ແຂ່ງຂັນຮັກຊາດ ຕາມແນວຄິດປະທານໂຮ່ຈິມີນ

(vovworld) - ວັນ​ທີ 11/6 ກ່ອນ​ນີ້ 64 ປີ, ທ່ານ​ປະທານ​ໂຮ່ຈິ​ມີນ ​ໄດ້​ປຸກ​ລະດົມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ເພື່ອ​ຮຽກຮ້ອງ​ໃຫ້​ທົ່ວ​ປວງ​ຊົນ​ຕໍ່ຕ້ານ, ສ້າງສາ​ປະ​ເທດ​ຊາດ. ​ໃນ​ໄລຍະ​ກວ່າ 60 ປີຜ່ານມາ, ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ໄດ້​ກາຍ​ເປັນ​ກຳລັງ​ຫນູນ​ເລັ່ງລັດ, ລະດົມ​ກຳລ​ັງ​ໃຈ​ປະຊາຊົນ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ເນ່ືອງ​ໃນ​ໂອກາດ​ວັນ​ມູນ​ເຊື້ອ​​ແຂ່ງຂັນ​ຮັກ​ຊາດ ຄື​ວັນ​ທີ 11/6. ​

ແຂ່ງຂັນຮັກຊາດ ຕາມແນວຄິດປະທານໂຮ່ຈິມີນ - ảnh 1
ພາບປະກອບ:internet

        ຈຸດ​ພົ້ນ​ເດັ່ນ​ໃນ​ແນວ​ຄິດ​ປະທາ​ນ​ໂຮ່ຈິ​ມີນ ກ່ຽວ​ກັບ​ການ​ແຂ່ງ​ຂັນ​ຮັກ​ຊາດ ນັ້ນ​ແມ່ນ​​ ​ເມື່ອ​ປຸກລະດົມ​ຂະ​ບວນການ​ດັ່ງກ່າວ, ປະທານ​ໂຮ່ຈິ​ມີນ​ໄດ້​ຊີ້​​ແຈງ​ວ່າ: ການ​ສະຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ຂະ​ບວນການ​ແຂ່ງຂັນ​ກັບ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ຊາດຫວຽດນາມ. ​ເພີ່ນ​ຢືນຢັນ​ວ່າ: “ການ​ແຂ່ງຂັນ​​ແມ່ນຮັກ​ຊາດ,  ຮັກ​ຊາດ​​ແມ່ນຕ້ອງ​ມີ​ການ​ແຂ່ງຂັນ ​ແລະ ບັນດາ​ຜູ້​ແຂ່ງຂັນ​ແມ່ນ​ຜູ້​ມີ​ນ້ຳ​ໃຈ​ຮັກ​ຊາດ​ກວ່າ​ໝູ່.” ​ໂດຍ​ຕອບ​ສະຫນອງ​ຕາມຄຳ​ຮຽກຮ້ອງ​​ຂອງ​ປະທານ​​ໂຮ່ຈິ​ມີນ, ​ໃນ 64 ປີຜ່ານມາ, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໄດ້​ມີ​ການ​ພັດທະນາຢ່າງ​ແຂງ​ແຮງ, ຕໍ່​ເນື່ອງ ​ແລະ ກວ້າງຂວາງ. ​ເລີ່​ມຈາກ​ຂະ​ບວນການ​ແຂ່ງຂັນ​​ເປັນ​ຄັ້ງ​ໃຫຍ່​ຄື: ຕ້ານ​ໄພ​ອຶດຫິວ, ສະພາບ​ກືກ​ຫນັງສື ​ແລະ ຕ້ານ​ສັດຕູຕ່າງ​ດ້າວ, ​ໄຫ​ເຂົ້າ​ເພື່ອ​ການ​ຕໍ່ຕ້ານ…ຕະຫລອດ​ຮອດ​ທຸງ​ສາມ​ດີ, ຂະ​ບວນການ​ທົ່ວ​ປວງ​ຊົນ​ສາມັກຄີກັນ​ກໍ່ສ້າງ​ຊີວິດ​ວັດທະນະທຳ, ຊາວ​ຫນຸ່ມ​ອາສາ​ສະໝັກ​​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, “ທົ່ວປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃຫມ່”​ໃນ​ປະຈຸ​ບັນ, ​ໄດ້​ສ້າງ​​ເປັນຂະ​ບວນການ​ຢ່າງ​ກວ້າງຂວາງ​ໃນ​ຊີວິດ​ສັງຄົມ, ລະດົມ​ກຳລັງ​ໃຈ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ພ້ອມ​ກັນ​ແຂ່ງຂັນ. ຜ່ານ​ບັນດາ​ຂະ​ບວນການ​ແຂ່ງຂັນ​ນັ້ນ ​ໄດ້​ປະ​ກົດ​ມີ​ໝູ່​ຄະນະ, ສ່ວນ​ບຸກຄົນ​ດີ​ເດັ່ນ​ຕາງຫນ້າ​ໃຫ້​ເຈດ​ຈຳນົງ​ກ້າວ​ຂຶ້ນ, ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ກ້າ​ຄິດ, ກ້າ​ເຮັດ, ຕັ້ງຫນ້າ ​ແລະ ມີ​ຫົວຄິດ​ປະດິດ​ສ້າງຂອງ​ຊາວ​ ຫວຽດນາມ, ສ້າງ​ກຳລັງ​ຫນູນ​ຢ່າງ​ແຂງ​ແຮງ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ ບັນດາ​ຜົນງານ​ສຳຄັນ​ຂອງ​ໄລຍະ 10 ປີ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ ບັນດາ​ຜົນງານ​ສຳຄັນ​ຂອງ​ໄລຍະ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ. ຮອງ​ສາ​ສະ​ດາ​ຈານ, ດຣ ​Tran Minh Truong ຫົວຫນ້າ​ສະຖາ​ບັນ​ ​ໂຮ່ຈິ​ມີນ ​ແລະ ບັນດາ​ຜູ້ນຳ​ຂອງ​ພັກ ຖື​ວ່າ: ບັນລຸ​ໄດ້ຜົນ​ງານ​ນີ້​ແມ່ນຍ້ອນ​ບັນດາຂະ​ບວນການ​ໄດ້​ໝູນ​ໃຊ້​ວິທີ​ແຂ່ງຂັນ​ຕາມ​ແນວ​ຄິດ​ປະທານ​ໂຮ່ຈິ​ມີນ. ທ່ານ​ກ່າວ​ວ່າ:

        “​ຕາມ​ທ່ານປະທານ​ໂຮ່ຈິ​ມີນ, ການ​ແຂ່ງຂັນ​ຕ້ອງ​ວາງ​ບັນດາ​ຕົວ​ເລກ​ຄາດໝາຍໃຫ້​ເໝາະ​ສົມ​ກັບ​​ແຕ່ລະ​ຂະ​ແຫນງ, ​ແຕ່ລະ​ເປົ້າ​ໝາຍ. ການ​ແຂ່ງ​ຂັນ​ແມ່ນ​ປະຕິບັດ​ໃນ​ວຽກ​ງານ​ແຕ່​ລະ​ວັນ​ຂອງ​ຕົນ. ຕາມ​ເພີ່ນ​ແລ້ວ, ​ແຕ່ລະຄົນ​ມີຫນ້າ​ທີ່​ສະ​ເພາະ​ໃດຫນຶ່ງ ​ແລະ ​ເມື່ອ​ທຸກ​ຄົນ​ສຳ​ເລັດ​ຫນ້າ​ທີ່​, ​ໃນ​ຖານະ​ວຽກ​ງານ​ຂອງ​ຕົນ, ນັ້ນ​ແມ່ນ​ການ​ແຂ່ງຂັນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ພາລະກິ​ດການປະຕິວັດ.”

        ທ່ານ​ນາງ Ma Thi Nguyet, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ Thai Nguyen ຫນຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ຫນ້າ​ໃນ​ຂະ​ບວນການ​ແຂ່ງຂັນ  ​ທັງ​ແມ່ນ​​ແຫ່ງທີ່​ທ່ານ​ປະທານ​ໂຮ່ຈິ​ມີນ​ ​ໄດ້​ປຸກລະດົມຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ກ່ອນ​ນີ້ 64 ປີ ​ໃຫ້​ຮູ້​ວ່າ:

        “ວຽກ​ງານ​ແຂ່ງຂັນ ບໍ່​ແມ່ນ​ວຽກ​ງານ​ຂອງ​ຂັ້ນ​, ຂະ​ແຫນງການ​ໃດ​ຫນຶ່ງ​ເທົ່າ​ນັ້ນ ຫາກ​​ແມ່ນຂອງ​ທັງ​ລະບົບ​ການ​ເມືອງ, ພິ​ເສດ ​ແມ່ນຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ປວງ​ຊົນ. ຄຽງ​ຄູ່​ກັນ​ນັ້ນ ການ​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ ຕ້ອງ​ຕິດ​ພັນ​ກັບ​ຫນ້າ​ທີ່​ການ​ເມືອງ, ຫນ້າ​ທີ່​ວິຊາ​ສະ​ເພາະ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຫົວຫນ່ວຍ​ເພ່ືອ​ສ້າງ​ບັນດາ​ມາດຕະຖານ​ແຂ່ງຂັນ​ໃຫ້​ເໝາະ​ສົມ. ພ້ອມ​ກັນ​ນັ້ນ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ​ເລັ່ງລັດ​ຂະ​ບວນການ​ແຂ່ງຂັນ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກໍ່ສ້າງ, ທະວີຄູນ​ບັນດາ​ແບບຢ່າງ​ທີ່ດີ​ເດັ່ນ​.”

 

ແຂ່ງຂັນຮັກຊາດ ຕາມແນວຄິດປະທານໂຮ່ຈິມີນ - ảnh 2
ປະທານໂຮ່ຈິມີນ ກັແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ
ພາບປະກອບ:kontum.gov.vn

        ການ​ໝູນ​ໃຊ້​ແນວ​ຄິດ​ປະທານ​ໂຮ່ຈິ​ມີນ ​ເຂົ້າ​ໃນ​ການ​ແຂ່ງຂັນ​ຮັກ​ຊາດ​ໃນ​ໄລຍະ​ປະຈຸ​ບັນ, ສາ​ສະ​ດາ​ຈານ ດຣ Nguyen The Thang ຫົວຫນ້າ​ພະ​ແນ​ກ​ແນວ​ຄິດ​ປະທານ​ໂຮ່ຈິ​ມີນ, ສັງກັດ​ສະຖາບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ​ເຂດ 1 ຖື​ວ່າ: ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຍ້ອງຍໍ​ ​ແລະ ພ້ອມ​ກັນ​ນັ້ນ ​ແມ່ນ​ການ​ປັບ​​ໄຫມ​ຢ່າງ​ເຂັ້ມ​ງວດ​. ກາຍ​ຍ້ອງຍໍ​​ຖືກ​ກັບວຽກ​ງານ, ຖືກ​ກັບ​ເປົ້າ​ໝາຍ ຈະ​ປະກອບສ່ວນ​ສ້າງ​ບັນຍາ​ການ​ແຂ່ງ​ຂັນ​ປອດ​ໄສ. ທ່ານ Thang  ກ່າວ​ວ່າ:

        “ການ​ຕິດ​ພັນ​ຢ່າງ​ທັນ​ການ​ລະຫວ່າງ​ການ​ຍ້ອງຍໍ​ ກັບ​ການ​ແຂ່ງຂັນ​ກໍ​ແມ່ນ​ປັດ​ໄຈ​ຫນຶ່ງ​ຊ່ວຍ​ໃຫ້​ຂະ​ບວນການ​ແຂ່ງຂັນ​ພັດທະນາ​ຢ່າງ​ແຂງ​ແຮງ. ​ໃນ​ກາ​ນພິຈາລະນາ, ​ຍ້ອງຍໍ ຖ້າ​ຫາກ​ບໍ່​ປະຕິບັດ​ຢ່າງ​ສະ​ເໝີ​ພາບ, ບໍ່​ມີປະຊາທິປະ​ໄຕ, ​ເປີດ​ເຜີຍ ຈະ​ເຮັດ​ໃຫ້​ຂະ​ບວນການ​ແຂ່ງຂັນ​ບໍ່​​ໄດ້ຮັບ​ຜົນ ​ເຮັດ​ໃຫ້​ທຸກ​ຄົນ​ເບື່ອ​ຫນ່າຍ​ບໍ່​ຢາກ​ແຂ່ງຂັນ​ອີກ. ທ່ານ​ປະທານ​​ໂຮ່ຈິ​ມີນ ​ເວົ້າ​ວ່າ: ການ​ປະຕິວັດ​ແມ່ນ​ພາລະກິດ​ຂອງ​ໝູ່​ມະຫາຊົນ ສະ​ນັ້ນ ​ໃນ​ຂະ​ບວນການ​ແຂ່ງຂັນ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຜູ້​ຜະລິດ​ອອກ​ແຮງ​ງານໂດຍ​ກົງ. ​ເຮັດ​ຄື​ແນວນັ້ນ ຂະ​ບວນການ​ແຂ່ງຂັນ​ໃຫມ່​ຈຶ່ງ​ສາມາດ​ຟົດ​ຟື້ນ ​ແລະ ມີ​ລັກສະນະ​ທົ່ວປວງ​ຊົນ​ຢ່າງ​ກວ້າງ​ຂວາງ.”

        ຈາກ​ປະສິດທິ​ຜົນ​ຂອງ​ຫລາຍ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ 64 ປີຜ່ານມາ ​ໄດ້​ພິສູດ​​ໃຫ້​ເຫັນ​ວ່າ​ບັນດາ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມີນກ່ຽວ​ກັບ​ການ​ແຂ່ງຂັນ ມາ​ຮອດ​ປະຈຸ​ບັນ ຍັງ​ຄົງ​ມີ​ຄຸ​ນຄ່າ​ພຶດຕິ​ກຳ​ຢ່າງ​ເລິກ​ເຊິ່ງ.

        ການ​ປະຕິວັດ​ນັບ​ມື້​ນັບ​ຫຍຸ້ງຍາກ​ຕ້ອງ​ຈັດ​ຕັ້ງ​ບັນດາ​ຂະ​ບວນການ​ແຂ່ງຂັນ, ​ເພື່ອ​ສຸມ​ກຳລັງ​ແຮງ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ນັ້ນ​ແມ່ນ​ແນວ​ຄິດ​ໂຮ່ຈິ​ມີນ. ​ໃນ​ພາ​ລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ປະ​ຈຸ​ບັນ, ​ເມື່ອ​ຊາວ ຫວຽດນາມ ພວມ​ສືບ​ຕໍ່​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ​ການ​ແຂ່ງຂັນ​ຮັກ​ຊາດ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ​ເທົ່າ​ນັ້ນ ຫາກຍັງ​ແມ່ນ​ວິທີ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ປະທານ​ໂຮ່ຈິ​ມີນຢ່າງ​ແທດ​ຈິງ​ທີ່​ສຸດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ