ຄົ້ນຫາ ຮ່າໂນ້ຍ ດ້ວຍລົດບັດ 2 ຊັ້ນ

(VOVWORLD) - ຖ້າຫາກວ່າເປັນຄັ້ງທຳອິດທີ່ເພື່ອນມາຢ້ຽມຢາມ ຮ່າໂນ້ຍ ຫຼື ໄດ້ມາຢ້ຽມຢາມເປັນຫຼາຍເທື່ອແລ້ວ, ເພື່ອນບໍ່ຮູ້ວ່າຈະໄປຢ້ຽມຢາມ ສະຖານທີ່ແຫ່ງໃດຂອງນະຄອນຫຼວງ ແລະ ບໍ່ຮູ້ທາງໄປ ຫຼື ບໍ່ຮູ້ພາສາ ຫວຽດ ນັ້ນ.
ຄົ້ນຫາ ຮ່າໂນ້ຍ ດ້ວຍລົດບັດ 2 ຊັ້ນ - ảnh 1ລົດເມຮັບແຂກທ່ອງທ່ຽວຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ

ມັນບໍ່ຕ້ອງເປັນຫ່ວງເດີ, ໄປທ່ຽວດ້ວຍລົດບັດ ຈະຊ່ວຍແກ້ໄຂທຸກບັນຫາທີ່ກ່າວມາຂ້າງເທິງ. ປະຈຸບັນ, ມີລົດບັດ 2 ຊັ້ນເປີດຫຼັງຄາ (Hanoi city tour) ຈະພາເພື່ອນໄປທ່ຽວຜ່ານ 30 ສະຖານທີ່ທີ່ລືຊື່ໃນຖະໜົນ 25 ສາຍຂອງນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນລົດບັດ ປະເພດໜຶ່ງໄດ້ຮັບການອອກແບບພິເສດສະເພາະ ເພື່ອອຳນວຍຄວາມສະດວກໃຫ້ແຂກທ່ອງທ່ຽວໄດ້ຮັບຊົມທິວທັດທຳມະຊາດຂອງນະຄອນຫຼວງ ແລະ ຢ້ຽມຢາມບັນດາທັດສະນີຍະພາບທີ່ງົດງາມຂອງນະຄອນຫຼວງຮ່າໂນ້ຍ.

        ລົດບັດທ່ອງທ່ຽວ 2 ຊັ້ນມີສີແດງງາມຕາ, ລົດບັດໄດ້ເລີ່ມເຄື່ອນໄຫວນັບແຕ່ເວລາ 9 ໂມງເຊົ້າຮອດ 17 ໂມງແລງ, 30 ນາທີຈຶ່ງມີຖ້ຽວໜຶ່ງ. ສະຖານທີ່ຮັບແຂກທຳອິດແມ່ນຢູ່ໜອງ ຮ່ວານກ໊ຽມ, ລົດບັດ ປະເພດນີ້ຈະຈອດຢູ່ 30 ສະຖານທີ່ຄື: ຖະໜົນແທງນຽນ, ວັດມ໊ຽວ - ກວດຕື້ຢ໊າມ; ຫຼີເທື່ອງກຽດ… ແລະ ສິ້ນສຸດຢູ່ສະຖານທີ່ຮັບແຂກ (ຖ້າຫາກວ່າແມ່ນວັນພັກ ສະຖານທີ່ເລີ່ມເຄື່ອນໄຫວຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ). ຢູ່ແຕ່ລະສະຖານທີ່, ແຂກທ່ອງທ່ຽວສາມາດເລືອກເຟັ້ນບ່ອນແວຢ້ຽມຊົມຕາມໃຈຫຼື ໄປຕໍ່ເລີຍ, ມັນບໍ່ຈຳກັດດ້ານເວລາ, ພາຍຫຼັງສິ້ນສຸດການຢ້ຽມຢາມສະຖານທີ່ໃດໜຶ່ງ, ແຂກທ່ອງທ່ຽວຈະໄດ້ຂຶ້ນລົດຖ້ຽວຕໍ່ໄປ ເພື່ອສືບຕໍ່ລາຍການເດີນທາງຢ້ຽມຢາມຂອງຕົນ. ນີ້ແມ່ນລາຍການທ່ອງທ່ຽວໃໝ່ອ່ຽມ, ທັງແມ່ນຍານພາຫະນະປະຈຳທາງທັງແມ່ນຜະລິດຕະພັນທ່ອງທ່ຽວທີ່ໃໝ່ອ່ຽມ. ທ່ານ ຫງວຽນຮ່ວາງຫາຍ, ຜູ້ອຳນວຍການສູນຄຸ້ມຄອງ ແລະ ບໍລິຫານຄົມມະນາຄົມຕົວເມືອງ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ໃນຫຼາຍມາດຕະການກ່ຽວກັບການພັດທະນາການທ່ອງທ່ຽວລວມມີບັນດາເສັ້ນທາງສຳລັບລົດບັດສະເພາະ ຫຼື ຍັງເອີ້ນວ່າບັນດາຖ້ຽວລົດທ່ອງທ່ຽວເໝາະສົມກັບພູມສັນຖານ, ະສະຖານທີ່ທ່ອງທ່ຽວ. ອາດຈະໄປຢ້ຽມຢາມ, ສັງເກດໂດຍກົງ, ແລະ ແວ່ຈອດຢູ່ບັນດາສະຖານທີ່ທ່ອງທ່ຽວພົ້ນເດັ່ນ, ບັນດາເຂດປູຊະນີຍະສະຖານປະຫວັດສາດ, ບັນດາທັດສະນີຍະພາບຂອງນະຄອນຫຼວງ.”

ຄົ້ນຫາ ຮ່າໂນ້ຍ ດ້ວຍລົດບັດ 2 ຊັ້ນ - ảnh 2 ພາບປະກອບ

        ນີ້ແມ່ນເສັ້ນທາງລົດບັດ 2 ຊັ້ນເປີດຫຼັງຄາທັນສະໄໝທຳອິດໄດ້ຮັບການຜັນຂະຫຍາຍຢູ່ຮ່າໂນ້ຍ, ດ້ວຍລາຄາປີ້ລົດມີ 3 ລະດັບແມ່ນ 300.000 – 450.000 – 650.000 ດົ່ງແມ່ນເໝາະສົມກັບເວລາດຳເນີນລາຍການທ່ອງທ່ຽວແມ່ນ 4 ຊົ່ວໂມງ, 24 ຊົ່ວໂມງ ແລະ 48 ຊົ່ວໂມງ. ລົດບັດ 2 ຊັ້ນນີ້ສາມາດບັນຈຸໄດ້ແຂກໂດຍສານ 80 ຄົນ. ການປະກອບເຄື່ອງ ພາຍໃນລົດໄດ້ຮັບການອອກແບບມີຫຼາຍຈຸດແຕກຕ່າງກັນເມື່ອທຽບໃສ່ລົດບັດທຳມະດາ. ລົດບັດໄດ້ຕິດຕັ້ງລະບົບກ້ອງວົງຈອນປິດຢູ່ທາງໜ້າ ແລະ ທາງຫຼັງຂອງຊັ້ນໜຶ່ງ. ຕັ່ງຊັ້ນ 2 ແມ່ນຕັ່ງເຮັດດ້ວຍຢ່າງ, ລວມມີ 4 ແຖວ. ລົດຍັງໄດ້ຕິດຕັ້ງລະບົບ ກ້ອງວົງຈອນປິດ ສັງເກດທຸກບ່ອນໃນລົດ, ໜ້າຈໍ່ສະແດງເສັ້ນທາງໄປ, ສະຖານທີ່ຈອດຂອງລົດ, ນອກຈາກນັ້ນ ຍັງມີ wifi free, ຕູ້ເຢັນ… ຢູ່ທີ່ນັ່ງແຕ່ລະບ່ອນ ມີລະບົບແນະນຳອັດຕະໂນມັດດ້ວຍຫຼາຍພາສາຄື: ຫວຽດນາມ, ອັງກິດ, ຈີນ, ຝລັ່ງ, ສ. ເກົາຫຼີ, ຍີ່ປຸ່ນ, ລັດເຊຍ… ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ, ວັດທະນະທຳດ້ວຍຫຼາຍຂໍ້ມູນຂ່າວ, ພິເສດສຳລັບບັນດາແຂກທ່ອງທ່ຽວໄປຢ້ຽມຢາມ ນະຄອນຫຼວງຮ່າໂນ້ຍ ຄັ້ງທຳອິດ, ຈະບໍ່ເສຍເວລາຊອກຫາ ແລະ ເລືອກເຟັ້ນ, ຊອກທາງໄປ, ຊອກຫາຍານພາຫະນະ ແລະ ຜູ້ນຳທ່ຽວ. ເມື່ອຕີລາຄາກ່ຽວກັບປະເພດບໍລິການທ່ອງທ່ຽວນີ້, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດລ້ວນແຕ່ຖືວ່າ, ລົດບັດປະເພດນີ້ທັນສະໄໝ, ສະດວກ:

        “ຂ້າພະເຈົ້າຄິດວ່າ ລົດບັດນີ້ດຶງດູດໃຈທີ່ສຸດ, ຍ້ອນຂ້າພະເຈົ້າສາມາດໄປເຖິງສະຖານທີ່ທ່ອງທ່ຽວຫຼາຍແຫ່ງຢູ່ພາຍໃນນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນແນວຄວາມຄິດທີ່ດີເລີດສຳລັບບັນດາແຂກທ່ອງທ່ຽວເມື່ອໄປຢ້ຽມຢາມ ຮ່າໂນ້ຍ ຄືພວກຂ້າພະເຈົ້າ.”

        “ຂ້າພະເຈົ້າໄດ້ຂີ່ລົດບັດທຳມະດາຢູ່ຮ່າໂນ້ຍຫຼາຍເທື່ອແລ້ວ. ນີ້ແມ່ນປະເພດລົດບັດທັນສະໄໝກ່ວາຫຼາຍ. ມັນຍັງມີລະບົບແນະນຳໃຫ້ແຂກທ່ອງທ່ຽວທຸກໆຂໍ້ມູນຂ່າວສານກ່ຽວກັບສະຖານທ່ີທ່ອງທ່ຽວດ້ວຍຫຼາຍພາສາ.”

        ດ້ວຍທິດນຳທີ່ວ່າ ການທ່ອງທ່ຽວ ສິວິໄລ, ສະໜິດສະໜົມ ແລະ ສະເພາະກິດ, ບໍລິການທ່ອງທ່ຽວດ້ວຍລົດບັດ 2 ຊັ້ນໝັ້ນໝາຍຈະນຳມາເຊິ່ງໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ບັນດາລາຍການທ່ອງທ່ຽວຢ້ຽມຊົມຮ່າໂນ້ຍ ທີ່ປະທັບໃຈ. ຖ້າວ່າເພື່ອນໄປທ່ອງທ່ຽວຮ່າໂນ້ຍເປັນຄັ້ງທຳອິດ, ຢາກຄົ້ນຫາຄວາມງາມຂອງນະຄອນຫຼວງ ຮ່າໂນ້ຍ ນັ້ນ, ລົດບັດ 2 ຊັ້ນທັນສະໄໝນີ້ຈະຊ່ວຍໃຫ້ເພື່ອນມີໂອກາດໄດ້ຢ້ຽມຊົມໃນການເດີນທາງທີ່ເຕັມໄປດ້ວຍຄວາມປະທັບໃຈນີ້.

ຕອບກັບ

ຂ່າວ/ບົດ​ອື່ນ