ຮັກ​ສາ​ທ່າ​ພັດ​ທະ​ນາ​ທີ່​ຕັ້ງ​ໜ້າ​ຂອງກ​ານ​ພົວ​ພັນ ຫວຽດ​ນາມ-ຈີນ

(VOVWORLD) - ແຕ່ວັນທີ 18-20 ສິງຫາ, ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ຈະໄປຢ້ຽມຢາມ ຈີນ ຂັ້ນລັດ ຕາມຄຳເຊີນຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ສປ. ຈີນ ສີຈິນຜິງ ແລະ ພັນລະຍາ. ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ  ໂຕເລີມ ໃນຖານະຕຳແໜ່ງໃໝ່ ຊື່ງສະແດງໃຫ້ເຫັນການຖືເປັນສຳຄັນ, ບຸລິມະສິດແຖວໜ້າຂອງທັງສອງຝ່າຍ ໃນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ.
ຮັກ​ສາ​ທ່າ​ພັດ​ທະ​ນາ​ທີ່​ຕັ້ງ​ໜ້າ​ຂອງກ​ານ​ພົວ​ພັນ ຫວຽດ​ນາມ-ຈີນ - ảnh 1ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ (ພາບ: ບິກທ້ວນ)

    ຈີນ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທັງທາງບົກ ແລະ ທາງທະເລ, ສິ່ງນີ້ໄດ້ຕັດສິນລະດັບການເຊື່ອມຈອດ, ລັກສະນະເພີ່ມເຕີມສູງ ແລະ ຄວາມສະໜິດຕິດພັນດ້ານຜົນປະໂຫຍດອັນແໜ້ນແຟ້ນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ.

ຮັກ​ສາ​ທ່າ​ພັດ​ທະ​ນາ​ທີ່​ຕັ້ງ​ໜ້າ​ຂອງກ​ານ​ພົວ​ພັນ ຫວຽດ​ນາມ-ຈີນ - ảnh 2ສາດສະດາຈານຂອງມະຫາວິທະຍາໄລ ປຊຊ ຈີນ (ພາບ: ບິກທ້ວນ)

 ການຖືເປັນສຳຄັນສູງສຸດຂອງການນຳສອງຝ່າຍສຳລັບການພົວພັນສອງຝ່າຍ

   ຫວຽດນາມ ແລະ ຈີນ ໄດ້ສ້າງຕັ້ງການພົວພັນທາງການທູດກ່ອນນີ້ 74 ປີ, ໃນວັນທີ 18 ມັງກອນປີ 1950. ໂດຍໄດ້ຜ່ານຜ່າຫຼາຍໄລຍະປະຫວັດສາດ, ພາຍຫຼັງ 15 ປີໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານຍຸດທະສາດ (ປີ 2008) ມາຮອດປະຈຸບັນ ໄດ້ມີບັນດາບາດກ້າວເດີນຢ່າງໄວວາ ແລະ ນັບມື້ນັບເລິກເຊິ່ງ ຮອບດ້ານໃນບັນດາຂົງເຂດ.

                         ແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ການພົວພັນສອງປະເທດໄດ້ຮັກສາທ່ານພັດທະນາອັນຕັ້ງໜ້າ. ໃນໂທລະເລກຊົມເຊີຍເນື່ອງໃນໂອກາດທ່ານປະທານປະເທດໂຕເລີມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ວັນທີ 3 ສິງຫາ), ທ່ານເລຂາທິການໃຫ່ຍ, ປະທານປະເທດ ສີຈິນຜິງ ຢັ້ງຢືນພ້ອມແລ້ວທີ່ຈະພ້ອມກັບທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ນຳພາການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ນັບມື້ນັບແທດຈິງ ແລະ ເຂົ້າສູ່ລວງເລິກ. ຕີລາຄາກ່ຽວກັບການພົວພັນສອງຝ່າຍ, ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຖືວ່າ:

   ການພົວພັນ ຫວຽດນາມ-ຈີນ ໃນໄລຍະຜ່ານມາ ໄດ້ຮັກສາທ່າພັດທະນາທີ່ຕັ້ງໜ້າທີ່ສຸດ ແລະ ບັນລຸໄດ້ຫຼາຍຜົນງານທີ່ສຳຄັນ ໃນທຸກຂົງເຂດ, ສອງຝ່າຍເຫັນດີຈະສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດ, ມານະພະຍາຍາມເພື່ອຄວາມຜາສຸກຂອງ ປຊຊ ສອງປະເທດ, ເພື່ອພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ການຢ້ຽມຢາມ ຈີນ ຂັ້ນລັດຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາແມ່ນການເຄື່ອນໄຫວທາງການທູດພິເສດສຳຄັນລະຫວ່າງ ຫວຽດນາມ-ຈີນ ໃນປີ 2024 ນີ້, ຊື່ງໄດ້ດຳເນີນໃນສະພາບການສອງປະເທດກະກຽມຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025. ທ່ານ ຊຸງປົວ ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

   ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໃນຖານະຕຳແໜ່ງໃໝ່ ຊື່ງໄດ້ດຳເນີນພາຍຫຼັງເຄິ່ງປີ ທີ່ທ່ານເລຂາທິການໃຫ່ຍ, ປະທານປະເທດ ສີຈິນຜິງ ໄປຢ້ຽມຢາມ ຫວຽດນາມ ຂັ້ນລັດ. ສິ່ງນີ້ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນສູງສຸດ ຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ສຳລັບການພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ, ສະແດງໃຫ້ເຫັນວ່າສອງຝ່າຍໄດ້ຈັດວາງການພັດທະນາການພົວພັນລະຫວ່າງສອງພັກ, ສອງລັດໃນທີ່ຕັ້ງບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງປະເທດຕົນ.

ຊຸກຍູ້ຜົນງານແຫ່ງການຮ່ວມມື

    ຕາມທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງແລ້ວ, ຜ່ານການຢ້ຽມຢາມສຳຄັນນີ້, ສອງປະເທດຈະສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ ແລະ ຢືນຢັນການຖືເປັນສຳຄັນສຳລັບບັນດາຄວາມຮັບຮູ້ລວມ; ຕີລາຄາຄືນບັນດາຜົນງານທີ່ບັນລຸໄດ້; ວາງອອກມາດຕະການປະຕິບັດບັນດາທິດທາງ, ຂໍ້ຕົກລົງ ແລະ ອາດຈະຍົກອອກບັນດາທິດທາງໃໝ່, ກົນໄກໃໝ່. ຜ່ານນັ້ນຈະສ້າງສາຍພົວພັນຖືກກັບຄວາມປາດຖະໜາຂອງສອງຝ່າຍ, ຕາມບັນດາທິດນຳທີ່ໄດ້ວາງອອກ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ:

  ຜ່ານການຢ້ຽມຢາມຄັ້ງນີ້, ສອງຝ່າຍພ້ອມກັນຢັ້ງຢືນການຖືເປັນສຳຄັນ ກໍ່ຄືຄວາມສຳຄັນຂອງການພົວພັນລະຫວ່າງສອງພັກ, ສອງລັດ. ສອງຝ່າຍຢັ້ງຢືນບັນດາທິດທາງໄດ້ວາງອອກ ແລະ ບັນລຸໄດ້ຂໍ້ຕົກລົງການຮ່ວມມືຂັ້ນສູງ; ພິເສດ, ສ້າງເງື່ອນໄຂ, ກຳນໄກ ແລະ ເຫັນດີເປັນເອກະພາບບັນດາມາດຕະການເພື່ອປະຕິບັດ ບັນດາຂໍ້ຕົກລົງລວມທີ່ບັນລຸໄດ້ເປັນຢ່າງດີທີ່ສຸດ, ມີປະສິດທິຜົນ.

    ປີ 2025, ຫວຽດນາມ ແລະ ຈີນ ຈະຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍ. ການຢ້ຽມຢາມ ຈີນ ຂັ້ນລັດ ຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ພ້ອມດ້ວຍ ພັນລະຍາ ຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ບັນດາຜົນງານຮ່ວມມືລະຫວ່າງ ຫວຽດນາມ-ຈີນ ໃນເກືອບ 75 ປີຜ່ານມາອຸດົມສົມບູນຂຶ້ນຕື່ມ, ນຳການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ