ຖະໜົນ ລ້ານອົງ ຂາຍຢາພື້ນເມືອງໃນຄຸ້ມຖະໜົນເກົ່າຮ່າໂນ້ຍ

   

ຖະໜົນ ລ້ານອົງ ຂາຍຢາພື້ນເມືອງໃນຄຸ້ມຖະໜົນເກົ່າຮ່າໂນ້ຍ - ảnh 1
ຖະໜົນ ລ້ານ​ອົງ ຂາຍ​ຢາ​ພື້ນ​ເມືອງ
(ພາບ: vietbao.vn)

  (vovrorld)-  ຖ້າ​ມີ​ໂອກາດ​ຍ່າງ​ເລາະ​ຫຼິ້ນ​ໃນຄຸ້ມ​ຖະໜົນ​ເກ່ົາ​ຮ່າ​ໂນ້ຍ, ນັກ​ທ່ອງ​ທ່ຽວ​ທັງຫຼາຍ ລ້ວນ​ແຕ່​ມີ​ຕວາ​ມປະຫຼາດ​ໃຈ​ຕໍ່ໜ້າ​ກິນ​ຫອມ​ຂອງ​ຢາ​ສະ​ໝູນ​ໄພ​, ຢາ​ພື້ນ​ເມືອງ ຊະນິດ​ຕ່າງໆ​ຖືກ​ວາງ​ຂາຍຢູ່​ຕາມ​ຮ້ານ​ໜ້າ​ບ້ານ​ໃນ​ຖະໜົນ​ສາຍ​ນ້ອຍ. ນັ້ນ​ແມ່ນ ຖະໜົນ ລ້ານ​ອົງຊຶ່ງ​ແມ່ນ​ຖະໜົນ​ສາຍ​ດຽວ​ ຂາຍ​ຢາ​ພື້ນ​ເມ​ືອງທີ່​ນະຄອນຫຼວງ​ຮ່າ​ໂນ​້ຍ​ໂດຍໃສ່​ຊື່​ຂອງ​ທ່ານໝໍ​ມີ​ຊື່​ສຽງ​ກ່ວາ​ໝູ່​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ​                                       

     ຖະໜົນ ລ້ານ​ອົງ ​ແມ່ນຖະໜົນສາຍ​ໜຶ່ງ​ໃນ​ຄຸ້ມ​ຖະໜົນ​ເກົ່າ 36 ສາຍ​ໃນນະຄອນຫຼວງ​ຮ່າ​ໂນ້ຍ. ຜ່ານ​ການ​ປ່ຽນ​ແປງຕາມ​ການ​ເວລາ, ​ແຕ່​ຮ້ານ​ຂາຍ​ເຄື່ອງ​ສ່ວນ​ຫຼາຍ​ໃນ ຖະໜົນ ລ້ານ​ອົງ ກໍ​ຍັງ​ຄົງ​ສາມາດ​ຮັກສາ​ການ​ປະກອບ​ອາຊີບ​ຂາຍ​ຢາ​ພື້ນ​ເມືອງທີ່​ມີ​ມາ​ແຕ່​ດົນ​ນານ, ບໍ່​ຖືກ​ປ່ຽນ​ແປງ​ຄື​ຖະໜົນ​ອາຊີບສາຍ​ອື່ນໆ. ຢູ່​ຖະໜົນ​ສາຍ​ນີ້, ບັນດາຮ້ານ​ຂາຍ​ຢາຕັ້ງຕິ​ດຕໍ່​ກັນ​​ແບ​ບ​ເຮືອນ​ຫ້ອງ​ແຖວ ​ແລະ ວາງ​ຂາຍ​ຢາ​ພື້ນ​ເມືອງ​ຫຼາຍ​ຊະນິດ​ຈາກ ຢິນ​ແຊງ, ​ເຫັດ​ລິນ​ຈີ, ລຳ​ໄຍ​ແຫ້ງ ຕະຫຼອດ​ຮອດ​ສາມ​ເຈັດ. ຢາ​ພື້ນ​ເມືອງ​ຖືກ​ວາງ​​ໃນ​ຕູ້​ແກ້ວ​ຫຼື​ຖືກ​ຫຸ້ມ​ຫໍ່​ດ້ວຍ​ຖົງ​ຢາງນີລົງ. ​ເມື່ອ​ກ່ອນ​ນີ້, ຜູ້​ຂາຍ​ຢາ​ພື້ນ​ເມືອງ​ຢູ່​ແຫ່ງ​ນີ້, ມັກ​ໃຊ້​ຊີງ​ນ້ອຍໆ​ເພື່ອ​ຊັ່ງ​ຢາ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ຖືກ​ທົດ​ແທນ​ດ້ວຍ​ຊີງ​ໃຫຍ່​ຊຶ່ງ​ສາມາດ​ຊັ່ງ​ຢາ​ດ້ວຍ​ຈຳ​ນວນ​ຫຼາຍ. ​ເຄື່ອງ​ຫັ່ນ​ຢາ​ແລ່ນ​ດ້ວຍ​ໂມ​ເຕີ​ໄຟຟ້າ​​ໄດ້​ທົ​ດແທນວິທີ​ເຮັດ​ດ້ວຍ​ມື, ມີ​ບາງ​ຮ້ານ​ກໍ​ນຳ​ໃຊ້​ເຄື່ອງ​ຄອມ​ພີ​ວ​ເຕີ​ເພື່ອ​ບັນທຶກ​ຊະນິດ​ຢາ​ຮັບ​ໃຊ້​ການ​ບົ່ງມະຕິ​ພະຍາດ, ດັ່ງ​ນັ້ນ​ວຽກ​ງານ​ປຸ່ງ​ຢາ​ກໍ​ມີ​ຄວາມ​ສະດວກ​ສະບາຍ​ກວ່າ​ເກົ່າ.​ ນາງ ​ແທງ​ງາ ​ເຈົ້າ​ຂອງ​ຮ້າຍ​ຂາຍ​ຢາ​ພື້ນ​ເມືອງ​ຢູ່ ຖະໜົນ ລ້ານ​ອົງໃຫ້ຮູ້ວ່າ:

   “ ຄອບ​ຄົວ​ຂ້າພະ​ເຈົ້າ​ປະກອບ​ອາຊີບ​ຂາຍ​ຢາ​ພື້ນ​ເມືອງ​ເປັນ​ເວລາ 30 ປີແລ້ວ, ນີ້​ແມ່ນ​ອາຊີບ​ສືບ​ທອດ​ໃນ​ວົງ​ຕະກູນ. ຖະໜົນ ລ້ານ​ອົງ ​ແມ່ນ​ຖະໜົນ​ຕົ້ນຕໍ່​ຂອງ​ຂະ​ແໜງ​ການ​ແພດ​ພື້ນ​ເມຶືອງ, ດັ່ງ​ນັ້ນ​ກໍ​ມີ​ຢາ​ພື້ນ​ເມືອງ​ຄົບ​ທຸກ​ຊະນິດ ” 

   ບໍ່​ພຽງ​ແຕ່​ຂາຍ​ຢາ​ພື້ນ​ເມືອງ​ເທົ່າ​ນັ້ນ, ຖະໜົນ ລ້ານ​ອົງ ຍັງ​ມີ​ຊື່​ສຽງ​ດ້ວຍ​ບັນດາ​ໝໍ​ຢາ​ພື້ນ​ເມືອງ​ອີກ​ດ້ວຍ. ກ່ອນ​ນີ້, ໝໍ​ຢາ​ສ່ວນ​ຫຼາຍ​ຢູ່ ຖະໜົນ ລ້ານ​ອົງ ບໍ່​ຜ່ານ​ການ​ສຶກສາ​ຮຳຮຽນ​ໃນ​ໂຮງຮຽນ, ດັ່ງ​ນັ້ນ ການ​ປະກອບ​ອາຊີບ​ການ​ແພດ​ພື້ນເມືອງ​ແມ່ນ​ໄດ້​ຮັບ​ການ​ສືບ​ທອດ​ໃນ​ຄອບຄົວ, ​ໃນ​ວົງ​ຕະກູນ​ດ້ວຍ​ເຄັດ​ລັບ​ສະ​ເພາະ​ຂອງ​ຕົນ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ໄດ້​ປະກົດ​ມີ​ບັນດາ​ໝໍ​ຢາ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ໃນ​ໂຮງຮຽນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຜູ້​ເຈັບ​ເປັນ​ມາ​ນີ້, ລ້ວນ​ແຕ່​ໄດ້​ຮັບ​ການ​​ແນະນຳ, ປິ່ນປົວຈາກ​ພວກ​ໝໍ​ຢາ​ຢ່າງ​ສຸດ​ໃຈ. ທ່ານ ຝ້າ​ມຊວນ​ໂນ້ຍຢູ່ ຖະໜົນ ລ້ານ​ອົງ, ຜູ້​ໄດ້​ຕິດພັນກັບອາຊີບ​ແພດ​ພື້ນ​ເມືອງ​ໃນ​ຕະຫຼອດ​ຊີວິດ​​ເປີດ​ເຜີຍ​ວ່າ :  
“ ສຳລັບ​ການ​ແພດ​ພື້ນ​ເມືອງ, ການ​ປິ່ນປົວ​ພະຍາດ​ເຄີຍ​ອີງ​ຕາມ​ວິທີ 4 ປະການ​ຄື: ເບິ່ງ, ຟັງ, ຖາມ, ກວດ​ຊີບພະຈອນ ​ເພື່ອ​ບົ່ງມະຕິ​ພະຍາດ. ຖ້າວ່າ​ການ​ບົ່ງມະຕິ​ພະຍາດ​ຖືກຕ້ອງ ຈະ​ເຮັດ​ໃຫ້ການ​ປິ່ນປົວ​ໄດ້​ຮັບ​ຜົນ​ດີ ”

   ຕາມ​ການ​ເວລາ, ຈຳນວນ​ປະຊາກອນ​ຢູ່ ຖະໜົນ ລ້ານ​ອົງ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​. ​ແລະ ອາຊີບ​ຄ້າຂາຍ​ຢາ​ພື້ນ​ເມືອງ​ກໍ​ນັບ​ມື້​ນັບ​ເປີດ​ກ້ວາງ​ຕື່ມ​ອີກ. ນັ້ນ​ແມ່ນ​ສັນຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ : ອາຊີບ​ຢາ​ພື້ນ​ເມືອງ​ນັບ​ມື້​ນັບ​ຂະຫຍາຍຕົວ. ​ໃນ​ທ່າມກາງ​ບັນຍາກາດ​ທີ່​ຟົດ​ຟື້ນ​ເນືອງ​ນັນຢູ່​ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍນັ້ນ, ພື້ນຖານ​ການ​ແພດ​ພື້ນ​ເມືອງ​ໄດ້​ຮັບ​ການ ສືບ​ທອດ ​ ​ແລະ ຮັກສາ​ໄວ້, ນີ້​ກໍ​ຍ້ອນ​ມີ​ບັນດາ​ຜູ້​ຄົນ​ຢູ່ຖະໜົນສາຍ​ນີ້​ພວມ​ເມົາ​ມົວ, ຜູກ​ພັນ ​ແລະ ຮັກສາ​ອາຊີບ​ທີ່​ມີ​ມາ​ແຕ່​ດົນ​ນານ​​ໂດຍ​ປູ​ຍ່າ​ຕາ​ຍາຍ​ປະ​ໄວ​້​ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ