ບັນດານັກວິທະຍາສາດຍິງນຳແສງສະຫວ່າງມາສູ່ຄົນເຈັບຖືກພະຍາດຕາ


ລາງວັນ ໂກວາ​ແລບ​ສ​ກາຍ​ອາ ປີ 2014 ໄດ້​ຖືກມອບ​ໃຫ້ໝູ່​ຄະ​ນະ​ໜຶ່ງ ແລະ 1 ສ່ວນ​ບຸກ​ຄົນ, ນັ້ນ​ແມ່ນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຍິງ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາ​ດ​ໃນ​ວັນ​ທີ 7/3 ຢູ່​ຮ່າ​ໂນ້ຍ. ໝູ່​ຄະ​ນະ​ທີ່​ບັນ​ລຸ​ລາງວັນ​ແມ່ນ​ບັນ​ດາ ນັກ​ວິ​ທະ​ຍາ​ສາດ​ຍິງຂອງ​ພະ​ແນກ​ເນື້ອ​ເຍືອ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍ ແລະ ຂະ​ແໜງແກ້ວ​ຕາສັງ​ກັດ​ໂຮງ​ໝໍ​ຕາ​ສູນ​ກາງ ໂດຍ​ຮອງສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ທິບີງ ສັງ​ກັດ ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍເປັນ​ຜູ້​ຕາງ​ໜ້າ​ດ້ວຍ​ຫົວ​ເລື່ອງ​ຄົ້ນ​ຄ້​ວາ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຈຸ​ລັງ​ເພື່ອ​ປິ່ນ​ປົວໃຫ້​ຄົນ​ເຈັບ​ຖືກ​ເປັນ​ແຜ​ຢູ່​ເຂດນອກ​ໜ່ວຍ​ຕາ. 

ບັນດານັກວິທະຍາສາດຍິງນຳແສງສະຫວ່າງມາສູ່ຄົນເຈັບຖືກພະຍາດຕາ - ảnh 1
ໝູ່​ຄະ​ນະ​ນັກຄົ້ນ​ຄ້​ວາ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຈຸ​ລັງ​ເພື່ອ​ປິ່ນ​ປົວໃຫ້​ຄົນ​ເຈັບ​ຖືກ​ເປັນ​ແຜ​ຢູ່​ເຂດນອກ​ໜ່ວຍ​ຕາ


     ສະ​ມາ​ຊິກ​ຂອງ​ໝູ່​ຄະ​ນະ​ຄົ້ນ​ຄ້​ວາ​ລວມ​ມີ ບັນ​ດາ​ຮອງ​ສາດ​ສະ​ດາ​ຈານ, ດອກ​ເຕີ, ມາດ​ເຕີ, ຜູ້​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ, ນັກ​ເຕັກ​ນິກ​ຂອງ​ພະ​ແນກ​ພະ​ແນກ​ເນື້ອ​ເຍືອ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍ ແລະ ຂະ​ແໜງແກ້ວ​ຕາສັງ​ກັດ​ໂຮງ​ໝໍ​ຕາ​ສູນ​ກາງ. ຈຸດ​ໝາຍ​ຂອງ​ໝູ່​ຄະ​ນະ​ແມ່ນ​ຄົ້ນ​ຄ້​ວາ​ວິ​ທີ​ການ​ປິ່ນ​ປົວໃຫ້​ຄົນ​ເຈັບ​ຖືກ​ເປັນ​ແຜ​ຢູ່​ເຂດນອກ​ໜ່ວຍ​ຕາດ້ວຍ​ການ​ລ້ຽງ​ສ້າງ​ເນື້ອເຍືອ​ຈາກ​ບັນ​ດາ​ຈຸ​ລັງ​ຕົ້ນ​ກຳ​ເນີດ​ທີ່​ແຕກ​ຕ່າງ​ກັນ. ນີ້​ແມ່ນ​ວິ​ທີ​ການ​ປິ່ນ​ປົວ​ໃໝ່​ທີ່​ພວມ​ນຳ​ໃຊ້​ໃນ​ໂລກ ແລະ ຍັງ​ຄົງ​ສືບ​ຕໍ່​ຄົ້ນ​ຄ້​ວາ. ຮອງສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ທິບີງ ສັງ​ກັດ ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍຊຶ່ງເປັນ​ຜູ້​ຕາງ​ໜ້າ​ໝູ່​ຄະ​ນະ​ຄົ້ນ​ຄ້​ວາ ໃຫ້​ຮູ້​ວ່າ :

“ ການ​ຄົນ​ຄ້​ວາ​ຂອງ​ພວກ​ຂ້າ​ພະ​ເຈົ້າ ແມ່ນ​ເພື່ອນຳ​ແສງ​ສະ​ຫວ່າງ​ມາ​ສູ່​ຄົນ​ເຈັບ​ຖືກ​ເປັນ​ແຜ​ຢູ່​ເຂດນອກ​ໜ່ວຍ​ຕາດ້ວຍ​ວິ​ທີ​ໄຮັບ​ຖື​ວ່າ ແມ່ນ​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ປະ​ຈຸ​ບັນ. ຄົນ​ເຈັບ​ເມື່ອ​ໄດ້​ຮັບ​ການ​ປິ່ນ​ປົວ​ດ້ວຍ​ວິ​ທີນີ້ ແມ່ນ​ວິ​ທີ​ໃຊ້​ເຕັກ​ນິກ​ໃໝ່ ແຕ່​ລາ​ຄາ​ປິ່ນ​ປົວ​ກໍ​ບໍ່​ແພງ​ເມື່ອ​ທຽບ​ໃສ່​​ຢູ່ຕ່າງ​ປະ​ເທດ”

    ໃນ​ລ​ໄຍະ​ທຳ​ອິດ, ການ​ຄົ້ນ​ຄ້​ວາ​ກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ເພາະ​ບໍ່​ມີ​ເງິນ​ໃຊ້​ຈາຍ. ບັນ​ດາ​ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວມໄດ້​ປະ​ກອບ​ເງິນ​ທຶນ​ດ້ວຍ​ຕົນ​ເອງ​ເພື່ອ​ຮັບ​ໃຊ້​ແກ່​ວຽກ​ງານ​ຄົ້ນ​ຄ້​ວາວິ​ທະ​ຍາ​ສາດ​ນັບ​ແຕ່​ປີ 2004 ເປັນ​ຕົ້ນ​ມາ. ມາ​ຮອດ​ປີ 2007 ໝູ່​ຄະ​ນະ​ຈຶ່ງ​ໄດ້​ຮັບ​ເງິນ​ໃຊ້​ຈາຍ​ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ, ຫຼັງ​ຈາກນັ້ນ ແມ່ນ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ. ຮອງສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ທິບີງ ສັງ​ກັດ ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍໃຫ່​ຮູ້​ຕື່ມ​ອີກວ່າ :

   “ ພວກ​ຂ້າ​ພະ​ເຈົ້າໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ນັ້ນ​ແມ່ນ​ຕ້ອງ​ທາດ​ເຄ​ມີ, ວັດ​ຖຸ​ດິບຫຼາຍ​ຢ່າງ​ທີ່ບໍ່​ສາ​ມາດ​ຊື້​ໄດ້​ຢູ່​ຫວຽດ​ນາມ, ຖ້າ​ຫາກ​ຊື້​ມາ​ຈາກ​ຕ່າງ​ປະ​ເທດນັ້ນ, ເງິນ​ທຶນ​ກໍ​ບໍ່​ພໍ. ແຕ່​ໃນ​ວິ​ວັດ​ການ​ຄົ້ນ​ຄ້​ວາ, ພວກ​ຂ້າ​ພະ​ເຈົ້າ ກໍ​ໄດ້​ຊອກ​ຮູ້, ຄົ້ນ​ຄ້​ວາ​ເພື່ອ​ແກ້​ໄຂ​ໄດ້​ຄວາມ​ຫຍຸ້ງ​ຍາກ​ເຫຼົ່າ​ນັ້ນ ເພື່ອ​ໃຫ້​ການ​ຄົ້ນ​ຄ້​ວາ​ສຳ​ເລັດ​ຜົນ”

    ສ່ວນ​ນາງ ໂຮ່​ທິ​ກິມ​ແທງ ຮອງ​ປະ​ທານ​ກຳ​ມະ​ບານ​ຮັບ​ຜິດ​ຊອບ​ວຽກ​ງານ​ແມ່​ຍິງ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ສັງ​ກັດ ມາະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ :

   “ ນີ້​ແມ່ນ​ຫົວ​ເລື່ອງ​ຄົ້ນ​ຄ້​ວາ​ໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ທ່ານ​ໝໍຫຼາຍ​ຄົນ​ກັບ​ສູນ​ຄົ້ນ​ຄ້​ວາ​ເພື່ອ​ສ້າງ​ໃຫ້​ມີ​ແຫຼ່ງ​ຜະ​ລິດ​ຕະ​ພັນ, ແຕ່​ມັນ​ກໍ​ຕ້ອງ​ແທດ​ເໝາະ​ກັບ​ຄົນ​ເຈັບ. ການ​ປະ​ສານ​ສົມ​ທົບ​ຂອງ​ບັນ​ກຸ່ມ​ນັກຄົ້ນ​ຄ້​ວາໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ, ອັນ​ໄດ້​ນຳ​ສະ​ຫວ່າງ​ມາ​ສູ່​ຄົນ​ເຈັບ. ບັນ​ດາ​ບາດ​ກ້າວ​ປະ​ຕິ​ບັດ​ຂອງ​ກິດ​ຈະ​ການ​ຄົ້ນ​ຄ້​ວາ​ແມ່ນ​ຮັບ​ປະ​ກັນ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ. ນີ້​ກໍ​ແມ່ນ​ບາດ​ກ້າວ​ປະ​ດິດ​ຄິດ​ສ້າງ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດ​ນາມ ”

   ບ​ັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຸ່ມ​ນັກຄົ້ນ​ຄ້​ວາໂດຍຮອງສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ທິບີງ ສັງ​ກັດ ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນ້ຍເປັນ​ຜູ້​ຕາງ​ໜ້າ​ນັ້ນ ໄດ້, ພວມ ແລ​ະ ຈະ​ຊ່ວຍນຳ​ສະ​ຫວ່າງ​ມາ​ສູ່​ຄົນ​ເຈັບຖືກ​ພະ​ຍາດ​ຕາ.

ຕອບກັບ

ຂ່າວ/ບົດ​ອື່ນ