ຮັບປະກັນລັກສະນະປະສິດທິຜົນໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ

(VOVWORLD) - ຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຫາກໍ່ໄດ້ຮັບການປຶກສາຫາລື ແລະ ຄາດວ່າ ຈະຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ມີຄວາມໝາຍສຳຄັນສຳລັບການພັດທະນາຂອງພື້ນຖານເສດຖະກິດ, ພິເສດ ພາຍຫລັງມີມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ. ທີ່ເວທີປາໄສສະພາແຫ່ງຊາດ, ເນື້ອໃນກ່ຽວກັບການໜູນຊ່ວຍວິສາຫະກິດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈເປັນພິເສດວ່າ ເຮັດແນວໃດ ໃຫ້ບັນດາຂໍ້ກຳນົດໃນຮ່າງກົດໝາຍໄດ້ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ມີການຜັນຂະຫຍາຍຢ່າງງ່າຍດາຍ. ບັນນາທິການ VOV ໄດ້ລວບລວມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍສະບັບນີ້ ຜ່ານບົດຂຽນ ຮັບປະກັນລັກສະນະປະສິດທິຜົນ ໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ.
ຮັບປະກັນລັກສະນະປະສິດທິຜົນໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 

ປະຈຸບັນ ຫວຽດນາມ ມີວິສາຫະກິດພວມເຄື່ອນໄຫວປະມານ 612.000 ແຫ່ງ, ໃນນັ້ນມີ 97 – 98% ແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ. ເພາະສະນັ້ນ ເມື່ອທຽບໃສ່ຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 2, ຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຄັ້ງນີ້ ກຳນົດນະໂຍບາຍໃໝ່ຫລາຍຢ່າງ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຄື: ນະໂຍບາຍໜູນຊ່ວຍລາຄາເຊົ່າເນື້ອທີ່ດິນ, ກຳນົດນະໂຍບາຍໜູນຊ່ວຍລວມຢ່າງລະອຽດ ແລະ ນະໂຍບາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ, ຄອບຄົວດຳເນີນທຸລະກິດປ່ຽນໃໝ່ມີຫົວຄິດປະດິດສ້າງ.

ຮັບປະກັນລັກສະນະປະສິດທິຜົນໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 2 ທ່ານນາງ ມາຍທິແອງຕວຽດ ສະມາຊິກສະພາແຫ່ງຊາດແຂວງ ອານຢາງ

ຮູບການໜູນຊ່ວຍຫລາຍຮູບຫລາຍແບບ

        ສຳລັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ການໜູນຊ່ວຍເພື່ອສຳພັດກັບແຫຼ່ງທຶນ, ເນື້ອທີ່ທຳການຜະລິດ, ໃຫ້ບຸລິມະສິດກ່ຽວກັບດ້ານອາກອນແມ່ນສິ່ງທີ່ຈຳເປັນ. ເລື່ອງໜູນຊ່ວຍໃຫ້ຖືກຕ້ອງ, ຖືກກັບບັນດາເນື້ອໃນ ຊຶ່ງວິສາຫະກິດຂະໜາດກາງ ແລະ ນ້ອຍພວມມີຄວາມຕ້ອງການ ຈະຊ່ວຍໃຫ້ບັນດາວິສາຫະກິດພັດທະນາຖືກທິດ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການເຕີບໂຕເສດຖະກິດ. ຢາກເຮັດໄດ້ຄືແນວນັ້ນ ຕາມສະມາຊິກສະພາແຫ່ງຊາດຫລາຍທ່ານແລ້ວ, ຮ່າງກົດໝາຍຄວນຍົກອອກມາດຕະຖານກຳນົດກ່ຽວກັບຮູບການ ແລະ ເນື້ອໃນໜູນຊ່ວຍຢ່າງຈະແຈ້ງ, ເໝາະສົມກັບແຕ່ລະປະເພດວິສາຫະກິດຂະໜາດກາງ ແລະ ນ້ອຍ ບົນພື້ນຖານຮັບປະກັນຄວາມຍຸຕິທຳ. ກ່ຽວກັບການໜູນຊ່ວຍສຳພັດກັບບ້ວງສິນເຊື່ອ, ທ່ານນາງ ມາຍທິແອງຕວຽດ ສະມາຊິກສະພາແຫ່ງຊາດແຂວງ ອານຢາງ ມີຄຳເຫັນວ່າ:

        “ທຶນຮອນແມ່ນແຫຼ່ງກຳລັງສຳຄັນໃນການເຄື່ອນໄຫວທຳການຜະລິດດຳເນີນທຸລະກິດຂອງວິສາຫະກິດ, ແຕ່ວິສາຫະກິດຂະໜາດກາງ ແລະ ນ້ອຍປະສົບກັບຄວາມຫຍຸ້ງຍາກທີ່ສຸດ ເມື່ອສຳພັດກັບແຫຼ່ງທຶນ. ດັ່ງນັ້ນ, ຮ່າງກົດໝາຍ ຄວນກຳນົດສ້າງເງື່ອນໄຂສະດວກ, ຕອບສະໜອງຄວາມຕ້ອງການທຶນຮອນຂອງວິສາຫະກິດໃຫ້ທັນເວລາ. ພ້ອມກັນນັ້ນ ກໍ່ຄວນກຳນົດການເປີດເຜີຍ, ກະຈ່າງແຈ້ງໃນການຈັດອັນດັບສິນເຊື່ອວິສາຫະກິດ; ຄວນກຳນົດຈະແຈ້ງຫຼັກການຈຸດເວລາ, ວິທີການ, ການສະໜອງຂໍ້ມູນຂ່າວສານ ໃນການຈັດອັນດັບສິນເຊື່ອວິສາຫະກິດ  ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລະບົບທະນາຄານການຄ້າ ແຕ່ຕ້ອງປົກປ້ອງສິດຜົນປະໂຫຍດຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ”.

        ເລື່ອງໜູນຊ່ວຍກ່ຽວກັບດ້ານພາສີອາກອນ ກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາສະມາຊິກສະພາແຫ່ງຊາດ. ທ່ານ ມາຍຮົງຫາຍ ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ຖືວ່າ:

        “ບາງບັນຫາຄືການໜູນຊ່ວຍກ່ຽວກັບການເກັບອາກອນລາຍຮັບວິສາຫະກິດ ຄວນກຳນົດໃຫ້ລະອຽດ ເພື່ອຮັບປະກັນການປະຕິບັດຢ່າງຄົບຊຸດ ເມື່ອກົດໝາຍມີຜົນສັກສິດນັບແຕ່ວັນທີ 1 ມັງກອນ 2018 ແທນທທີ່ຕ້ອງລໍຖ້າການປັບປຸງກົດໝາຍຕ່າງໆ ກ່ຽວກັບອາກອນ. ຕາມບົດລາຍງານຕີລາຄາຜົນກະທົບແລ້ວ ພຽງແຕ່ມີປະມານ 55% ວິສາຫະກິດຂະໜາດກາງ ແລະ ນ້ອຍມີກຳໄລ, ຖ້າຫາກຫລຸດຜ່ອນພາສີອາກອນ ລາຍຮັບວິສາຫະກິດແຕ່ 3 5% ສົ່ງຜົນກະທົບຕໍ່ການເກັບງົບປະມານ ຈະບໍ່ຫລຸດລົງຫລາຍ ແຕ່ການໜູນຊ່ວຍວິສາຫະກິດພັດທະນາສ້າງວຽກເຮັດງານທຳ ແລະ ເພີ່ມການເກັບລາຍຮັບງົບປະມານໃນອະນາຄົດຕື່ມອີກ”.

ຮັບປະກັນລັກສະນະປະສິດທິຜົນໃນການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 3 (ພາບປະກອບ)

   ພື້ນທີ່ເພື່ອທຳການຜະລິດແມ່ນມີບົດບາດສຳຄັນສຳລັບວິສາຫະກິດແຕ່ລະແຫ່ງ, ແຕ່ໃນຕົວຈິງ, ວິສາຫະກິດຍາກທີ່ຈະສຳພັດໄດ້ຍ້ອນການເຮັດລະບຽບການສັບສົນ, ເວລາແກ່ຍາວ, ເຮັດໃຫ້ໂອກາດລົງທຶນຖືກສູນເສຍໄປ. ວິສາຫະກິດຫຼາຍແຫ່ງໃຫ້ຮູ້ວ່າ ເລື່ອງໄດ້ຮັບການຫຼຸດຜ່ອນຄ່າເຊົ່າທີ່ດິນແມ່ນບໍ່ສຳຄັນ, ແຕ່ສິ່ງສຳຄັນກ່ວາໝູ່ ແມ່ນເຮັດແນວໃດເພື່ອຕ້ອງມີພື້ນທີ່ທຳການຜະລິດ, ດຳເນີນທຸລະກິດ. ທ່ານ ເຈີນວັນເລີມ ສ.ສ.ຊ ແຂວງບັກຢາງ ມີຄຳເຫັນດັ່ງນີ້ : (ເທບ)

     “ ມາດຕາ 11 ຂອງກົດໝາຍໄດ້ກຳນົດບັນດາເນື້ອໃນໜູນຊ່ວຍກ່ຽວກັບພື້ນທີ່, ແຕ່ເລັ່ງໃສ່ບັນດາເຂດອຸດສາຫະກຳ. ໃນຂະນະທີ່ສະພາບຕົວຈິງປະຈຸບັນ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ເຄື່ອນໄຫວໃນຂົງເຂດການຄ້າການບໍລິການແມ່ນມີຈຳນວນຫຼາຍ ແລະ ຄວາມຕ້ອງການທາງດ້ານພື້ນທີ່ແມ່ນສຳຄັນທີ່ສຸດ. ໃນມາດຕາ 12 ໄດ້ກຳນົດກ່ຽວກັບການໜູນຊ່ວຍສ້າງເຂດເຮັດວຽກລວມ, ສິ່ງນີ້ແມ່ນຈຳເປັນ,  ແຕ່ຂ້າພະເຈົ້າຄິດວ່າ ຍັງບໍ່ທັນພຽງພໍ, ດັ່ງນັ້ນກົດໝາຍຄວນກຳນົດວ່າ ອຳນາດການປົກຄອງທ້ອງຖິ່ນຕ້ອງອີງໃສ່ເງື່ອນໄຂຕົວຈິງເພື່ອຈັດແຈງເນື້ອທີ່ດິນ ແລະ ສ້າງບັນດາກົນໄກຊຸກຍູ້ການສ້າງບັນດາສູນການຄ້າ, ບັນດາສະຖານທີ່ດຳເນີນທຸລະກິດເພື່ອໃຫ້ເຊົ່າດ້ວຍລາຄາເໝາະສົມເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເຄື່ອນໄຫວດຳເນີນທຸລະກິດ, ຄ້າຂາຍ, ເຮັດບໍລິການ ”

     ເລັ່ງໃສ່ໜູນຊ່ວຍວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ

ການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງແມ່ນແຜນນະໂຍບາຍທີ່ຈຳເປັນໃນໄລຍະປະຈຸບັນ ແນໃສ່ສ້າງບັນດາຜະລິດຕະພັນໃໝ່, ສ້າງບາດກ້າວບຸກທະລຸໃນຂະແໜງເສດຖະກິດຫວຽດນາມ. ແຕ່ໃນປະຈຸບັນ, ຍັງມີຫຼາຍວິທີເຂົ້າໃຈທີ່ແຕກຕ່າງກັນເພື່ອກຳນົດຖືກຕ້ອງເປົ້າໝາຍວິສາຫະກິດຂະໜາດກາງ ແລະ ນ້ອຍເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ທ່ານນາງ ມາຍທິແອ້ງຕຽດ ສ.ສ.ຊ ແຂວງອານຢາງ ມີຄຳເຫັນວ່າ :

    “ ເພື່ອເສີມຂະຫຍາຍລະບົບນະໂຍບາຍໃນຮ່າງກົດໝາຍຢ່າງມີປະສິດທິຜົນ, ຫຼີກລ້ຽງການຫຼົງຜິດລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເລີ່ມທຸລະກິດ ແລະ ວິສາຫະກິດສ້າງອາຊີບຫຼືລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ກັບວິສາຫະກິດເອກະຊົນທົ່ວໄປ. ສະເໜີຮ່າງກົດໝາຍ ແລະ ບັນດານິຕິກຳລຸ່ມກົດໝາຍ ຄວນເຮັດແຈ້ງກ່ຽວກັບຄຳນິຍາມ, ເນື້ອໃນ, ລັກສະນະ, ຂອບຂະໜາດ…ຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ເພື່ອໃຫ້ນະໂຍບາຍໜູນຊ່ວຍຖືກຕ້ອງກັບເປົ້າໝາຍ, ບໍ່ຟຸມເຟືອຍ”

     ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ແລະ ພັດທະນາ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ້ຢຸງ ຖືວ່າ: ໃນຈຳນວນ 3 ກອງທຶນເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ໄດ້ລະບຸໃນຮ່າງກົດໝາຍນັ້ນ, ມີກອງທຶນປະເພດໃໝ່ຢູ່ຫວຽດນາມ, ນັ້ນແມ່ນກອງທຶນເພື່ອການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ້ຢຸງ ເວົ້າວ່າ:

    “ ກອງທຶນນີ້ແມ່ນຈຳເປັນທີ່ສຸດເພື່ອ ປຸກລະດົມສົ່ງເສີມໃຫ້ແກ່ການເຄື່ອນໄຫວປ່ຽນແປງໃໝ່, ປະດິດຄິດສ້າງ, ປະຕິບັດບັນດາແນວຄວາມຄິດໂດຍອີງໃຊ້ພື້ນຖານການຂຸດຄົ້ນບັນດາຊັບສິນທາງປັນຍາກ່ຽວກັບເຕັກໂນໂລຢີ, ມີຄວາມສາມາດເຕີບໂຕໄວ. ການສ້າງຕັ້ງກອງທຶນດັ່ງກ່າວແມ່ນເພື່ອໜູນຊ່ວຍທຶນຮອນໃຫ້ແກ່ວິສາຫະກິດ, ກໍຄືເພີີ່ມລັກສະນະແກ່ງແຍ້ງ ”

     ບັນດາເອກະສານນິຕິກຳໃນປະຈຸບັນກ່ຽວກັບການໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ກໍລ້ວນແຕ່ແມ່ນນິຕິກຳລຸ່ມກົດໝາຍ, ບໍ່ມີກົນໄກຢ່າງພຽງພໍເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍບັນດາວິສາຫະກິດຢ່າງຄົບຊຸດ ແລະ ມີປະສິດທິຜົນ. ຮ່າງກົດໝາຍໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ແມ່ນຕິດແທດກັບຕົວຈິງ, ປະກອບສ່ວນຮັບປະກັນໃຫ້ແກ່ບັນດາການເຄື່ອນໄຫວຂອງວິສາຫະກິດມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຫວຽດນາມ./. 

ຕອບກັບ

ຂ່າວ/ບົດ​ອື່ນ