ຫວຽດນາມ-ແດນມາກ ມຸ້ງໄປສູ່ການພົວພັນຮ່ວມມືຢ່າງໝັ້ນຄົງ

(vovworld)- ວັນ​ທີ 18/9, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ, ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ​ໄດ້​ເລີ່​ມ​ຕົ້ນການຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ລາຊະ​ອານາຈັກ​ແດນ​ມາກ ​ໃນ​ເວລາ 3 ວັນ​ຕາມ​ຄຳ​ເຊີນ​ຂອງ​ພະ​ລາ​ຊີ​ນີ Margrethe II. ​​ໃນ​ໂອກາດ​ນີ້, ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ຂໍທົບ​ທວນຄືນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ບັນດາ​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມືພາຍຫຼັງ​ການ​ຢ້ຽມຢາມ​ຄັ້ງນີ້​ຜ່ານ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: ຫວຽດນາມ-​​ແດ​ນມາກ ມຸ້ງ​​ໄປ​ສູ່​ການ​ພົວພັນ​ຮ່ວມ​ມືໝັ້ນຄົງ.

 ຫວຽດນາມ-ແດນມາກ ມຸ້ງໄປສູ່ການພົວພັນຮ່ວມມືຢ່າງໝັ້ນຄົງ - ảnh 1

​ແດນມາກ​ອຸປະຖຳ​ທຶນ ODA ​ໃຫ້​ແກ່​ຫວຽ​ດນາມ

(ພາບ: m.icon.com.vn)

  ​ແດນ​ມາກ​ແມ່ນ​ໜຶ່ງ​ໃນ​ບັນດາປະ​ເທດ​ຕາ​ເວັນ​ຕົກ​ທຳ​ອິດ​ໄດ້​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ກັບ​ຫວຽດນາມ (25/11/1971) ​ແລະ ກໍ່​ແມ່ນ​ປະ​ເທດ​ມີ​ຂະ​ບວນການ ປຊຊ ສະໜັບສະໜູນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິກກາ​ເພື່ອ​ກູ້​ຊາດ​ຂອງ ປຊຊ ຫວຽດນາມ​ ຢ່າງ​ແຮງ. ນັບ​ແຕ່ໄດ້​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດນຳ​ກັນ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ-​​ແດ​ນມາກ ​ໄດ້​ຮັບການ​ພັດທະນາ​ຢ່າງ​ຈົບງາມ. ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ​ເປັນ​ປະຈຳ. ​ໃນ​ການ​ຢ້ຽມຢາມ​ແດນ​ມາກ ​ເມື່ອ​​ເດືອນ 9/2009 ຂອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ, ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນຍົກ​ການ​ພົວພັນ​ສອງ​ຝ່າຍ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ເພື່ອ​ການ​ພັດທະນາ“ ບົນ​ພື້ນ​ຖານ​ສະ​ເໝີ​ພາບ, ສະຖຽນ​ລະ​ພາບ, ຍາວ​ນານ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສຸມ​ໃສ່​ບຸລິມະສິດ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ-​ການ​ລົງທຶນ, ຮ່ວມ​ມື​ພັດທະນາ, ວັດທະນະທຳ, ການ​ສຶກສາ-​ບຳລຸງ​ສ້າງ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ.

  ​ແດນ​ມາກ​ ແມ່ນ​ໜຶ່ງ​ໃນ​ຈຳນວນ​ ​ປະ​ເທດ​ເອີ​ລົບ​ເໜືອ​ທຳ​ອິດ​ທີ່ລົງທຶນ​ເຂົ້າຫວຽດ​ນາມ​. ​ໄລ່​ຮອດ​ທ້າ​ຍ​ເດືອນ 5/2013, ​ແດນ​ມາກ​ ມີ 106 ​ໂຄງການ​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກ່ວາ 674 ລ້ານ​ໂດ​ລາ​ສະຫະລັດ, ຢືນອັນ​ດັບ​ທີ 25 ​ໃນ​ຈຳນວນທັງ​ໝົດ 100 ປະ​ເທດ, ​ເຂດ​ແຄ້ວ​ນລົງທຶນ​ເຂົ້າຫວຽດນາມ. ນັບ​ແຕ່​ປີ 1971 ​ມາ​ຮອດ​ປະຈຸ​ບັນ, ​ແດນ​ມາກ​ ໄດ້​ອຸປະຖຳ​ໃຫ້​ຫວຽດນາມ ຈຳນວນ​ທຶນ ODA ທັງ​ໝົດ​ເກືອບ 1,2 ຕື້​ໂດ​ລາ​ສະຫະລັດ. ​ໃນ​ໄລຍະ​ຜ່ານ​ມາ, ແດນ​ມາກ​ໃຫ້​ຄຳໝັ້ນສັນຍາ​ອຸປະຖຳ​​ຈຳນວນ​ເງິນ​ສະ​ເລ່ຍ​ໃນ​ແຕ່ລະ​ປີ​ບັນລຸ​ປະມານ 64 ລ້ານ​ໂດ​ລາ​ສະຫະລັດ/ປີ ໃຫ້​ແກ່​ຫວຽດນາມ​. ການ​ອຸປະຖຳ​ພັດທະນາ​ຂອງ​ແດນ​ມາກ ​ສຸມ​ໃສ່​ບັນດາ​ຂົງ​ເຂດ: ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ການພັດທະນາ​ແບບ​ຍືນ​ຍົງ, ການປະຕິ​ຮູບ​ດ້ານ​ບໍລິຫານ… ຄຽງ​ຄູ່​ກັນນັ້ນ, ​ແດນ​ມາກ ​ຍັງ​ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ຫວຽດນາມ ​ໃນ​ຂົງ​ເຂດ​ສະໜອງ, ລະບາຍ​ນ້ຳ, ກຳຈັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ​ໃນ​ການ​ມາຢ້ຽມຢາມຫວຽດນາມ ຫວ່າງ​ແລ້ວ​ນີ້, ທ່ານ Pia Olsen Dyhr ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ການ​ລົງທຶນ​ແດນ​ມາກ ​ເນັ້ນໜັກ​ວ່າ:

  “​​​ການຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ຄຸ້ມ​ຄອງ​ກຳຈັດ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່​ຫວຽດນາມ ​ ກໍ່ໄປ​ຄຽງ​ຄູ່​ກັບ​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ຂອງ​ລັດຖະບານ​ແດນ​ມາກ​ ທີ່​ມີ​ຕໍ່​ຫວຽດນາມ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ການ​ພັດທະນາ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ພວກ​ເຮົາ​​ແກ້​ໄຂ​ບັນຫາ​ປະຈຸ​ບັນ​ຢູ່​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ພວກ​ເຮົາ​ປະ​ເຊີນ​ໜ້າ​ກັບ​ບັນຫາຊັບພະຍາກອນ​ທຳ​ມະ​ຊາດ​ມີ່​ຖືກບົກ​ແຫ້ງ​ໃນ​ໜ່ວຍ​ພິພົບ​ນີ້​ອີກ​ດ້ວຍ ​ແລະ ຜ່ານ​ນັ້ນຈະ​ນຳ​ມາ​ເຊິ່ງການ​ເຕີບ​ໂຕ​ແບບ​ຍືນ​ຍົ​ງຢູ່​ທັງ​ສອງ​ປະ​ເທດ​​ແດນ​ມາກ ​ແລະ ຫວຽດນາມ“.

 ຫວຽດນາມ-ແດນມາກ ມຸ້ງໄປສູ່ການພົວພັນຮ່ວມມືຢ່າງໝັ້ນຄົງ - ảnh 2

ປະ​ເທດ​ແດນ​ມາກ

(ພາບ: suckhoedoisong.vn)

​   ໃນ​ໄລຍະ​ໃໝ່, ຂະນະ​ທີ່​ສະພາບ​ການ​ເສດຖະກິດ​ໂລກ​ຍັງ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ຫວຽດນາມ ​ແລະ ​ແດນ​ມາກ ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ກາລະ​ໂອກາດ​ໃໝ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື. ທ່ານ John Nielsen ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ ​ປະຈຳ​ຫວຽດນາມ ຖື​ວ່າ: ສອງ​ປະ​ເທດ, ພິ​ເສດ​ແມ່ນ​ປະຊາ​ຄົມ​ວິ​ສາ​ຫະກິດ​ຕ້ອງ​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ​ຢ່າງ​ສຸດ​ຂີດ​ເພື່ອ​​ໃຫ້ການ​ຮ່ວມ​ມື​ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດສູງ​ສຸດ, ປະກອບສ່ວນ​ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມືລະຫວ່າງ ຫວຽດນາມ-​​ແດ​ນມາກ ​ເປັນລະອຽດ:

     “ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ການ​ຮ່ວມ​ມືລະຫວ່າງ​ບັນດາ​ວິ​ສາ​ຫະກິດ ​ ຫວຽດນາມ-​​ແດ​ນມາກ ແມ່ນ​ໃຫ່ຍຫຼວງ​ທີ່​ສຸດ. ​ເມື່ອ​ທຽບ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ຫວຽດນາມ ມີ​ບັນດາ​ທ່າ​ໄດ້​ປຽບ​ເພື່ອ​ແກ່ງ​ແຍ້​ງຄື: ມີ​ຄົນງານ​ຫຼາຍ, ໜຸ່ມ​ແໜ້ນ, ຄ່າ​ແຮງ​ງານ​ຕ່ຳ…​ຫວຽດນາມ ຄວນ​ສຸມ​ໃສ່​ສ້າງ​ບັນດາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ແດນ​ມາກ ຍ້ອນ​ວ່າ, ​ໃນ​ຕົວ​ຈິງ, ບັນດາ​ບໍລິສັດ​ຂອງ​ແດນ​ມາກ ສາມາດ​ນຳ​ ເຕັກ​ໂນ​ໂລ​ຊີ​ໃໝ່, ​ເຂັດ​ລັບ​ດ້ານເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ຕະຫຼາດ​ຫວຽດນາມ ກໍ່​ຄື​ໜູນ​ຊ່ວຍ​ບຳລຸງ​ສ້າງຊັບພະຍາກອນ​ມະນຸດ ​ແລະ ສະ​ໜອງ​ເຄື່ອງ​ຈັກ“.

   ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ແລ້ວ, ຫວຽດນາມ-​​ແດ​ນມາກ ກໍ່​ພວມມານະ​ພະຍາຍາມ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນ​ຄື: ການ​ສຶກສາ-​ບຳລຸງ​ສ້າງ, ວັດທ​ທະ​ທຳ, ທ່ອງ​ທ່ຽວ…ຢ່າງບໍ່​ຢຸດ​ຢັ້ງ. ​ແນ່ນ​ອນວ່າ, ພື້ນຖານການ​ພົວພັນ​ອັນ​ດີງາມ​ໃນ​ໄລຍຜ່ານ​ມາ​ລະຫວ່າງ ຫວຽດນາມ-​​ແດ​ນມາກ ຈະ​ແມ່ນ​ເງື່ອນ​ໄຂສະດວກ​ເພື່ອ​ໃຫ້​ສອງ​ປະ​ເທດ​ແລກປ່ຽນ, ຊອກ​ຫາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ຜ່ານ​ການ​ຢ້ຽມຢາມ​ແດນ​ມາກ ຄັ້ງນີ້​ຂອງທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ. ການ​ຢ້ຽມຢາມ ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ລາຊະ​ອານາຈັກ​ແດນ​ມາກ ​ເທົ່ານັ້ນ, ຫາກ​ຍັງ​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າ​ງປະ​ເທດ​ເອກະລາດ, ​ເປັນຈົ້າຕົນ​ເອງ, ຫັນ​ບັນດາ​ການ​ພົວພັນ​ກັບ​ສາກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ຢູ່​ເອີ​ລົບ ​ແລ​ະ ​ໃນ​ໂລກ ອີກ​ດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ