ຫວຽດນາມຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ ເພື່ອພັດທະນາເສດຖະກິດໃຫ້ເປັນປົກກະຕິ

​(vovworld) - ລັດຖະບານ​ຫວຽດນາມ​ຈະ​ຕັດສິນ​ໃຈ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2013 ​ໃນ​ສະພາບ​ການ​ທີ່​ພື້ນຖານເສດຖະກິດຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ບັນດາ​ສະມາຊິກ​ໃນ​ລັດຖະບານ​ໄດ້​ສະ​ແດງ​ໃຫ້​ເຫັນ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ​ຢ່າງ​ຈະ​ແຈ້ງ ທີ່​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດຂອງ​ລັດຖະບານ​ກັບ​ທ້ອງ​ຖີ່​ນຕ່າງໆ ​ເພື່ອ​ຜັນ​ຂະຫຍາຍ​ໜ້າ​ທີ່​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2013, ​ເຊິ່ງຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 25 – 26/12. ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ມີ​ບົດ​ສະຫຼຸບ​ທີ່​ມີ​ຫົວ​ຂໍ້​ວ່າ ຫວຽດນາມ​ຕັດສິນ​ໃຈ​ແກ້​ໄຂ​ຄວາມ​ຫຍຸ້ງ​ບາກ ​ເພື່ອ​ພັດທະນາ​ເສດຖະກິດ​ໃຫ້​ເປັນ​ປົກກະຕິ

ຫວຽດນາມຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ ເພື່ອພັດທະນາເສດຖະກິດໃຫ້ເປັນປົກກະຕິ - ảnh 1

ກອງປະຊຸມຂອງລັດຖະບານ

(ພາບ ອິນເຕີແນດ)

ປີ 2013, ຫວຽດນາມ​ຍັງ​ຄົງ​ຢູ່​ໃນ​ສະພາບ​ໄພ​ເງິນ​ເຟີ້​ຍັງ​ຢູ່​ໃນ​ລະດັບ​ສູງ, ​ເສດຖະກິດ​ມະຫາ​ພາກ​ບໍ່​ທັນ​ໝັ້ນຄົງ, ການ​ຜັນ​ຂະຫຍາຍ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ດ້ວຍ 3 ຂອດບຸກທະ​ລຸຍຸດ​ທະ​ສາດ​ຍັງ​ຊັກ​ຊ້າ​, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ດຳ​ເນີນ​ທຸລະ​ກິດ​ຍັງ​ຈຳກັດຢູ່. ​ເພື່ອ​ສາມາດ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ເສດຖະກິດ - ສັງຄົມ ທີ່​ວາງ​ອອກ​ໃນ​ປີ 2013 ​ໃຫ້​ສຳ​ເລັດ, ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລ້ວ, ກ່ອນ​ອື່ນ​ໝົດ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຕ່າງໆ ຕ້ອງ​ສຸ​ມໃສ່​ຊີ້​ນຳ ​ແລະ ບໍລິຫານຢ່າງ​ເດັດ​ດຽວ ​ເພື່ອ​ແນ​ໃສ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃນ​ປີ 2013

”ປີ 2013 ສະ​ເໜີ​ໃຫ້​ບັນດາ​ຂະ​ແໜງ, ທ້ອງ​ຖີ່​ນສຸມ​ໃສ່​ຊີ້​ນຳ ​ເພື່ອ​ເຮັດ​ໃຫ້​ລະດັບ​​ໄພ​ເງິນ​ເຟີ້​ຕຳ່​ກວ່າ​ປີ 2012, ຕຳ່​ກວ່າ 6,81%. ນີ້​ແມ່ນ​ການ​ທ້າ​ທາຍ​ໃຫຍ່ ​ແຕ່​ສະ​ເໜີ​ໃຫ້​ບັນດາ​ແຂວງ, ກະຊວງ​ທີ່​ກ່ຽວຂ້ອງ ຄວບ​ຄຸມ​ລາຄາ, ​ໄພ​ເງິນ​ເຟີ້​ໃນ​ເດືອນ. ຕາມ​ທຳ​ມະ​ດາ​ແລ້ວ, ລາຄາ​ເພີ່ມ​ຂຶ້ນ​ຕົ້ນ​ຕໍ່​ແມ່ນ​ໃນ​ຊຸມ​ເດືອນ​ຕົ້ນ​ປີ, ພິ​ເສດ​ແມ່ນ​ໃນ​ໂອກາດ​ບຸນປີ​ໃໝ່. ຢາກ​ແກ້​ໄຂ​ຕ້ອງ​ສະໜອງ​ສິນຄ້າ​ຢ່າງ​ພຽງພໍ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ນະຄອນ​ໃຫຍ່. ທີ​ສອງ​ແມ່ນ​ສືບ​ຕໍ່​ຮັກສາ​ລາຄາ​ເປັນ​ປົກກະຕິ, ພວກ​ເຮົາ​ພ້ອມ​ກັນ​ຄຸ້ມ​ຄອງ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ນັບ​ແຕ່​ໄຕ​ມາດ​ທີ 1 ນີ້”

ຜູ້ນຳ​ລັດຖະບານ​ຕ້ອງ​ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ​ຮັບປະກັນ​ສະໜອງ​ເງິນ, ຄວບ​ຄຸມ​ລະດັບ​ດອກ​ເບ້ຍ​ໃຫ້​ເໝາະ​ສົມ​ກັບ​ລະດັບ​ຫຼຸດ​ລົງ​ຂອງ​ໄພ​ເງິນ​ເຟີ້; ສືບ​ຕໍ່​ຮັກສາ​ອັດຕາ​ແລກປ່ຽນ​ໃຫ້​ເປັນ​ປົກກະຕິ… ບັນດາ​ທ້ອງ​ຖີ່​ນສືບ​ຕໍ່​ມານະ​ພະຍາຍາມ​ສ້າງ​ຄວາມ​ດຸນ​ດຽງ​ລະຫວ່າງ​ລາຍ​ຮັບ, ລາຍ​ຈ່າຍ​ງົບປະມານ​ຕາມ​ແຜນການ​ທີ່​ໄດ້​ຮັບຮອງ​ເອົາ. ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ຮີບ​ເຮັ່ງຫັນ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ລັດຖະບານ​ເປັນ​ລະອຽດ, ພິ​ເສດ​ແມ່ນ​ເລັ່ງ​ໃສ່​ການ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ຕະຫຼາດ​ອະສັງ​ຫາ​ລິ​ມາ​ຊັບ. ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ນີ້, ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ງ​ຢຸງ ​ເນັ້ນ​ໜັກ​ວ່າ:

ມາດ​ຕະການ​ສຳຄັນ​ທີ່​ສຸດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່ຕະຫຼາດ​ອະສັງ​ຫາ​ລິ​ມາ​ຊັບ​ແມ່ນ​ປະຕິບັດ​ຍຸດ​ທະ​ສາດ​ເຮືອນ​ຢູ່​ແຫ່ງ​ຊາດ. ຖ້າ​ຫາກ​ວ່າ​ພວກ​ເຮົາ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ອົງ​ປະກອບ​ເຮືອນ​ຢູ່​ສັງຄົມ, ພວກ​ເຮົາ​ຈະ​ສາມາດ​ແກ້​ໄຂ​ວຽກ​ງານ​ໄດ້​ຫຼາຍ, ທັງ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ທີ່​ມີ​ລາຍ​ຮັບ​ຕຳ່​ຢູ່​ເຂດ​ຕົວ​ເມືອງ.”

ຫວຽດນາມຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ ເພື່ອພັດທະນາເສດຖະກິດໃຫ້ເປັນປົກກະຕິ - ảnh 2

ພາບປະກອບ ອິນເຕີແນດ

 ປີ 2013,​ ລັດຖະບານ ຫວຽດນາມ ກໍ​ຍູ້​ແຮງ​​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ, ​ໃນ​ນັ້ນ ​ໃຫ້ບຸລິມະສິດ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ, ມີມູນ​ຄ່າ​ເພີ່ມ​ສູງ, ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ນຳ​ໃຊ້​ພະລັງງານ​ຫນ້ອຍ ເພື່ອປະກອບສ່ວນ​ສຳຄັນ​​ເຂົ້າໃນການຊຸກຍູ້​ການ​ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ. ລັດຖະບານ ກໍ​ຈະ​ປະກາດ​ໃຊ້​ກົນ​ໄກ​, ນະ​ໂຍບາຍ​ບຸລິມະສິດ​ເພື່ອ​ສົ່ງ​ເສີມ ​ແລະ ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ ຫວຽດນາມ. ທ່ານ ບູ່​ຍກວາງ​ວີ​ງ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ເຂດ​ອຸດສາຫະກຳ, ​ເຂດ​ປ່າ​ໄມ້​ເຕັກ​ໂນ​ໂລ​ຊີ​ສູງ, ພວກ​ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ຈັດບັນຊີ​ລາຍ​ຊື່​ບັນດາ​ເຂດ​ອຸດສາຫະກຳ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ໃຫ້​ບຸລິມະສິດ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ​ເຂດ​ອຸດສາ​ຫະກຳ​ແມ່ນ​ສົມ​ກັບ​ການ​ໃຫ້​ບຸລິມະສິດ. ນີ້​ກໍ​ແມ່ນ​ມາດ​ຕະການ​ດຶງ​ດູດ​ວິ​ສາ​ຫະກິດ​ລົງທຶນ​ຂອງ​ຕ່າງປະ​ເທດ​ຫລາຍ​ແຫ່ງ.”

        ສ່ວນ​ທ່ານ ​ເວື​ອງດີ່ງ​ເຫ້ວ ລັດຖະມົນຕີ​ກະຊວງ​ການ​ເງິນ​ໃຫ້​ຮູ້​ວ່າ: ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013​ໃຫ້​ໄດ​້, ກະຊວງ​ການ​ເງິນ ​ໄດ້​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ​ລະບົບ​ຫນຶ່ງ ຊຶ່ງ​ລວມມີ 21 ມາດ​ຕະການ​ກ່ຽວ​ກັບ​ການ​ເງິນ, ​ເງິນຕາ.​ ນອກ​ນັ້ນ ກະຊວງ​ການ​ເງິນ​ກໍ​ສະເຫນີ​ຕໍ່​ກຳນົດ​ເວລາ​ເກັບ​ອາກອນ, ຫລຸດຜ່ອນ​ອາກອນ​ມູນ​ຄ່າ​ເພີ່ມ, ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ສຸມ​ໃສ່​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ, ວິ​ສາ​ຫະກິດ​ລົງທຶນ​​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ, ​​ສຳລັບ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ໃນ​ຂົງ​ເຂດ​ອະສັງ​ຫາ​ລິ​ມະ​ຊັບ, ວັດ​ສະ​ດຸ​ກໍ່ສ້າງ.

        ຕາມ​ການ​ຄາດ​ຄະ​ເນ​​ແລ້ວ, ສະພາບ​ການ​ເສດຖະກິດ​​ໃນປີ 2013 ​ອາດ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກວ່າ, ບັນດາ​ຄາດໝາຍຊຶ່ງ​ລັດຖະບານ​ໄດ້​ວາງ​ອອກ ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ, ຮຽກຮ້ອງ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ຈາກ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ