ນະຄອນໂຮ່ຈິມິນພັດທະນາບັນດາຜະລິດຕະພັນທ່ອງທ່ຽວຍາມຕອນກາງຄືນຕື່ມອີກ

(VOVWORLD) - ປະຈຸບັນ, ຂະແໜງທ່ອງທ່ຽວນະຄອນໂຮ່ຈິມິນ ພຽງແຕ່ສຸມໃສ່ພັດທະນາບັນດາຜະລິດຕະພັນທ່ອງທ່ຽວໃນຕອນກາງເວັນ, ນັບແຕ່ 5 ໂມງເຊົ້າຮອດ 5 ໂມງແລງ ເທົ່ານັ້ນ. ສ່ວນໃນຊ່ວງເວລາແຕ່ 6 ໂມງແລງຮອດ 2 ໂມງເຊົ້າຂອງມື້ຕໍ່ມາ ຍັງບໍ່ທັນມີຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບແບບເທື່ອ. ໃນຂະນະນັ້ນ, ຕາມການຕີລາຄາຂອງບັນດາບໍລິສັດທ່ອງທ່ຽວແລ້ວ, ຖ້າຫາກມີບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມໃນຈຸດເວລານີ້, ນັກທ່ອງທ່ຽວຈະໃຊ້ຈ່າຍເງິນຫຼາຍກວ່າ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ຂະແໜງທ່ອງທ່ຽວຂອງນະຄອນ.

ນະຄອນໂຮ່ຈິມິນພັດທະນາບັນດາຜະລິດຕະພັນທ່ອງທ່ຽວຍາມຕອນກາງຄືນຕື່ມອີກ - ảnh 1ຕະຫຼາດ ເບັ໋ນແທ່ງ

(ພາບອີນເຕີແນັດ)

ປີ 2017 ຂະແໜງທ່ອງທ່ຽວນະຄອນໂຮ່ຈິມິນ ໄດ້ສຸມໃສ່ຂຸດຄົ້ນຜະລິດຕະພັນດ້ານການທ່ອງທ່ຽວທີມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກ່ຽວກັບທາງນ້ຳ; ມີຫຼາຍເຫດການງານບຸນໃຫຍ່ໄດ້ຍົກລະດັບ ພ້ອມກັບບາງເຫດການທີ່ເປັນເອກະລັກສະເພາະ ເປັນຄັ້ງທຳອິດໄດ້ສະເໜີຕົວຄື: ງານບຸນໂຊແຟຊັນ ແລະ ເຕັກໂນໂລຊີ, ການສະແດງສິລະປະຕາມທ້ອງຖະໜົນ… ຜ່ານນັ້ນ, ໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.

        ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ເຈີ່ນຮຸ່ງຫວຽດ, ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວໄຊງ່ອນ (Saigontourist) ແລ້ວ, ບັນດາຜະລິດຕະພັນທ່ອງທ່ຽວໃນປະຈຸບັນ ຍັງບໍ່ທັນມີຄວາມດູດດື່ມ ແລະ ຍັງບໍ່ທັນສາມາດຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວເທື່ອ. ຜະລິດຕະພັນທ່ອງທ່ຽວຕົ້ນຕໍ່ແມ່ນຮັບໃຊ້ຕອນກາງເວັນ. ພາຍຫຼັງຄາບເຂົ້າຄ່ຳ, ຕາມປົກກະຕິແລ້ວນັກທ່ອງທ່ຽວຈະບໍ່ມີຜະລິດຕະພັນທ່ອງທ່ຽວໃຫ້ເລືອກຫຼາຍ. ເລື່ອງທະວີຄູນບັນດາຜະລິດຕະພັນທ່ອງທ່ຽວຍາມຕອນກາງຄືນແມ່ນກາລະໂອກາດເພື່ອໂຄສະນາພາບພົດຂອງນະຄອນ ກໍຄືເພີ່ມລາຍຮັບໃຫ້ຂະແໜງທ່ອງທ່ຽວຕື່ມອີກ. ທ່ານ ເຈີ່ນຮຸ່ງຫວຽດ, ໃຫ້ຮູ້ວ່າ.

        “ໃນເວລາ 6 ໂມງແລງ ຫາ 12 ໂມງກາງຄືນ ແມ່ນຈຸດເວລາເຊິ່ງພວກເຮົາຄວນເອົາໃຈໃສ່. ນີ້ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຂາດໄດ້ໃນການຮັບໃຊ້ນັກທ່ອງທ່ຽວ. ພວກເຮົາຄວນຄົ້ນຄວ້າໃຫ້ລະອຽດບັນດາການເຄື່ອນໄຫວໃດທີ່ເໝາະສົມ. ນະຄອນໂຮ່ຈິມິນ ແມ່ນນະຄອນຂະຫຍັນຂັນເຄື່ອນ, ສະນັ້ນ ຂ້າພະເຈົ້າຖືວ່າ ມີຫຼາຍຮູບແບບການເຄື່ອນໄຫວເຊິ່ງພວກເຮົາຄວນເພີ່ມເຕີ່ມອີກ ເພື່ອເຮັດໃຫ້ບັນດາຜະລິດຕະພັນທ່ອງທ່ຽວນັບມື້ນັບອຸດົມສົມບູນ”.

        ເມື່ອຕີລາຄາກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວໃນຕອນກາງຄືນ, ທ່ານ ຫງວຽນກວກກີ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວ ແລະ ການຕະຫຼາດຄົມມະນາຄົມຂົນສົ່ງຫວຽດນາມ (Vietravel), ຖືວ່າ, ນະຄອນໂຮ່ຈິມິນ ມີທ່າແຮງຢ່າງພຽງພໍ, ຈາກອາຫານການກິນ, ການຊື້ຂາຍ ຕະຫຼອດຮອດບັນດາມໍລະດົກວັດທະນະທຳ, ການສະແດງສິລະປະ… ໄປຄຽງຄູ່ກັນນັ້ນແມ່ນບັນດາສູນການຄ້າໃຫຍ່, ຮ້ານຂາຍເຄື່ອງຢູ່ 2 ຟາກແຄມທາງຖະໜົມຍ່າງ ຫງວຽນເຫ້ວ, ອາຫານການກິນຢູ່ເມືອງ 4, ເມືອງ 5… ທ່ານ ຫງວຽນກ໋ວກກີ, ໃຫ້ຮູ້ວ່າ.

        “ນະຄອນຕ້ອງຈັດສັນໂຄງປະກອບການບໍລິການຄືນໃໝ່, ໃນນັ້ນເຂດໃດແມ່ນເຂດ shopping, ເຂດໃດແມ່ນເຂດສະແດງວັດທະນະທຳສິລະປະ, ເຂດໃດແມ່ນເຂດຖະໜົນອາຫານການກິນ ເຂດໃດແມ່ນເຂດຖະໜົນໂຊ. ພວກເຮົາວາງແຜນຜັງ ແລະ ພັດທະນາແຕ່ລະເຂດ ຈຶ່ງຄິດໄລ່ໄດ້ລາຍຮັບ, ສ້າງລັກສະນະເຊື່ອມຕໍ່ຂອງເຂດນັ້ນ, ການບໍລິການນັ້ນໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວຢ່າງສົມບູນ. ນະຄອນໂຮ່ຈິມິນເອງ ມີຖົມເຖໄປ, ແຕ່ວ່າການເຊື່ອມຕໍ່ເປັນຍຸດທະສາດສັງລວມນັ້ນພັດຍັງບໍ່ທັນມີເທື່ອ”.

        ທ່ານ ເຈີ່ນວິ້ງຕວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຢືນຢັນວ່າ: ການກຳນົດບັນດາຜະລິດຕະພັນທ່ອງທ່ຽວ, ສ້າງປະຖົມປັດໃຈລະດົມການຄ້າ - ທ່ອງທ່ຽວ, ເພີ່ມລາຍຮັບ ແລະ ສ້າງເຄື່ອງໝາຍການຄ້າດ້ານການທ່ອງທ່ຽວແມ່ນເປົ້າໝາຍຂອງຂະແໜງທ່ອງທ່ຽວນະຄອນໂຮ່ຈິມິນ.

        “ປະຈຸບັນ, ນະຄອນພວມດຳເນີນການຈ້າງທີ່ປຶກສາເພື່ອຊ່ວຍໃຫ້ນະຄອນສ້າງຍຸດທະສາດ, ຫຼັງຈາກນັ້ນຈຶ່ງສ້າງແຜນພັດທະນາການທ່ອງທ່ຽວ. ຄຽງຂ້າງນັ້ນ, ຊອກຫານັກຊ່ຽວຊານເກັ່ງເພື່ອທີ່ເປັນປຶກສາໃຫ້ນະຄອນ, ສູ້ຊົນແຕ່ຕົ້ນໄຕມາດທີ 1 ປີ 2018, ຊ້າສຸດແມ່ນຫຼັງບຸນເຕັດ ຈະເລືອກໄດ້ຫົວໜ່ວຍໃຫ້ຄຳປຶກສາ”.

        ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ດ້ວຍຄາດໝາຍບັນລຸນັກທ່ອງທ່ຽວສາກົນໃຫ້ໄດ້ 7,5 ລ້ານເທື່ອຄົນ, ນັກທ່ອງທ່ຽວຢູ່ພາຍໃນປະເທດໃຫ້ໄດ້ 29 ລ້ານເທື່ອຄົນ ເຂົ້າມາທ່ອງທ່ຽວຢູ່ນະຄອນໂຮ່ຈິມິນ ໃນປີ 2018, ທາງນະຄອນຄວນເອົາໃຈໃສ່ເຖິງການພັດທະນາບັນດາຜະລິດຕະພັນທ່ອງທ່ຽວໃນຕອນກາງຄືນ. ພິເສດແມ່ນບັນດາຮູບແບບການທ່ອງທ່ຽວທີ່ໄດ້ຮັບການຕີລາຄາວ່າ ໄດ້ນຳມາເຊິ່ງລາຍຮັບສູງທົບຫຼາຍເທົ່າເມື່ອທຽບໃສ່ການທ່ອງທ່ຽວທຳມະດາຄື: ການຊື້ເຄື່ອງຂອງ, ການກິມດື່ມ, ຈັດກອງປະຊຸມ, ຮັບຊົມສິລະປະ, ສົ່ງເສີມສຸຂະພາບ. ຖ້າໄດ້ຄືແນວນັ້ນ, ຂະແໜງອຸດສາຫະກຳປອດຄວັນຂອງນະຄອນຈຶ່ງຈະມີກຳລັງແຮງໃໝ່ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ