ເສດຖະກິດການຕະຫລາດ ແລະ ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ

(VOVWORLD) - ການພັດທະນາເສດຖະກິດການຕະຫລາດ ຕາມການກຳນົດທິດສັງຄົມນິຍົມ ແມ່ນບັນຫາຫລັກໃນພາລະກິດແຫ່ງການປ່ຽນແປງໃຫມ່ຢູ່ ຫວຽດນາມ. ໃນກອງປະຊຸມໃຫຍ່ຂອງພັກກອມມູນິດ ຫວຽດນາມ ຫລາຍສະໄຫມ, ບັນຫານີ້ ຍາມໃດກໍ່ໄດ້ຮັບຖືວ່າ ແມ່ນເນື້ອໃນຈຸດສຸມ, ຕ້ອງໄດ້ຮັບການຊາບຊຶມນັບທັງຄວາມຮັບຮູ້ ແລະ ການກະທຳ. ຄວາມຈິງແລ້ວ, ຫວຽດນາມ ໄດ້ເຕົ້າໂຮມບບັນດາປັດໄຈຂອງພື້ນຖານເສດຖະກິດການຕະຫລາດ, ບັນລຸໄດ້ບັນດາໝາກຜົນແຫ່ງການພັດທະນາທີ່ບໍ່ອາດປະຕິເສດໄດ້.

ເສດຖະກິດການຕະຫລາດ ແລະ ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ - ảnh 1ພາບປະກອບ:VTV

ທັດສະນະສະເຫມີຕົ້ນສະເຫມີປາຍ

ຢູ່ ຫວຽດນາມ, ຄຳນິຍາມເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ໄດ້ຮັບການນຳໃຊ້ຢ່າງເປັນທາງການໃນບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກອມມູນິດ ຫວຽດນາມ (ເດືອນ ເມສາ ປີ 2001). ຕາມນັ້ນແລ້ວ, ພັກ ແລະ ລັດ ມີແຜນນະໂຍບາຍປະຕິບັດນະໂຍບາຍພັດທະນາເສດຖະກິດສິນຄ້າລວມຫລາຍພາກສ່ວນ ແລະ ເຄື່ອນໄຫວຕາມກົນໄກການຕະຫລາດໂດຍມີການຄຸ້ມຄອງຂອງລັດ ຕາມການກຳນົດທິດສັງຄົມນິຍົມຢ່າງສະເຫມີຕົ້ນສະເຫມີປາຍ ແລະຍາວນານ.

ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ (ເດືອນ ມັງກອນປີ 2016) ສືບຕໍ່ເພີ່ມເຕີມ, ພັດທະນາ: ພື້ນຖານເສດຖະກິດການຕະຫລາດຕາມການນຳນົດທິດສັງຄົມນິຍົມ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ເຄື່ອນໄຫວຢ່າງຄົບຖ້ວນ, ຄົບຊຸດຕາມບັນດາກົດເກນຂອງເສດຖະກິດການຕະຫລາດ, ພ້ອມທັງຮັບປະກັນການກຳນົດທິດສັງຄົມນິຍົມຢ່າງເໝາະສົມກັບແຕ່ລະໄລຍະພັດທະນາຂອງປະເທດຊາດ. ນັ້ນແມ່ນ ພື້ນຖານເສດຖະກິດການຕະຫລາດທັນສະໄຫມ ແລະເຊື່ອມໂຍງເຂົ້າກັບສາກົນ; ໂດຍມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ.

ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII  (ປີ 2021) ໄດ້ເນັ້ນຫນັກເຖິງ ການປັບປຸງລະບອບເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມໃຫ້ສຳເລັດຢ່າງຮອບດ້ານຄົບຊຸດ. ຕາມນັ້ນແລ້ວ ແມ່ນສຸມໃສ່ເລື່ອງເປັນເອກະພາບ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ສຸມໃສ່ແກ້ໄຂບັນດາຈຸດອຸດຕັນ ແລະ ຍົກສູງຄຸນນະພາບລະບອບລະບຽບການ ເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ແລະ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ທ່ານ ຫງວຽນມິງຟອງ, ນັກຊ່ຽວຊານເສດຖະກິດ ໃຫ້ຮູ້ວ່າ:

 “ເປົ້າໝາຍຂອງ ຫວຽດນາມ ແມ່ນທຸກສິ່ງທຸກຢ່າງລ້ວນແຕ່ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ນີ້ແມ່ນເປົ້າໝາຍສູງສຸດຂອງພື້ນຖານ ເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ເວົ້າແນວອື່ນ ເສດຖະກິດການຕະຫລາດຂອງຫວຽດນາມ ແມ່ນເສດຖະກິດປະຕິບັດຕາມທັງໝົດຄວາມຮຽກຮ້ອງຕ້ອງການ ກົດເກນ, ທຳນຽມ ແລະ ຄຳໝັ້ນສັນຍາສາກົນ ເພື່ອຮັບໃຊ້ໃຫ້ແກ່ມະນຸດ, ຖືມະນຸດແມ່ນເປົ້າໝາຍ, ແມ່ນກຳລັງຫນູນພັດທະນາສຸງສຸດ

ບັນດາຜົນງານທີ່ບໍ່ອາດປະຕິເສດໄດ້

ຕາມທ່ານ ປອ ຫງວຽນດຶກກຽນ, ຫນຶ່ງໃນບັນດາຜົນສຳເລັດຂອງ ຫວຽດນາມ ນັ້ນແມ່ນໄດ້ປັບປຸງບັນດາລະບອບລະບຽບການໃຫ້ສົມບູນແບບ, ຄົບຊຸດເພື່ອໃຫ້ພື້ນຖານເສດຖະກິດເຄື່ອນໄຫວຢ່າງລຸລ່ວງ. ລະບົບກົດໝາຍຂອງ ຫວຽດນາມ ມາຮອດປະຈຸບັນ ພິເສດພາຍຫລັງລັດຖະທຳມະນູນປີ 2013 ໄດ້ຮັບການສ້າງຂຶ້ນນັ້ນ, ສ່ວນຫລາຍບັນດາກົດໝາຍໄດ້ຮັບການປະກາດໃຊ້ ລ້ວນແຕ່ເໝາະສົມກັບລະບົບກົດໝາຍສາກົນ ແລະ ເໝາະສົມກັບບັນດາຂໍ້ສັນຍາສາກົນ ຊື່ງ ລັດຖະບານຫວຽດນາມໄດ້ໃຫ້ຄຳໝັ້ນສັນຍາ. ມາຮອດປະຈຸບັນ ຍັງບໍ່ທັນມີອົງການໃດໃນໂລກທັງໃນການຮ່ວມມືຫລາຍຝ່າຍ ແລະສອງຝ່າຍ ສ່ອງແສງຕໍ່ເລື່ອງ ຫວຽດນາມ ຍັງບໍ່ທັນປະຕິບັດຄຳໝັ້ນສັນຍາ.

          ທ່ານ ປອ ກົງຟ້າມ, ຄູສອນຂັ້ນສູງສະເພາະຂະແຫນງເສດຖະກິດ ຢູ່ ມະຫາວິທະຍາໄລ Deakin ອົດສະຕາລີ ໄດ້ຢືນຢັນ: ຫວຽດນາມ ມີພື້ນຖານເສດຖະກິດການຕະຫລາດ. ຫວຽດນາມ ເຂົ້າຮ່ວມອົງການການຄ້າໂລກ (WTO) ແຕ່ປີ 2007 ແລະປະຈຸບັນໄດ້ລົງນາມຫລາຍສັນຍາການຄ້າເສລີ (FTA) ຫລາຍຝ່າຍ ແລະ ສອງຝ່າຍ.

ເສດຖະກິດການຕະຫລາດ ແລະ ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ - ảnh 2ທ່ານ ປອ ຫງວຽນມິງຟອງ - ຜູ້ຊ່ຽວຊານເສດຖະກິດ: ພາບ: congthuong.vn

  ອີກບັນຫາຫນຶ່ງສະແດງໃຫ້ເຫັນ ຫວຽດນາມ ໄດ້ພັດທະນາຢ່າງວ່ອງໄວຈາກພື້ນຖານເສດຖະກິດລວມສູນໄປຍັງພື້ນຖານເສດຖະກິດການຕະຫລາດ, ນັ້ນແມ່ນການປະກົດຕົວຂອງບັນດາບໍລິສັດພາກເອກະຊົນ ແລະບໍລິສັດ Startup. ເມື່ອຕີລາຄາກ່ຽວກັບການປະກອບສ່ວນຂອງເສດຖະກິດພາກເອກະຊົນ, ທ່ານ ປອ ເກີນວັນລຶກ, ສະມາຊິກສະພາໃຫ້ຄຳປຶກສາ ນະໂຍບາຍການເງິນ - ເງິນຕາແຫ່ງຊາດ ຖືວ່າ:

“ໄລຍະ 2016 2021, ເສດຖະກິດພາກເອກະຊົນ ກວມເອົາສະເລ່ຍ 46% GDP. ແລະ ຕັ້ງຄວາມຫວັງຮອດປີ 2025 ບັນລຸ 55%.ເສດຖະກິດພາກເອກະຊົນ ປະຈຸບັນ ພວມນຳໃຊ້ປະມານ 85% ແຮງງານໃນທົ່ວປະເທດ, ປະກອບສ່ວນເຂົ້າປະມານ 1/3 ງົບປະມານແຫ່ງລັດ”

          ຮອດ ເດືອນສິງຫາປີ 2024, ໄດ້ມີ 73 ປະເທດຮັບຮູ້ຂໍ້ກຳນົດກົດລະບຽບການຕະຫລາດຂອງຫວຽດນາມ, ໃນນັ້ນ ມີບັນດາພື້ນຖານເສດຖະກິດໃຫຍ່ຄື: ອັງກິດ, ການາດາ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫລີ.. ສິ່ງດັ່ງກ່າວແມ່ນສ່ອງແສງໃຫ້ເຫັນຄວາມຈິງກ່ຽວກັບບັນດາຜົນງານ ຊື່ງຫວຽດນາມ ບັນລຸໄດ້ໃນວິວັດການພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ