ການ​ຂັບ​ແຈ່ວ​ຢູ່​ຕາ​ແສງ ດ້າຍ​ແທັ່ງ, ເມືອງ ກວັກ​ອວາຍ, ຮ່າ​ໂນ້ຍ

(VOVWORLD) - ເມື່ອມາຮອດຕາແສງດ້າຍແທັ່ງເມືອງກວັກອວາຍຮ່າໂນ້ຍນັບແຕ່ຢູ່ທາງຮ່ອມເຂົ້າເຮືອນປະຊາຊົນເຮົາກໍ່ໄດ້ຍິນສຽງຂັບແຈ່ວແລ້ວການຂັບແຈ່ວຢູ່ດ້າຍແທັ່ງພ້ອມກັບການຂັບໂຢລຽບຕວຽດການຟ້ອນຕຸກກະຕານ້ຳ ສ່າຍເຊີນຂັບຕ່ວງເຢືອງກົກ ແມ່ນສິລະປະດີເດັ່ນ 4 ປະເພດທີ່ມີຊື່ສຽງດົ່ງດັງໃນທົ່ວເຂດຝູກວັກ ໃນເມືອກ່ອນປັດຈຸບັນແມ່ນເມືອງ ກວັກອວາຍແຕ່ດົນນານມາແລ້ວສິລະປະຂັບແຈ່ວໄດ້ເຊືອມເລິກເຂົ້າໃນຊີວິດປະຈຳວັນຂອງປະຊາຊົນຢູ່ທີ່ນີ້ນັບແຕ່ຜູ້ມີອາຍຸສູງຕະຫຼອດຮອດເດັກນ້ອຍຢູ່ທີ່ນີ້ຜູ້ໃດກໍ່ຮູ້ຂັບແຈ່ວ.

ການ​ຂັບ​ແຈ່ວ​ຢູ່​ຕາ​ແສງ ດ້າຍ​ແທັ່ງ, ເມືອງ ກວັກ​ອວາຍ, ຮ່າ​ໂນ້ຍ - ảnh 1ຊາວກະສິກອນ ດ້າຍແທັງໄດ້ສ້າງຕັ້ງສະໂມສອນຜູ້ນິຍົມຊົມຊອບແຈ່ວເພື່ອດຶງດູດຜູ້ຊົມ (ພາບ: hanoionline.vn)
 

  ເມື່ອຮອດວັນທ້າຍອາທິດ, ບັນດາສະມາຊິກໃນສະໂມສອນຂັບແຈ່ວ ບ້ານ ຕິ່ງລາມ ພັດມີຄວາມຫ້າວຫັນເຕົ້າໂຮມກັນຢູ່ເຮືອນລວມຂອງສະມາຄົມຂັບແຈ່ວ. ຜູ້ມີອາຍຸສູງສອນ ເດັກນ້ອຍຂັບແຈ່ວ, ແນະນຳແຕ່ລະຈັງຫວະ, ກາກາເຄື່ອນເໜັງ, ວິທີຮັບຮູ້ຄວາມຮູ້ສຶກ ແລະ ນຳເອົາຈິດໃຈຂອງຕົນເຂົ້າບົດຂັບນັ້ນ.

ປັດຈຸບັນ ສະໂມສອນຂັບແຈ່ວ ບ້ານຕິ່ງລາມ, ຕາແສງ ດ້າຍແທັ່ງ ມີສະມາຊິກ 50 ຄົນຊຶ່ງຢູ່ ໃນຄົບເກນອາຍຸ. ທ່ານນາງ ຫງວຽນທິຕິງ, ສະມາຊິກສະໂມສອນຂັບແຈ່ວ ບ້ານຕິ່ງລາມ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ເຂົ້າຮ່ວມສະມາສອນມາເປັນເວລາກວ່າ 30 ປີແລ້ວ. ຕອນຍັງນ້ອຍຂ້າພະເຈົ້າກໍ່ເຄີຍໄປຊົມຂັບແຈ່ວ ດັ່ງນັ້ນ ສິລະປະນີ້ກໍ່ຊຶມເລິກເຂົ້າໃນຕົວຂອງຂ້າພະເຈົ້າ. ຕອນຍັງນ້ອຍໄປຊົມຂັບແຈ່ວ, ບ້ານຂ້າພະເຈົ້າກໍ່ຝືກຂັບດ້ວຍຕົນເອງ, ແຕ່ງກິນກໍ່ຂັບ, ລ້າງຖ້ວຍກໍ່ຂັບ. ຂັບແຈ່ວຢູ່ທີ່ນີ້ແມ່ນຂັບແຈ່ວດັ້ງເດີມ ໂດຍຄົນລຸ້ນພໍ່ລຸ້ນອ້າຍຖ່າຍທອດໃຫ້ ດັ່ງນັ້ນ ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈກ່ຽວກັບການຂັບແຈ່ວຢູ່ບ້ານເກີດເມືອງນອນຂອງຕົນ.

ໂດຍແມ່ນຫົວໜ້າສະໂມສອນ ບ້ານຕິ່ງລາມ, ຕາແສງ ດ້າຍແທັ່ງ, ລຸງ ຫງວຽນຟຸກເຮົ້າ ເຖິງວ່າປັດຈຸບັນມີອາຍຸ ເກືອບ 80 ປີແລ້ວກໍ່ຕາມ ແຕ່ສຳລັບລຸງແລ້ວ ຄວາມສຸດຈິດສຸດໃຈຕໍ່ສິລະປະຂັບແຈ່ວ ບໍ່ມີວັນຈະຢຸດເຊົາ. ຫຼານ ຫງວຽນທິກວຽນ, ສະມາຊິກສະໂມສອນຂັບແຈ່ວ ບ້ານຕິ່ງລາມ ເລົ່າສູ່ຟັງວ່າ:

ຕອນຍັງນ້ອຍ, ຫຼານໄປເບິ່ງແມ່ຂັບແຈ່ວ ດັ່ງນັ້ນນ້ອງກໍ່ເລີ່ມມັກຮັກຈັງຫວະຂັບແຈ່ວ. ຕອນຄ່ຳແຕ່ລະວັນ ຫຼານສະຫຼະເວລາ 2 ຊົ່ວໂມງໄປບ້ານຂອງພໍ່ເຖົ້າ ຫງວຽນຟຸກເຮົ້າ ຫົວໜ້າສະໂມສອນຂັບແຈ່ວ ບ້ານຕິ່ງລາວ ເພື່ອໃຫ້ພໍ່ເຖົ້າສອນວິທີຂັບແຈ່ວ. ຫຼານພ້ອມກັບໝູ່ເພື່ອນກໍ່ຮຽນ ບັນດາບົດແຈ່ວໂດຍພໍ່ເຖົ້າຂຽນໃຫ້ພວກຫຼານ. ພວກຫຼານຂັບ, ພໍ່ເຖົ້າກໍ່ຈັບຈັງຫວະ ແລະ ຖ້າເຫັນຜິດຢູ່ບ່ອນໃດພໍ່ເຖົ້າຈະປັບໃຫ້ພວກຫຼານ. ພວກຫຼານກໍ່ພະຍາຍາມຮັກສາບັນດາທຳນອງແຈ່ວແບບດັ້ງເດີມ.

ກ່ອນນີ້ 15 ປີ, ນັບແຕ່ປີ 2009, ຕາແສງ ດ້າຍແທັ່ງ ໄດ້ສ້າງຕັ້ງສະໂມສອນວັດທະນະທຳ ແລະ ກິລາ, ຂັບແຈ່ວ ແມ່ນຈຸດເດັ່ນຂອງສະໂມສອນ. ເດືອນມັງກອນ ປີ 2013, ສະມາຄົມ UNESCO ນະຄອນຮ່າໂນ້ຍ ໄດ້ສ້າງສະໂມສອນ UNESCO ສິລະປະຂັບແຈ່ວ ເມືອງກວັກອວາຍ, ຖືການຂັບແຈ່ວ ແລະ ການສະແດງດົນຕີໃນພິທີຕ່າງໆ ຢູ່ຕາແສງ ດ້າຍແທັ່ງ ແມ່ນແກ່ນສານ. ຂັບແຈ່ວດ້າຍແທັ່ງ ຄ້ວາໄດ້ບັນດາລາງວັນສູງຄື: ລາງວັນ A2 ສອງລາງວັນໃນງານມະໂຫລານເວທີຂັບແຈ່ວສະໝັກຫຼິ້ນ ຮ່າໂນ້ຍເປີດກວ້າງ ປີ 2010, ລາງວັນທີ 1 ການແຂ່ງຂັນຂັບແຈ່ວເມືອງ ກວັກອວາຍ.

ການ​ຂັບ​ແຈ່ວ​ຢູ່​ຕາ​ແສງ ດ້າຍ​ແທັ່ງ, ເມືອງ ກວັກ​ອວາຍ, ຮ່າ​ໂນ້ຍ - ảnh 2ການຝືກແອບຂັບແຈ່ວ (ພາບ: hanoionline.vn)

ໂດຍໄດ້ຮັບຮູ້, ເຊີດຊູບັນດາການປະກອບສ່ວນໃຫ້ແກ່ສິລະປະຂັບແຈ່ວ, ປີ 2015, ມີສະມາຊິກ 3 ຄົນໃນສະໂມສອນຂັບແຈ່ວ ບ້ານຕິ່ງລາມ, ຕາແສງ ດ້າຍແທັ່ງ, ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ມອບນາມມະຍົດ ນັກສິລະປິນດີເດັ່ນ ໃນປະເພດສິລະປະພື້ນເມືອງ. ລຸງ ຫງວຽນຟຸກເຮົ້າ, ຫົວໜ້າສະໂມສອນຂັບແຈ່ວ ບ້ານຕິ່ງລາມ, ຕາແສງ ດ້າຍແທັ່ງ ເລົ່າສູ່ຟັງວ່າ:

ຂະບວນການຂັບແຈ່ວຂອງພວກຂ້າພະເຈົ້າເລີ່ມແຕ່ປີ 1953. ກະໂຕຂ້າພະເຈົ້າໄດ້ເດີນຕາມສະໂມສອນຂັບແຈ່ວ ແຕ່ຕອນມີອາຍຸ 12 ປີ, ມາຮອດປັດຈຸບັນຂ້າພະເຈົ້າກໍ່ມີອາຍຸ 77 ປີແລ້ວ.  ນັບແຕ່ກ່ອນມາຮອດປັດຈຸບັນ, ປະຊາຊົນຢູ່ທີ່ນີ້ ຜູ້ໃດກໍ່ຂັບບັນດາທຳນອງແຈ່ວ ຕາແສງ ດ້າຍແທັ່ງ ໄດ້ໝົດ , ຜູ້ໃດຂັບຜິດຈັ່ງຫວະ ເຂົາເຈົ້າກໍ່ຮູ້ໂລດ. ຢູ່ບ້ານເກີດຂອງຂ້າພະເຈົ້າໃນເມື່ອກ່ອນ ຕອນເຂົາແຕ່ງກິນໃນເຮືອນຄົວກໍ່ຂັບແຈ່ວ, ເກັບໝາກໄມ້ຢູ່ເທິງຕົ້ນໄມ້ກໍ່ຂັບແຈ່ວ. ຕາແສງມີຄົນຂັບແຈ່ວມາແລ້ວ ແຕ່ 3 – 4 ລຸ້ນ, ເຊິ່ງເປັນສິ່ງທີ່ບໍ່ມີຫຼາຍບ່ອນເຮັດໄດ້.

ການສະແດງສິລະປະຂັບແຈ່ວຍາມໃດກໍ່ມີການເຊື່ອມຕໍ່ລະຫວ່າງບັນດາລຸ້ນຄົນ, ບັນດານັກສະແດງ ບໍ່ພຽງແຕ່ຂັບມ່ວນ, ດິດພິນເກັ່ງເທົ່ານັ້ນ ການສະແດງກໍ່ຕ້ອງນັບມື້ນັບເປັນມືອາຊີບອີກດ້ວຍ. ປ້າ ເຈິ່ນທິຊາງ, ສະມາຊິກສະໂມສອນຂັບແຈ່ວ ບ້ານຕິ່ງລາມ, ຕາແສງ ດ້າຍແທັ່ງ, ແບ່ງປັນວ່າ:

ມີຄວາມມັກຮັກຂັບແຈ່ວ, ເມົາມົວອາຊີບ ແມ່ນເຮົາຈຶ່ງປະສົບຜົນສຳເລັດຄືໃນປັດຈຸບັນ. ຢາກຂັບທຳນອງໃດໃຫ້ມ່ວນ, ສົ່ງອາລົມຈິດໄດ້ນັ້ນ ກ່ອນອື່ນໝົດເຮົາຕ້ອງອ່ານເນື້ອໃນຂອງບົດຂັບແຈ່ວກ່ອນ ແລະ ຝືກຮ້ອງຈຶ່ງຈະໄດ້. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຫຼາຍ ຕໍ່ຄົນລຸ້ນກ່ອນຂອງພວກຂ້າພະເຈົ້າ ເຖິງວ່າພວກລຸງ ກໍ່ມີອາຍຸກວ່າ 80 ປີແລ້ວແຕ່ຍັງມີຄວາມສຸດຈິດສຸດໃຈເຂົ້າຮ່ວມ ເຖິງວ່າບໍ່ໄດ້ສະແດງ ແຕ່ພວກພໍ່ລຸງ ຍັງມີໜ້າເພື່ອລະດົມກຳລັງໃຈໃຫ້ອ້າຍເອື້ອຍນ້ອງທີ່ກຳລັງຝືກ.

ແຕ່ລະລາຍການສະແດງບໍ່ພຽງແຕ່ແມ່ນເຫື່ອແຮງຝືກແອບເທົ່ານັ້ນ ຫາກຍັງແມ່ນນ້ຳໃຈ ແລະ ຄວາມສຸດຈິດສຸດໃຈຂອງສະມາຊິກແຕ່ລະຄົນສຳລັບການຂັບແຈ່ວອີກດ້ວຍ. ທ່ານ ຫງວຽນຢຸຍເຟີມ, ນັກເສບເຄື່ອງດົນຕີຮັບໃຊ້ຂັບແຈ່ວຢູ່ຕາແສງ ດ້າຍແທັ່ງ ເລົ່າວ່າ:

ພວກຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ອູ່ຂອງການຂັບແຈ່ວ, ດ່ັ່ງນັ້ນທຸກໆລາຍການສະແດງຂັບແຈ່ວ ລູກຫຼານລ້ວນແຕ່ມາຊົມ. ພວກລູກຫຼານໄດ້ຮັບການຖ່າຍທອດການຂັບແຈ່ວຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນຕໍ່ໄປ. ພວກຂ້າພະເຈົ້າກໍ່ເຊື້ອເຊີນບັນດາຄູສອນມາສິດສອນໃຫ້ພວກຫຼາຍບັນດາທຳນອງພື້ນຖານຂອງການຂັບແຈ່ວ ເພື່ອໃຫ້ໝູ່ບ້ານຂັບແຈ່ວພວກຂ້າພະເຈົ້າໄດ້ອະນຸລັກຮັກສາ ແລະ ພັດທະນາການຂັບແຈ່ວຄືໃນປັດຈຸບັນ. ສິ່ງທີ່ສຳຄັນນັ້ນແມ່ນ ເຮົາມີຄວາມສຸດຈິດສຸດໃຈ ໃນແຕ່ລະທຳນອງຂັບແຈ່ວ ສຽງພິນຂອງເຮົາຈຶ່ງມ່ວນໄດ້.

ເກືອບ 70ປີຜ່ານມາ, ສິລະປະຂັບແຈ່ວໄດ້ກາຍເປັນສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ໃນຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນຕາແສງ ດ້າຍແທັ່ງ. ມີຈຸດເວລາທີ່ດິນແດນແຫ່ງນີ້ ນັບແຕ່ຜູ້ມີອາຍຸສູງ ຕະຫຼອດຮອດເດັກນ້ອຍ ຜູ້ໃດກໍ່ສາມາດຂັບແຈ່ວໄດ້, ຈື່ຂຶ້ນໃຈບັນດາທຳນອງຂັບແຈ່ວແບບດັ້ງເດີມ. ດ້ວຍຄວາມພະຍາຍາມ ແລະ ສຸດຈິດສຸດໃຈຂອງພໍ່ແມ່ປະຊາຊົນ, ສິລະປະຂັບແຈ່ວ ດ້າຍແທັ່ງ ບໍ່ພຽງແຕ່ໄດ້ຮັບການອະນຸລັກຮັກສາ ຫາກຍັງມີການພັດທະນາ, ກາຍເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນແຫ່ງນີ້, ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຂອງຊາດຫວຽດນາມ ອຸດົມສົມບູນຂຶ້ນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ