ອາເມລິກາແລະອາຟຼິກກາ ຊຸກຍູ້ການຮ່ວມມືດ້ານເສດຖະກິດ

(vovworld)-  ກອງ​ປະຊຸມ​ສຸດ​ຍອດ​ບັນດາການ​ນຳ ອາ​ເມ​ລິ​ກາ ​ແລະ ອາ​ຟຼິກກາ​ ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ປະ​ເທດ​ອາ​ເມ​ລິ​ກາ. ນີ້​ແມ່ນ​ການ​ພົບ​ປະ​ຂັ້ນສູງທີ່​ບໍ່ໍ່​ເຄີຍ​ມີ​ມາ​ກ່ອນລະຫວ່າງ​ການ​ນຳອາ​ເມ​ລິ​ກາ ​ແລະ ປະ ມຸກ​ລັດ, ຜູ້ນຳ​ລັດຖະບານ​ບັນດາ​ປະ​ເທດອາ​ຟຼິກກາ​ ​ເກື​ອບ 50 ທ່ານ. ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ການ​ຄ້າ, ພັດທະນາ​ເສດຖະກິດ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອາ​ຟຼິກກາ​ ກໍ່​ຄື​ເພີ່ມ​ທະວີ​ການ​ມີໜ້າ​ເພື່ອ​ຊອກ​ຫາ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ ຢູ່​ທະວີບ​ດຳ ຊື່​ງ​ແມ່ນ​ເຂດ​ທີ່​ຫຼາຍ​ປະ​ເທດ​ໃຫ່ຍຄື​ຈີນ, ຍີ່ປຸ່ນ, ອິນ​ເດຍ ​ແລະ ອີ​ຢູ ​ໄດ້ ​ແລະ ພວມ​ເພີ່ມ​ທະວີ​ການ​ເປີດ​ກ້ວາງ​ການ​ພົວພັນ.

ອາເມລິກາແລະອາຟຼິກກາ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1
ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama

(ພາບ: AFP/TTXVN)

   ກອງ​ປະຊຸມ​ສຸດ​ຍອດ​ບັນດາການ​ນຳ ອາ​ເມ​ລິ​ກາ ​ແລະ ອາ​ຟຼິກກາ​​ ດຳ​ເນີນ​ໄປ​ແຕ່​ວັນ​ທີ 4-6/8 ​ແລະ ຄາດ​ວ່າ​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ພົ້ນ​ເດັ່ນ​ຢູ່ ອາ​ຟຼິກກາ​​ ​ໃນປະຈຸ​ບັນ​ຄື: ​ໂລກລະບາດ Ebola ຢູ່ ອາ​ຟຼິກກາ​​​​ຕາ​ເວັນ​ຕົກ; ບັນດາ​ເຫດການ​ລອບ​ຈັບ​ຕົວ, ​ເຂັນ​ຂ້າ​ມະນຸດ​ຂອງ​ອົງການ​ອິດ​ຊະລາ​ມຫົວ​ຮຸນ​ແຮງ​ຢູ່​ນີ​ເຊ​​ເຣຍ; ​ເສິກ​ກາງ​ເມືອງ​ຢູ່​ຊູ​ດັງໃຕ້, ​ໂຊ​ມາ​ເລ​ຍ, ​ເກ​ເນຍ; ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ ອາ​ຟຼິກກາ​​.

  ກ່ອນຈະ​ດຳ​ເນີນ​ກອງ​ປະຊຸມ, ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ຢືນຢັນ​ວ່າ: ອາ​ຟຼິກກາ​​​ ຊື່​ງ​ແມ່ນ​ທະວີບ​ມີ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ​ໄວ​ກ່ວາ​ໝູ່​ໃນ​ໂລກ ​ແລະ ນັບ​ມື້​ນັບມີ​ຄວາມ​ສຳຄັນ​ສຳລັບ​ອາ​ເມ​ລິ​ກາ. ການ​ເປີດ​ກ້ວາງການ​ພົວພັນ​ກັບ ອາ​ຟຼິກກາ​​​ ​ແມ່ນ​ນອນ​ໃນ​ຜົນປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ.

ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ແມ່ນ​ຈຸດໝາຍ​ຕົ້ນຕໍ

        ​ເຖິງ​ວ່າ​ເຈົ້າ​ໜ້າ​ທີ່​ຖະ​ແຫຼ​ງວ່າ, ກອງ​ປະຊຸມ​ຈະ​ປຶກສາ​ຫຼາຍ​ບັນຫາ​ທີ່​ເຄັ່ງຮ້ອນຢູ່​ອາ​ຟຼິກກາ​​ ​ໃນ​ປະຈຸ​ບັນກໍ່ຕາມ, ​ແຕ່​ຈຸດປະສົງ​ຕົ້ນຕໍ​ເຊິ່ງຝ່າຍ​ຕ່າງໆ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ, ນັ້ນ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ. ​ໃນ​ບົດ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Johnn Kerry ​ໄດ້​ຢືນຢັນ​ວ່າ, ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ທີ່​ບໍ່​ເຄີຍ​ມີ​ມາ​ນີ້, ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ອາ​ເມ​ລິ​ກາ ​ແລະ
ອາ​ຟຼິກກາ​​​ແມ່ນ​ພ້ອມ​ກັນ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື, ຊອກ​ຫາ​ກາລະ​ໂອກາດ​ໃຫ້​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ເສດຖະກິດ. ທ່ານ Johnn Kerry ກໍ່​ຮຽກຮ້ອງ​ບັນດາ​ການ​ນຳ​
ອາ​ຟຼິກກາ​​ພັດທະນາ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ເສລີ, ສ້າງ​ຄວາມ​ສະ​ເໝີ​ພາບ​ໃຫ້​ບັນດາ​ບໍລິສັດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ບໍລິສັດ​ຂອງ​ອາ​ເມ​ລິ​ກາ. ຄຳ​ຮຽກຮ້ອງ​ຢ່າງ​ກົງ​ໄປ​ກົງ​ມາ​ຂອງ​ທ່ານ Johnn Kerry ​ແມ່ນ​ອີງ​ຕາມ​ສະພາບ​ຕົວ​ຈິງ​ທີ່​ວ່າ, ອາ​ເມ​ລິ​ກາ​ໄດ້​ພາດ​ໂອກາດ​ເປັນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​
ອາ​ຟຼິກກາ​​ ​ກ່ອນ​ນີ້​ 5 ປີ. ປະຈຸ​ບັນ​ອາ​ເມ​ລິ​ກາ​ພຽງ​ແຕ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​
ອາ​ຟຼິກກາ​​ ​ເທົ່າ​ນັ້ນ, ​ຖັດຈາກ​ອີ​ຢູ ​ແລະ ຈີນ, ​ເຊິ່ງສະ​ແດງ​ອອກ​ຜ່ານຍອດ​ວົງ​ເງິນ​ກາ​ນຄ້າ​ສອງ​ສົ້ນ​ລະຫວ່າງ​ອາ​ເມ​ລິ​ກາ -
ອາ​ຟຼິກກາ​​ ​ໃນ​ປີ 2013 . ຖ້າ​ຫາກ​ວ່າ​​ໃນ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ກັບ​ອາ​ຟຼິກກາ​​ , ອາ​ເມ​ລິ​ກາ​ບັນລຸ​​ໄດ້ພຽງ 60 ຕຶ້ USD ​ເທົ່າ​ນັ້ນ, ສ່ວນ​ຈີນ​ພັດບັນລຸ​ໄດ້  200 ຕຶ້ USD ​ແລະ 170 ຕຶ້ USD ຕາມ​ລຳດັບ.

        ຍິ່ງ​ກວ່າ​ນັ້ນ, ອາ​ເມ​ລິ​ກາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ກັບ​
ອາ​ຟຼິກກາ​​ ​ແມ່ນ​ຍ້ອນ​ລະດັບ​ການ​ພັດທະນາ​ຂອງ​ທະວີບ​ນີ້​ໃນ​ປະຈຸ​ບັນ​ແມ່ນ​ໄວ​ກວ່າ​ອາ​ຊີ. ຕາມ​ການ​ຕີ​ລາຄາ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF), 6 ​ໃນ​ຈຳນວນ 10 ພື້ນຖານ​ເສດຖະກິດ​ທີ່​ມີ​ລະດັບ​ເຕີບ​ໂຕ​ໄວ​ກວ່າ​ໝູ່​ຢູ່​ໂລກ​ແມ່ນ​ຂຶ້ນ​ກັບ​ອາ​ຟະ​ລິ​ກາ.

        ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ກັບ​ທະວີບ​ນີ້​ປະກົດ​ຜົນ​ເປັນ​ຈິງ, ຄາດ​ວ່າ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຝ່າຍ​ອາ​ເມ​ລິ​ກາ​ຈະ​ແຈ້ງ​ບ້ວງ​ອຸປະຖຳ​ຫຼາຍ ຕຶ້ USD ​ໃຫ້​ບັນດາ​ໂຄງການ​ທັນ​ຍາ​ຫານ, ສະບຽງ​ອາຫານ, ​ໂຄງການ​ໄຟຟ້າ​ຢູ່​
ອາ​ຟຼິກກາ​​ . ນອກ​ນັ້ນ, ລັດຖະບານ​ອາ​ເມ​ລິ​ກາ​ກໍ່​ຕ້ອງປະກາດ​ຂໍ້​ລິ​ເລີ່​ມ​ໃໝ່ຈຳນວນ​ໜຶ່ງ, ​ໃນ​ນັ້ນ​ມີ​ການ​ເປີດ​ກວ້າງ​ພື້ນຖານ​ໂຄງ​ລ່າງ​, ການ​ຕິດ​ຕໍ່​ພົວພັນ​ຢູ່​ເຂດ​ຊາຍ​ແດນ, ການ​ເພີ່ມ​ທຶນ​ສຶກສາ, ​ເຊິ່ງປະທານາທິບໍດີ Barak Obama ສະຫງວນ​ໃຫ້​ບັນດາ​ການ​ນຳ​ໜຸ່ມອາ​ຟຼິກກາ​​ ​ຂຶ້ນ​ທົບ​ສອງ​ເທົ່າ.

        ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດລະຫວ່າງ​ອາ​ເມ​ລິ​ກາ ​- ອາ​ຟຼິກກາ​​ 1 ສັບປະດາ. ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ Barak Obama ​ໄດ້​ຊຸກຍູ້​ສະພາ​ແຫ່ງ​ຊາດ​ກຳນົດ​ເວລາ​ໃຫ້​ແກ່​ກົດໝາຍ​ວ່າ​ດ້ວຍ​ໂອກາດ​ເຕີບ​​ໂຕ​ຢູ່​ອາ​ຟຼິກກາ​​ (AGOA) ກ່ອນ​ທີ່​ໝົດ​ກຳນົດ​ເວລາ​ໃນ​ເດືອນ 9/2015, ສ້າງ​ເງື່ອນ​ໄຂ​ໃຫ້​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ກັບ​ອາ​ຟຼິກກາ​​ ກ​ວ່າ​ອີກ.

ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ

ອາເມລິກາແລະອາຟຼິກກາ ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 2

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ອາ​ເມລິກາ​ປະຈຳ ສປຊ Susan Rice

(ພາບ:vov)

​  ບັນດາ​ນັກ​ໄຈ້​ແຍກ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ວ່າ: ດ້ວຍ​ໄລຍະ​ເວລາ​ກະກຽມ​ສັ້ນ (ພຽງ​ແຕ່ 1 ປີ) ​ເມື່ອ​ທຽບ​ກັບ 6 ປີ​ຂອງ​ຈີນ,   ກອງ​ປະຊຸມ​ສຸດ​ຍອດ​ບັນດາການ​ນຳ ອາ​ເມ​ລິ​ກາ ​ແລະ ອາ​ຟຼິກກາ ຍາກ​ທີ່​ຈະ​ບັນລຸ​ໄດ້​ໝາກຜົນ​ທີ່​ຕັ້ງໜ້າ​ຄື​ດັ່ງ​ຄວາມ​ປາດ​ຖະໜາ ຫຼື​ເວົ້າ​ແນວ​ອື່ນ​ແມ່ນ​ຍ້ອນ​ວົງ​ການ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ ຍັງບໍ່​ທັນ​ເຫັນ​ດີ​ເຫັນ​ພ້ອມຕໍ່​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບອາ​ຟຼິກກາ. ​ແນວ​ຄວາມ​ຄິດ​ຈັດ​ກອງ​ປະຊຸມ​ໂດຍ​ແມ່ນ​ທຳນຽບຂາວ​ສະ​ເໜີ ​ແຕ່​ໄດ້​ເກີດ​ການ​ໂຕ້​ຖຽງ​ກັນ​ຢ່າ​ງ​ຂ້ຽວຂາດລະຫວ່າງ​ບັນດາ​ອົງການ​ໃນ​ລັດຖະບານ​ອາ​ເມ​ລິ​ກາ. ຄາດ​ວ່າ​ຈະ​ບໍ່​ມີ​ເອກະສານ​ສະບັບສຸດ​ທ້າຍ​ ຫຼື​ແຜນການ​ດຳ​ເນີນ​ງານ​ໃດໆ​ໄດ້​ຮັບ​ການ​ປະກາດ​ໃຊ້​ພາຍຫຼັງ​ກອງ​ປະຊຸມ. ​ເຈົ້າໜ້າ​ທີ່​ອາ​ເມລິ​ກາ​ ບາງ​ທ່ານ​ໃຫ້​ຮູ້​ວ່າ​: ​ເຂົາ​ເຈົ້າຢາກ​ຮູ້​ກອງ​ປະຊຸມ​ຄັ້ງນີ້​ຈະ​ດຳ​ເນີນ​ໄປ​ຄື​ແນວ​ໃດ ​ແທນ​ທີ່​ຢັ້ງຢືນ​ຈະ​ມີ​ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ. ຍິ່ງ​ໄປ​ກ່ວານັ້ນ, ​ເຖິງວ່າ, ນີ້​ແມ່ນ​ອາຍຸ​ການ​ທີ 2 ຂອງ​ປະທານາທິບໍດີ Barack Obama ​ແລ້ວກໍ່ຕາມ ​ແຕ່​ມາ​ຮອດ​ປະຈຸ​ບັນ, ທະວີບ​ນີ້​​ບໍ່​ທັນ​​ໄດ້​ຮັບບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຜູ້ນຳ​ທຳນຽບຂາວ​ເທື່ອ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ທ່ານ​ນາງ Susan Rice ທີ່​ປຶກສາ​ດ້ານ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ຕ້ອງ​ຍອມຮັບ​ວ່າ, ຊາວ​ອາ​ເມ​ລິ​ກາ ຕ້ອງ​ປ່ຽນ​ແປງ​ຈີນ​ຕະນາ​ການ​ຫຼ້າ​ຫຼັງ​ກ່ຽວ​ກັບ ອາ​ຟຼິກກາ. ​ແທນ​ທີ່ພຽງ​​ແຕ່​ເຫັນ​ໄດ້​ການ​ປະ​ທະກັນ, ​ໂລກລະ​ບາດ, ຄວາມ​ອຶດຫິວ​ທຸກ​ຍາກ, ຕ້ອງ​ເຫັນ​ໄດ້ ອາ​ຟຼິກກາ ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​​ແບບ​ແລະ ​ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ໃໝ່​.

  ບໍ່​ອາດ​ປະຕິ​ເສດ​ໄດ້​ວ່າ: ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ- ອາ​ຟຼິກກາ ຍັງ​ມີ​ສິ່ງ​ກີດຂວາງ​ຢູ່ ​ແຕ່​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ​ອາ​ເມລິ​ກາ ​ແລະ ອາ​ຟຼິກກາ ຄັ້ງທີ 1 ​ແມ່ນ​ໂອກາດ​​ເພື່ອໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເຂົ້າ​ໃຈ​ຄູ່​ຮ່ວມ​ມື​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ ທັງ​ແມ່ນ​ພື້ນຖານ​ເພື່ອ​ກ້າວ​ໄປ​ເຖິງ​ການ​ພົວພັນ​ທີ່​ເລິກ​ເຊິ່ງກ່ວາ​ໃນ​ອະນາຄົດ./.


ຕອບກັບ

ຂ່າວ/ບົດ​ອື່ນ