ເພີ່ມທະວີການພົວພັນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ

(vovworld)- ​ແຕ່​ວັນ​ທີ 23 - 27/4, ປະທານາທິບໍດີ ສິງກະ​ໂປ Toni Tan Keng Yam ​ແລະ ພັນ​ລະ​ຍາ​​ໄດ້ເດີນທາງ​ມາຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang. ການ​ຢ້ຽມຢາມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ ​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ນຳ​ການ​ພົວພັນ ຫວຽດນາມ ສິງກະ​ໂປ ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ. ​

ເພີ່ມທະວີການພົວພັນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ - ảnh 1
ທ່ານປະທານປະເທດຫວຽດນາມ Truong Tan Sang ແລະ ທ່ານປະທານາທິບໍດີ ສິງກະໂປ Toni Tan Keng Yam
ພາບ:thanhnien.com.vn

        ​ໂດຍ​ຕັ້ງ​ຢູ່​ກ້ຳ​ໃຕ້​ແຫລ​ມ ມາ​​ເລ​ເຊຍ, ສິງກະ​ໂປ ​ແມ່ນ​ປະ​ເທດ​ມີ​ການ​ເຕີບ​ໂຕ​ພັດທະນາ​​ດ້ານ​ເສດຖະກິດສູງ​ຢູ່ ພາກ​ພື້ນ ​ແລະ ​ໂລກ. ສິງກະ​ໂປ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ການ​ຫັນປ່ຽນ​​​ໄປສູ່​ພື້ນຖານ​ເສດຖະກິດ​ພູມ​ປັນຍາ, ພວມ​ປະຕິບັດ​ແຜນການ​ຮອດ​ປີ 2018 ຈະ​ເຮັດ​ໃຫ້​ປະ​ເທດ​ໝູ່​ເກາະ​ນີ້​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ​ແມ່ນ​ຂົວ​ຕໍ່​ຂອງ​ເຄືອ​ຂ່າຍ​ໃຫມ່​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ສິງກະ​ໂປ​ ​ໃຫ້ບຸລິມະສິດ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຫຍ່​ໃນ​ໂລກ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ປາດ​ຖະຫນາ​ຢາກສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ - ປາຊີ​ຟີ​ກ. ຫວຽດນາມ ​ແລະ ສິງກະ​ໂປ ສ້າງສາ​ຍພົວພັນ​ທາງ​ການ​ທູດ​​ເມື່ອ​ປີ 1973 ​ແຕ່ຮອ​ດ​ໄລຍະ​ ຫວຽດນາມ ກາຍ​ເປັນ​ສະມາຊິກ​ຂອງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ປີ 1995, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈຶ່ງຫັນປ່ຽນ​​ໄປ​ສູ່ໄລຍະ​ພັດທະນາ​ໃຫມ່. ສິງກະ​ໂປ​ຖື​ການ​ພົວພັນ​ກັບ ຫວຽດນາມ ​ເປັນ​ສຳຄັນ ​ແລະ ຫວຽດນາມ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຕະຫລາດ​ຕົ້ນຕໍ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ​ຂອງ​ສິງກະ​ໂປ ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ປີ 2004 ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ສັດຕະວັດ​ທີ 21, ສ້າງ​ພື້ນຖານ​ທາງ​ດ້ານ​ກົດໝາຍ ​ແລະ ​ເງື່ອນ​ໄຂ​ສະ​ດວກ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມືຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ເປັນ​ປະຈຳ. ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​​ເທດ​ກໍ​​ໄດ້​ຈັດ​ຕັ້ງ​ການ​               ທາ​ບທາມຄຳ​ເຫັນ​​ດ້ານ​ການ​ເມືອງ​​ປະຈຳ​ປີ ​ເພື່ອ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ສອງ​ປະ​ຊວງ​ການ​ຕ່າງປະ​ເທດ, ສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບາງ​ບັນຫາ​ຊຶ່ງ​ພາກ​ພື້ນ ​ແລະ ສາກົນ​ຊຶ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ​ສິງກະ​ໂປ​ຂອງ​ປະທານ​ປະ​ເທດ Truong Tan Sang ​ເມື່ອ​ເດືອນ 9/2011, ທ່ານ​ປະທານ​ປະ​ເທດ​ Truong Tan Sang  ເນັ້ນ​ຫນັກ​ວ່າ:

        “ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ນັບ​ມື້​ນັບ​ສູງ, ຈາກ​ນັ້ນ​ເປີດ​ການ​ຮ່ວມ​ມື​ຮອບດ້ານ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ເສດຖະກິດ ການ​ຄ້າ, ວັດທະນະທຳ,​ ການ​ສຶກສາ, ສາທາລະນະ​ສຸກ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ການ​ຮ່ວມ​ມື​ນີ້ ບົນຫລັກການ​ແມ່ນສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແຕ່​ມີ​ຫລາຍ​ຂົງ​ເຂ​ດທີ່ສິງກະ​ໂປ​ ອາດ​ຈະ​ແບ່ງປັນຄວາມ​ຮູ້, ບົດຮຽນ​ກັບ​ ຫວຽດນາມ​ໄດ້. ສະ​ນັ້ນ ທີ່​ຕັ້ງດ້ານ​ການ​ເມືອງ, ​ເສດຖະກິດ​ສຳຄັນ​ຂອງ ສິງກະ​ໂປ, ບວກ​ກັບກາ​ນພົວພັນດ້ານ​ການ​ເມືອງ​ອັນ​ດີງາມ​ກັບ ຫວຽດນາມ ຈະ​ແມ່ນ​ເງື່ອນ​ໄຂ​ເພື່ອ​ຍົກ​ລະດັບ​ການ​ພົວພັນ, ຍົກ​ລະດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ​ເພື່ອ​​​ເຮັດ​ໃຫ້ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ.”

ເພີ່ມທະວີການພົວພັນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ - ảnh 2
ເຂດອຸດສາຫະກຳ ສິງກະໂປ ຢູ່ ແຂວງ Binh Duong
ພາບ:vietnam.vn

        ​​ແລະ​ກໍ​ໃນ​ປີ 2004, ສອງ​ປະ​ເທດ​ເຫັນ​ດີ​ປະຕິບັດ​ຂໍ້​ລິ​ເລີ່​ມ​ເຊື່ອມ​ຕໍ່​ສອງ​ພື້ນຖານ​ເສດຖະກິດ. ຂໍ້​ລິ​ເລີ່​ມນີ້​ປະກົດ​ຜົນ​ເປັນ​ຈິງ ​ເມື່ອ​ສອງ​ປະ​ເທດ​​ໄດ້​ລົງ​ນາມ​ໃນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່ ຫວຽດນາມ ສິງກະ​ໂປ, ​ໃນ​ນັ້ນ​ເຫັນ​ດີ 6 ຂົງ​ເຂດ​ເຊື່ອມ​ຕໍ່​ນັ້ນ​ແມ່ນ ການ​ເງິນ, ການ​ລົງທຶນ, ການ​ຄ້າ ບໍລິການ, ຄົມມະນາຄົມ​ຂົນ​ສົ່ງ, ​ໄປສະນີ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານ, ການ​ສຶກສາ​ບຳລຸງ​ສ້າງ. ໝາກຜົນ​​ແຫ່ງການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນດັ່ງກ່າວ ນັ້ນ​ແມ່ນ ຍາມ​ໃດ ສິງກະ​ໂປ​ ​ກໍ​ຢືນ​ຢູ່​ໃນ​ກຸ່ມ​ຄູ່​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າ​ອັນ​ດັບ​ຕົ້ນ​ຂອງ ຫວຽດນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ຢ່າງ​ສະໝຳ່ສະ​ເໝີ, ປີ 2011 ບັນລຸ 8,7 ຕື້ USD ​ເພີ່ມ​ຂຶ້ນ​ກວ່າ 2,5 ຕື້ USD ​ເມື່ອ​ທຽບ​ໃສ່​ປີ 2010. ການ​ລົງທຶນ​ໂດຍ​ກົງ​ຂອງ ສິງ​ກະ​ໂປ ​ຢູ່ ​ຫວຽດນາມ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ​ໄລ່​ມາ​ຮອດ​ເດືອນ 3/2012,​ ສິງກະ​ໂປ​ມີ 1.008 ​ໂຄງການ ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 24 ຕື້​ USD, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ, ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ, ກໍ່ສ້າງ. ​ພິ​ເສດ ​ເຂດ​ອຸດສາຫະກຳ ຫວຽດນາມ ສິງກະ​ໂປ ​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ລັກສະນະ​ປະສິດ​ທິດ​ຜົນ​ຂອງ​ບັນດາ​ໂຄງການ​ລົງທຶນ​ຂອງ ສິງກະ​ໂປ ຢູ່ ຫວຽດນາມ ທີ່​ພວມ​ເຄື່ອນ​ໄຫວ​ຢູ່ ​ເຂດ​ອຸດສາຫະກຳ 4 ​ແຫ່ງ ຢູ່ Binh Duong, Bac Ninh  ​ແລະ Hai Phong ​ແລະ ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້ ທ່ານ​ປະທານາທິບໍດີ ສິງກະ​ໂປ Toni Tan Keng Yam ຈະ​ເປັນສັກ​ຈິ​ພິຍານ​ພິທີ​ມອບ​ຫນັງສື​ອະນຸຍາດ​ໃຫ້​ແກ່​ເຂດ​ອຸດສາຫະກຳ​ທີ 5 ຢູ່ ​ແຂວງ Quang Ngai. ບັນດາ​ນັກ​ລົງທຶນ ສິງກະ​ໂປ ຍາມ​ໃດ​ກໍ​ຕີ​ລາຄາ​ສູງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ, ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ຄວາມ​ເຂັ້ມ​ແຂງ​ດ້ານ​ເສດຖະກິດ ​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ ສິງກະ​ໂປ​ເລືອກ​ເຟັ້ນ ຫວຽດນາມ ​ເພື່ອ​ລົງ​ທຶນ. ທ່ານ Lim Heng Kieng ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ສິງກະ​ໂປ ຖື​ວ່າ:

        “​ ​ຄັ້ງທຳ​ອິດ​ຂ້າພະ​ເຈົ້າມາ​ຢ້ຽມຢາມ ຫວຽດນາມ ​ເມື່ອ​ປີ 1994 ​ແລະ ​ແຕ່ລະ​ປີ ຂ້າພະ​ເຈົ້າ​ລ້ວນ​ແຕ່​ມາ ຫວຽດນາມ ​ເຖິງ 2, 3 ຄັ້ງ. ການ​ປ່ຽນ​ແປງ​ຂອງ ຫວຽດນາມ ​ແຕ່​ປີ 1994 ມາ​ຮອດ​ປະຈຸ​ບັນ​ແມ່ນ​ປະ​ທັບ​ໃຈ​ຫລາຍ. ບັນດາ​ວິ​ສາ​ຫະກິດ ສິງກະ​ໂປ ​ເຫັນ​ວ່າ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ບໍ່​ພຽງ​ແຕ່​ໃນ​ໄລຍະ​ສັ້ນ​ເທົ່າ​ນັ້ນ ຫາກ​ໃນ​ໄລຍະ​ຍາວ ​ແລະ ປາດ​ຖະຫນາ​ຢາກ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ. ມີ​ບໍລິສັດ​ຫລາຍ​ແຫ່ງ​ໄດ້​ມາ​ລົງທຶນ ຢູ່ ຫວຽດນາມ ​ແລະ ກໍ​ບັນລຸ​ໝາກຜົນ​ດີ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​​ເປີດ​ກວ້າງ ​ແລະ ຈະ​ມີ​ຄູ່​ຮ່ວມ​ມື, ບໍລິສັດ​ຮ່ວມ​ທຸລະ​ກິດ​ຫລາຍ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ.”

        ປະຈຸ​ບັນ, ຫວຽດນາມ ​ແລະ ສິງກະ​ໂປ ​ໄດ້​ລົງ​ນາມ​ໃນ​ສັນຍາ ​ແລະ ບົດ​ບັນທຶກຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ 14 ສະບັບ. ນີ້​ແມ່ນ​ບັນດາ​ເອກະສານ​ສຳຄັນ​ເພື່ອ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ​ຂອງ​ສອງ​ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື. ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້ ປະທານາທິບໍດີ ສິງກະ​ໂປ Toni Tan Keng Yam ​ແລະ ບັນດາ​ການ​ນຳ ຫວຽດນາມ ຈະ​ແລກປ່ຽນ​ຫລາຍ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບນຳ​ກັນ ​ຢູ່​ບັນດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ໃນ​ອາ​ຊຽນ. ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ປັບປຸງ ​ແລະ ນຳ​ການ​ພົວພັນ ຫວຽດນາມ ສິງກະ​ໂປ ພັດທະນາ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

​ແອ​ງຮວ່ຽນ

ຕອບກັບ

ຂ່າວ/ບົດ​ອື່ນ