ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດ

ດ້ວຍ​ຈຳນວນ​ຊາວ​ຫວຽດນາມທັງ​ໝົດກ່ວາ 4 ລ້ານ​ຄົນ​ດຳລົງ​ຊີວິດ​ຢູ່​ກ່ວາ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກປະ​ເທດ​ ​ແລະ ຊາດຫວຍ​ດນາມໄດ້​. ດ້ວຍ​ຫົວ​ຂໍ້ “ວິ​ໄສ​ທັດ​ຮອດ​ປີ 2020-ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​​ເຊື່ອມ​ໂຍງ ​ແລະ ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ“, ກອງ​ປະຊຸມ​ກ່ຽວ​ກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງທີ 2 ຈັດ​ຂຶ້ນ​ແຕ່​ວັນ​ທີ 26-30/9/2012 ຢູ່​ນະຄອນ​ໂຮ່ຈິ​ມິນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຢ່າງປະສິດທິ​ຜົນ. ຕໍ່​ໄປ​​ແມ່ນບົດ​ຂອງ​ນັກ​ຂ່າວ Thu Hoa ທີ່​ມີ​ຫົວ​ຂໍ້​ວ່າ: ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ຂອງ​ຊາວ​ຫວຽ​ດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ

 
ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດ - ảnh 1

(ພາບ:vietnamplus.vn)

   ພາຍຫຼັງ​ເວລາ 3 ປີ​ນັບ​ແຕ່ກອງ​ປະຊຸມ​ກ່ຽວ​ກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງປະຖົມມະ​ເລີກ​ໄດ້​ຖືກ​ດຳ​ເນີນ​ໄປ​ເມື່​ອ​ເດືອນ 11/2009, ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້ຮັບ​ການ​ພັດທະ​ນາ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເຕີບ​ໂຕ​ເຂັ້ມ​ແຂງ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ. ກ່ຽວ​ກັບ​ດ້ານ​ຈຳນວນ, ປະ​ຈຸ​ບັນ, ຈຳນວນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທັງ​ໝົດ​ແມ່ນ​ກ່ວາ 4 ລ້ານ​ຄົນ. ​ກ່ຽວ​ກັບ​ດ້ານ​ຄຸນ​ນະພາ​ບ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ຮັບ​ການຕີ​ລາຄາ​ວ່າ ​ແມ່ນ​ປະຊາ​ຄົມ​ໜຸ່ມ​ແໜ້ນ, ຂະ​ຫຍັນຂັນ​ເຂື່ອນ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ດ້ານ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ຄຸມ​ຄອງ​ພູມ​ປັນຍາ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ນັບ​ມື້​ນັບ​ໄດ້​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊີ່ງ​ກ່ວາ, ມີ​ທີ່​ຕັ້ງດ້ານ​ການ​ເມື​ອງກໍ່​ຄື​ເສດ​ຖະກິດ​ໃນ​ສັງຄົມ​ຂອງ​ປະ​ເທດ​ທີ່​​ເຂົາ​ເຈົ້າ​ອາ​ໄສຢູ່. ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຈຳນວນໜຶ່ງທີ່​ມີ​ອິດ​ທິພົນ​ຊື່​ສຽງ​ດ້ານ​ວິທະຍາສາດ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ໂລກ ​ແລະ ສັງຄົມ​ຂອງ​ປະ​ເທດ​ທີ່​​ເຂົາ​ເຈົ້າ​ອາ​ໄສຢູ່. ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ສັງຄົມ​ຂອງປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດນັບ​ມື້​ນັບ​ເພີ່ມ​ຂຶ້ນ​, ຄວາມສະໜິດ​ຕິດ​ພັນ​ຂອງ​ເຂົາ​ເຈົ້າກັບປະ​ເທດ​ຊາດ, ບ້ານ​ເກີດ​ເມືອງ​ນອນ​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ. ທ່ານ Nguyen Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ:

   “ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ເລກທີ 36 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ສຳລັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດແມ່ນ​ພາກສ່ວນໜຶ່ງທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກປະ​ເທດ​ ​ແລະ ຊາດໄດ້​, ​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ. ​ໃນ​ຊຸມ​ປີຜ່ານມາ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ​ໄດ້ພ້ອມ​ກັບບັນດາ​ວິສາຫະກິດ​ພາຍ​ໃນ​ປະ​ເທດ​ລົງທຶນ​ເຂົ້າ​ບັນດາ​ກິດ​ຈະ​ກຳ, ​ໂຄງການ​ສະຫວັດດີ​ການ​ສັງຄົມ…..“

ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດ - ảnh 2
ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ລາວ

(ພາບ: giacngo.vn)

   ມາ​ຮອດ​ປະຈຸ​ບັນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດມີ​ປະມານ 3546 ​ໂຄງການ​ລົງທຶນ​ຢູ່​ພາຍ​ໃນ​ປະ​ເທດ ດ້ວຍ​ຍອດ​ຈຳນວນ​ທຶນ​ບັນລຸ​ປະມານ 8,4 ຕື້​ໂດ​ລາ​ສະຫະລັດ, ຊື່​ງມີ​ຄວາມ​ໝາຍ​ສຳຄັນ​ໃນ​ດ້ານ​ເສດຖະກິດ, ສັງຄົມ, ປະກອບສ່ວນລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແກ້​ໄຂວຽກ​ເຮັດ​ງານ​ທຳ, ພັດທະນາ​ປະ​ເທດ​ຊາດໂດຍ​ກົງ.

   ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ການ​ພັດທະນາ ​ແລະ ​​ເຊື່ອມ​ໂຍງ​ຊື່​ງພັກ, ລັດ​ໄດ້​ວາງ​ອອກ​ພ້ອມ​ກັບ​ການ​ເຕີບ​ໃຫ່ຍ​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງຂອງປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດນັ້ນ​, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ວຽກ​ງານ​ກ່ຽວ​ກັບ​ຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ​​ແມ່ນເພື່ອ​​ແນໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​, ຫລຸດຜ່ອນ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງ​ທີ່​ປະຊາຊົນ​ພວມ​ປະສົບ​ເພື່ອ​ນຳ​ໃຊ້​ແຫຼ່ງກຳລັງ​ທີ່​ມີຄ່າ​ນີ້​ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ​ໃຫ້​ແກ່​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-​ສັງຄົມ​ແຕ່​ນີ້​ຮອດ​ປີ 2020 ​ແລະ ວິວັດ​ທະນະ​ການ​ເ​ຊື່​ອມ​ໂຍງ​ຮອບດ້ານ​ຂອງ​ປະ​ເທດ​ຊາດ​ໃຫ້​ດີ​ທີ່​ສຸດ. ທ່ານ Nguyen Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ພວກ​ເຮົາ​ມີ​ຢູ່ແລ້ວ​ໄດ້​ສົ່ງ​ເສີມ ​ແລະ ປຸກລະດົມ​ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຫຼາຍ​​ທີ່​ສຸດ. ຂ້າພະ​ເຈົ້າຄິດ​ວ່າ,​​ ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຢາກ​ດຶງດູດ​ແຫຼ່ງກຳລັງ​ຂອງ​ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​, ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພວກ​ຂ້າພະ​ເຈົ້າ ນັ້ນ​ແມ່ນຕ້ອງ​ຫັນ​ມະຕິ​ເລກທີ 36 ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​​ເປັນ​ລະບຽບ ດ້ວຍ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ຂອງ​ລັດ ​ເພື່ອ​ດຶງດູດ​ແຫຼ່ງກຳລັງ​ຂອງ​ປະຊາຊົນ​​ເຂົ້າຮ່ວມພາລະກິດ​ສ້າງສາ​ປະ​ເທດ​ຊາດຢ່າງ​ມີ​ປະສິດທິ​ຜົນ​ກ່ວາ ​ແລະ ​ຮອດເວລາ​ນັ້ນ, ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ປະ​ເທດ​ຊາດ​ກໍ່​ຈະ​ເລິກ​ເຊີ່ງ​ກ່ວາ

ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດ - ảnh 3
ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລັດ​ເຊຍ

(ພາບ:vov.vn)

  ກອງ​ປະຊຸມ​ກ່ຽວ​ກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງທີ 2 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຫັນ​ປະຈັກ​ຕາ​ການ​ປ່ຽນ​ແປງ​ໃນ​ແຕ່​ລະ​ວັນ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ມີ​ຄວາມ​ເຊື່ອໝັ້ນຕໍ່​ພັກ, ລັດ ​ແລະ ​ໄດ້​ເຂົ້າຮ່ວມ​ໂດຍ​ກົງ​ເຂົ້າ​ໃນ​ບັນດາ​ວຽກ​ງານ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນນັ້ນ, ກອງ​ປະຊຸມ​ກໍ່​ຊ່ວຍ​ໃຫ້ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ຕີ​ລາຄາ​ຢ່າງ​ຄົບ​ຖ້ວນ​ກ່ວາ, ຕິດ​ແທດ​ກັບ​ຕົວ​ຈິງ​ກ່ວາ​ກ່ຽວ​ກັບ​ສະພາບ​ການ​ຂອງ​ປະຊາ​ຄົມ​ໃນ​ປະຈຸ​ບັນ​ນີ້; ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງ​ຊື່​ງປະຊາ​ຄົມ​ໄດ້​ປະສົບຢູ່​ໃນ​ປະ​ເທດ​ທີ່​ເຂົາ​ເຈົ້າພວມອາ​ໄສ​; ບົດ​ບາດ​ທີ່​ຕັ້ງຂອງ​ປະຊາ​ຄົມ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ອັນ​ສັກກະ​ລະ​ບູຊາ​ຂອງ​ຊາດ….​ຈາກ​ນັ້ນ​ຈະ​ວາງ​ອອກ​ບັນດາ​ນະ​ໂຍາຍ, ມາດ​ຕະການ​ເພື່ອ​ໃຫ້​ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ມີ​ຄວາມ​ເປັນ​ປົກກະຕິ, ພັດທະນາ, ​ເຊື່ອມ​ໂຍງ​ເຂົ້າກັບ​ສັງຄົມ​ຂອງ​ປະ​ເທດ​ທີ່​ຕົນ​ອາ​ໄສ​ຢູ່, ສືບ​ຕໍ່​ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ແບກ​ຫາບ​ບັນດາ​ວຽກ​ງານ​ສຳຄັນ​ຍິ່ງ ​ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ກັບປະ​ເທດ​ຊາດ​ຕໍ່ໜ້າ​ບັນດາ​ການ​ທົດ​ສອບ​ອັນ​ໃຫ່ຍຫຼວງ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ