ອີ​ຢູ ແລະ ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ສຸດ​ທ້າຍ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ຂອງ ປີ 2020

(VOVWORLD) -ໃນຊຸມວັນສຸດທ້າຍຂອງປີ 2020 ເຊິ່ງເປັນປີທີ່ໄດ້ຕີລາຄາວ່າ ມີຫຼາຍສິ່ງທ້າທາຍຢ່າງໃຫຍ່ຫຼວງ ສຳລັບ ສະຫະພາບເອີຣົບ (ອີຢູ), ອົງການດັ່ງກ່າວ ພວມເພີ່ມທະວີຄວາມມານະພະຍາຍາມ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃຫ້ເດັດຂາດ.

ໃນວັນທີ 10 ແລະ ວັນທີ 11 ທັນວາ, ການນຳ 27 ປະເທດສະມາຊິກ ອີຢູ ໄດ້ດຳເນີນກອງປະຊຸມພິເສດ ຢູ່ ບຣຸກແຊນ, ປະເທດແບນຊິກ ດ້ວຍລາຍການດຳເນີນງານມີຫຼາຍທີ່ສຸດ ເພື່ອແນໃສ່ແກ້ໄຂໜ້າທີ່ໜັກໜ່ວງຫຼາຍຢ່າງຂອງກຸ່ມ, ວຽກງານສຳຄັນອັນດັບໜຶ່ງແມ່ນການຮັບຮອງເອົາແຜນການການເງິນໄລຍະຍາວ.

ອີ​ຢູ ແລະ ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ສຸດ​ທ້າຍ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ຂອງ ປີ 2020 - ảnh 1ກອງປະຊຸມພິເສດ ຢູ່ ບຣຸກແຊນ, ປະເທດແບນຊິກ  (ພາບ:AFP/TTXVN) 

ບາດກ້າວເດີນສຳຄັນ

        ໃນມື້ໄຂກອງປະຊຸມ, ການນຳບັນດາປະເທດ ອີຢູ ບັນລຸໄດ້ຂໍ້ຕົກລົງສຳຄັນກ່ຽວກັບງົບປະມານຂອງ ອີຢູ ໄລຍະ 2021 – 2027 ພ້ອມກັບບ້ວງເງິນຟື້ນຟູເສດຖະກິດ ມີມູນຄ່າ 1.800 ຕື້ເອີໂຣ (2.190 ຕື້ USD), ເພື່ອແນໃສ່ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງທາງດ້ານເສດຖະກິດ - ສັງຄົມ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ບ້ວງເງິນຟື້ນຟູລວມມີ ງົບປະມານໃຫ້ແກ່ 7 ປີ ມີມູນຄ່າເຖິງ 1.100 ຕື້ເອີໂຣ ແລະ ບ້ວງເງິນຟື້ນຟູ ມີຊື່ວ່າ “ສະໄໝໃໝ່ຂອງ ອີຢູ” ມີມູນຄ່າ 750 ຕື້ ເອີໂຣ. ນອກຈາກໜູນຊ່ວຍການຟື້ນຟູຈາກໂລກລະບາດໂຄວິດ - 19 ແລ້ວ, ບ້ວງເງິນຟື້ນຟູດັ່ງກ່າວ ຍັງໜູນຊ່ວຍ ອີຢູ ປະຕິບັດບັນດາການຫັນປ່ຽນ, ຮັບຮອງເອົາຫຼາຍນະໂຍບາຍໃຫຍ່, ລະອຽດແມ່ນ ຂໍ້ຕົກລົງຂຽວ, ການປະຕິວັດດີຈີຕອນ ແລະ ການພັດທະນາໃຫ້ມີຄວາມໝັ້ນຄົງເຂັ້ມແຂງ.

        ໝາກຜົນດັ່ງກ່າວ ບັນລຸໄດ້ພາຍຫຼັງທີ່ ໂປໂລຍ ແລະ ຮຸງກາຣີ ພ້ອມດ້ວຍ ເຢຍລະມັນ - ເຊິ່ງແມ່ນບັນດາປະເທດພວມດຳລົງຕຳແໜ່ງເປັນປະທານ ອີຢູ ໄດ້ເຫັນດີກ່ຽວກັບແບບວິທີໃໝ່ສຳລັບແຜນງົບປະມານໄລຍະຍາວ 2021 – 2027 ຂອງ ສະຫະພາບເອີຣົບ. ກ່ອນໜ້ານັ້ນ, ໂປໂລຍ ແລະ ຮຸງກາຣີ ໄດ້ຄັດຄ້ານເງື່ອນໄຂທີ່ຕິດຄັດໄປກັບຮ່າງກົດໝາຍວ່າດ້ວຍງົບປະມານໄລຍະຍາວຂອງທັງສະຫະພາບ ດ້ວຍການຮຽກຮ້ອງໃຫ້ ບັນດາປະເທດສະມາຊິກປະຕິບັດຕາມຫຼັກການອຳນາດນິຕິບັນຍັດຂອງ ອີຢູ, ເຮັດໃຫ້ແຜນງົບປະມານ ແລະ ບ້ວງເງິນຟື້ນຟູເສດຖະກິດຂອງ ອີຢູ ຕົກເຂົ້າສູ່ທາງຕັນ.

        ທ່ານປະທານສະພາເອີຣົບ Charles Michel ຕີລາຄາສູງຕໍ່ຄວາມຄືບໜ້າດັ່ງກ່າວ, ໂດຍຖືວ່າ ປັດຈຸບັນ, ອີຢູ ສາມາດຜັນຂະຫຍາຍການຈັດແບ່ງບ້ວງງົບປະມານດັ່ງກ່າວ ແລະ ຟື້ນຟູພື້ນຖານເສດຖະກິດ. ຕາມເຈົ້າໜ້າທີ່ຄົນດັ່ງກ່າວແລ້ວ, ບ້ວງເງິນຟື້ນຟູເສດຖະກິດດັ່ງກ່າວ ຈະຊຸກຍູ້ວິວັດການຫັນເປັນພະລັງງານຂຽວ ແລະ ການຫັນເປັນດີຈີຕອນຢູ່ບັນດາປະເທດສະມາຊິກ. ໃນຂະນະນັ້ນ, ທ່ານນາງ ປະທານຄະນະກຳມະການເອີຣົບ (EC) Ursula von der Leyen ຢັ້ງຢືນໃນສື່ສັງຄົມອອນລາຍ Twitter ວ່າ “ເອີຣົບພວມກ້າວໄປຂ້າງໜ້າ” ແລະ ສະແດງຄວາມເຊື່ອໝັ້ນວ່າ ບ້ວງເງິນຟື້ນຟູເສດຖະກິດດັ່ງກ່າວ ຈະເພີ່ມກຳລັງແຮງແກ່ການຟື້ນຟູຂອງ ອີຢູ ແລະ ປະກອບສ່ວນສ້າງ ອີຢູ ໃຫ້ເປັນສີຂຽວ, ຫັນເປັນດີຈີຕອນ ແລະ ມີຄວາມໝັ້ນຄົງເຂັ້ມແຂງກວ່າ.

ອີ​ຢູ ແລະ ບັນ​ດາ​ຄວາມ​ມານ​ະ​ພະ​ຍາ​ຍາມ​ສຸດ​ທ້າຍ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ຂອງ ປີ 2020 - ảnh 2ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ແລະ ທ່ານນາງ ປະທານຄະນະກຳມະການເອີຣົບ (EC) Ursula von der Leyen (ພາບ: REUTERS/TTXVN)

 ຍັງມີຫຼາຍໜ້າທີ່ໜັກໜ່ວງ

        ຕາມແຜນການແລ້ວ, ໄປຄຽງຄູ່ກັບບັນຫາງົບປະມານ, ການນຳບັນດາປະເທດອີຢູ ອາດຈະບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດໃໝ່ຂອງ ອີຢູ ໃນປີ 2030. ສິ່ງດັ່ງກ່າວ ຈະເອື້ອອຳນວຍໃຫ້ ອີຢູ ຍື່ນສະເໜີບົດປະກອບຄຳເຫັນອັບເດດເພີ່ມເຕີມເຂົ້າໃນ ສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກ່ອນທີ່ຈະໝົດກຳນົດປີ 2020.

        ໄປຄຽງຄູ່ກັນນັ້ນ, ກອງປະຊຸມດັ່ງກ່າວ ກໍຈະປຶກສາຫາລືກ່ຽວກັບສາຍພົວພັນກັບ ອາເມລິກາ ກໍຄືການຜັນແປທີ່ເຄັ່ງຕຶງຫວ່າງມໍ່ໆມານີ້ ຢູ່ທິດຕາເວັນອອກຂອງທະເລເມດີແຕຣານຽມ ແລະ ການພົວພັນກັບ ຕວັກກີ. ຕາມວົງການນັກໄຈ້ແຍກແລ້ວ, ນີ້ລ້ວນແຕ່ແມ່ນສິ່ງທ້າທາຍໃຫຍ່ຫຼວງສຳລັບ ອີຢູ ທັງໃນປັດຈຸບັນ ແລະ ໃນອະນາຄົດ.

        ກ່ຽວກັບການພົວພັນລະຫວ່າງ ອາເມລິກາ, ອີຢູ ພຽງແຕ່ປະຕິບັດສຳເລັດວຽກງານປັບປຸງສາຍພົວພັນລະຫວ່າງ ສອງຝັ່ງມະຫາສະໝຸດ ອັດລັງຕິກ ພາຍຫຼັງທີ່ ອາເມລິກາ ມີອຳນາດການປົກຄອງໃໝ່.  ໃນປີ 2020, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ເດີນຕາມແຜນນະໂຍບາຍ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ”, ໄດ້ເຮັດໃຫ້ການພົວພັນລະຫວ່າງ ອີຢູ ແລະ ອາເມລິກາ ສືບຕໍ່ຢຸດສະງັກ”, ຊ້ຳບໍ່ໜຳ ມີບາດກ້າວຖອຍຫຼັງ ສຳລັບເລື່ອງ ອາເມລິກາ ຕັດສິນໃຈຖອນພົນທະຫານອອກຈາກ ເຢຍລະມັນ ປະມານ 1/3.

        ໃນຂະນະນັ້ນ, ການແກ້ໄຂຄວາມເຄັ່ງຕຶງຂອງ ອີຢູ ຫວ່າງມໍ່ໆມານີ້ຢູ່ຝ່າຍຕາເວັນອອກ ຂອງທະເລເມດີແຕຣານຽມ ແລະ ຕົ້ນຕໍແມ່ນການແກ້ໄຂສາຍພົວພັນກັບ ຕວັກກີ, ໄດ້ປະສົບກັບຄວາມຫຍຸ້ງຍາກ ໃນຂະນະທີ່ ຕວັກກີ ເປັນປະເທດສາມາດຄວບຄຸມ ອີຢູ ໄດ້ນັ້ນແມ່ນບັນຫາ ຊາວອົບພະຍົບ ທີ່ມາຈາກ ຊີຣີ ແລະ ບັນດາເຂດເກີດການປະທະກັນຈາກພາກພື້ນຕາເວັນອອກກາງ.  ນີ້ໄດ້ຮັບຖືວ່າ ແມ່ນສິ່ງທ້າທາຍໃນອະນາຄົດອັນຍາວໄກ ຫາກບໍ່ແມ່ນບັນຫາທີ່ສາມາດແກ້ໄຂໄດ້ໃນໄລຍະສັ້ນສຳລັບທົ່ວທະວີບເອີຣົບ.

        ສຸດທ້າຍ, ແມ່ນຕ້ອງເຕື້ອງເຖິງ ຄວາມສ່ຽງບໍ່ບັນລຸໄດ້ຂໍ້ຕົກລົງ ກັບ ອັງກິດ ກ່ຽວກັບການພົວພັນລະຫວ່າງສອງຝ່າຍ ພາຍຫຼັງໄລຍະຫົວລ້ຽວຫົວຕໍ່ໃກ້ຈະສິ້ນສຸດລົງໃນວັນທີ 31 ທັນວາ ຈະມາເຖິງ.

        ເປັນທີ່ຈະແຈ້ງແລ້ວວ່າ, ບັນດາການນຳ ອີຢູ ຕ້ອງແບກຫາບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ການຈັດຕັ້ງກອງປະຊຸມສຸດຍອດພິເສດຂອງກຸ່ມ ໃນວັນທີ 10 – 11 ທັນວາ ເບິ່ງຄືວ່າ ພຽງແຕ່ແມ່ນຄວາມມານະພະຍາຍາມທີ່ຈຳເປັນ, ຫາກຍັງບໍ່ທັນພຽງພໍ ເພື່ອໃຫ້ ສະຫະພາບເອີຣົບ ຜ່ານຜ່າບັນດາຮົ້ວກີດຂວາງຂອງປີ 2020 ເພື່ອກ້າວເຂົ້າສູ່ປີ 2021 ດ້ວຍແງ່ຫວັງທີ່ສົດໃສກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ