ເສີມຂະຫຼາຍທຸກແຫຼ່ງກຳລັງເພື່ອປະຕິບັດພາລະກິດປ່ຽນແປງໃໝ່ສຳເລດຜົນ

(vovworld) - ​ກາ​ນ​ເຈ​ລະ​ຈາ​ວິ​ທະ​ຍາ​ສາດ “ມາດ​ຕະ​ການ​ແກ້​ໄຂ​​ບຸກ​ທະ​ລຸ​ໃຫ້​ແກ່​ການ​ລະ​ດົມ ແລະ ເສີມ​ຂະ​ຫຍາຍ​ທຸກ​ແຫຼ່ງ​ກຳ​ລັງ ແລະ ກຳ​ລັງ​​ປະ​ດິດ​ສ້າງຂອງ​ປະ​ຊາ​ຊົນ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ສຳ​ເລດຜົນ” ໂດຍ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິງ ຈັດ​ຕັ້ງ, ຫາກໍ່​​ດຳ​ເນີນ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ. ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ສາ​ສາດ​ໄດ້​ສະ​ໜອງ​ບັນ​ດາຫຼັກ​ຖານ​ເພື່ອ​ແນ​ໃສ່​ປັບ​ປຸງບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລຸ​ ເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​ປ່​ຽນ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​​ໄດ້​​ເນັ້ນ​ໜັກພິ​ເສດເຖິງ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ຊາ​ຊົ​ນ. ບົດ​ຂຽນ “ເສີມ​ຂະ​ຫຼາຍ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​​​ສຳເລດຜົນ​” ຂອງ​ນັກ​ຂ່າວລ້າຍ​ຮ​ວາ.

ເສີມຂະຫຼາຍທຸກແຫຼ່ງກຳລັງເພື່ອປະຕິບັດພາລະກິດປ່ຽນແປງໃໝ່ສຳເລດຜົນ - ảnh 1
ກາ​ນ​ເຈ​ລະ​ຈາ​ວິ​ທະ​ຍາ​ສາດ
(ພາບ: hcma.vn)

ພາຍ​ຫຼັງ​ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ອັນໃຫຍ່​ຫຼວງ​ຫຼາຍ​ຢ່າງ​ໃນ​ທຸກ​ຂົງ​ເຂດ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ນັ້ນ​ແມ່ນ: ປະ​ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກວິ​ກິດ​ການ​ເສດ​ຖະ​ກິດ, ສັງ​ຄົມ, ກ້າວ​ເຂົ້າ​ສູ່​​ກຸ່ມ​ປະ​ເທດ​​ທີ່ມີ​ລາຍ​ຮັບ​ປານ​ກາງ. ໃນຕະ​ຫຼອດ​ໄລ​ຍະ, ລະ​ດັບ​ເຕີບ​ໂຕ GDP ສະ​ເລ່ຍ​ຢູ່​ໃນ​ລະ​ດັບ​ສູງ (ປີ 2014 ລື່ນ​ກາຍ​ລະ​ດັບ 2.000 USD/ຄົນ), ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຍົກ​ສ​ູງ​ຂຶ້ນ​​ຢ່າງບໍ່​ຢຸດຢັ້ງ. ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ​ໄດ້​​ເຮັດ​ໃຫ້​ທີ່​ຕັ້ງ ແລະ ກຳ​ລັງ​ແຮງ​​ຂອງ​ຫວຽດ​ນາມ ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ບົນ​ເວ​ທີ​ສາ​ກົນ​ຢ່າງບໍ່​ຢຸ​ດຢັ້ງ. ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານນັ້ນ, ໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດນັ້ນ​ແມ່ນ​ຍ້ອນ​ຫວຽດ​ນາມ ໄດ້​ດຶງ​ດູດ ແລະ ເສີມ​ຂະ​ຫຍາ​ຍ​ທຸກ​ໆ​ແຫຼ່ງ​ກຳ​ລັງ​ຂອງ​ປະ​ຊາ​ຊົນ​ຢ່າງ​​ບໍ່​ຢ​ຸດຢັ້ງ.

​ຜົນ​ງານ​ໃນ​ການ​ດຶງ​ດູດ​ແຫຼ່ງ​ກຳ​ລັງ​ຈ​າກ​ປະ​ຊາ​ຊົນ

        ໃນ​ຕະ​ຫຼອດ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພ້ອມ​ກັບ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ພັກ ແລະ ລັດ​ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງເຖິງ​ການ​ພັດ​ທະ​ນາ​​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​​ຂອງ​ປະ​ຊາ​ຊົນ; ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຢ່າງ​ແທ​້​ຈິງ​ຂອງ​ປະ​ຊາ​ຊົນ​ບົນ​ພື້ນ​ຖານ​ເພີ່ມ​ທະ​ວີ​ກຸ່ນ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ບັນ​ລຸ​ໄດ້​ບັນ​ດາ​​ໝາກ​ຜົນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ປະ​ຊາ​ຊົນ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ພົ້ນ​ເດັ່ນ​ແມ່ນໃນ​ໄລ​ຍະ 25 ປີ (1990 - 2015), ອັດ​ຕາ​ຄວາ​ມ​ທຸກ​ຍາກ​​ຢູ່​ຫວຽດ​ນາມ ໄດ້​ຫຼຸດ​ແຕ່​ລະ​ດັບ​ເກືອບ 60% ລົງ​ເຫຼືອ​ພຽງ 5,97% ດ້ວຍ​ປະ​ຊາ​ຊົນ​ກວ່າ 30 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຫວຽດ​ນາມ ກໍ່​ບັນ​ລຸ​ໄດ້​ບັນ​ດາ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ​ກ່ຽວ​ກັບ​ດ້ານ​ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ. ​ອັດ​ຕາ​ສ່ວນ​ນັກ​ຮຽນ​ໄດ້​ເຂົ້າ​ໂຮງ​ຮຽນ​ຊັ້ນ​ປະ​ຖົມ​ບັນ​ລຸ​ກວ່າ 95% ແລະ ຢູ່​ຊັ້ນມັດ​ທະ​ຍົ​ມ​ຕອນ​ຕົ້ນແມ່ນ 80%. ຫວຽດ​ນາມ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ “ຈຸດ​ພົ້ນ​ເດັ່ນ” ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ທົ່ວ​ໂລກ​ກ່ຽວ​ກັບ​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ພ້ອມ​ກັບ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ປະ​ເທດ​ຊາດນັ້ນ, ບົດ​ບາດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຖື​ເປັນ​ສຳ​ຄັນ, ເສີມ​ຂະ​ຫຍາຍ​ໃນພຶດ​ຕິ​ກຳ​ຕົວ​ຈິງ. ດ້ວຍ​ທິດ​ນຳ “ປະ​ຊາ​ຊົນ​ຮູ້, ປະ​ຊາ​ຊົນ​ປຶກ​ສາ​ຫາ​ລື, ປະ​ຊາ​ຊົນ​ເຮັດ, ປະ​ຊາ​ຊົນ​ກວ​ດ​ກາ” ໄດ້​ເອົາ​ໃ​ຈ​ໃສ່​​ເປັນ​ພິ​ເສດ​ໃນ​ການປະ​ຕິ​ບັດ​ຢູ່​ບັນ​ດາ​ຂັ້ນເປັນ​ຢ່າງ​ດີ, ຜ່ານນັ້ນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ມີ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ທຸກ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ດ້ວຍ​ບົດ​ບາດ​ເປັນ​ເຈົ້າ​. ພ້ອມ​ກັ​ນນັ້ນ, ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຍາມ​ໃດກໍ່​ໄດ້​ຮັບ​ການ​ປັບ​ປຸງ, ເພີ່ມ​ທະ​ວີ ແລະ ເສີມ​ຂະ​ຫຍາຍ​ຢູ່​ໃນ​ລະ​ດັບ​ສູງ, ປະ​ກອບ​ສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ໝູ່ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ.

ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ​ທຸກ​ແຫຼ່ງ​ກຳ​ລັງ​ໃນ​ການ​ປ່ຽນ​ແປງ​ໃໝ່

        ​ແກ່​ນ​ສານ​ຂອງ​ການ​ສືບ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ​ແມ່ນ​ນຳ​ຫວຽດ​ນາມ ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ​ທັນ​ສະ​ໄໝ. ມາດ​ຕະ​ການ​ບຸກ​ທະ​ລຸ​ແມ່​ນ​ຖື​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ພູມ​ປັນ​ຍາ ແລະ ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສ​ູງ​ເປັນກຳ​ລັງ​ໜູນ​ຕົ້ນ​ຕໍ. ຕາມນັ້ນ​ແລ້ວ, ຫວຽດ​ນາມ ໄດ້​ເລືອກເຟັ້ນ​ບາງ​ຂະ​ແໜງ​ອຸ​ດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ, ອຸດ​ສາ​ຫະ​ກຳ​​ເຕັກ​ໂນ​ໂລ​ຊີ​ສູງ, ອຸດ​ສາ​ຫະ​ກຳ​ສະ​ອາດ, ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ, ກໍ່​ສ້າງ​ພື້ນ​ຖານ​​ກະ​ສິ​ກຳ​ຕາມ​ທິດ​ຜ​ະ​ລິດ​ເປັ​ນ​ສິນ​ຄ້າ​ໃຫ​ຍ່, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ພ້ອມ​ທັງ, ຍູ້​ແຮງ​ການ​ພັດ​​ທະ​ນາພື້ນ​ຖານ​ກະ​ສິ​ກຳ​ຕາມ​ທິດ​ທັນ​ສະ​ໄໝ, ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງກວ່າ​ບັນ​ດາ​ເຂດ​ຜະ​ລິດ ແລະ ສູງກວ່າ​ລະ​ດັບ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ໂດ້​ເທ໋​ຕຸ່ງ, ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ເສດ​ຖະ​ກິດ​ການ​ເມືອງ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິ​ນ, ໄດ້​ຍົກ​ອອກ​ມາດ​ຕະ​ການ​ແກ້​ໄຂ.

        “​ຢາກ​ມີ​ເຕັກ​ໂນ​ໂລ​ຊີ​ສູງແມ່ນຕ້ອງ​ຍູ້​ແຮງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ຫຼື ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ. ຄຳ​ຖາມ​ທີ່​ວາງ​ອອກ​ແມ່ນ​ເຮັດ​ແນວ​ໃດ​​ໃຫ້ມີ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ທຶນ​ໃຫ້​​ແກ່ການ​ຄົ້ນ​ຄວ້າ ຫຼື ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ? ຖ້າ​ຫາກ​ພຽງ​ແຕ່​ຮັບ​ຮູ້​ຕ້ອງ​ເຮັດ​ຫຍັງ​ເມື່ອ​ເລີ່ມ​ຕົ້ນ​ວິ​ວັດ​​ການ​ປ່ຽນ​ແປງ​ໃໝ່ ແມ່ນບໍ່​ສາ​ມາດ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ຮອບ​ດ້ານ​ ແລະ ຄົບ​ຊຸດໄດ້, ຫາກ​ຕ້ອງ​ຖືກ​ນຳ​ໃຊ້​ແຫຼ່​ງ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ, ວັດ​ຖຸ, ໂດຍ​ສະ​ເພາະ​ແມ່ນ​ເຕັກ​ໂນ​ໂລ​ຊີ​ສູງ​ເພື່ອ​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ໃໝ່”.

        ເພື່ອ​ສືບ​ຕໍ່​​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ແນວ​ຄິດ​ຊີ້​ນຳ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ນັ້ນ​ແມ່ນ: ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົ​ງ​ໃນ​ທຸກ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ. ພ້ອມ​ທັງ, ສືບ​ຕໍ່​ຕີ​ລາ​ຄາ​ຄວາມ​ຖືກ​ຕ້ອງ​ຂອງ​ບັນ​ດ​າ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທ​ິ​ຜົນ, ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ ຫງວຽນ​ຊີ້​ຢຸງ, ອະ​ດີດ​ຮອງ​ຫົວ​ໜ້າ​ຫ້ອງ​​ວ່າການ​ສະ​ພາ​ແຫ່ງ​ຊາດ, ກ່າວ​ຄຳ​ເຫັນ​ວ່າ.

ເສີມຂະຫຼາຍທຸກແຫຼ່ງກຳລັງເພື່ອປະຕິບັດພາລະກິດປ່ຽນແປງໃໝ່ສຳເລດຜົນ - ảnh 2
(ທ່ານ ຫງວຽນ​ຊີ້​ຢຸງ, ອະ​ດີດ​ຮອງ​ຫົວ​ໜ້າ​ຫ້ອງ​​ວ່າການ​ສະ​ພາ​ແຫ່ງ​ຊາດ)

“ພວ​ກ​ເຮົາ​ຊຸກ​ຍູ້​ຄວາມ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​​ຫຼາຍ​ແລ້ວ, ​ຍັງ​ເຫຼືອ​ພຽງບັນ​ດາ​ຂົງ​ເຂດ​​ຈຳ​ເປັ​ນຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ເທົ່​ານັ້ນ. ໃນ​ໄລ​ຍະ​ຜ່ານ​ມາ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ໄດ້​ຍົກ​ອອກ 20 ຂົງ​ເຂດ​​ຜູກ​ຂາດ​ຂອງ​ລັດ. ​ຄື​ແນວ​ນັ້ນ​​ແມ່ນຈຳ​ກັດ​ສິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ເສ​ລີ​​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ຖ້າ​ຍັງ​ມີ​​ສິດ​ຜູກ​ຂາດ​ຫຼາຍ​ແລ້ວ, ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດບໍ່​ມີ​ອີກ, ຄື​ແນວນັ້ນ​ແມ່ນບໍ່​ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີ​ໄດ້. ດັ່ງນັ້ນ, ຕ້ອງ​ໃຫ້​ປະ​ຊາ​ຊົນ​ໄດ້​ສຳ​​ຜັດ​ກັບ​ຕະ​ຫຼາດ, ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ເສ​ລີ, ​ພະ​ຍາ​ຍາມ​ຕ້ານສິ​ດ​ຜູ​ກ​ຂາດ​ພາກລັດ.”

        ໃນ​ອາ​ຍຸ​ການກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກຳ​ນົດ “ຍູ້​ແຮງການ​ປ່ຽນ​ແປງ​ໃໝ່​ຢ່າ​ງ​ຮອບ​ດ້ານ, ​ຄົບ​ຊຸດ, ເສີມ​ຂະ​ຫຍາຍ​ທຸກ​ແຫຼ່ງ​ກຳ​ລັງ ແລະ ກຳ​ລັງ​ໜູນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງ​ວ່ອງ​ໄວ ແລະ ໝັ້​ນ​ຄົງ”. ໜຶ່ງ​ໃນ​ຈຳ​ນວນ 6 ໜ​້າ​ທີ່​ຈຸດ​ສຸມ​ໄດ້​ສຸມ​ໃສ່​ປະ​ຕິ​ບັດ​ນັ້ນ​ແມ່ນ “ດຶງ​ດູດ, ເສີມ​ຂະ​ຫຍາຍ​​ທຸກ​ແຫຼ່ງກ​ຳ​ລັງ​ ແລະ ​ກຳ​ລັງ​ປະ​ດິດ​ສ້າງ​ຂ​ອງ​ປະ​ຊາ​ຊົນຢ່າງ​ແຮງ”. ຈາກ​ທິດ​ສະ​ດີ​ເຖິງ​​ພຶດ​ຕະ​ກຳຕົວ​ຈິງ​ລ້ວ​ນ​ແຕ່​ຊີ້​ໃຫ້​ເຫັນ​ບັນ​ຫາ​ການຂຸດ​ຄົ້ນ, ​ການນຳ​ໃຊ້​ຢ່າງ​ເໝາະ​ສົມ ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປ​ັກ​ຮັກ​ສາ, ຜະ​ລິດ​ຄືນ​ໃໝ່ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງບໍ່​ຢຸ​ດຢັ້ງ, ພິ​ເສດ​ແມ່ນ​ແຫຼ່ງ​ກຳ​ລັງ​ຈາກ​ປະ​ຊາ​ຊົນ, ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ເງືຶ່ອນ​ໄຂ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້​ນ​ຄົງ​ຂອງ​ຫວຽດ​ນາມ ໃນ​ປະ​ຈຸ​ບັນ ແລະ ໃນ​ອະ​ນາ​ຄົດແມ່ນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ປະ​ຈຸ​ບັນ.


ຂ່າວ/ບົດ​ອື່ນ