບ​ການ​ທູດ​ຫຼາຍ​ຝ່າຍ, ສອງ​ຝ່າຍ​ຮັກສາ​ການ​ພົວພັນ​ຮ່ວມ​ມື ​ແລະ ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ອົງການຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ.

        ​ໃນ​ຊຸມ​ປີຜ່ານມາ, ລັດຖະບານ ຫວຽດນາມ ​ຍາມ​ໃດ​ກໍ່​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ສອງ​ຝ່າຍ​ເປີດ​ກວ້າງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​​ເຮັດ​ໃຫ້ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​, ການ​ທູດ​ມິດຕະພາບ​ແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ​ສອງ​ປະ​ເທດ. ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ ຫວຽດນາມ ​ຫຼາຍ​ແຫ່ງ​ເອົາ​ໃຈ​ໃສ່​ຊອກ​ຮູ້​ບັນດາ​ໂອກາດ​ດຳ​ເນີນ​ທຸລະ​ກິດ ​ແລະ ພັດທະນາ​ບັນດາ​ໂຄງການ​ລົງທຶນ​ຢູ່ ກູ​ບາ. ກ່ຽວ​ກັບ​ທາງ​ຝ່າຍ ກູ​ບາ ​ກໍ່​ເປັນ​ເຈົ້າ​ການສະ​ເໜີ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ຜະລິດ​ທັນ​ຍາ​ຫານ, ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ສ, ອຸດສາຫະກຳ, ການທ່ອງທ່ຽວ, ​ເຕັກ​ໂນ​ໂລ​ຢີຊີ​ວະພາ​ບ ​ແລະ ບັນດາ​ຂົງ​ເຂດ​ບຸລິ​ມາ​ສິດ​ພັດທະນາ​ຢູ່​ເຂດ​ເສດຖະກິດ​ພິ​ເສດ Mariel.

        ​ໃນ​ສະພາບ​ການ​ນັ້ນ, ການ​ຢ້ຽມຢາມ​ທາງ​ລັດ​ຖະ​ກິດ ກູ​ບາ​ ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈື່ນ​ດ້າຍກວາງ ບໍ່​ພຽງ​ແຕ່​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ແບບ​ພິ​ເສດ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ຂັ້ນ​ຕອນ​ການຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ​ໃນ​ໄລຍະ​ໃໝ່​ອີກ​ດ້ວຍ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ບັນດາ​ມາດ​ຕະການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ, ​ເພື່ອ​ແນ​ໃສ່​ເພີ່ມ​ລັກສະນະ​ປະສິດທິ​ຜົນ ​ແລະ ຄວາມ​ໝັ້ນຄົງ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ໃໝ່ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ