ນຳການສຶກສາວຽກງານອະນຸລັກຮັກສາມໍລະດົກອ່າວຮ້າລອງເຂົ້າໃນໂຮງຮຽນ

(VOVWORLD) -ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ນະຄອນຮ້າລອງ, ແຂວງກວາງນິງ ໄດ້ຮຽນກ່ຽວກັບບັນດາຄຸນຄ່າທິວທັດທຳມະຊາດ, ວັດທະນະທຳຂອງອ່າວຮ້າລອງ ຜ່ານການເຫັນຮູບພາບຢ່າງມີຊີວິດຊີວາ. ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ຍົກສູງສະຕິຂອງນັກຮຽນໃນການປົກປັກຮັກສາສະພາບແວດລ້ອມມໍລະດົກ.

ນຳການສຶກສາວຽກງານອະນຸລັກຮັກສາມໍລະດົກອ່າວຮ້າລອງເຂົ້າໃນໂຮງຮຽນ - ảnh 1 ມໍລະດົກອ່າວຮ້າລອງ

(ພາບ: TTXVN)

ໃນໄລຍະຜ່ານມາ, ມີໂຮງຮຽນຫຼາຍແຫ່ງໃນບໍລິເວນນະຄອນຮ້າລອງ ໄດ້ເປັນເຈົ້າການນຳເນື້ອໃນກ່ຽວກັບມໍລະດົກອ່າວຮ້າລອງ ເຂົ້າໃນໂຮງຮຽນ. ນັບແຕ່ປີ 2002, ໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຮຸ່ງທັ໋ງ, ນະຄອນຮ້າລອງ ໄດ້ເລີ່ມນຳເຂົ້າສິດສອນຊຸດເອກະສານ “ສຶກສາວຽກງານອະນຸລັກຮັກສາມໍລະດົກທຳມະຊາດໂລກອ່າວຮ້າລອງ”, ໂດຍພະແນກສຶກສາ - ບຳລຸງສ້າງ, ຄະນະຄຸ້ມຄອງອ່າວຮ້າລອງ ສົມທົບກັບໂຄງການອະນຸລັກຮັກສາທະເລ ແລະ ອົງການຈັດຕັ້ງອະນຸລັກຮັກສາສັດ, ພືດສາກົນຮຽບຮຽງ. ຊຸດເອກະສານນີ້ໄດ້ສະໜອງບັນດາຄວາມຮູ້ພື້ນຖານ, ບົນພື້ນຖານນັ້ນ, ຄູສອນໄດ້ຮຽບຮຽງຫຼັກສູດການສອນ ແລະ ບັນດາວິວັດການເຄື່ອນໄຫວການສຶກສາກ່ຽວກັບມໍລະດົກອ່າວຮ້າລອງ ໃຫ້ເໝາະສົມ. ນັບແຕ່ເມື່ອເຂົ້າຮຽນຫ້ອງປໍ 1 ນັກຮຽນໄດ້ຮັບການເລົ່າຂານປາກຕໍ່ປາກກ່ຽວກັບການກຳເນີດຂອງອ່າວຮ້າລອງ, ນັກຮຽນຫ້ອງປໍ 2 - ປໍ 5 ແມ່ນໄດ້ຮຽນກ່ຽວກັບຖ້ຳ, ປ່າຊາຍເລນ, ປະກາລັງ, ການທ່ອງທ່ຽວຢູ່ເຂດອ່າວຕາມລຳດັບ… ເຖິງວ່າ ບັນລຸໄດ້ບັນດາຜົນງານທີ່ດີ, ແຕ່ເຖິງຢ່າງໃດກໍ່ຕາມ, ການສຶກສາອະນຸລັກຮັກສາມໍລະດົກອ່າວຮ້າລອງ ກໍ່ພຽງແຕ່ແມ່ນການທົດລອງນຳເຂົ້າສິດສອນຢູ່ບາງໂຮງຮຽນແຕ່ຫ້ອງປໍ 1 ເຖິງ ປໍ 5 ເທົ່ານັ້ນ.

        ຈາກສະພາບຕົວຈິງດັ່ງກ່າວ, ຄະນະກຳມະການປະຊາຊົນນະຄອນຮ້າລອງ ໄດ້ສ້າງແຜນການຜັນຂະຫຍາຍໂຄງການສຶກສາອະນຸລັກຮັກສາມໍລະດົກອ່າວຮ້າລອງ ໃນໂຮງຮຽນ. ຄະນະກຳມະການປະຊາຊົນນະຄອນຮ້າລອງ ໄດ້ສ້າງຊຸດເອກະສານ “ສຶກສາການອະນຸລັກຮັກສາມໍລະດົກທຳມະຊາດໂລກອ່າວຮ້າລອງ” ເພື່ອນຳເຂົ້າສິດສອນຢູ່ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທັງໝົດໃນບໍລິເວນແຂວງນັບແຕ່ສົກຮຽນ 2017 – 2018. ເນື້ອໃນຫຼັກສູດການສອນມີການປ່ຽນແປງ, ວິທີການສອນກໍ່ແຕກຕ່າງກັນ. ຜ່ານນັ້ນ, ສືບຕໍ່ຍົກສູງຄວາມຮູ້ໃຫ້ແກ່ນັກຮຽນກ່ຽວກັບບັນດາຄຸນຄ່າທິວທັດທຳມະຊາດ ກໍຄືສະຕິ, ຄວາມຮູ້… ເພື່ອຮ່ວມແຮງຮ່ວມໃຈກັນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າອ່າວຮ້າລອງ. ທ່ານ ຮ່ວາງແອງ, ຮອງຫົວໜ້າຫ້ອງການສຶກສາບຳລຸງສ້າງ ນະຄອນຮ້າລອງ, ໃຫ້ຮູ້ວ່າ.

        “ຫ້ອງການສຶກສາມີຄວາມຮັບຜິດຊອບຄົ້ນຄວ້າ ແລະ ນຳຫຼັກສູດເຂົ້າບັນດາຊົ່ວໂມງສອນໃຫ້ເໝາະສົມ. ພາຍຫຼັງມີເນື້ອໃນລະອຽດແລ້ວ ຈະດຳເນີນການຝຶກອົບຮົມໃຫ້ບັນດາຄູອາຈານ ແລະ ນຳເຂົ້າສິດສອນໃນສົກຮຽນໃໝ່ແຕ່ເດືອນ ກັນຍາ 2017”.

        ນຳການສຶກສາມໍລະດົກອ່າວຮ້າລອງ ເຂົ້າໂຮງຮຽນ ແມ່ນໂຄງການທີ່ມີປະໂຫຍດ, ຊ່ວຍໃຫ້ນັກຮຽນມີຄວາມຮູ້ໃດໜຶ່ງກ່ຽວກັບມໍລະດົກ. ໂດຍສະເພາະເມື່ອອ່າວຮ້າລອງ ນັບມື້ນັບດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍ, ວິທີການປະພຶດຂອງຊາວນະຄອນກັບນັກທ່ອງທ່ຽວແຕ່ລະຄົນ ກໍ່ແມ່ນບັນຫາຄວນໄດ້ຮັບການສຶກສາ, ພິເສດແມ່ນລຸ້ນໜຸ່ມ.

        ຄະນະຄຸ້ມຄອງອ່າວຮ້າລອງ, ຫົວໜ່ວຍຮຽບຮຽງເອກະສານການສອນ ໃຫ້ຮູ້ວ່າ, ຊຸດປື້ມໄດ້ອັບເດັດບັນດາເນື້ອໃນຫຼ້າສຸດ ພ້ອມກັບວິທີການສອນ ແລະ ການຮຽນຢ່າງມີຊີວິດຊີວາ ຜ່ານພາບຖ່າຍ, ວີດີໂອ, ຮູບເງົາເອກະສານ… ພິເສດ, ນອກຈາກແນະນຳກ່ຽວກັບຄວາມງາມດ້ານທິວທັດທຳມະຊາດແລ້ວ, ຫຼັກສູດຍັງປະສົມປະສານກັນບັນດາເນື້ອໃນກ່ຽວກັບບັນດາການເຄື່ອນໄຫວດ້ານເສດຖະກິດ, ສັງຄົມໃນອ່າວຮ້າລອງ, ສະພາບແວດລ້ອມຊີວະພາບ, ຄຸນຄ່າດ້ານທໍລະນີສາດ ພ້ອມກັບບັນດາໄພນາບຂູ່ຕໍ່ສິ່ງແວດລ້ອມໃນປະຈຸບັນ. ທ່ານ ຫງວຽນບ໋າກັນ, ໜ່ວຍງານບັນນາທິການຫຼັກສູດ, ໃຫ້ຮູ້ວ່າ.

        “ບົນພື້ນຖານເອກະສານຕົ້ນສະບັບທີ່ໄດ້ນຳໃຊ້ເມື່ອກ່ອນນີ້, ພວກຂ້າພະເຈົ້າໄດ້ຮຽບຮຽງ, ອັບເດັດບັນດາຕົວເລກຄືນໃໝ່, ປັບປຸງເນື້ອໃນ. ຜ່ານນັ້ນ, ຊ່ວຍໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບຄຸນຄ່າເຊິ່ງທຳມະຊາດດົນບັນດານໃຫ້ອ່າວຮ້າລອງ, ກໍ່ຄືມີຄວາມຮັບຜິດຊອບໃນການປົກປັກຮັກສາດ້ວຍບັນດາການເຄື່ອນໄຫວຢ່າງລະອຽດ”.

        ການເຄື່ອນໄຫວການຮຽນ - ການສອນໄດ້ປະກອບສ່ວນນຳອ່າວຮ້າລອງ ເຂົ້າໃກ້ກັບລຸ້ນໜຸ່ມກວ່າ, ຍົກສູງສະຕິຄວາມຮັບຮູ້ ແລະ ການກະທຳຂອງນັກຮຽນເທື່ອລະກ້າວ, ປະກອບສ່ວນອະນຸລັກຮັກສາມໍລະດົກ. ຈາກນັ້ນ, ພວກນ້ອງເອງຈະແມ່ນບັນດາເອກອັກຄະລັດຖະທູດແນະນຳມໍລະດົກເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ