(ພາບ: http://vietnamplus.vn)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ, ວັນທີ 29/11, ທ່ານນາຍົກລັດຖະມົນຕີ Belarus Mikhail Myasnikovich ພ້ອມດ້ວຍພັນລະຍາ ເລີ່ມຕົ້ນການເຄື່ອນໄຫວຕ່າງໆ ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການເຖິງວັນທີ 1/12. ການຢ້ຽມຢາມຫວຽດນາມເປັນຄັ້ງທຳອິດຂອງທ່ານນາຍົກລັດຖະ ມົນຕີ Belarus ຈະເປັນການເປີດກາລະໂອກາດໃຫ້ແກ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນ ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ຫວຽດນາມ ແລະ Belarus ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານນຳກັນ. ນັບແຕ່ປີ 1998, Belarus ໄດ້ສ້າງຕັ້ງສະຖານທູດປະຈຳຫວຽດນາມ, ແລະ ຫວຽດນາມໄດ້ສ້າງຕັ້ງສະຖານທູດປະຈຳ Belarus ນັບແຕ່ເດືອນ 10/2003 ແລະ ແຕ່ງຕັ້ງເອກອັກຄະລັດຖະທູດຜູ້ທຳອິດໄປປະຕິບັດໜ້າທີ່ການທູດຢູ່ Belarus ແຕ່ເດືອນ 3/2005. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ ກໍ່ຄືຈັດການພົບປະຂັ້ນສູງເປັນປະຈຳ, ພ້ອມທັງມີການຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ໃນບັນດາເວທີປາໄສ ແລະອົງການຈັດຕັ້ງສາກົນອື່ນໆ. ດ້ວຍເລື່ອງທຳການແລກປ່ຽນສິນຄ້າທີ່ເປັນມູນເຊື້ອໃນບາງປະເພດ, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ - Belarus ໃນ 9 ເດືອນຕົ້ນປີ 2011ບັນລຸກວ່າ 150 ລ້ານ USD, ເພີ່ມຂຶ້ນ 2,6 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2010. ຫວຽດນາມສົ່ງອອກສິນໃນນ້ຳ, ສິນທະເລ, ເຄື່ອງໄຟຟ້າ, ເອເລັກໂຕນິກ, ໂທລະສັບ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຂົ້າສານ, ຢາງພາລາ, ຜັກ, ໝາກໄມ້…ໄປຍັງ Belarus, ແລະ ນຳເຂົ້າຝຸ່ນເຄມີ, ເຄື່ອງກົນຈັກ, ພາຫະນະອຸປະກອນ, ເຄື່ອງອາໄຫຼ່ລົດໂອໂຕ… ໃນຊຸມປີມໍ່ໆມານີ້, ສິນໃນນ້ຳຂອງຫວຽດນາມໄດ້ແຊກຊືມເຂົ້າຕະຫຼາດ Belarus ເທື່ອລະກ້າວ ແລະ ກວມອັດຕາສ່ວນຫຼາຍໃນຈຳນວນສິນຄ້າສົ່ງອອກໄປຍັງ Belarus. ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - Belarus ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ໄດ້ຈັດການປະຊຸມປະຈຳປີຊຸດທີ 8 ແລ້ວ. ໃນກອງປະຊຸມຊຸດທີ 8 ເຊິ່ງຈັດຂຶ້ນເມື່ອເດືອນ 11/2010 ຢູ່ Minsk, ສອງປະເທດໄດ້ລົງນາມໃນໂຄງການຮ່ວມມືລະຫວ່າງ ຫວຽດ ນາມ - Belarus ໃນຂົງເຂດເສດຖະກິດໄລຍະ 2011 – 2012.
ໃນຊຸມປີຜ່ານມາ, Belarus ໄດ້ຊ່ວຍຫວຽດນາມບຳລຸງສ້າງພະນັກງານ, ນັກຊ່ຽວຊານທີ່ມີລະດັບວິຊາການສູງຫຼາຍຄົນ. ການຮ່ວມມືທາງດ້ານວິທະບາສາດ ແລະ ເຕັກໂນໂລຢີ ລະຫວ່າງສອງປະເທດໄດ້ຮັບການຮັກສາໄວ້ ແລະ ພັດທະນາ, ບັນດາອົງການວິທະຍາສາດ ແລະ ເຕັກໂນໂລຢີ ຂອງສອງປະເທດໄດ້ມີການຮ່ວມມືນຳກັນຢ່າງແໜ້ນແຝ້ນ, ມີຫຼາຍໂຄງການໄດ້ຮັບການເສີມຂະຫຍາຍແລະໄດ້ຮັບໝາກຜົນທີ່ດີ. ການຮ່ວມມືດ້ານແຮງງານ ແມ່ນແງ່ຫວັງຮ່ວມມືໃໝ່ລະຫວ່າງສອງປະເທດ. ບັນດາວິສາຫະກິດຫວຽດນາມ ໄດ້ເຊັນສັນຍາກັບບັນດາບໍລິສັດກໍ່ສ້າງຂອງ Belarus ເພື່ອນຳຜູ້ອອກແຮງງານຫວຽດນາມໄປເຮັດວຽກຢູ່ກິດຈະກຳກໍ່ສ້າງ ເຂດກິລາບັນເທິງຢູ່ນະຄອນຫຼວງ Minsk. ການຮ່ວມມືລະຫວ່າງທ້ອງຖີ່ນຕ່າງໆຂອງສອງປະເທດພວມໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ, ສອງຝ່າຍໄດ້ລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ Minsk, ດ່ານັ້ງ ແລະ ແຂວງ Godno, ນະຄອນ ໂຮ່ຈີມິນ ແລະ Minsk… ລະຫວ່າງຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ແລະ ຄະນະບໍລິຫານງານ ແຂວງ Vichepxco. ໃນການຢ້ຽມຢາມ Belarus ຂອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນເທ໋ຖາວ ເມື່ອເດືອນ 5/2010 ນັ້ນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບບັນດາທິດທາງຮ່ວມມືລະຫວ່າງນະຄອນຫຼວງຂອງສອງປະເທດ ໃນບັນດາຂົງເຂດ ເສດຖະກິດ, ຄົມມະນາຄົມ, ສາທາລະນະສຸກ, ວັດທະນະທຳ - ຖະແຫຼງຂ່າວ, ກິລາ - ທ່ອງທ່ຽວ, ພິເສດແມ່ນພາຍຫຼັງທີ່ບັນດາຂໍ້ຕົກລົງ, ສັນຍາຮ່ວມມືໄດ້ຮັບການລົງນາມ ລະຫວ່າງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃນການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ Belarus Lukashenko ເມື່ອປີ 2008. ປະຈຸບັນ, ມີຊາວຫວຽດນາມປະມານ 600 ຄົນພວມດຳລົງຊີວິດຢູ່ Belarus. ເບິ່ງລວມແລ້ວ, ອຳນາດການປົກຄອງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວົງຄະນາຍາດຊາວຫວຽດນາມ ໃນການຮ່ຳຮຽນ, ຢູ່ອາໄສ ແລະ ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝານຍຂອງ Belarus. ເດືອນ 12/2006, ປະທານາທິບໍດີ Lukashenko ໄດ້ອະນຸຍາດໃຫ້ພົນລະເມືອງຫວຽດນາມ ທີ່ໄດ້ເຮັດວຽກ, ຮ່ຳຮຽນຢູ່ Belarus ກ່ອນປີ 1992 ອາໄສໃນໄລຍະຍາວຢູ່ Belarus . ຄາດວ່າໃນການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ belarus Mikhail Myasnikovich , ສອງຝ່າຍຈະລົງນາມໃນບັນດາສັນຍາ ແລະ ບົດບັນທຶກຂໍ້ຕົກລົງຣ່ວມມືໃນບັນດາຂົງເຂດການຄ້າການສຶກສາບຳລຸງສ້າງ, ຍຸດຕິທຳ, ພາສີຊາຍແດນ. . . ທ່ານນາຍົກລັດຖະມົນຕີ belarus Mikhail Myasnikovich ກໍ່ຈະເຂົ້າຮວ່ມພິທີເປີດສະຫລອງຫ້ອງການຕາງໜ້າ ຂອງໂຮງງານຜະລິດລົດໂອໂຕ Minsk, ເຂົ້າຣ່ວມພິທີລົງນາມໃນບົດບັນທຶກການຕົງລົງສ້າງຕັ້ງສູນ ຮວ່ມສຳພັນຄົ້ນຄ້ວາວິທະຍາສາດ-ເຕັກໂນໂລຍີ ຫວຽດນາມ- Belarus ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - Belarus. ວິສາຫະກິດຊັ້ນນຳ 20 ແຫ່ງ ຂອງ Belarus ເຊິ່ງເຄື່ອນໄຫວໃນບັນດາຂົງເຂດຄື: ກົນຈັກ, ເຄື່ອງອຸປະກອນ, ກໍ່ສ້າງ, ນ້ຳມັນອາຍແກັດສ, ພະລັງງານ, ອຸດສາຫະກຳເບົາ, ຜະລິດຕະພັນກະເສດ, ການຄ້າສັງລວມ. . . ແລະ ວິສາຫະກິດ ຫວຽດນາມກ່ວາ 100 ແຫ່ງ ກໍ່ຈະເຂົ້າຮ່ວມເວທີປາໄສຄັ້ງນີ້ດ້ວຍຈຸດຫມາຍຊອກຫາກະລະໂອກາດຮວ່ມມືດຳເນີນທຸລະກິດ
ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງ ທ່ານ ນາຍົກລັດຖະມົນຕີ belarus ໄດ້ເປັນການສະແດງໃຫ້ເຫັນຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືມິດຕະພາບໃນຫລາຍຂົງເຂດກັບຫວຽດນາມ, ຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ , ພິເສດແມ່ນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ຊອກຫາກາລະໂອກາດດຳເນີນທຸລະກິດ, ລົງທຶນໃຫ້ແກ່ບັນດາວິສາຫະກິດຂອງ Belarus ຢູ່ຫວຽດນາມ. ນອກຈາກນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາບັນຫາໃນພາກພື້ນແລະສາກົນທີ່ຕ່າງຝ່າຍຕ່າງກໍມີຄວາມສົນໃຈ, ເພື່ອ ແນໃສ່ເພີ່ມທະວີການປະສານສົມທົບນຳກັນໃນບັນດາເວທີປາໄສຫລາຍຝ່າຍ ຢ່າງມີປະສິດທິຜົນ.