ຕະຫຼາດນັດເຂດພູດອຍຢູ່ນະຄອນຮ່າໂນ້ຍ

  ຕະຫຼາດນັດຢູ່​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ ທີ່​ດົ່ງ​ໂມ, ​ເຊີນ​ໄຕ ​ແມ່ນ​ຈຸດ​ນັດ​ພົບ​ທີ່​ສ້າງ​ຄວາມດູດ​ດື່ມ​ຊາວ​ນະຄອນຫຼວງ ​ກໍ່​ຄືບັນດາ​ແຂວງ​ໃກ້ຄຽງ. ຕະຫຼາດນັດ​ເຂດ​ພູ​ດອຍຈັດ​ຂຶ້ນ​ໃນ​ເວລາ 5 ວັນ ​ໄດ້​ນຳ​ມາ​ເຊິ່ງບັນດາ​ຄວາມ​ຮູ້ສຶກ​ທີ່​ໃໝ່​ອຽມ​ໃຫ້​ແກ່​ຜູ້​ບໍ່​ທັນ​ເຫັນ​ປະຈັກ​ຕາການ​ດຳ​ເນີນ​ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ໃນ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ.

ຕະຫຼາດນັດເຂດພູດອຍຢູ່ນະຄອນຮ່າໂນ້ຍ - ảnh 1
(ພາບ: vov.vn)

  ​ຕະຫຼາດນັດ​ໄດ້​ດຶງ​ດູດ​ຊາວ​ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ​ໃກ້​ຄຽງ​ຄື: ຫວິ໋ງຟຸກ, ຟູ​ທໍ້​, ​​ບັກນິງ…​ເຂົ້າ​ຊົມ​ເປັນ​ຈຳນວນ​ຫຼາຍ. ພິ​ເສດ, ​ຍັງມີ​ເດັກນ້ອຍຫຼາຍ​ຄົນໄດ້​ໄປ​ນຳ​ພໍ່​ແມ່, ອ້າຍ​ເອື້ອຍ​ມາ​ຢ້ຽມ​ຊົມ​ຕະຫຼາດນັດ​ເຂດ​ພູດ​ອຍອີກ​ດ້ວຍ​. ​ເອື້ອຍ​ໂດ໋ກິມ​ແອວ​ງ, ຢູ່​ຮ່າ​ໂນ້ຍ ​ເວົ້າວ່າ:

   “ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ຕະຫຼາດ​ນັດບ້ານ​ວັດທະນະທຳ​ບັນດາ​ເຜົ່າ​ນີ້​ແຕ່​ດົນ​ແລ້ວ ​ແລະ ຢາກ​​ພາລູກ​ມາ​ຢ້ຽມຊົມເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ

​   ເມື່ອ​ມາ​ຮອດ​​ຕະຫຼາດນັດ, ພວກ​ນ້ອງ​ນ້ອຍລ້ວນ​ແຕ່ຮູ້​ສຶກ​ພາກ​ພູມ​ໃຈ ແລະ ແປກ​ປະ​ຫຼາດໃຈ ເພາະ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ນ້ອງ​ພຽງ​ແຕ່​ຮູ້​ຜ່ານໂທລະພາບ, ​ປຶ້ມໜັງສືພິມນັ້ນ, ປະ​ຈຸ​ບັນ​ໄດ້ປະ​ກົດ​ໃນ​ສາຍ​ຕາ​ຂອງ​ພວກ​ນ້ອງ​.

ຕະຫຼາດນັດເຂດພູດອຍຢູ່ນະຄອນຮ່າໂນ້ຍ - ảnh 2
ວິທີ​ຕ່ຳຫູກ​ຂອງ​ຊົນ​ເຜົ່າ​ມົ້ງຢູ່​ຮ່າ​ຢາງ

(ພາບ:giaoduc.net.vn)

  ນ້ອງ​ຫງຽນບາ​ວ​ເຈົາ, ນັກຮຽນ ປໍ 4 ​ໂຮງຮຽນ​ປະຖົມ​ໂລ​ໂມ​ໂນ​ຊົບ ຮ່າ​ໂນ້ຍ ​ເວົ້າດ້ວຍ​ຄວາມ​ມ່ວນ​ຊື່ນ​ວ່າ:

   “ລູກ​ດີ​ໃຈ​ທີ່​ສຸດ​ເມື່ອ​ພໍ່​ພາ​ໄປ​ແຫ່ງນີ້. ລູກ​ໄດ້​ເຫັນ​ເຮື​ອນຂອງ​ຊາວ​ຊົນ​ເຜົ່າ ​ແລະ ​ໄດ້​ຮູ້ຈັກ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບ​ບັນດາ​​ເຜົ່າຫວຽດນາມ. ລູກ​ກໍ່ຮູ້ວິທີ​ຕ່ຳຫູກ, ​ເຮັດ​ລວດລາຍ​ຜ້າ​ພື້ນ​ເມືອງ​ອີກ

  ​ຕະຫຼາດນັດ​ເຂດ​ພູດ​ອຍ​ຖືກຈັດ​ຂຶ້ນ​ໃນ​​​ບໍລິ​ເວນ​​ບ້ານ​ວັດທະນະທຳ​ບັນດາ​​ເຜົ່າ​ຫວຽດນາມ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງວົງ​ຄະນາ​ຍາດ​ບັນດາ​ຊົນ​ເຜົ່າ​ທີ່ຂຶ້ນ​ກັບ 5 ​ແຂວງ​​ໃນເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ.

  ​ຮ້ານ​ຂາຍ​ເຄື່ອງ​ຂອງ​ຊາວ​ເຜົ່າ​ມົ້ງ, ຢາ​ວ ​ແຂວງ​ຮ່າ​ຢາງ ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼາຍ. ຢູ່​ທີ່​ນີ້, ​ແຂກ​ທ່ອງ​ທ່ຽວ​​ໄດ້ຮັບ​ຊົມ​ຊາວ​ເຜົ່າ​ມົ້ງ​ເຮັດ​ເຂົ້າໜົມສາລີ, ຕົ້ມ​ເຫຼົ້າສາລີ, ປຸງ​ແຕ່ງທັງ​ໂ​ກ໋…ສ່ວນ​ຢູ່​ຮ້ານ​ຂາຍ​ເຄື່ອງ​ຂອງ​ແຂວງ​ເຊີນ​ລາ, ບັນດາ​ນາງ​ສາວ​ຊົນ​ເຜົ່າ​ໄທ ​ໃນ​ຊຸດ​ອາພອນ​ພື້ນ​ເມືອງທີ່​ສວຍ​ງາມ​ພວມ​ແນະນຳ​ກັບ​ແຂກ​ທ່ອງ​ທ່ຽວກ່ຽວ​ກັບໝາ​ກຄອນ. ສ່ວນຊາວ​ເຜົ່າ​ເມື່ອ​ງພັດ​ດຶງ​ດູດ​​​ພວກ​ເດັກນ້ອຍ​ດ້ວຍ​ຕຸ​ກກະຕາ, ຖົງ, ກະ​ເປົາ​ພື້ນ​ເມືອງ​ໂດ​ຍ​ເຂົາ​ເຈົ້າ​ເຮັດ​ເອງ…

​ເຂົ້າຮ່ວມຕະຫຼາດນັດ​ເຂດ​ພູດ​ອຍປີ​ນີ້​ຍັງ​ມີ​ຊາວ​ຊົນ​ເຜົ່າ​ກາວ​ລານ ຢູ່​ແຂວງ​ບັກ​ຢາງ, ​ເຂົາ​ເຈົ້າ​ໄດ້​ແ​ນະນຳກັບ​ເພື່ອນ​ມິດ​ທັງ​ຢູ່​ໃກ້ ​ແລະ ​ໄກ​ບັນດາ​ຜະລິດ​ຕະພັນ​ພື້ນ​ເມືອງ​ດ້ວຍລວດລາຍ​ທີ່​ມີ​ເອກ​ກະ​ລັກ​ສະ​ເພາະ. ທ່ານ​ເຢືອງວັນ​ກວາງ, ຊາວ​ເຜົ່າ​ກາວ​ລານ ​ຢູ່​ເມືອງ​ລຸກ​ນາມ ​ແຂວງ​ບັກ​ຢາງ ​ແບ່ງປັນ​ວ່າ:

  “​ໃນ​ວັນ​ບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ໄດ້​ແນະນຳ​ຜະລິດ​ຕະພັນ​ຂອງ​ຊົນ​ເຜົ່າ​ຕົນ​ກັບ​ບັນດາ​ຊົນ​ເຜົ່າ​ອ້າຍ​ນ້ອງ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊົນ​ເຜົ່າ​ກາວ​ລານ ຟື້ນ​ຟູ​ອາຊີບ​ຕ່ຳ​ຫູກ​ທີ່​ເປັນ​ມູນ​ເຊື້ອ​ຂອງຕົນ

   ​ໃນ​ທ່າມ​ກາງ​ບັນຍາ​​ກາດອຶກ​ກະ​ທຶກ​ຄຶກຄົມ, ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ຊຸດ​ອາພອນ​ປະ​ຈຳ​ເຜົ່າ​ທີ່​​ສວຍ​ງາມ ດ້ວຍສີ​ສັນຫຼາກຫຼາຍ, ພ້ອມ​ກັບບັນດາ​ອາຫານ​ພິ​ເສດ​ຂອງ​ເຂດ​ພູດ​ອຍ​​ໄດ້​ສ້າງ​ຄວາມ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​​ມາ​ຢາມ​ງານຕະຫຼາດນັດ​ເຂດ​ພູດອຍຄັ້ງນີ້. ​ແລະ ເຂົາ​ເຈົ້າ​ກໍ່ປາດ​ຖະໜາ​ວ່າ​ຕະຫຼາດນັດ​ຄື​ແນວນີ້ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ປະ​ຈຳ ​ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ຫຼາຍ​ຊົນ​ເຜົ່າ​ກ່ວາ​ອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ