ເບື້ອງຫຼັງຂໍ້ຕົກລົງຢຸດຕິພາລະກຳຕິດຕາມກວດກາຂອງ (AL) ຢູ່ ຊີຮີ

ເບື້ອງຫຼັງຂໍ້ຕົກລົງຢຸດຕິພາລະກຳຕິດຕາມກວດກາຂອງ  (AL)   ຢູ່ ຊີຮີ - ảnh 1
ການແຫ່ຂະບວນຕ້ານປະທານາທິບໍດີ Assad ຢູ່ Deir Baghlaba ແຂວງ Homs ໃນວັນທີ 27/1/2012. 
(ພາບ:http://www.tinmoi.vn)

ວັນ​ທີ 28/1 ຜ່ານ​ມາ, ທ່ານ​ເລຂາທິການ​ໃຫຍ່​ສະຫະພັນ ອາ​ຮັບ (AL) ​Nabil Al Arabi ໄດ້​ປະກາດຢຸດຕິ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ຄະນະ​ນັກ​ສັງ​ເກດ​ການ​ຢູ່​ ຊີ​ຮີ ຍ້ອນ ”ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ”. ນັບ​ແຕ່​ເບື້ອງ​ຕົ້ນຫາງ​ສຽງ​​ໄດ້ມີ​ຄວາມ​ລະ​ແວງສົງ​​ໄສ​ຕໍ່​ລະດັບ​ຄວາມ​​ໄວ້​ເນື້ອ​​ເຊື່ອ​ໃຈ​​ໃນ​ສະຫະພັນ (AL) ຍ້ອນ​ມີການ​ແບ່ງ​ແຍກ​ ​ແລະ ​ການ​ກົດ​ໜ່ວງ​ພາຍ​ໃນກຸ່ມ (AL). ​ແລະ​ປະຈຸ​ບັນ, ຫາງ​ສຽງ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ປິດສະໜາຢູ່​ເບື້ອງ​ຫຼັງ​ຂໍ້​ຕົກລົງ​ເມື່ອ​ວັນ​ທີ 28/1 ຜ່ານ​ມາ​ຂອງ​ອົງການ​ນີ້.

        ຕາມ​ຂໍ້​ຕົກລົງ​ລະຫວ່າງ ຊີ​ຮີ ກັບ (AL) ​ແລ້ວ, ​ເພື່ອ​ແນ​ໃສ່ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຊີ​ຮີ, ນັບ​ແຕ່​ວັນ​ທີ 26/12/2011, (AL) ​ໄດ້ຈັດ​ສົ່ງ​ຄະນະ​ນັກ​ສັງ​ເກດ​ການ, ​ເຊິ່ງລວມມີ 163 ທ່ານ​ໄປ​ຍັງ ຊີ​ຮີ, ​ແລະ​ ຄາດ​ວ່າ​ຈຳນວນ​ນັກ​ສັງ​ເກດ​ການຈະ​ເພີ່ມ​ຂຶ້ນ​ເຖິງ 300 ຄົນ. ​ແຕ່, ອາທິດ​ຜ່ານ​ມາ, ສະພາ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ (GCC) ​ໄດ້​ຖອນ​ນັກ​ສັງ​ເກດ​ການ​ຂອງ​ຕົນ​ອອກ​ຈາກ​ ຊີ​ຮີ ​ແລະ ​ຮອດ​ວັນ​ທີ 28/1, (AL) ກໍ່​ຕົກລົງ​ຢຸດຕິ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ຄະນະ​ນັກ​ສັງ​ເກດ​ການຢູ່​ຊີ​ຮີ ດ້ວຍ​ສາຍ​ເຫດ​ທີ່​ວ່າ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ນັກ​ສັງ​ເກດ​ການ ຍ້ອນ​ສະພາບ​ການໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເພີ່ມ​ຂຶ້ນ​ໃນ 3 ມື້​ທີ່​ຜ່ານ​ມາ. ຂໍ້​ຕົກລົງ​ຢຸດຕິ​ພາລະກຳ​ສັງ​ເກດ​ການ​ຂອງ (AL), ຖືກ​ຍົກ​ອອກ​ມາ ພາຍຫຼັງ​ອຳນາດ​ການ​ປົກຄອງ ຊີ​ຮີ ຕໍ່​ກຳນົດ​ເວລາ​ເຄື່ອນ​ໄຫວ​ຂອງ (AL) ຕື່ມ​ອີກ 1 ​ເດືອນ​ນັ້ນ ​ໄດ້​ກໍ່​ຄວາມ​ຕົກສະ​ເງີ້​ໃຫ້​ແກ່​ຫາງ​ສຽງ. ປະຕິກິລິຍາທີ່​ມີ​ຕໍ່​ຂໍ້​ຕົກລົງ​ຂອງ (AL), ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ປະກາດ​ວ່າ ”ພວກ​ເຮົາ​ຢາກ​ຮູ້​ສາຍ​ເຫດ​ທີ່​ພາ​ໃຫ້​ເຂົາ​ເຈົ້າ​ມີ​ການ​ກະທຳ​ຄື​ດັ່ງກ່າວ, ຂ້າພະ​ເຈົ້າ​ສະໜັບສະໜູນ​ເລື່ອງ​ເພີ່ມ​ຈຳນວນ​ນັກ​ສັງ​ເກດ​ການ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກຕົກສະ​ເງີ້​ທີ່​ສຸດ ​ເພາະວ່າ ຄຳ​ປະກາດຖືກ​ຍົກ​ອອກ​ມາ ພາຍຫຼັງທີ່​ມີ​ຂໍ້​ຕົກລົງ​ຕໍ່​ກຳນົດ​ເວລາ​ເຄື່ອນ​ໄຫວ​ຂອງ (AL)  ຕື່ມ​ອີກ 1 ​ເດືອນ, ມີ​ບາງ​ປະ​ເທດ, ພິ​ເສດ​ແມ່ນ ​ບັນດາ​ປະ​ເທດ​ຢູ່​ເຂດ​ອ່າວ ​ໄດ້​ຮຽກ​ໂຮມ​ບັນດາ​ນັກ​ສັງ​ເກດ​ການ​ຂອງ​ຕົນ​ແລ້ວ. ທ່ານ Lavrov ຖື​ວ່າ​ຄຳ​ວິຈານ​ຂອງ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ວ່າ ພາລະ​ກຳຂອງ (AL)  ຢູ່ ຊີ​ຮີ ​ແມ່ນ​ບໍ່​ມີ​ຄວາມ​ໝາຍ ​ແລະ​ ເລື່ອງ​ໂອ້​ລົມ​ສົນທະນາ​ກັບ​ລະບອບ​ຂອງ​ປະທານາທິບໍດີ ຊີ​ຮີ Nabil Al – Arabi ​ແມ່ນ​ບໍ່​ສາມາດ​ປະຕິບັດ​ໄດ້​ນັ​້ນ ​ແມ່ນ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ​ແລະ​ ເລື່ອງ​ຊອກ​ຫາ​ວິທີ ເພື່ອ​ທຳລາຍ​ກາລະ​ໂອກາດ​ຮັກສາ​ສະຖຽນ​ລະ​ພາບ​ນັ້ນ ​ແມ່ນ​ການ​ກະທຳ​ທີ່​ບໍ່​ອາດ​​ໃຫ້ອະ​ໄພ​ໄດ້. ຄຳ​ເຫັນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ແມ່ນອະທິບາຍ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ ກ່ຽວ​ກັບ​ສາຍ​ເຫດ​ຢູ່​ເບື້ອງ​ຫຼັງ​ຂໍ້​ຕົກລົງ​ຢຸດຕິ​ພາລະ​ກຳ​ຕິດຕາມກວດກາຂອງ (AL) . ນັ້ນ​ແມ່ນ​ການ​ແບ່ງ​ແຍກ​ພາຍ​ໃນ​ກຸ່ມຂອງ (AL)   ​ແລະ ພາລະ​ກຳນີ້​ບໍ່​ນອນ​ຢູ່​ໃນ​ແຜນການ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ Damascus ຂອງ​ຝ່າຍ​ຕາ​ເວັນ​ຕົກ. ​ໃນ​ຕະຫຼອດ​ຂະ​ບວນວິວັດ​ແຫ່ງ​ການ​ຄົງ​ຕົວ​ ​ແຕ່​ປີ 1945 ມາຮອດ​ປະຈຸ​ບັນ, ຍາມ​ໃດ (AL) ກໍ່​ປະສົບ​ກັບ​ການ​ແບ່ງ​ແຍກ ​ແລະ ​ການ​ກົດ​ໜ່ວງ​ຍ້ອນ​​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ສຳ​ຫຼັບ​ກໍລະນີ ລີ​ບີ, ​ເປັນ​ຄັ້ງ​ທຳ​ອິດ​ທີ່ (AL)   ​ເຫັນ​ດີ​ຕໍ່​ມະຕິ​ສ້າງ​ຕັ້ງ​ເຂດ​ຫ້າມ​ບິນ​ຢູ່​ປະ​ເທດ​ນີ້. ​ເຖິງ​ວ່າ, ພຽງ​ແຕ່​ມີ​ລັກສະນະ​ເປັນ​ສັນຍາ​ລັກ​ກໍ່ຕາມ, ​ແຕ່​ການ​ສະໜັບສະໜູນ​ຂອງ​ຂອງ (AL)   ​ໃນ​ບັນຫາ​ລີ​ບີ ​ໄດ້​ນຳ​ມາ​ເຊິ່ງພາບ​​ພົດໃໝ່​ໃຫ້​ແກ່​ກຸ່ມ​ນີ້. ​ແຕ່​ໃນ​ບັນຫາ ຊີ​ຮີ,   ການ​ເຂົ້າ​ຮ່ວມ​ຂອງ (AL)  ​ໄດ້​ກໍ່​ໃຫ້​ເກີດ​ຫາງ​ສຽງ​ທີ່​ແຕກ​ຕ່າງ​ກັນ ບໍ່​ສະ​ເພາະແຕ່​ຢູ່​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ, ຫາກ​ລະຫວ່າງ​ຝ່າຍ​ຕາ​ເວັນ​ຕົກ​ກັບ ລັດ​ເຊຍ ​ແລະ​ ຈີນ. ພາຍຫຼັງ (AL)   ຕົກລົງ​ຢຸດຕິ​ຖານະ​ເປັນ​ສະມາຊິກ​ຂອງ ຊີ​ຮີ ​ເມື່ອ​ວັນ​ທີ 12/11/2011, ​ແລະ​ ຈັດ​ວາງບັນດາ​ມາດ​ຕະການ​ລົງ​ໂທດ​ລະບອບ Nabil Al – Arabi ນັ້ນ, ​ໄດ້​ມີ​ປະ​ເທດ​ສະມາຊິກ​ຈຳນວນ​ໜຶ່ງ​ຄື: Lebanon, Jordania ຫຼື ອີ​ຮັກ ​ໄດ້​ສະ​ເຫ​ນີຢືນ​ຢູ່​ນອກ​​ເຫດການເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ການ​ເມືອງ ​ແລະ​ ເສດຖະກິດ​ກັບ Damascus, ສ່ວນ ອານ​ເຊ​ຮີ ພັດ​ຖະ​ແຫຼ​ງຄັດຄ້ານ​ການ​ແຊກ​ແຊງ​ທັງ​ໝົດ​ເຂົ້າ ຊີ​ຮີ. ລະຫວ່າງ​ລັດ​ເຊຍ, ຈີນ ​ແລະ ​ຝ່າ​ຍຕາ​ເວັນ​ຕົກ ກໍ່​ບໍ່​ມີ​ສຽງ​ເວົ້າ​ລວມ ກ່ຽວ​ກັບ​ພາລະ​ກຳ​ຕິດຕາມ​ກວດກາ​ຂອງ (AL)   ຢູ່​ ຊີ​ຮີ. ​ໃນ​ຂະນະ​ທີ່​ລັດ​ເຊຍ ​ແລະ​ຈີນ ສະໜັບສະໜູນ ພາລະ​ກຳ​ຂອງ (AL)    ຢູ່​ຊີ​ຮີ ​ແລະ​ ຖື​ວ່າ ນັ້ນ​ແມ່ນ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ​ນັ້ນ, ອາ​ເມ​ລິ​ກາ, ຝລັ່ງ ​ແລະ​ ບາງ​ປະ​ເທດ​ພັນທະ​ມິດ​ອື່ນໆ ພັດ​ມີ​ຄວາມລະ​ແວງສົງ​ໄສ​ຕໍ່​ຄວາມ​ສາມາດ​ຂອງ (AL), ​ແລະ ​ຖື​ວ່າ, ການ​ຕິດຕາມ​ກວດກາ​ຂອງ (AL)    ປຽບ​ເໝືອມາດ​ຕະການ​ຕໍ່​ກຳນົດ​ເວລາ​ໃຫ້​ແກ່​ປະທານາທິບໍດີ ​Nabil Al – Arabi ແລະ​ ພຽງ​ແຕ່​ລໍຖ້າ ”ມາດ​ຕະການ​ຂັນ​ແຂງ​ທີ່​ມີ​ລັກສະນະ​ສາກົນ” ​​ໂດຍ​ຜ່ານ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ເທົ່າ​ນັ້ນ. ຍ້ອນ​ເຫດ​ນັ້ນ​ເອງ, ບັນດາ​ມາດ​ຕະການ ​ໂດຍ (AL)  ຍົກ​ອອກ​ມາ ລ້ວນ​ແຕ່​ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ, ນັບ​ທັງ​ຝ່າຍ​ຄ້ານ​ ​ແລະ ​ອຳນາດ​ການ​ປົກຄອງ Damascus, ປະຈຸ​ບັນ​ ການຕິດຕາມ​ກວດກາ ​ເຊິ່ງ (AL)  ພວມ​ປະຕິບັດ​ນັ້ນ ພວມ​ກາຍ​ເປັນ​ພາລະ​ໜ້າ​ທີ່​ອັນ​ໜັກໜ່ວງ ສຳ​ຫຼັບ (AL). ​ແລະ​ ສາຍ​ເຫດ​​ເໝາະ​ສົມ​ທີ່​ສຸດເພື່ອຢຸດ​ຕິ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ຕົນນັ້ນ​ແມ່ນ ”ສະພາບ​​ໃຊ້​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ”, ​​ແລະ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ຄະນະ​ນັກ​ສັງ​ເກດ​ການ.

        ຫາງ​ສຽງ​ຍັງ​ຖື​ວ່າ ການ​ກະທຳ​ຢຸດຕິ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ທັງ​ໝົດ​ຂອງ (AL)  ກ່ອນ​​ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​  ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 31/1/2012  ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ມະຕິ ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີ​ຮີ ນັ້ນ, ​ແມ່ນ​ການ​ກໍ່​ຄວາມກົດດັນ​ຕື່ມ​ອີກ ​ໃຫ້​ແກ່​ປະຊາ​ຄົມ​ໂລກ ​ແລະ ທັງ​ເປ​ັນການສ້າງ​ເງື່ອນ​ໄຂ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​​ແຊກ​ແຊງ​ເຂົ້າ ຊີ​ຮີ.

                                                                                                                                                        ດ່່ວຽນທິຈູງ

ຕອບກັບ

ຂ່າວ/ບົດ​ອື່ນ