ເສີມຂະຫຍາຍບົດບາດຂອງບັນດາເຜົ່າໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

(vovworld) - ບັນຫາ​ຊົນ​ເຜົ່າ ​ແລະ ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ມີ​ທີ່​ຕັ້ງ​ບົດບາດຍຸດ​ທະ​ສາດ ​ແລະ ຍາວ​ນານ​ໃນ​ບັນດາ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ທີ່ພວມ​​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ ອີກ​ຄັ້ງ​ຫນຶ່ງບັນຫາ​ດັ່ງກ່າວ​​ໄດ​້​ຮັບ​ການເຕື້ອງ​ເຖິງ ​ແລະ ຮັບຄຳ​ເຫັນ​ຈາກ​ປະຊາຊົນ​ຫລາຍ​ຄົນ.

        ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສືບ​ທອດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 1992 ​ແລະ ສະ​ແດງ​ໃຫ້​ເຫັນ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10, 11 ກ່ຽວ​ກັບ​ບັນຫາ​ຊົນ​ເຜົ່າ, ວຽກ​ງານ​ຊົນ​ເຜົ່າ ຂອງ​ພັກ​ຢ່າງ​ຄົບ​ຖ້ວນ. ຕາມ​ນັ້ນ​ແລ້ວ, ປະ​ເທດ ສສ ຫວຽດນາມ ​ແມ່ນ​ປະ​ເທດ​​ມີ​ຄວາມເອກະ​ພາບ​ລະ​ຫວ່າງບັນດາ​ຊົນ​ເຜ່ົາທີ່​ດຳລົງ​ຊີ​ວິດຮ່ວມ​ກັນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ບັນດາ​ຊົນ​ເຜົ່າ​ລ້ວນ​ແຕ່​ສາມັກຄີ, ສະ​ເຫມີ​ພາບ, ​ເຄົາລົບ ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ​ກັນ ພ້ອມ​ກັນ​ພັດທະນາ; ຫ້າມ​ທຸກ​ການ​ກະທຳ​ຈຳ​ແນ​ກການປະພຶດ,​​ແບ່ງ​ແຍກ​ຊົນ​ຊາດຊົນ​ເຜົ່າ. ບັນດາ​ຊົນ​ເຜົ່າ​ມີ​ສິດ​ນຳ​ໃຊ້​ພາສາ​ເວົ້າ, ຕົວ​ຫນັງສື ​ແລະ ຮັກສາ​ສີສັນ​ອັນ​ດີງາມ​ຂອງ​​ເຜົ່າ​ຕົນ. ລັດ ປະຕິບັດ​ນະ​ໂຍບາຍ​ພັດທະນາ​ຮອບດ້ານ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ທັງ​ໝົດ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ, ​ເຈືອຈານ​ເຂົ້າ​ກັບ​ການ​ພັດທະນາ​ລວ​ມຂອງ​ປະ​ເທດ​ຊາດ. ລັດ ປະຕິບັດ​ນະ​ໂຍບາຍ​ພັດທະນາ​ກ່ຽວ​ກັບ​ທຸກ​ດ້ານ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ຫນ້ອຍ​ເທື່ອລະ​ກ້າວ. ພົນລະ​ເມືອງ ​ແມ່ນ​ຊາວ​ຊົນ​ເຜົ່າ​ຕ່າງໆ ບໍ່​ຈຳ​ແນ​ກຈຳນວນປະຊາຊົນ​ກຸ່ມ​ຫນ້ອຍ​ຫລື​ໃຫຍ່, ລະດັບ​ການ​ພັດທະນາ​ສູງ​ຫລື​ຕຳ່ ລ້ວນ​ແຕ່​ສະ​ເຫມີ​ກັນ​ກ່ຽວ​ກັບ​ສິດຜົນ​ປະ​ໂຫຍ​ດ ​ແລະ ພັນທະ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ.

 ເສີມຂະຫຍາຍບົດບາດຂອງບັນດາເຜົ່າໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ພາບປະກອບ:internet

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ຽວ​ກັບ​ນະ​ໂຍບາຍ​ຊົນ​ເຜົ່າ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຕ້ອງ​ສະ​ແດງ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິມິນ​ໃນ​ລັດຖະທຳ​ມະນູນ​ ​ຢ່າງ​ຈະ​ແຈ້ງ ແລະ ບັນດາ​ຫລັກການ​ຊຶ່ງ​ພັກ​ໄດ້​ກຳນົດ​ວ່າ: ບັນດາ​ຊົນ​ເຜົ່າ​ໃນ​ມະຫາ​ຄອບຄົວ ຫວຽດນາມ ລ້ວນ​ແຕ່​ສ​ະ​ເຫມີພາບ, ​ເຄົາລົບ, ສາມັກຄີ, ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ພັດທະນາ ​ແລະ ກ້າວຫນ້າ. ຕ້ອງ​ເຊີດ​ຊູ​ຫນ້າ​ທີ່ຄວາມ​ຮັບຜິດຊອບ​ຂອງ​ລັດ​ໃນ​ການ​ຮັບປະກັນ​ປະຕິບັດ​ນະ​ໂຍບາຍ​ພັດທະນາ​ຮອບດ້ານ, ຍົກ​ສູງ​ຊີວິດ​ການ​ເປ​ັນຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ຫນ້ອຍ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ, ພັດທະນາ​ໃຫ້​ທັດ​ທຽມ​ກັບ​ລະດັບ​ຂອງ​ທັງ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ ລັດຖະທຳ​ມະນູນ ຕ້ອງ​ເຮັດ​ແຈ້ງ​ສິດ ​ແລະ ພັນທະ​ຂອງ​ປະຊາຊົນ​ບັນດາເຜົ່າ​ສ່ວນ​ຫນ້ອຍ​ເພື່ອ​ຫລີກ​ລ້ຽງ​ແນວ​ຄິດ​​ເອື້ອອີ່​ງນະ​ໂຍບາຍ​ຂອງ​ລັດ. ທ່ານ ລູ່​ວັນ​​ເກວ (Lù Văn Que), ຫົວຫນ້າ​ສະພາ​ທີ່​ປຶກສາ​ບັນຫາຊົນ​ເຜົ່າ ສັງກັດຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຖື​ວ່າ:

        “ຕ້ອງ​ເຊີດ​ຊູ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ລັດ​ໃນ​ການ​ຮັບປະກັນ​ປະຕິບັດ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ເຜົ່າ​ພ້ອມ​ກັນ​ພັດທະນາ. ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຕ້ອງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ເພື່ອ​ພັດທະນາ, ​ແກ້​ໄຂ​ສະພາບ​ເອື້ອ​ອີງ. ຮັດ​ແຄບ​ຊ່ອງ​ຫວ່າງ​ລະຫວ່າງ​ຜູ້​ຮັ່ງມີ ​ແລະ ທຸກ​ຍາກ. ​ການ​ກຳນົດ​ບັນດາ​ຫລັກການ​ພື້ນຖານ​ໃນ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ ​ແລະ ລັດ ​​ຄື​ແນວ​ນັ້ນ ທັງມີ​ລັກສະນະ​ຄົບ​ຖ້ວນ ​ແລະ ​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ. ຖ້າ​ຜູ້​ໃດ​ບໍ່​ປະຕິບັດ​ເປັນ​ຢ່າງ​ດີ ຫລື​ປະລະ​ຫນຶ່ງ​​ໃນ​ຈຳນວນ​ບັນດາ​ຫລັກການ​ດັ່ງກ່າວ​ແມ່ນ​ລະ​ເມີດ​ນະ​ໂຍບາຍ​ຊົນ​ເຜົ່າ.”

        ນອກ​ນັ້ນ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຫລາຍ​ຊົນ​ເຜົ່າ​ດຳລົງ​ຊີວິດ​ຮ່ວມ​ກັນ, ບັນຫາ​ຊົນ​ເຜົ່າ ​ແລະ ຄວາມສາມັກຄີລະຫວ່າງ​ບັນດາ​ຊົນ​ເຜົ່າ​ແມ່ນ​ມີ​ທີ່​ຕັ້ງ​ບົດບາດຍຸດ​ທະ​ສາດ​ໃຫຍ່ຫລວງ ​ແລະ ຍາວ​ນານ. ​ກຳນົດ​ໄດ້​ຄື​ແນວ​ນັ້ນ ຈຶ່ງ​ສ້າງຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ພັກ ຕະຫລອດ​ຮອດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ຢ່າງ​ຖືກຕ້ອງ​ໄດ້. ຄວາມ​ໄກ່​ເກ​ຍ, ປອງ​ດອງ,​ ສາມັກຄີ​ໃນ​ບັນດາ​ເຜົ່າ, ສາສະຫນາ​ຕ່າງໆ ​ແມ່ນ​ຂໍ້ກຸນ​ແຈ​ເພື່ອ​​ເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຖຽນ​ລະ​ພາບ ​ແລະ ພັດທະນາ. ​ລັດຖະທຳ​ມະນູນ​ ຄວນ​ກຳນົດ​ບັນດາ​ຊົນ​ເຜົ່າ​ຕ້ອງ​ສະ​ເຫມີ​ພາບ, ສາມັກຄີ ​ແລະ ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ​ກັນ ພ້ອມ​ກັນ​ພັດທະນາ, ​ແລະ ຖື​ວ່າ ນີ້​ແມ່ນ​ຫລັກການ​​ເດັດຂາດ​ບໍ່​ປ່ຽນ​ແປງ​ໄດ້ ​ແລະ ມີ​ຍຸດ​ທະ​ສາດ​ຍາວ​ນານ. ​ເພື່ອ​ລະດົມ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຊົນ​ເຜົ່າ​ໄດ້, ທ່ານຮອງ​ສາດສະດາຈານ ດຣ ບູ່​ຍຊວນ​ດີງ, ນັກ​ຄົ້ນ​ຄ້ວາ​ຊົນ​ເຜົ່າ​ວິທະຍາ​ຖື​ວ່າ:

        “ພວ​ກ​ເຮົາ​ຄວນ​ກຳນົດ​ວ່າ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊົນ​ເຜົ່າ ​​ເປົ້າ​ໝາຍ​ຕົ້ນຕໍແມ່ນ​ຊາວ ຫວຽດນາມ. ​ເພາະວ່າ ສຳລັບ​ປະ​ເທດ​ມີ​ຫລາຍ​ຊົນ​ເຜົ່າ​ດຳລົງ​ຊີວິດ​ຮ່ວມ​ກັນ, ການ​ພັດທະນາ​ຂອງ​ປະ​ເທດ​ ນັ້ນ​ແມ່ນ​ກົດ​ເກນ​ລວມ, ລ້ວນ​​ແຕ່​ຖື​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະຊາຊົນ​ກວມ​ຈຳນວນ​ສ່ວນ​ຫລາຍ ​ແມ່ນ​ທິດ​ພັດທະນາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບການ​ເສີມ​ຂະຫຍາຍ​ບົດບາດ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ຂອງ​ຊົນ​ເຜົ່າ​ຕົ້ນຕໍ ​ແຕ່ຍາມ​​ໃດ​ກໍຕ້ອງ​ເສີມ​ຂະຫຍາ​ຍບົດບາດ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ແລະ ຊົນ​ເຜົ່າ​ອື່ນ.”

        ​ໃນ​ໄລຍະ 20 ກວ່າ​ປີ​ແຫ່ງ​ການ​ປະຕິບັດ ລັດຖະທຳ​ມະນູນ​ປີ 1992, ບັນຫາ​ຊົນ​ເຜົ່າ ​ແລະ ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ໄດ້​ຮັບ​ການ​ກຳນົດ​ໃນ​ກົດໝາຍ ​ແລະ ຖືກ​ເຜີຍ​ແຜ່​ທາງ​ພາຫະນະ​ຕ່າງໆ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ມີ​ກາລະ​​ໂອກາດ​ສະດວກ​ເພື່ອ​ພັດທະ​ນາ​ທຸກ​ດ້ານ. ການ​ສື​ບທອດ ​ແລະ ​ເພີ່ມ​ເຕີມ​ບັນດາ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ບັນຫາ​ຊົນ​ເຜົ່າ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຈະ​ປະກອບສ່ວນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ເຜົ່າ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ