ຮ່າໂນ້ຍ ກຽມພ້ອມສິນຄ້າຮັບໃຊ້ບຸນປີໃໝ່ປີມະເມຍ

(vovworld) - ຍັງ​ມີ​ເວລາ​ປະມານ 1 ​ເດືອນ​ອີກ ກໍ່​ຈະ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014, ​ແຕ່​ກ່ອນ​ນີ້ 2 ​ເດືອນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຊີ້​ນຳ​ໃຫ້​ບັນດາຂະ​ແໜງ​ທີ່​ກ່ຽວຂ້ອງກະກຽມ ສິນຄ້າ​ປະ​ເພດ​ຕ່າງໆ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ​ໃນ​ນັ້ນ​ການ​ຮັກສາ​ລາຄາ​ສິນຄ້າ​ເປັນ​ເປັນ​ປົກກະຕິ​ໃນ​ໂອກາດ​ບຸນປີ​ໃໝ່ປະຈຳ​ຊາດ​ຄື: ​ເຂົ້າໜຽວ,​ຊີ້ນ​ໝູ, ຊີ້ນ​ໄກ່…​ ​ແມ່ນ​ບັນຫາໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.

ຮ່າໂນ້ຍ ກຽມພ້ອມສິນຄ້າຮັບໃຊ້ບຸນປີໃໝ່ປີມະເມຍ - ảnh 1

(ພາບປະກອບ)

        ດ້ວຍ​ທິດ​ນຳ, ຮັບປະກັນປະຕິມາ​ນ​ສິນຄ້າທີ່​ຈຳ​ເປັນຢ່າງ​ພຽງພໍ, ຕອບ​ສະໜອງ​ຄວາມ​ຕ້ອງການ​​ຂອງ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ ​ແລະ ຮັກສາ​ຕະຫຼາດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ເປັນ​ປົກກະຕິນັ້ນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຊີ້​ນຳ​ໃຫ້ 13 ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ຮັກສາ​ລາຄາ​ເປັນ​ປົກກະຕິ​ໃນ​ບໍລິ​ເວນຮ່າ​ໂນ້ຍ, ຮັບປະກັນປະລິມານ​ສິນຄ້າ​ເຊິ່ງ​ໄດ້​ໝັ້ນ​ໝາຍ,​​ ​ເທົ່າ​ກັບ​ຈຳນວນທຶນ 318 ຕື້​ດົ່ງ, ​ເຊິ່ງລວມມີ​ເຂົ້າສານ 900 ​ໂຕນ, ຊີ້ນ​ໝູ 900 ​ໂຕນ, ສິນ​ທະ​ເລ​ແຊ​ເຢັນ 300 ​ໂຕນ. ນອກ​ຈາກ​ຂາຍ​ສິນຄ້າ​​ແບບ​ຄົງ​ທີ່​ແລ້ວ, ບັນດາ​ວິ​ສາ​ຫະກິດ​ຍັງ​ຂາຍ​ສິນຄ້າ​ແບບ​ເຄື່ອນ​ທີ່ຢູ່​ສະຖານ​ທີ່​ຕ່າງໆ​ໃນ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ປຸງ​ແຕ່ງ ​ແລະ ບັນດາ​ເມືອງ​ຊານ​ນະຄອນ​ອີກ​ດ້ວຍ. ທ່ານ ດ່າວກວາງ​ວິ​ງ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ເຕັກ​ໂນ​ໂລ​ຢີສະບຽງ​ອາຫານ ວິ​ງ​ແອ​ງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ຮັກສາ​ລາຄາ​ເປັນ​ປົກກະຕິ, ​ໃຫ້​ຮູ້​ວ່າ:

        “ທາງ​ນະຄອນ​ໄດ້​ມອບ ໃຫ້​ບໍລິສັດ​ພວກ​ຂ້າພະ​ເຈົ້າ​ໜ້າ​ທີ່ຮັກສາ​ລາຄາ​ຊີ້ນ​ໝູ​ເປັນ​ປົກກະຕິ ​ແລະ ​ໃຫ້​ບໍລິສັດ​ກູ້​ຢືມ​ເງິນ 25 ຕື້​ດົ່ງ​ອີກ. ພາຍຫຼັງ​ໄດ້​ຮັບ​ທຶນ​​ເພື່ອຮັກສາ​ລາຄາ​ເປັນ​ປົກກະຕິ​ແລ້ວ, ທາງ​ບໍລິສັດ​ໄດ້​ຜັນ​ຂະຫຍາຍ​ການ​ເຊັນ​ສັນຍາ​ກັບ​ບັນດາ​ຟາ​ມລ້ຽງ​ໝູ​ຂະໜາດ​ໃຫຍ່​ຢູ່​ຮ່າ​ໂນ້ຍ ກໍ່​ຄື​ບັນດາ​ແຂວງ​ອ້ອມ​ຂ້າງ ​ເພື່ອ​ຮັບປະກັນ​ສິນຄ້າ ກໍ່​ຄື​ຄຳ້ປະກັນ​ຫຼັກ​ອະນາ​ໄມ​ສະບຽງ​ອາຫານ​ອີກ“.

ຮ່າໂນ້ຍ ກຽມພ້ອມສິນຄ້າຮັບໃຊ້ບຸນປີໃໝ່ປີມະເມຍ - ảnh 2

(ພາບປະກອບ)

        ຄະນະ​ກຳມະການ​ນະຄອນ​ຮ່າ​ໂນ້ຍ ກໍ່​ໄດ້​ຊີ້​ນຳ​ໃຫ້​ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ການ​ຄ້າ, ລະບົບຮ້ານ​ຊັບ​ພະ​ສິນຄ້າ, ສູນຂາຍ​ຍ່ອຍ​ ໃນ​ບໍລິ​ເວນ ​ເພີ່ມ​ປະລິມານ​ສິນຄ້າ​ຮັບ​ໃຊ້​ບຸນປີ​ໃໝ່​ປະຈຳ​ຊາດ​ແຕ່ 10 ​ເຖິງ 20% ​ເມື່ອ​ທຽບ​ໃສ່​ປີ​ກາຍ (​ໃນ​ນັ້ນ 90% ​ແມ່ນ​ສິນຄ້າ​ຂອງ​ຫວຽດນາມ). ທ່ານ ຟານ​ໂບ້ຍງອກ, ຜູ້ອຳນວຍການ​ລະບົບຮ້ານ​ຊັບ​ພະ​ສິນຄ້າ ລານ​ຈີ ຖື​ວ່າ. ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​​ໃນ​ການກະກຽມ​ສິນຄ້າຂອງ​ຕົນ, ຮ່າ​ໂນ້ຍ ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃຊ້​ສອຍ​ຂອງ​ປະຊາຊົນ​ໄດ້.

        “ພວກ​ຂ້າພະ​ເຈົ້າ​ສະ​ສົມ​ນຳ້ມັນ​ພືດ​ໄດ້​ປະມານ 2000 ​ໂຕນ, ພ້ອມ​ກັບ​ເຂົ້າໜົມ​ປະ​ເພດ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ປະຊາຊົນຢູ່​ທິດ​ຕາ​ເວັນ​ຕົກ ​ແລະ ຊານ​ນະຄອນ​ຮ່າ​ໂນ້ຍ. ມາ​ຮອດ​ປະຈຸ​ບັນ, ທາງ​ບໍລິສັດ​​ໄດ້​ຮັບປະກັນ​ປະລິມານ​ສິນຄ້າ​ສະ​ສົມ​ເພີ່ມ​ຂຶ້ນ 50% ​ເມື່ອ​ທຽບ​ໃສ່​ຊຸມ​ເດືອນ​ກ່ອນ“.

ຮ່າໂນ້ຍ ກຽມພ້ອມສິນຄ້າຮັບໃຊ້ບຸນປີໃໝ່ປີມະເມຍ - ảnh 3

(ພາບປະກອບ)

        ບັນດາ​ວິ​ສາ​ຫະກິດ​ຜະລິດ ​ແລະ ລະບົບ​ແຈ​ກຢາຍ​ສິນຄ້າ​ຮັບ​ໃຊ້​ບຸນປີ​ໃໝ່​ປະຈຳ​ຊາດ ພວມ​ຜັນ​ຂະຫຍາຍ​ແຜນການ​ສະ​ສົມ​ສິນຄ້າ ​ເພື່ອ​ຮັບ​ໃຊ້​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ. ທ່ານ ຫວູວິ​ງຟູ໋, ປະທານ​ສະຫະ​ສະມາຄົມ​ຮ້ານ​ຊັບ​ພະ​ສິນຄ້າ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ, ມາ​ຮອດ​ຈຸດ​ເວລາ​ນີ້, ​ແຫຼ່ງສິນຄ້າ​ຮັບ​ໃຊ້​ບຸນປີ​ໃໝ່ ປີ​ມະ​ເມຍ ຢູ່​ບັນດາ​ຮ້ານ​ຊັບ​ພະ​ສິນຄ້າ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ຄົບ​ຖ້ວນ ​ແລະ ລອບ​ຄອບ​ຖີ່​ຖ້ວນ.

        “ມາ​ຮອດ​ປະ​ຈຸ​ບັນ, ​ການ​ກະກຽມ​ສິນຄ້າ​ຮັບ​ໃຊ້​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ນະ​ແໜງ​ການ​ຄ້າ​ຮ່າ​ໂນ້ຍ ​ເວົ້າ​ລວມ ​ແລະ ບັນດາ​ຮ້ານ​ຊັບ​ພະ​ສິນຄ້າ​ເວົ້າ​ສະ​ເພາະ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ລາຄາ​ປີ​ນີ້​ບໍ່​ເຄື່ອນ​ເໜັງ​ປານ​ໃດ​ຍ້ອນ​ກຳລັງ​ຊື້​ຍັງ​ຕຳ່​ຢູ່.

        ມາ​ຮອດ​ຈຸດ​ເວລາ​ນີ້, ປະລິມານ​ສິນຄ້າ​ສະ​ສົມ​ຂອງ​ບັນດາ​ວິ​ສາ​ຫະກິດ​ແມ່ນ​ຄົບ​ຖ້ວນ​ພໍ​ສົມຄວນ​ແລ້ວ… ດ້ວຍ​ການ​ກະກຽມ​ຂອງ​ບັນດາ​ວິ​ສາ​ຫະກິດ, ບໍລິສັດ​ຜະລິດ​ທັນ​ຍາ​ຫານ, ສະບຽງອາຫານ​ໃນ​ບໍ​ລີ​ເວນ ກໍ່​ຄື​ການ​ສົມທົບ​ຂອງ​ອຳນາດ​ການ​ປົກຄອງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ທຸກ​ຂັ້ນ, ຊາວ​ຮ່າ​ໂນ້ຍຈະ​​ໄດ້ຕ້ອນຮັບ​ບຸນປີ​ໃໝ່​ປີ​ມະ​ເມຍ 2014 ຢ່າງ​ມ່ວນ​ຊື່ນ.


ຕອບກັບ

ຂ່າວ/ບົດ​ອື່ນ