ດົນຕີຕາມທ້ອງຖະໜົນ: ບໍ່ພຽງແຕ່ແມ່ນການສະແດງດົນຕີເທົ່ານັ້ນ, ຫາກຍັງແມ່ນຄວາມເມົາມົວອີກດ້ວຍ

(vovworld) – ບໍ່​ມີ​ເວທີ​ສະ​ແດງ, ບໍ່​ມີລະບົບ​ແສງ​ສີ, ສຽງ ​ແລະ ບໍ່​ມີ​ທີ່​ນັ່ງໃຫ້​ຜູ້​ຊົມ, ​ແຕ່​ບັນດາ​ລາຍການ​ສະ​ແດງ​ຂອງ​ກຸ່ມ “ດົນຕີ​ຕາມທ້ອງ​ຖະໜົນ“ ຍັງ​ຄົງ​ດຶງ​ດູດ​ຄວາມ​ສົນ​ໃຈ​ໃຫ້​ແກ່ແຂກ​ຄົນ​ທີ່​ຍ່າງ​ຜ່ານ​ອະນຸສາ​ວະລີ ຫຼີທ໋າຍ​ໂຕ​ ບົນ​ຖະໜົນ ດິງຕຽນ​ຮ່ວາງ, ນະຄອນ​ຮ່າ​ໂນ້ຍ. ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ສາລະ​ຄະດີ​ຂອງ ​ເລ​ເຟືອງ ດ້ວຍ​ຫົວ​ຂໍ້​ວ່າ “ດົນຕີ​ຕາມ​ທ້ອງຖະໜົນ: ບໍ່​ພຽງ​ແຕ່ແມ່ນ​ການສະ​ແດງດົນຕີ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​​ເມົາ​ມົວ​ອີກ​ດ້ວຍ“.

ດົນຕີຕາມທ້ອງຖະໜົນ: ບໍ່ພຽງແຕ່ແມ່ນການສະແດງດົນຕີເທົ່ານັ້ນ, ຫາກຍັງແມ່ນຄວາມເມົາມົວອີກດ້ວຍ - ảnh 1

ດົນຕີ​ຕາມທ້ອງ​ຖະໜົນຢູ່ອະນຸສາ​ວະລີ ຫຼີທ໋າຍ​ໂຕ​ ບົນ​ຖະໜົນ ດິງຕຽນ​ຮ່ວາງ, ນະຄອນ​ຮ່າ​ໂນ້ຍ

(ພາບ: ອິນເຕີແນດ)

ຮອດ​ເວລາ 3 ​ໂມງ​ແລງ​​ວັນ​ອາທິດ​ຂອງ​ທຸກ​ສັບປະດາ, ບັນດາ​ສະມາຊິກ​​ໃນ​ກຸ່ມ “ດົນຕີ​ຕາມ​ທ້ອງ​ຖະໜົນ“ ລວມປະມານ​ເກືອບ 100 ຄົນກໍ່​ເຕົ້າ​ໂຮມກັນ​ຢູ່ອະນຸສາ​ວະລີ ຫຼີທ້າຍ​ໂຕ. ​ເຂົາ​ເຈົ້າ​ແມ່ນ​ບັນດາ​ນັກ​ສຶກສາ, ນັກຮຽນ, ລັດຖະກອນ, ຜູ້​ລະອາ​ຊີບ ​ແຕ່​ລ້ວນ​ແຕ່​ມີ​ຄວາມ​​ເມົາ​ມົວ​ກັບ​ດົນຕີ. ນອກຈາກ​ສະມາຊິກ​ຢູ່​ຮ່າ​ໂນ້ຍ​ແລ້ວ, ຍັງ​ມີ​ພວກ​ເພື່ອນ​ໜຸ່ມ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ບັນດາ​ແຂວງ​ນະຄອນ​ອ້ອມ​ຂ້າງ​ຄື: ທ໋າຍງວຽນ, ຫາຍ​ຝ່ອງ... ຂີ່​ລົດມາ​ຮ່າ​ໂນ້ຍ​ ເຂົ້າ​ຮ່ວມ​ເຫດການ​ນີ້, ຫຼັງ​ຈາກ​ນັ້ນ​ກໍ່​ຂີ່​ລົດກັບ​​ເມືອ​ບ້ານ.

ອ້າຍ Woody, ຊາວ​ອັງກິດ​, ຜູ້​ທີ່ພວມ​ມົວ​ມົວ​ດີດ​ນີ້ວມືຕາມຈັ່ງ​ຫວະ​ດົນຕີ, ທຳນອງ​ເພງ​ຂອງ​ກຸ່ມ “ຂັບ​ຮ້ອງ​ຕາມ​ທ້ອງ​ຖະໜົນ“, ​ເວົ້າ​ວ່າ:

ຂ້າພະ​ເຈົ້າ​ໄດ້​ຊົມ​ບັນດາ​ນັກ​ສິນລະປິນ​ສະ​ແດງ​ຕາມ​ທ້ອງ​ຖະໜົນ​ຢູ່​ຫຼາຍ​ປະ​ເທດ​ແລ້ວ ​ແລະ ​ເຫັນ​ວ່າ​ພວກ​ເພື່ອນ​ຫວຽດນາມ​ ໄດ້​ສ້າ​ງຄວາມ​ຈັບ​ອົກ​ຈັບ​ໃຈ​ຫຼາຍ. ​ເຂົາ​ເຈົ້າ​ທັງ​ໜຸ່ມ, ທັງ​ເກັ່ງ​ ​ແລະ ກໍ່ມີ​ຜູ້​ສາວ​ຫຼາຍ​ຄົນຮູ້ຈັກ​ດີດ​ກິ​ຕາ​ອີກ. ​​ເມື່ອໄດ້​ຮັບ​ຟັງ​ດົນຕີ​ຕາມ​ທ້ອງ​ຖະໜົນ​ຢູ່​ອ້ອມ​ໜອງ ຮ່ວານ​ກ່ຽມ ຂ້າພະ​ເຈົ້າ​ຮູ້ສຶກ​ສະ​ເທືອ​ນ​ໃຈ​ຫຼາຍ“.

ດົນຕີຕາມທ້ອງຖະໜົນ: ບໍ່ພຽງແຕ່ແມ່ນການສະແດງດົນຕີເທົ່ານັ້ນ, ຫາກຍັງແມ່ນຄວາມເມົາມົວອີກດ້ວຍ - ảnh 2

ດົນຕີ​ຕາມທ້ອງ​ຖະໜົນຢູ່ອະນຸສາ​ວະລີ ຫຼີທ໋າຍ​ໂຕ​ ບົນ​ຖະໜົນ ດິງຕຽນ​ຮ່ວາງ, ນະຄອນ​ຮ່າ​ໂນ້ຍ
(ພາບ: ອິນເຕີແນດ)

ກຸ່ມ “ດົນຕີ​ຕາມ​ທ້ອງ​ຖະໜົນ“ ​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເດືອນ 10/2011, ດ້ວຍ​ຈຳນວນ​ສະມາຊິກ​ໃນ​ເບື້ອງ​ຕົ້ນ​ມີ​ພຽງ 10 ຄົນ​ເທົ່າ​ນັ້ນ. ດ້ວຍຈຸດປະສົງ​ເພື່ອ​ແບ່ງປັນ​ທັກ​ສະ​ໃນ​ການ​ຫຼີ້ນກິ​ຕາ, ພ້ອມ​ກັນ​ສະ​ແດງ​ບັນດາ​ບົດ​ດົນຕີ​ທີ່​ຕົນ​ມັກ​. ປະຈຸ​ບັນ “ດົນຕີ​ຕາມ​ທ້ອງ​ຖະໜົນ“ ​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ນະຄອນ​ຕ່າງໆ​ເຊັ່ນ: ນະຄອນ​ວິ​ງ, ດ່າ​ນັ້ງ, ນະຄອນ​ໂຮ່ຈີ​ມິນ... ອ້າຍ ​ເຈິ່ນຈີ໋ຮ໋ຽວ, ຜູ້​ກໍ່​ຕັ້ງ​ກຸ່ມ “ດົນຕີ​ຕາມ​ທ້ອງ​ຖະໜົນ“ ​ແບ່ງປັນ​ວ່າ:

ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ງ່າຍດາຍ, ພຽງ​ແຕ່​ມີ​ກິ​ຕາ​ເທົ່າ​ນັ້ນ ກໍ່​ສາມາດ​ຫຼີ້ນບັນດາ​ບົດ​ດົນຕີ​ຫວຽດນາມ ​ໄດ້. ບາງ​ເທື່ອ​ພວກ​ຂ້າພະ​ເຈົ້າ​ກໍ່​ສະ​ແດງບັນດາ​ບົດ​ດົນຕີ​ຂອງ​ຕ່າງປະ​ເທດ​ອີກ“.

ດົນຕີຕາມທ້ອງຖະໜົນ: ບໍ່ພຽງແຕ່ແມ່ນການສະແດງດົນຕີເທົ່ານັ້ນ, ຫາກຍັງແມ່ນຄວາມເມົາມົວອີກດ້ວຍ - ảnh 3

ດົນຕີ​ຕາມທ້ອງ​ຖະໜົນຢູ່ອະນຸສາ​ວະລີ ຫຼີທ໋າຍ​ໂຕ​ ບົນ​ຖະໜົນ ດິງຕຽນ​ຮ່ວາງ, ນະຄອນ​ຮ່າ​ໂນ້ຍ
(ພາບ: ອິນເຕີແນດ)

“ດົນຕີ​ຕາມ​ທ້ອງ​ຖະໜົນ“ ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ພວກ​ເພື່ອນ​ໜຸ່ມ​ທີ່​ມີ​ຄວາມ​ນິຍົມ​ດຽວ​ກັນ, ​ເພື່ອ​ຂັບ​ຮ້ອງ, ​ສະ​ແດງບັນດາ​ບົດ​ດົນຕີ​ທີ່​ຕົນ​ມັກ​. ນີ້​ກໍ່​ແມ່ນ​ແຫ່ງ​​ໃຫ້​ເຂົາ​ເຈົ້າ​ສະ​ແດງ​ອາລົມ​ຈິດ​ຂອງ​ຕົນຜ່ານ​ການ​ດົນຕີ.

“ດົນຕີ​ຕາມ​ທ້ອງ​ຖະໜົນ“ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ດ້ານ​ຈິດ​ໃຈ​ຂອງ​ພວກ​ເພື່ອນ​ໜຸ່ມ​ອຸດົມສົມ​ບຸນ​ຂຶ້ນ​ຕື່ມ, ທັງ​ຊ່ວຍ​ໃຫ້​ຜູ້​ຊົນ​ມີ​ຄວາມເຂົ້າ​ໃຈ​​ກວ່າກ່ຽວ​ກັບ​ການສະ​ແດງ​ຕາມ​ທ້ອງ​ຖະໜົນໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ. ຫງວຽນ​ແທງ​ຕວຽດ, ສະມາຊິກ​ໃນ​ກຸ່ມ “ດົນຕີ​ຕາມ​ທ້ອງ​ຖະໜົນ“, ​ແບ່ງປັນ​ວ່າ:

​ໃນ​ຊຸ່ມ​ມື້​ທຳ​ອິດ​ທີ່​ສະ​ແດງ​ຕາມ​ທ້ອງ​ຖະໜົນ​ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ໜ້າ​ອາຍ, ດົນ​ແລ້ວ​ກໍ່​ລຶ້ງ​ເຄີຍ. ປະຈຸ​ບັນ​ຂ້າພະ​ເຈົ້າ​ຮູ້ສຶກ​ມ່ວນ​ຊື່ນ ​ແລະ ສະບາຍ​ທີ່​ສຸດ, ​ເພາະວ່າ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍ​ດ, ​ແມ່ນ​ໂອກາດ​ເພື່ອ​ແລກປ່ຽນ​ບົດຮຽນ, ສະ​ແດງ​ຄວາມ​ສາມາດ ​ແລະ ​ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ຫຼາຍ​ຄົນອີກ“.

ດົນຕີຕາມທ້ອງຖະໜົນ: ບໍ່ພຽງແຕ່ແມ່ນການສະແດງດົນຕີເທົ່ານັ້ນ, ຫາກຍັງແມ່ນຄວາມເມົາມົວອີກດ້ວຍ - ảnh 4

ດົນຕີ​ຕາມທ້ອງ​ຖະໜົນຢູ່ອະນຸສາ​ວະລີ ຫຼີທ໋າຍ​ໂຕ​ ບົນ​ຖະໜົນ ດິງຕຽນ​ຮ່ວາງ, ນະຄອນ​ຮ່າ​ໂນ້ຍ
(ພາບ: ອິນເຕີແນດ)

​ເມື່ອ​ໄດ້​ຊົມ “ດົນຕີ​ຕາມ​ທ້ອງ​ຖະໜົນ“ ຜູ້​ຄົນ​ທັງຫຼາຍ​ຮູ້​ສື​ກສະຫວາດສະ​ເຫວີຍ​, ພາຍຫຼັງ​​ໄດ້ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ​ມາ​ເປັນ​ເວລາ 1 ສັບ​ປະດາ. ດົນຕີ​ປ່ຽບ​ເໝືອນ​ຂົວ​ທີ່ເຊື່ອມ​ຕໍ່​ມະນຸດ​ນຳ​ກັນ​, ເພີ່ມ​ພະລັງ​ຊີວິດ​ໃຫ້​ແກ່​ກັນ ​ເພື່ອກຽມພ້ອມກ້າວ​ເຂົ້າ​ສູ່​ສັບປະດາ​ໃໝ່ ດ້ວຍ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ພວມ​ລໍຖ້າ​ຢູ່ຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ