ເກຼັກໄດ້ຫຼຸດພົ້ນອອກຈາກວິກິດການຢ່າງແທ້ຈິງຫຼືບໍ່?

ດ້ວຍ​ຈຳ​ນວນ 229 ບັດ​ເຫັນ​ດີ, 64 ບັດ​ຄັດ​ຄ້ານ ແລະ 6 ບັດ​ຂາວ​, ວັນ​ທີ 16/7, ສະ​ພາ​ແຫ່ງ​ຊາດ​ເກຼັກ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ຮູບ​ຢ່າງ​ໜັກ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ເຈົ້າ​ໜີ້ ແນ​ໃສ່​ແລກ​ເອົາ​ບ້ວງ​ເງິນ​ຊ່ວຍ​ກູ້​ໃໝ່ ລວມ​ມູນ​ຄ່າ 86 ຕື້ ເອີ​ໂຣ( 94 ຕື້ USD ). ໃນ​ຂະ​ນະ​ນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນ​ໃນພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ Eurozone ກໍ​ເລີ່ມ​ຕົ້ນ​ພິ​ຈາ​ລະ​ນາ​ສະ​ໜອງ ບ້ວງ​ເງິນ​ຊ່ວຍ​ກູ້ທີ 3 ໃຫ້​ແກ່​ອາ​ແທນ. ເປັນ​ອັນ​ວ່າ ໃນ​ເບື້ອງ​ຕົ້ນ, ເກຼັກໄດ້​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຂອບ​ເຂດ​ອັນ​ຕະ​ລາຍ, ຫຼີກ​ລ້ຽງ​ຈາກ​ການ​ຖືກ​ປັດ​ເຂ່ຍ​ອອກ​ຈາກ Eurozone, ແຕ່ ເກຼັກ​ສາ​ມາດ​ຟື້ນ​ຕົວ​ຂຶ້ນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ໄດ້ຫຼືບໍ່? ນັ້ນ​ກໍ​ແມ່ນ​ບັນ​ຫາ​ທີ່​ຍາວ​ໄກ 

 

ເກຼັກໄດ້ຫຼຸດພົ້ນອອກຈາກວິກິດການຢ່າງແທ້ຈິງຫຼືບໍ່? - ảnh 1

      ຮ່າງ​ກົດ​ໝາຍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ພາຍຫຼັງ​ການ​ໂຕ້​ແຍ້ງ​ທີ່​ເຄັ່ງ​ຕຶງ​ຢູ່​ສະ​ພາ​ແຫ່ງ​ຊາດ, ພັກ ຊີ​ຣີ​ຊາ ກຳ​ອຳ​ນາດ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ໂດຍ​ອີງ​ບົນ​ການ​ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ພັກ​ຝ່າຍ​ຄ້ານ​ທີ່​ມີ​ທັດ​ສະ​ນະ​ສະ​ໜັບ​ສະ​ໜູນ​ເອີ​ລົບ. ແຕ່​ມີ ສ​.ສ.ຊ 38 ທ່ານ​ສັງ​ກັດພັກ ຊີ​ຣີ​ຊາໄດ້​ປ່ອນ​ບັດ​ຂາວຫຼື​ບັດ​ຄັດ​ຄ້ານ, ໃນ​ນັ້ນ, ມີ​ທັງ​ບັນ​ດາ​ບຸກ​ຄົນ​ທີ່​ພວມ​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ຄະ​ນະ​ລັດ​ຖະ​ບ​ານ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ແບ່ງ​ແຍກ​ພາຍ​ໃນ​ພັກ​ກຳ​ອຳ​ນາດ​ທີ່​ມີ​ຕໍ່​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮັກ​ເຂັມ​ຄັດ, ຊຶ່ງ​ເຄີຍ​ຖືກ​ຜູ້​ມີ​ສິດ​ປ່ອນ​ບັດ ເກຼັກ ຄັດ​ຄ້ານ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ອນນັ້ນ. ແຕ່​ໃນ​ຈຸ​ເວ​ລາ​ປະ​ຈຸ​ບັນ, ເບິ່ງ​ຄື​ວ່າ ບັນ​ດາ​ສ.ສ.ຊ ເກຼັກ​ຍາກ​ທີ່​ຈະ​ມີ​ການ​ຄັດ​ເລືອກ​ໃດໆ​ເພື່ອ​ປະ​ຕ​ິເສດຕໍ່​ກັບ​ຂໍ້​ຕົກ​ລົງ​ນີ້.

    ສິ່ງ​ກີດ​ຂວາງ​ຂອງ​ແຜນ​ການ​ຊ່ວຍ​ກູ້

  ຕາມ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ກັບ Eurozone ເມື່ອ​ວັນ​ທີ 13/7, ສະ​ພາ​ແຫ່ງ​ຊາດ ເກຼັກ​ຕ້ອ​ງ​ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ການ​ປ່ຽນ​ແປງ​ຢ່າງ​ກ້​ວາງ​ຂວາງ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ, ເງິນ​ເດືອນ, ພາ​ສີ​ອາ​ກອນ ເພື່ອ​ໄດ້​ຮັບ ບ້ວງ​ເງິນ​ຊ່ວຍ​ໜູນ​ຈາກ 82 – 86 ຕື້​ເອີ​ໂຣ​ໃນ​ຮອບ 3 ປີ​ຂ້າງ​ໜ້າ. ແຕ່​ແຜນ​ການນີ້ ຕ້ອງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ 8 ປະ​ເທດ​ໃນ​ພາກ​ພື້ນ​ Eurozone ແລະ ວິ​ວັດ​ການນີ້ ຄາດ​ຄະ​ເນ​ວ່າ ຈະ​ຕ້ອງ​ໃຊ້​ເວ​ລາ 2-3 ເດືອນ. ມາ​ຮອດ​ປະ​ຈຸ​ບັນ, ມີ​ພຽງ​ແຕ່​ສະ​ພາ​ແຫ່ງ​ຊາດ​ຝະ​ລັ່ງ​ຮັບ​ຮອງ​ເອົາ​ເທົ່າ​ນັ້ນ ແລະ ວ​ິ​ວັດ​ທະ​ນາ​ການນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ຫຍຸ້ງ​ຍາກ​ພໍ​ສົມ​ຄວນ​ເພາະ​ວົງ​ການ​ນັກ​ການ​ເມ​ືອງ ຫຼາຍ​ປະ​ເທດບໍ່​ເຫັນ​ດີ​ກັບ​ການ​ຊ່ວຍ​ກູ້ ເກຼັກ .

     ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຄວາມ​ຫຍຸ້ງ​ຍາກ​ຍັງ​ເກີດ​ມາ​ຈາກ​ຢູ່​ພາຍ​ໃນ ເກຼັກ​ເອງ. ນັ້ນ​ແມ່ນ​ການ​ແບ່ງແຍກ​ຢ່າງ​ເລິກ​ເຊິ່ງ​ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ ເກຼັກ ຂະ​ນະ​ທີ່​ນັບ​ມື້​ນັບ​ມີຫຼາຍ​ຄຳ​ເຫັນ​ຄັດ​ຄ້ານ​ຂໍ້​ຕົກ​ລົງ​ຊ່ວຍ​ກູ້ ຍ້ອນຖື​ວ່າ ນີ້​ແມ່ນ​ຂໍ້​ຕົກ​ລົງ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​. ສິ່ງນີ້ ໄດ້​ບອກ​ເຕືອນ​ສັນ​ຍານ​ກ່ຽວ​ກັ​ບ​ໄລ​ຍະ​ຂາດ​ສະ​ຖຽນ​ລະ​ພາບ​ເລີ່ມ​ເກີດ​ຂຶ້ນ​ຢູ່​ປະ​ເທດນີ້. ພ້ອມ​ກັບ​ບັນ​ດາ​ການ​ປະ​ຕິ​ຮູບ​ທີ່​ໄດ້​ຮຽກ​ຮ້ອງ​ປະ​ຕິ​ບັດ​ນັ້ນ, ເກຼັກຍັງ​ຕ້ອງ​ຊອກ​ຫາ​ບັນ​ດາ​ເສັ້ນ​ທາງ​ເພື່ອ​ເຕີບ​ໂຕ ແລະ ນີ້​ຈຶ່ງ​ແມ່ນ​ຄວາມ​ທ້າ​ທາຍ​ຢ່າງ​ແທ້​ຈິງ.

    ພຽງ​ແຕ່​ແມ່ນ​ບັນ​ດາ​ມາດ​ຕະ​ການ “ຮັດ​ເຂັມ​ຄັດ”

   ເຖິງວ່າ​ໄດ້ຊ່ວຍ ເກຼັກ ຫຼີກ​ລ້ຽງ​ຈາກ​ສະ​ພາບ​ລົ້ມ​ລະ​ລາຍ​ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ​ກໍ​ຕາມ, ແຕ່​ກໍ​ບໍ່ມີ​ຄວາມໝາຍ​ວ່າວົງ​ການ​ນັກ​ຊ່ຽວ​ຊານບໍ່​ເປັນ​ຫ່​ວງຫຼາຍ​ກ່ຽວ​ກັບ​ກໍ​ລະ​ນີ​ລົມ​ລະ​ລາຍ​ຂອງ​ປະ​ເທດນີ້​ໃນ​ອະ​ນາ​ຄົດ. ມີ​ຄຳ​ຖາມ​ໃຫຍ່ຂໍ້​ໜຶ່ງ, ນ​ັ້ນ​ແມ່ນ​ການ​ຊ່ວຍ​ກູ້ ອາດ​ຈະ​ແກ່​ຍາວ​ການ​ຄົງ​ຕົວ​ຂອງ ເກຼັກ​ໄດ້​ນານ​ປານ​ໃດ? . ກ່ຽວ​ກັບ​ບ້ວງ​ເງິນ​ຊ່ວຍ​ກູ້ທີ 3 ນີ້, ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ກໍ​ເປັນ​ການ​ຍາກ​ທີ່​ຈະ​ຮັບ​ປະ​ກັນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຊຳ​ລະ​ໜີ້​ສິນ​ຂອງ ເກຼັກ ໃນ​ອະ​ນາ​ຄົດ.

    ໃນ​ການ​ຄົນ​ຄ້​ວາ​ກ່ຽວ​ກັບ​ສະ​ພາບ​ການ ເກຼັກ ເມື່ອ​ວັນ​ທີ 14/7, IMF ໃຫ້​ຂ​ໍ້​ສັງ​ເກດ​ວ່າ ໜີ້​ສິນ​ຂອງ ເກຼັກ ໃນ​ຮອບ 10 ປີ​ທີ່​ຈະ​ມາ​ເຖິງ ຈະຫຼາຍກວ່າ​ເມື​ອ່​ທຽບ​ໃສ່​ການ​ຄາດ​ຄະ​ເນ. IMF ຄາດ​ຄະ​ເນ​ວ່າ ໜີ້​ສາ​ທາ​ລະ​ນະ​ຂອງ IMF ຈະ​ເທົ່າ​ທຽມ​ປະ​ມານ 200% GDP ຂອງ​ປະ​ເທດນີ້​ໃນ​ປີ​ໜ້າ​, ເພີ່ມ​ຂຶ້ນກວ່າ 20% ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ກ່ອນນັ້ນ, ສ່ວນ​ໜຶ່ງ​ກໍ​ຍ້ອນ​ພື້ນ​ຖານ​ເສດ​ຖະ​ກ​ິດ​ສືບ​ຕໍ່​ຊຸດ​ໂຊມ​ໃນ​ປີນີ້. ດັ່ງ​ນັ້​ນ ເກຼັກ​ຕ້ອງ​ການຫຼາຍກວ່າບ້ວງ​ເງິນ​ຊ່ວຍ​ກູ້ທີ່​ມີ​ມູນ​ຄ່າ​ປະ​ມານ 86 ຕື້ເອີ​ໂຣ ທີ່​ຫາ​ກໍ​ບັນ​ລຸ​ໄດ້​ເພື່ອ​ສາ​ມາດ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ.

     ຍັງ​ບໍ່​ທັນ​ຄາດ​ຄະ​ເນ​ໄດ້​ໃນ​ອະ​ນາ​ຄົດ

    ນັບ​ແຕ່​ເວ​ລາ​ເກີດ​ວິ​ກິດ​ການ​ເມື່ອ​ປີ 2010, ​ອຳ​ນາດ​ການ​ປົກ​ຄອງຊຸດ​ຕ່າງໆ​ຂອງ ເກຼັກ , ໃນ​ພື້ນ​ຖານ​ໄດ້​ເດີນ​ຕາມ​ແບບ​ວິ​ທີ​ແກ້​ໄຂ​ຂອງ​ກຸ່ມ 3 ເຈົ້າ​ໜີ້. ແຕ່​ສິ່ງ​ທີ່​ເປັນ​ໜ້າ​ວິ​ຕົກ​ກັງ​ວົນ, ນັ້ນ​ແມ່ນ ເກຼັກ ນັບ​ມື້​ນັບ​ຕົກ​ເຂົ້າ​ສູ່​ສະ​ພາບ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ. ປະ​ຈຸ​ບັນ​ອັດ​ຕາ​ການ​ວ່າງ​ງານ​ຂອງ ເກຼັກ​ແມ່ນ 26,5%, ຊຶ່ງ​ແມ່ນ​ຕົວ​ເລກ​ສູງ​ສຸດ​ຢູ່​ເອີ​ລົບ, ແລະ ໃນ​ໄວ​ໜຸ່ມ, ອັດ​ຕາສ່ວນນີ້ ແມ່ນ​ຂຶ້ນ​ເຖິງ 60%. ນີ້​ແມ່ນ​ຜົນ​ຮ້າຍ​ຢ່ອນຫຼັງ​ຈາກ​ການຫຼຸດ​ຜ່ອນ​ເງິນ​ເດືອນ​ໃນ​ພາກ​ລັດ ແລະ ເພີ່ມ​ອັດ​ຕາ​ພາ​ສີ​ອາ​ກອນ​ໃນ​ຕະຫຼອດ​ໄລ​ຍະ​ຊຸດ​ໂຊມ. ບັນ​ດາ​ມາດ​ຕະ​ການຫຼຸດ​ຜ່ອນຫຼາຍກວ່າ​ອີກ​ເພື່ອ​ແລກ​ເອົາ ບ້ວງ​ເງິນ​ຊ່ວຍ​ກູ້​ຄັ້ງ​ນີ້ ຈະ​ພາ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ເກຼັກ ຍິ່ງ​ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕະ​ແຈ. ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ສັງ​ຄົມ​ສືບ​ຕໍ່​ເກີດ​ຂຶ້ນ, ​ຄວາມ​ມາ​ນະ​ອົດ​ທົນ​ຂອງປະ​ຊາ​ຊົນ ເກຼັກພວມ​ຖືກ​ສູນ​ເສຍ​ໄປ​ຍ້ອນ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ. ວັນ​ທີ 15/7, ຊາວ ເກຼັກ ນັບ​ພັນ​ຄົນ​ໄດ້ພາ​ກັນ​ລົງ​ຖະ​ໜົນເດີນ​ຂະ​ບວນ​ປະ​ທ້ວງ ຄັດ​ຄ້ານ​ນະ​ໂຍ​ບາຍ ຮັດ​ເຂັມ​ຄັດ ແລະ ການ​ເດີນ​ຂະ​ບວນ​ປະ​ທ້ວງ​ໄດ້​ກາຍ​ເປັນ​ການ​ຈະ​ລາ​ຈົນ. ແນ່ນອນວ​່າ ໃນ​ຊຸມມື້​ທີ່​ຈະ​ມາ​ເຖິງ, ເກຼັກ ຍັງ​ມີ​ການ​ຜັນ​ແປຫຼາຍ​ຢ່າງ​​ທີ່ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ