ຄຸ້ມຖະໜົນເກົ່າຮ່າໂນ້ຍ ຜ່ານສາຍຕາແຂກທ່ອງທ່ຽວສາກົນ

ຮ່າ​ໂນ້ຍ ມີ​ປະຫວັດສາດ​ນັບ​ພັນໆ​ປີ, ​ເຖິງ​ວ່າ​ໄດ້​ຜ່ານ​ໄລຍະ​ເວລາ, ການ​ຜັນ​ແປທາງ​ດ້ານ​ປະຫວັດສາດ​ຫຼາຍ​ຢາງກໍ​ຕາມ​ ແຕ່​ຮ່າ​ໂນ້ຍ ຍັງ​ຄົງຮັກສາ​ຄວາມ​ເກົ່າ​ແກ່ບູນຮານ​ໄວ້​ໄດ້​ຢູ່. ​ເມື່ອ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ, ​ແຂກ​ທ່ອງ​ທ່ຽວ​ສາມາດ​ທ່ຽວ​ຊົມຄຸ້ມຖະໜົນ​ເກົ່າ ​ເພື່ອ​ເຈືອ​ຈານ​ເຂົ້າກັບ​ເຂດ​ຕົວ​ເມືອງ​ເກົ່າ​ແຫ່ງ​ອະລິຍະ​ທຳ​ນັບ​ພັນ​ປີ​ນີ້. ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ທີ່ມາ​ຮ່າ​ໂນ້ຍ​ ເປັນ​ເທື່ອ​ທຳ​ອິດ​ກໍ​ເຫັນ​ໄດ້​ຊີວິດ​ກເປັນຢູ່ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ, ຂະຫຍັນ​ຂັນ​ເຂື່ອນ ​ແລະ​ ສຸພາບ​ຮຽບຮ້ອຍ.

ຄຸ້ມຖະໜົນເກົ່າຮ່າໂນ້ຍ ຜ່ານສາຍຕາແຂກທ່ອງທ່ຽວສາກົນ - ảnh 1

​ ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍໃນ​ປະຈຸ​ບັນ

ພາບ:laodong.com.vn

     ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ຫຼື​ເອີ້ນ​ວ່າ​ເຂດ​ຖະຫນົນ 36 ສາຍ​ດ້ວຍ​ຈຸດ​ພິ​ເສດ​ທີ່​ວ່າ ຊື່​ຂອງ​ຖະໜົນ​ໄດ້​ຂື້ນ​ຕົ້ນ​ດ້ວຍ​ຄຳ​ວ່າ ຮ່າງ ຄື ຮ່າງ​ບາກ, ຮ່າງ​ທຽກ, ຮ່າງ​ໝ໋າ, ຮ່າງ​ຈຽວ….ຖະໜົນ​ແຕ່​ລະສາຍ​ໄດ້​ຜະລິດ ​ແລະ ​ຂາຍ​ສະ​ເພາະ​ແຕ່​ຜະລິດ​ຕະພັນ​ປະ​ເພດ​ດຽວ, ຖະໜົນ​ສາຍ​ໃດ​ກໍ​ອຶກ​ກະ​ທຶກ​ຄຶກ​ໂຄມ, ​ເນືອງ​ນັນປ່ຽບ​ເໝືອນ​ກັບ​ໝູ່​ບ້ານ​ອາຊີບ​ນ້ອຍແຫ່ງ 1. ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ຍັງ​ດູດ​ດືມ​ໃຈ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ຍ້ອນ​ຄວາມ​ສວຍ​ງາມ​ດ້ານ​ສະຖາປັດຕະຍາ​ກຳ ​ແລະ ​ຄວາມ​​ຮັກ​ແພງ​ແຂກ​ຄົນ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້. ບັນດາ​ກິດຈະກຳ ສະຖາປັດຕະຍາ​ກຳ​ທີ່​ມີ​ລັກສະນະ​ພິ​ເສດສະ​ເພາະ. ບັນດາ​ວັດ​ບູຮານ​ຢູ່​ໃນ​ຮ່ອມ​ທາງ​ນ້ອຍ, ຕະຫຼາດ​ແຄມ​ທາງ ​ແລະ ​ບັນດາ​ຮ້ານ​ກາ​​ເຟຢູ່ຂ້າງ​ຖະໜົນ….ທັງ​ຫມົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ເປັນ​ຈຸດ​ພິ​ເສດສະ​ເພາະ, ສ້າງ​ຄວາມ​ປະ​ທັບ​ໃຈ, ດູດ​ດືມ​ໃຈ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ຮ່າ​ໂນ້ຍ. Alan ຊາວ​ອາ​ເມ​ລິ​ກາ ​ໄດ້​ມາ​ຢ້ຽມຢາມຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ເປັນ​ເທື່ອ​ທຳ​ອິດ​ໄດ້​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

   “​​ຂ້າພະ​ເຈົ້າ​ເຫັນໄດ້​ບັນຍາກາດ​ອົບ​ອູ່​ນ​ເມື່ອມາ​ຢ້ຽມຢາມຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ. ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ມີ​ຄົນ​​ໄປມາ​ຢ່າງຄັບ​ຄາ​ໜາ​ແໜ້ນ, ອຶກ​ກະ​ທຶກ​ຄຶກ​ໂຄມ. ຢູ່​ທີ່​ນີ້, ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ຫຼາຍ​ຄົນ, ​ເຂົາ​ເຈົ້າລ້ວນ​ແຕ່​ເປັນ​ຄົນ​ໃຈດີ ​ແລະ​ ຮັກ​ແພງ​ແຂກ​ຄົນ”  

   ຊາວ​ຕ່າງປະ​ເທດ​ມາຮ່າ​ໂນ້ຍ, ມາຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ຖືກ​ດູດ​ດື່ມ​ໃຈ​ກັບ​ສິ​ລະ​ປະ​ອາຫານ​ການ​ກິນ​ຂອງ​ຫວຽດນາມ ດ້ວຍ​ບັນດາ​ເຍື່ອງ​ອາຫານ​ພິ​ເສດສະ​ເພາະ​ຄື: ​ເຝີ, ​ເຂົ້າປຽກປາ, ​ເຂົ້າປຸ້ນ​ປາ….​ບັນດາ​ເຍື່ອງ​ອາຫານ​ຢູ່ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ໃນ​ຮ້ານ​ນ້ອຍ​ຢູ່​ຂ້າງ​ຖະໜົນ, ຕະຫຼອດຮອດຜູ້​ຂາຍ​ອາຫານ​ຕາມ​ທາງ ລ້ວນ​ແຕ່​ໄດ້​ສ້າງ​ຄວາມ​ແປກ​ປະຫຼາດ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ​ເອື້ອຍ Kathy ຄູ​ສອນ​ຊາວ​ກາ​ນາ​ດາ ​ໄດ້​​ແບ່ງປັນ​ບັນດາ​ຄວາມ​ປະ​ທັບ​ໃຈ​ຂອງ​ຕົນ​ກ່ຽວ​ກັບ​ເຍື່ອງ​ອາຫານ​ຢູ່ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ວ່າ:

   “​​ຂ້າພະ​ເຈົ້າ​ເຫັນ​ວ່າ​ເຍື່ອງ​ອາຫານ​ຢູ່ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ແຊບ ​ແລະ ສະອາດ​ທີ່​ສຸດ. ຂ້າພະ​ເຈົ້າມັກ​ບັນດາ​ເຍື່ອງ​ອາຫານ​ຢູ່​ນີ້​ຫຼາຍ, ພິ​ເສດ​ແມ່ນ​ລົດ​ຊາດ​ຂອງ​ມັນ. ຂ້າພະ​ເຈົ້າກໍ​ມັກ​​ເຄື່ອງເທດ​ໃນ​ບັນດາ​ເຍື່ອງ​ອາຫານ​ນີ້

​  ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕມ, ມີ​ເຍື່ອງ​ອາຫານ​ປະ​ເພດ​ໜື່ງທີ່​ແຊບນົວ, ພິ​ເສດ​ຢູ່ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ແຂກ​ທ່ອງ​ທຽວ​ຕ່າງປະ​ເທດ​ຫຼາຍ​ຄົນ, ນັ້ນ​ແມ່ນ​ທອດມັນປາ. ທອດມັນ​ປາ​ໄດ້​ກາຍ​ເປັນ​ເຍື່ອງ​ອາຫານ​ທີ່​ມີ​ຊື່​ສຽງ ​ແລະ ​ລຶ້ງ​ເຄີຍ​ກັບ​ຫຼາຍ​ຄົນ ​ແລະ ຊື່​ຂອງ​ຖະໜົນ ຮ່າງ​ເຊີນ ​ໃນ​ເມື່ອ​ກ່ອນ​ຢູ່ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ ຊື່​ງມີ​ຮ້ານ​ຂາຍ​ທອດມັນປາ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ ​ໄດ້​ກາຍ​ເປັນ​ຖະໜົນ​ທີ່​ມີ​ຊື່​ຂອງ​ເຍື່ອງ​ອາຫານ​ປະ​ເພດ​ນີ້: ຖະໜົນ ຈາ​ກາ ​ແປ່​ວ່າ ທອດມັນ​ປາ. ​ເມື່ອ​ມາ​ຢ້ຽມຢາມຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ, ​ແຂກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ປະທານ​ບັນດາ​ເຍື່ອງ​ອາຫານ​ທີ່​ແຊບນົວ, ພິ​ເສດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ນັ່ງ​ກິນ​ກາ​ເຟ ​ແລະ​ ຊົມ​ເບີ່​ງການ​ດຳ​ເນີນ​ຊີວິດ​ປະຈຳ​ວັນທີ່​ລຽບ​ງ່າຍ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ອີກ​ດ້ວຍ. ບັນດາ​ສິ່ງ​ເລົ່າ​ນັ້ນ ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ໃຈ​​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ແຕ່ລະຄົນ ​ເມື່ອ​ມາ​ຢ້ຽມຢາມ​ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ 36 ສາຍ.

ຕອບກັບ

ຂ່າວ/ບົດ​ອື່ນ