ການສະແດງສິລະປະຕາມຖະໜົນຢູ່ Festival ເຫ໋ວ 2012

(vovworld) - ​ໂດ​ຍ​ເຈືອ​ຈານ​​ໃນ​ບັນຍາກາດ​ອັນ​ຟົດ​ຟື້ນ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ງານ​ບຸນ​ປະ​ເພນີຕ່າງໆ, ລາຍການ​ສະ​ແດງສິລະ​ປະ​ຕາມ​ຖະໜົນ​ຂອງ 40 ຄະນະ​ສິລະ​ປະ​ທີ່​ມາ​ຈາກ 5 ທະວີບ​ຢູ່ Festival​ ​ເຫ໋ວ 2012 ​ໄດ້​ສ້າງ​ຄວາມ​ດຶງ​ດູດ, ​ແລະ​ ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຊາວ​ນະຄອນ ​ເຫ໋ວ ​ກໍ່​ຄືນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ. ບໍ່​ພຽງ​ແຕ່​ສະ​ແດງ​ດົນຕີ, ຟ້ອນ​ລຳ​ທຳ​ເພງ​ເທົ່າ​ນັ້ນ… ການສະ​ແດງສິລະ​ປະ​ຕາມຖະໜົນ​ຍັງ​ແມ່ນ​ການ​ໂຄສະນາ​ວັດທະນະທຳ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ Festival​, ​ແລະ ປະກອບສ່ວນ​ເຮັດ​ໃຫ້ Festival​ ​ເຫ໋ວ ມີ​ຄວາມ​ໄກ້​ສິດ​ກັບ​ທຸກ​ຄົນ​ກວ່າອີກ​ດ້ວຍ.

ການສະແດງສິລະປະຕາມຖະໜົນຢູ່ Festival ເຫ໋ວ 2012 - ảnh 1

        ງານ​ບຸນບົນຖະໜົນຖືກ​ດຳ​ເນີນ​ໃນ​ຍາມ​ແລງ​ແຕ່​ວັນ​ທີ 8-14/4, ​ໃນ​ບໍລິ​ເວນ​ຕໍ່ໜ້າ​ຫໍ​ວັດທະນະທຳຢູ່​ໃຈກາງ​ນະຄອນ ​ເຫ໋ວ ​ແລະ​ ຕາມຖະໜົນ ຮຸ່ງ​ເວື​ອງ, ​ເລ​ເລີ້​ຍ, ຫງວຽນ​ດິ່ງ​ຈຽວ.

        ຄະນະ​ສິລະ​ປະ​ພື້ນ​ເມືອງ Raices Profun ຂອງກູ​ບາ​ ໄດ້​ສະ​ແດງ​ລາຍການ​ສິລະ​ປະ​ດ້ວຍ​ຈັ່ງ​ຫວະ​ດົນຕີ, ທຳນອງ​ເພງ​ອັນ​ຟົດ​ຟື້ນ, ​ເຂັ້ມ​ຕົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ທະວີບອາ​ຟະ​ລິ​ກາ. ​ສ່ວນຄະນະ​ສິລະ​ປະ​ອົດ​ສະ​ຕາ​ລີ ​ໄດ້​ສະ​ແດງ​ຟ້ອນ​ belydance ຕາມ​ລີລາ​ການສະ​ແດງ​ທີ່​ແຕກ​ຕ່າງ​ກັນ​ຄື: ລີລາ​ການສະ​ແດງຂອງ​ເຕິ​ກກີ, ອິນ​ເດຍ, ອີ​ຢີບ. ​ໂດຍມາ​ຈາກ​ປະ​ເທດ Venezuela, ວົງ​ດົນຕີ​ພື້ນ​ເມືອງ, ດ້ວຍສະມາຊິກ 10 ຄົນ, ​ເຊິ່ງ​ແມ່ນ​ນັກ​ສິລະ​ປະ​ຕີ​ກອງ, ນັກ​ຮ້ອງ, ນັກ​ຟ້ອນ​ອາຊີບ​ໄດ້​ນຳ​ເອົາ​ສຽງ​ກອງ​ຈາກ​ປະ​ເທດ​ລາຕີ​ນທີ່​ຫ່າງ​ໄກ ພ້ອມ​ກັບ​ທຳນອງ​ດົນຕີ​ທີ່​ຟົດ​ຟື້ນ ​ແລະ​ ງາມ​ຕາມາ​ເຊິ່ງງານ​ບຸນ. ອ້າຍ Herman Villanveve, ສະມາຊິ​ໃນ​ວົງ​ດົນຕີ​ດັ່ງກ່າວ​ໃຫ້​ຮູ້​ວ່າ

        ​”ເປັນ​ເທື່ອ​ທຳ​ອິດ​ມານະຄອນ​​ເຫ໋ວ, ​ແຕ່​ຂ້າພະ​ເຈົ້າ​ເຫັນ​ວ່າ​, ຊາວ​ນະຄອນ​ນີ້​ມີ​ຈິດໃຈ​ເບິ​ກບານ​ມ່ວນ​ຊື່ນ, ​ແລະ​ມີ​ຄວາມ​ສະໜິດສະໜົມ. ​ເຂົ້າ​ເຈົ້າ​ໄດ້​ພ້ອມ​ກັນ​ຂັບ​ຮ້ອງ, ​ເຕັ້ນ​ລຳ ​ແລະ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ສະ​ແດງ​ຂອງ​ພວກ​ຂ້າພະ​ເຈົ້າ. ພວກ​ຂ້າພະ​ເຈົ້າຫວັງ​ວ່າ, Festival​ ຄັ້ງ​ຕໍ່ໆ​ໄປ​ຈະ​ສືບ​ຕໍ່​ໄດ້​ມາສະ​ແດງ​ຢູ່ນະຄອນ​ເຫ໋ວ, ​ເພື່ອ​ເຮັດ​ໃຫ້​ປະຊາຊົນສອງ​ປະ​ເທດ Venezuela ​ແລະ ຫວຽດນາມ ມີ​ຄວາມ​ເຂົ້າ​ໃຈ​ກັນ​ກວ່າ”

ການສະແດງສິລະປະຕາມຖະໜົນຢູ່ Festival ເຫ໋ວ 2012 - ảnh 2

        ​ໃນ​​ໂອກາດ​ນີ້, ​ຄະນະ​ສິລະ​ປະ​ຊົນ​ເຜົ່າ​ມົງ​ໂກນ, ລວມມີ​ບັນດາ​ນັກສິລະ​ປະພື້ນ​ເມືອງ​ກໍ່​ນຳ​ເອົາ​ລາຍການ​ສະ​ແດງ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ​ ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ເຖິງ​ງານ​ບຸນ​ຕາມ​ຖະໜົນ. ທ່ານ Stanley Fernandez, ຫົວໜ້າ​ຄະນະ​ສິລະ​ປະ​ພື້ນ​ເມືອງ Liceo, ​ແຫ່ງ​ຟິລິບ​ປິນ, ​ໃຫ້​ຮູ້​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ ​ແລະ​ ມີ​ຄວາມສຸກ​ຫຼາຍ​ເມື່ອ​​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ນີ້.. ພວກ​ຂ້າພະ​ເຈົ້າ​ໄດ້​ນຳ​​ເອົາບັນດາ​ລາຍການ​ດົນຕີ, ຟ້ອນ​ລຳ, ລະຄອນທີ່​ຍ້ອງຍໍ​ສັນລະ​ເສີນ​ມະນຸດ ​ແລະ​ ທຳ​ມະ​ຊາດ​ຢູ່​ເຂດ​ເກາະ Mindanao, ທາງ​ທິດ​ໃຕ້​ຂອງ​ປະ​ເທດ​ຟິລິນ​ປິນ ມາ​ໃຫ້ Festival​ ​ເຫ໋ວ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຊາວ​ຫວຽດນາມ​ ມີ​ຄວາມ​ໄກ້​ສິດ, ສະໜິດສະໜົມ ​ແລະ ອາຫານ​ຢູ່​ເຫ໋ວ​ກໍ່ແຊບ​ຫຼາຍ… ຂ້າພະ​ເຈົ້າ​ຮັກ​ແພງ​ຫວຽດນາມ”.

ການສະແດງສິລະປະຕາມຖະໜົນຢູ່ Festival ເຫ໋ວ 2012 - ảnh 3

        ທ່ານ Daniel Cole, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ ນິວຊີ​ແລນ, ​ໃຫ້​ຮູ້​ວ່າ, ທ່ານ​ໄດ້​ເຫັນ​ປະຈັກ​ຕາ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ Festival​ ​ເຫ໋ວ, ​ແລະ​ທ່ານ​ຢາກ​ຖ່າຍ​ທຳຮູບ​ພາບ​ກ່ຽວ​ກັບ​ເຫ໋ວ, ​ແລະ ຈະ​​ພາ​ຄອບຄົວ​ຂອງ​ຕົນມາ​ຢ້ຽມຢາມ ​ເຫ໋ວ ຢ່າງ​ແນ່ນອນ.

        ”ຊາວ​ເຫ໋ວ ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ​ແລະ​ ສະໜິດສະໜົມ​, ຢູ່​ຕາມຖະໜົນ​ສາຍ​ຕ່າງໆ​ກໍ່​ໄດ້​ຮັບ​ການປະດັບປະດາຢ່າງສວຍ​ງາມ​. ຂ້າພະ​ເຈົ້າ​ພາກພູມ​ໃຈ ​ແລະ ມີ​ຄວາ​ມສຸກ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ທີ່​ຟົດ​ຟື້ນ​ຄື​ແນວ​ນີ້.”ການສະແດງສິລະປະຕາມຖະໜົນຢູ່ Festival ເຫ໋ວ 2012 - ảnh 4

         ງານ​ບຸນ​ຕາມ​ຖະໜົນ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະ ທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຊິ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ Festival​. ການ​ມີໜ້າ​ຂອງ​ບັນດາ​ຄະນະ​ສິລະ​ປະ, ຂອງ​ບັນດາ​ພື້ນຖານ​ວັດທະນະທຳ ​ໄດ້​ນຳ​​ເອົາພະລັງ​ຊີວິດ​ໃໝ່ມາ​ໃຫ້​ນະຄອນ ມໍລະດົກ ​ເຫ໋ວ,  ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ Festival​ ​ເຫ໋ວ 2012.

 

ຕອບກັບ

ຂ່າວ/ບົດ​ອື່ນ