ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ຈີນ

(vovworld)-  ທ່ານ​ນາຍົກລັດຖະມົນຕີ ສປ ຈີນ ຫລີ​​ເຄີ​ຊຽງ ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 3 ວັນ ​ແຕ່​ວັນ​ທີ 13-15/10. ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ພົວພັນ​ຄູ່ຮວ່ມມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້,  ບັນນາທິການ ​ແອ​ງຮ່ວຽນ ມີ​ບົດ​ຂຽນ​ວ່າ: “​ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບ ຫວຽດນາມ - ຈີນ ຢ່າງ​ບໍ່​ຢຸດ​ຢັ້ງ”.

        ​ໂດຍ​ແມ່ນ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ຂອງ​ຫວຽດນາມ, ພາຍຫລັງ 30 ປີ​ແຫ່ງ​ການ​ເປີດ​ປະຕູ,​ ຈີນ​ບັນລຸ​ໄດ້​ໝາກຜົນ​ອັນ​​ໃຫຍ່​ຫລວງຫລາຍ​ຢ່າງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ປີ 2010, ຈີນ ກາຍ​ເປັນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກຢ່າງ​ເປັນ​ທາງ​ການ, ດ້ວຍ GDP ​ເພີ່ມ​ຂຶ້ນ 10,3%. ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ຈີນ​ຢືນຢັນ ຢືດໝັ້ນ​ຕາມ​ເສັ້ນທາງ​ພັດທະນາ​ສັນຕິພາບ. ສຳລັບ​ພາກ​ພື້ນ, ຈີນ ວາງ​ຈຸດ​ສຸມເຂົ້າ​ບັນດາ​ປະ​ເທດ​ບ້ານ​​ໃກ້​ຄຽງ, ຍູ້​ແຮງ​ນະ​ໂຍບາຍ​“ສ້າງ​ຄວາມມິດຕະພາບກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຮັກສາ​ສະຖຽນ​ລະ​ພາບ​ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ  ສ້າງ​ຄວາມ​ຮັ່ງມີ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.”

        ສຳລັບ​ຫວຽດນາມ, ນັບ​ແຕ່​ ສ້າງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ປົກກະ​ຕີ​ເມື່ອ​ປີ 1991 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຈີນ ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ​ເລິກ​ເຊິ່ງກວ້າງຂວາງ​ໃນ​ທຸກ​ຂົງ​ເຂດ. ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ລົງ​ນາ​ມ​ໃນ​ສັນຍາ ​ແລະ ​ເອກະສານ​ຮ່ວມ​ມື​ຫລາຍ​ສະບັບ, ສ້າງພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ. ນອກ​ນັ້ນ ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູນກາງ ​ແລະ ທອ້ງຖິ່ນລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ຫວຽດນາມ ຂົງຈຽນ​ຢີວ ​ໄດ້​ຢືນຢັນ​ວ່າ:

        “ສາຍ​ພົວພັນ​ລະຫວ່າງ ຈີນ ​ແລະ ຫວຽດນາມ ​ໂດຍ​ແມ່ນ​ການ​ນຳ​ລຸ້ນຕ່າງໆ ​ແລະ ປະຊາຊົນ​ສອງ​ປະ​ເທດ​ເພີ່ມພູນຄູນສ້າງຜ່ານບັນດາໄລຍະ. ປະຈຸບັນ, ນັບທັງຫວຽດນາມ ແລະ ຈີນ ລ້ວນແຕ່ພວມໃນໄລຍະພັດທະນາເສດຖະກິດສັງຄົມ ຂອງ​ຕົນ, ປະຊາຊົນ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ເພີ່ມ​ທະວີ​ການ​ພົວພັນ​ແລ​ກປ່ຽນ​ກວ່າ​ອີກ. ຫວຽດນາມ ​ແລະ ຈີນ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ສະ​ນັ້ນ ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ແມ່ນ​ຈຳ​ເປັນ​ທີ່​ສຸດ​ໃນ​ໄລຍະ​ປະຈຸ​ບັນ.”

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ຈີນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີຫລີ​​ເຄີ​ຊຽງ
ພາບ:internet

        ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ນັບ​ແຕ່​ປີ 2004 ມາ​ຮອດ​ປະຈຸ​ບັນ, ຈີນ​ແມ່ນ​ຄູ່​ຄ້າ​ອັນ​ດັບ​ຫນຶ່ງ​ຂອງ​ຫວຽດນາມ. ປີ 2012, ຍອດ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດນາມ - ຈີນ ບັນລຸ​ກວ່າ 41 ຕື້ USD, ​ໃນ​ນັ້ນ ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​ໄປ​ຍັງ ຈີນ ​ໄດ້ ​ແລະ ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ ຍ້ອນ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ສະ​ຫງວນ​ເວລາ​ຫລາຍ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ຮັກສາ​ທ່າ​ເຕີບ​ໂຕ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໄປ​ຄຽງ​ຄູ່​ກັບ​ບັນດາ​ມາດ​ຕະການ​ປັບປຸງ​ດຸນ​ການ​ຄ້າ. ​ໃນ 8 ​ເດືອນ​ຕົ້ນ​ປີ 2013, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ເກືອບ 32 ຕື້ USD. ປະຕິບັດ​ຂໍ້​ຕົກລົງ“ວາງ​ແຜນ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຫວຽດນາມ - ຈີນ ​ໄລຍະ 5 ປີ ຄື​ແຕ່ 2012-2016” ທີ່​ໄດ້​ລົງ​ນາມ​ນຳ​ກັນ​ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ມີ​ບາດກ້າວ​ພັດທະນາ​​ໃຫມ່. ມີ​ກຸ່ມ​ບໍລິສັດ​ໃຫຍ່​ຫລາຍ​ແຫ່ງ​ຂອງ​ຈີນ ລ້ວນ​ແຕ່​ເພີ່ມ​ບັນດາ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ. ​ໄລ່​ມາ​ຮອດ​ຕົ້ນ​ເດືອນ 9/2013, ຈີນ ມີ 934 ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ, ດ້ວຍຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ບັນລຸ 4,8 ຕື້ USD ຢືນ​ອັນ​ດັບ​ທີ 13 ​ໃນ​ຈຳນວນ 101 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າ​ຫວຽດນາມ. ​ມາ​ຮອດ​ປະຈຸ​ບັນ, ຈີນ ​ໄດ້​ໃຫ້​ຫວຽດນາມ ກູ້​ຢືມ​ທຶນ​ບຸລິມະສິດ 1,6 ຕື້ USD ​​ເຊິ່ງສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ, ຂຸດ​ຄົ້ນ​ບໍ່​ແຮ່, ທາງ​ລົດ​ໄຟ, ພະ​ລັງ​ງານ, ​ເຄມີ ​ແລະ​ອື່ນໆ. ນອກຈາກ​ສິນ​ເຊື່ອ​ບຸລິມະສິດ​ແລ້ວ, ລັດຖະບານ​ຈີນ ຍັງ​ຫນູນ​ຊ່ວຍ​ຫວຽດນາມ​ຫລາຍ​ບ້ວງ​​ເງິນ​ຊ່ວຍ​ເຫລືອ​ຫລ້າ​ອີກ​ດ້ວຍ.

        ກ່ຽວ​ກັບ​ການ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ຈີນ​ໃນ​ບັນດາ​ຂົງ​ເຂດ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ​ກິລາ​ໃນ​ຊຸມ​ປີຜ່ານມາ ກໍ​ໄດ້​ຮັບ​ການ​ຍູ້​ແຮງ. ​ແຕ່ລະ​ປີ, ຈີນ ສະຫນອງ ​ແລະ ຮັກສາ​ ທຶນ​ສຶກສາ​ໄລຍະ​ຍາວ​ໃຫ້​ແກ່ 130 ຄົນ ​ແລະ ທຶນ​ສຶກສາ​ໄລ​ຍະ​ສັ້ນ​​ໃຫ້​ແກ່ 10 ຄົນ​ຂອງ​ຫວຽດນາມ. ພິ​ເສດ ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ​ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ນຳ້​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ມິດຕະພາບ ທັງ​ເປັນ​ສະຫາຍ​ທັງ​ເປັນ​ອ້າຍ​ນ້ອງ​ລະຫວ່າງ​ສອງ​ປະ​ເທດ. ກ່ອນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫລີ​​ເຄີ​ຊຽງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເລີ່​ມລົງມື​ກໍ່ສ້າງ​ຫໍ​ມິດຕະພາບ ຫວຽດນາມ - ຈີນ, ​ແມ່ນ​ຫນຶ່ງ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ມິດຕະພາບ​ອັນ​ໃຫຍ່​ຫລວງ​ກວ່າໝູ່​ລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ນີ້​ຈະ​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທ​ດພົບ​ປະ​ແລກປ່ຽນກໍ​ຄື​ເຮັດ​ໃຫ້​ນຳ້​ໃຈ​ມິ​ດຕະພາບ ຈີນ - ຫວຽດນາມ ​ເລິກ​ເຊິ່ງ, ​ແຫນ້ນ​ແຟ້ນກວ່າ. ທີ່​ພິທີ​ເລີ່​ມລົງມື​ກໍ່ສ້າງ ທ່ານ ປະທານ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິ​ດຕະພາບ​ຫວຽດນາມ - ຈີນ ຫວູຊວນ​ຮົ່ງ ​ໄດ້​ຢືນຢັນ​ວ່າ:

        “ຫວຽດນາມ ​ແລະ ຈີນ ມີ​ວັດທະນະທຳ​ຄ້າຍຄື​ກັນ. ສະ​ນັ້ນ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງປະ​ເທດ​ໃກ້ຊິດ ​ແລະ ​ໄມ​ຕິ​ຈິດ​ກວ່າ. ພາຍຫລັງ​ກໍ່ສ້າງ​ສ​ຳ​ເລັດ ​ແລະ ​ນຳ​ເຂົ້າ​ໃຊ້​ການ, ຫໍ​ມິດຕະພາບ ຫວຽດນາມ - ຈີນ ​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ນຳ​ໃຈ​ມິດຕະພາບ​ຢ່າງ​ມີ​ຊີວິດ​ຊີວາ, ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ໃຫມ່.”

        ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ ຫລີ​ເຄືອ​ແຈງ ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ດ້ານ​ກາ​ນ​ເມືອງ​ລະຫວ່າງ​ສອງ​ປະ​ເທດ. ການ​ຢ້ຽມຢາມ​ກໍ​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ສືບ​ຕໍ່​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່ ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນສອງປະ​ເທດ. ນັ້ນ​ກໍ​ແມ່ນ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າ​ງຫວຽດນາມ - ຈີນ ​ແຕກ​ດອກ​ອົກ​ຜົນສວຍ​ສົດ​ງົດ​ງາມ​ຕະຫລອດ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ