ຮັກສາທີ່ດິນປູກເຂົ້າ ເພື່ອຄ້ຳປະກັນສະບຽງອາຫານ

ຢູ່ ຫວຽດນາມ ມີ​ພົນລະ​ເມືອງ​ກວ່າ 70%, ​ແມ່ນດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ແມ່ນ​ຕິດ​ພັນ​ກັບ​ອາຊີບ​ປູກ​ເຂົ້າ ​ແລະ ຜະລິດ​ເຂົ້າສານ. ​ເພາະສະ​ນັ້ນ, ການ​ຮັກສາ​ທີ່​ດິນ​ປູກ​ເຂົ້າ​​ໄວ້ເພື່ອ​ປະ​ກອບສ່ວນຄ້ຳປະກັນ​ສະບຽງ​ອາຫານ​ແບບ​ຍື່ນ​ຍົງ​ ​ແລະ ຍາວ​ນານ ​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ພັກ, ລັດ​ຫວຽດນາມ. ນີ້​ກໍແມ່ນ​ເນື້ອ​ໃນ​ທີ່ໄດ້​​ປຶກສາ​ຫາລື​​ໃນກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ນີ້.

        ຕາມ​ຕົວ​ເລກ​ສະຖິຕິ​ຈາກ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້​ອມ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ດິນ​ທຳ​ການ​ຜະລິດ​ກະສິກຳ​ຂອງ​ຫວຽດນາມ​ມີ​ກວ່າ 10 ລ້ານ​ເຮັກຕາ,​​ໃນ​ນັ້ນ ກວ່າ 4 ​ເຮັກຕາ ​ແມ່ນ​ເນື້ອ​ທີ່​ດິນ​ປູກ​ເຂົ້າ. ​ໃນ 10 ປີຜ່ານມາ ມີ​ເນື້ອ​ທີ່​ດິນ​ປູກ​ເຂົ້າເກືອບ 3​ ​ແສນ 5ໝື່ນເຮັກຕາຖືກ​ຫັນປ່ຽນ​ນຳ​ໃຊ້​​ເພື່ອ​ຈຸດປະສົງ​ອື່ນ. ຄາດ​ວ່າ ຮອດ​ປີ 2020 ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ສືບ​ຕໍ່​ຫລຸດ​ລົງ​ຢູ່​ໃນ​ຕົວ​ເລກ 300.000 ​ເຮັກຕາ. ນີ້​ແມ່ນ​ບັນຫາ​ເປັນ​ຫນ້າ​ວິຕົກ​ກັງວົນ​ກ່ຽວ​ກັບ​ການວາງ​ແຜນ​ກຳນົດ, ນຳ​ໃຊ້​ທີ່​ດິນ, ພິ​ເສດ​​ແມ່ນໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ, ຂົ່ມຂູ່​ເຖິງ​ການ​ຄ້ຳປະກັນ​ສະບຽງ​ອາຫານ​ໃນ​ທົ່ວ​ໂລກ ​ແລະ ຫວຽດນາມ​ກໍ​ແມ່ນ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຈາກ​ສິ່ງ​ດັ່ງກ່າວ. ທ່າ​ອ່ຽງຫລຸດຜ່ອນ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເກືອບ​ທຸກເຂດ​ປູກ​ເຂົ້າ​​ໃນ​ທົ່ວ​ປະ​ເທດ, ຢູ່​ບາງເຂດ​ທີ່​ຂຶ້ນ​ກັບ​ເຂດ​ເສດຖະກິດ​ຈຸດ​ສຸມ​ແຫ່ງ​ຊາດ ມີ​ລະດັບ​​ໃນ​ພັດທະນາ​ອຸດສາຫະກຳ, ​ຕົ​ວ​ເມືອງ​ຢ່າງ​ວ່ອ​ງ​ໄວນັ້ນ​ແມ່ນ ​ເນື້ອ​ທີ່​ປູກ​ເຂົ້າຍິ່ງ​ຖືກ​ຫລຸດ​ລົງ​ຫລາຍ. ຕາມ​ການ​ຕີ​ລາຄາ​ແລ້ວ, ສາຍ​ເຫດ​ທີ່​ເຮ​ດ​ໃຫ້​ເມືອງ​ທີ່​ປູກ​ເຂົ້າຫລຸດ​ລົງ​ນັ້ນ ​ແມ່ນ​ຍ້ອນ​ວິວັດທະນາ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ຫັນ​ເປັນ​ຕົວ​ເມືອງ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ຫັນປ່ຽນ​​ໂຄງ​ປະກອບ​ການ​ຜະ​ລິດ​ໃນ​ຂະ​ແໜງກະສິກຳ. ທ່ານ ​​ໂຕນ​ຢາ​ຮວຽນ, ອະ​ດິດຫົວຫນ້າ​ກົມ​ໃຫຍ່​ຄຸ້ມ​ຄອງ​ທີ່​ດິນ​ຖື​ວ່າ:

        “​ເລື່ອງ​ຫັນປ່ຽນ​​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ຈຳນວນ​ຫລາຍ​ໄປ​ສູ່​ການ​ນຳ​ໃຊ້​ໃນຈຸດປະສົງ​ອື່ນ ​ໃນ​ໄລຍະ​ສັ້ນ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ເຂດ​ປູກ​ເຂົ້າ​ທີ່ມີ​​ເງື່ອນ​ໄຂ​ປູດ​ຝັງ ​ແຕ່​ບໍ່​ມີ​ການ​ຄິດ​ໄລ່​ຊັ່ງຊາ​ເຖິງປະສິດທິ​ຜົນ​ການ​ພັດທະນາ​ເສດຖະກິດ​ສິ່ງ​ແວດ​ລ້ອມ​ໃນ​ໄລຍະ​ຍາວ​ ​ໄດ້​ສົ່ງ​ຜົນ​ກະທົບ​ ບໍ່​ດີ​ຕໍ່​ການ​ຜະລິດ, ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ສ່ວນ​ຫນຶ່ງ, ຂົ່ມຂູ່​ເຖິງ​ການ​ຄ້ຳປະກັນ​ສະບຽງ​ອາຫານ”

        ຕາມ​ທ່ານ ​ເຈີ​ນດີ​ນທຽນ, ຫົວຫນ້າ​ສະ​ຖາ​ບັນ​ເສດຖະກິດ ຫວຽດນາມ​ແລ້ວ, ສາຍ​ເຫດ​ຂອງ​ບັນຫາ​​ເນື້ອ​ທີ່​ດິນ​ປູກ​ເຂົ້າ​ຖືກ​ຮັດ​ແຄບ, ຖືກ​ຂົ່ມ​ຂູ່ ຍ້ອນ​ບັນດາ​ນັກ​ວາງ​ແຜນ​ກຳນົດ​ບໍ່​ທັນ​ຊອກ​ໄດ້​ທິດກ້າວ​ເດີນ​ຢ່າງ​ຖືກຕ້ອງ​ໃຫ້​ແກ່​ການ​ວາງ​​ແຜນ​ກຳນົດ, ການ​ນຳ​ໃຊ້​ທີ່​ດິນ. ມີ​ເຂດ​ອຸດສາຫະກຳ​ຫລາຍ​ແຫ່ງ, ​ແຜນ​ກຳນົດ​ທີ່​ດິນ​ຫລາຍ​​ໂຄງການ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແຕ່​ບໍ່​ອີງ​ໃສ່​ພື້ນຖານ​ລະອຽດ​ໃດ. ​ເລື່ອງ​ພັດທະນາ​ອຸດສາຫະກຳ ຕາມ​ທິດ​ນຳ​ໃຊ້​ແຮງ​ງານ​ຫນ້ອຍ, ​ນຳ​ໃຊ້​ທຶນຮອນ​ຫລາຍ, ທີ່​ດິນ​ຫລາຍ ​ແຕ່​ສ້າງ​ວຽກ​ເຮັດ​ງານ​ທຳ​ພັດຫນ້ອຍ ​ໄດ້​​ເຮັດ​ໃຫ້​ຊາວ​ກະສິກອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ເມື່ອ​ແບ່ງປັນ​ກ່ຽວ​ກັບ​ບັນຫາ​ນີ້ ທ່ານ ​ເລກ​ວັກ​ຢູງ ອະ​ດິດຮອງ​ຫົວຫນ້າ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພ​າ​ແຫ່ງ​ຊາດ​ຖື​ວ່າ: ມາດ​ຕະການ​ເພື່ອນຳ​ໃຊ້​ຊັບພະຍາກອນ​ທີ່​ດິນ​ຢ່າງ​ມີ​ປະສິດທິ​ຜົນ ນັ້ນ​ແມ່ນ​ຕ້ອງ​ມີ​ຍຸດ​ທະ​ສາດ​ການວາງ​​ແຜນ​ກຳນົດ​ສັງ​ລວມ ​ແລະ ນຳ​ໃຊ້​ທີ່​ດິນ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ​ໃນ​ນັ້ນ ຮັກສາ​ທີ່​ດິນ​ປູກ​ເຂົ້າ​ແມ່ນຫນ້າ​ທີ່​ຕົ້ນຕໍ. ທ່ານ​ເລກ​ວັກ​ຢູງ ​ເວົ້າ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ: ຕ້ອງ​ມີ​ການ​ຄິ​ດ​ໄລ່​ຊັ່ງຊາ​ກ່ຽວ​ກັບ​ການ​ນຳ​ໃຊ້​ທີ່​ດິນ​ປູກ​ເຂົ້າຢ່າງ​ລະອຽດ. ຂ້າພ​ະ​ເຈົ້າ​ຖື​ວ່າ ບັນຫາ​ສະບຽງ​ອາຫານ​ບໍ່​ອາ​ດຄິດ​ໄລ່​ພາຍ​ໃນ​ໄລຍະ 10 ປີ, 20 ປີ​ໄດ້ ຫາກ​ ຕ້ອງ​ຄິດ​ໄລ່​ໃນໄລຍະ​​ເວລານັບ​ຮອ້ຍໆ​ປີ. ຍ້ອນ​ວ່າ ສ້າງ​ທີ່​ດິນ​ປູ​ກ​ເຂົ້າ​ຕ້ອງ​ເສຍ​ເວລາ​ນັບ​ພັນ​ປີ. ສະ​ນັ້ນ, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ລະມັດ​ລະວັງ​ທີ່​ສຸດ.“

        ທ່ານ​ຫງວຽນ​ແມ້ງ​ຫ໋ຽນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດລ້ອມ​ຖື​ວ່າ: ​ເພື່ອ​​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ​ໃນ​ການ​ນຳ​ໃຊ້​ທີ່​ດິນ, ຮຽກຮ້ອງ​​ໃຫ້​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ຫຼວງຫຼາຍຂອງ​ທັງ​ລະບົບ​ກາ​ນ​ເມືອງ ​ແລະ ພ້ອມ​ກັນ​ນັ້ນ ກໍ່ຄວນ​ກຳນົດ​ເນື້ອ​ທີ່​ດິນ​ປູກ​ເຂົ້າຢ່າງ​ຈະ​ແຈ້ງ​ ​ເພື່ອ​ປົກ​ປັກ​ຮັກສາ​ຢ່າງ​ເຂັ້ມ​ງວດ, ກຳນົດ​ຫນ້າ​ທີ່​ ​ແລະ ​ເງື່ອນ​ໄຂ​ຢ່າງ​ຈະ​ແຈ້ງ ​ເມື່ອ​ຫັນປ່ຽນ​ທີ່​ດິນ​ປູກ​ເຂົ້າ​ໄປ​ສູ່​ການ​ນຳ​ໃຊ້​ໃນ ​ຈຸດປະສົງ​ອື່ນ ​ແລະ ​ປັບ​ໄໝ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ສຳລັບກໍລະນີ​ລະ​ເມີດ.

        “ລັດຖະບານ​ພວມ​ຈັດການ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ສັນ​ທີ່​ດິນ​ປູກ​ເຂົ້າ ​ແລະ ພວມ​ມີ​ມາດ​ຕະການ, ໝາຍ​ຄວາມ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຕ່ລະ​ທ້ອງ​ຖິ່ນ​ຈະ​ກຳນົດ​ເນື້ອ​ທີ່​ດິນ​ປູກ​ເຂົ້າຢ່າງ​ຈະ​ແຈ້ງ ​ແລະ ​ເປີດ​ເຜີຍ. ບົນ​ພື້ນຖານ​ນັ້ນ​ຈະ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຊາວ​ກະສິກອນ, ຫນູນ​ຊ່ວຍ​ທ້ອງ​ຖິ່ນ​ໃນ​ການ​ຈັດ​ສັນ​ທີ່​ດິນ​ປູກ​ເຂົ້າ.“

        ປະຈຸ​ບັນ, ກົມ​ການ​ເມືອງ​ໄດ້​ຮັບຮອງ​ເອົາ​ແຜນການ​ນຳ​ໃຊ້​ທີ່​ດິນ​ໄລຍະ​ແຕ່​ນີ້​ຮອດ​ປີ 2020 ຊຶ່ງ​ລັດຖະບານ​ໄດ້​ຍື່ນສະ​​ເຫນີ​ດ, ຕາມ​ນັ້ນ​ແລ້ວ ​ເນື້ອ​ທີ່​ດິນ​ສະຫງວນ​​ໃຫ້​ແກ່​ກະສິກຳ​ຂອງ​ທັງ​ປະ​ເທດ​ຈະ​ເພີ່ມ​ຂຶ້ນ​ກວ່າ 500.000 ​ເຮັກຕາ ​ເມື່ອ​ທຽບ​ກັບ​ປີ 2010, ບັນລຸ​ເກືອບ 27.000 ​ເຮັກຕາ. ​ໃນ​ນັ້ນ ການຈັດ​ສັນ​ທີ່​ດິນ​ປູ​ກ​ເຂົ້າ​ຖືກ​ກຳນົດ​ວ່າ​ມີກວ່າ 3.800 ​ເຮັກຕາ ດ້ວຍ​ຈຸດໝາຍ​ແມ່ນ​ຄ້ຳປະກັນ​ສະບຽງ​ອາຫານ​ໃນ​ໄລຍະ​ຍາວ ​ແລະ ສ່ວນ​ຫນຶ່ງ​ສະ​ຫງວນ​ໃຫ້​ແກ່​ການ​ສົ່ງ​ອອກ. ພ້ອມ​ກັບ​ຫລາຍ​ມາດ​ຕະການ​ນັ້ນ, ​ໃນ​ແຜນການ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ແຕ່ລະທ້ອງ​ຖິ່ນຄວນ​ກຳນົດ​ທີ່​ຕັ້ງ, ​ເນື້ອ​ທີ່​ດິນ​ປູກ​ເຂົ້າ​​ໃດ​ທີ່ຕ້ອງ​ຮັກສາ​ໄວ້, ຫລັງ​ຈາກ​ນັ້ນ​ຈຶ່ງ​ປັກ​ຫລັກ​ໝາຍ​ບົນ​ພື້ນ​ທີ່​ຕົວ​ຈິງ ​ແລະ ​ໂຄສະນາ​ໃຫ້​ແກ່​ປະຊາຊົນ​ຮູ້ຈັກ​ເພື່ອ​ຕິດຕາມ​ກວດກາ. ພ້ອມ​ກັນ​ນັ້ນ, ຄວນ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ໃຫ້​ແກ່​ປະຊາຊົນ ​ແລະ ທ້ອງ​ຖິ່ນ​ປູກ​ເຂົ້າ​ຄື: ​ເພີ່ມ​ທະວີ​ການ​ລົງທຶນ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ສັງຄົມ, ​ເພີ່ມ​ການ​ຈັດ​ແບ່ງ​ງົບປະມານ​ໃຫ້​ແກ່​ທ້ອງ​ຖິ່ນ, ຫລຸດຜ່ອນ​ອາກອນ, ອຸດ​ໜູນລາຄາ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເຫັ​ນ​ໄດ້​ວ່າ ​ເມື່ອ​ປູກ​ເຂົ້າ ລາຍ​ຮັບ​ກໍ​ຄື​ຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ບໍ່​ຕຳ່​ກວ່າ​ເມື່ອ​ທຽບ​ກັບ​ການ​ຫັນ​ທີ່​ດິນ​ປູກ​ເຂົ້າ​ເພື່ອ​ຈຸດປະສົງ​ອື່ນ. ​​ເຮັດ​ໄດ້​ຄື​ແນວ​ນັ້ນ ຈຶ່ງ​ສົ່ງ​ເສີມ​ປະຊາຊົນ, ອຳນາດ​ການ​ປົກຄອງ​ຕິດ​ພັນ​ກັບ​ອາຊີບ​ກະສິກຳ ​ແລະ ຮັກສາ​ທີ່​ດິນ​ປູກ​ເຂົ້າ​ໄວ້. ຄຽງ​ຄູ່​ກັນ​ນັ້ນ ທາງ​ລັດ​ຈະ​ມີ​ບັນດາ​ກົນ​ໄກ​ພິ​ເສດ ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ແຂວງ, ບໍ່​ປະ​​ໃຫ້​ສະພາບ​ຫັນ​ທີ່​ດິນ​ປູກ​ເຂົ້າ​ກາຍ​ເປັນ​ເຂດ​ອຸດສາຫະກຳ, ​ເຂດທ່ອງທ່ຽວ, ສະຫນາມ​ກອບ​ສ ຄື​ໃນ​ໄລຍະ​ຜ່ານ​ມາ.

        ທີ່​ດິນ​ຈຳກັດ, ​ໃນ​ຂະນະ​ທີ່ປະຊາກອນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຕໍ່ຫນ້າ​ສະພາບຄື ​ດັ່ງກ່າວ, ​ເລື່ອງ​ຮັກສາ​ທີ່​ດິນ​ປູກ​ເຂົ້າ​ແມ່ນ​ຈຳ​ເປັນ ​ແຕ່​ຕ້ອງ​ຮັບປະກັນ​ບັນດາ​ຜົນ​ປະ​ໂຫຍດ ຢ່າງ​ກົມ​ກ່ຽວ. ຕ້ອງ​ມີ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ມີ​ລະດັບ​ຍຸ​ດທະ​ສາດ ພ້ອມ​ກັບ​ສະຕິ​​ໃນ​ການ​ນຳ​ໃຊ້​ຊັບພະຍາກອນ​ທີ່​ດິນຢ່າງ​ເໝາະ​ສົມ ບໍ່​ພຽງ​ແຕ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ຂຸດ​ຄົ້ນ​ຊັບພະຍາກອນ​ພິ​ເສດ​ນີ້​ຢ່າງ​ມີ​ປະສິດທິ​ຜົນ​ເທົ່າ​ນັ້ນ ຫາກ​ຍັງ​ຮັບປະກັນ​ທີ່​ຕັ້ງ​ບົດບາດ​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ໃນ​ການ​ສົ່ງ​ອອກ​ເຂົ້າສານ​ໃຫຍ່ອັນ​ດັບສອງ​ຢູ່​ໃນ​ໂລກ.

                                                                                                                       ຮູຍນາມ

ຕອບກັບ

ຂ່າວ/ບົດ​ອື່ນ