ເລທິຮົ່ງເຟືອງ - ຜູ້ອຳນວຍການຍິງ startup ຈາກຕົ້ນຊາຍອດສີອິດ

(VOVWORLD) - ຂັ້ນຕອນປູກຊາຂອງບໍລິສັດ ແລະ ປະຊາຊົນແມ່ນປູກຕາມທິດ organic, ພິເສດແມ່ນມີຄວາມປອດໄພ ແລະ ສາມາດນຳໃຊ້ສັບພະຄຸນຂອງຜະລິດຕະພັນໄດ້ໝົດ.
ເລທິຮົ່ງເຟືອງ - ຜູ້ອຳນວຍການຍິງ startup ຈາກຕົ້ນຊາຍອດສີອິດ - ảnh 1ເອື້ອຍ ເລທິຮົ່ງເຟືອງ ບັນລຸຜົນສຳເລັດໃນການຟື້ນຟູຕົ້ນຊາບູຮານຍອດສີອິດຢູ່ເຂດດິນແດນແຫ່ງບ້ານເກີດເມືອງນອນ ແທັງບາ, ແຂວງ ຝູທໍ້
(ພາບ: baophutho.vn)

ກ້າຄິດ, ກ້າທຳ, ກ້າປ່ຽນແປງໃໝ່, ປະດິດຄິດສ້າງ, ພ້ອມກັບຄວາມເມົາມົວ ແລະ ຄວາມຄາດຫວັງ, ເອື້ອຍ ເລທິຮົ່ງເຟືອງ ບັນລຸຜົນສຳເລັດໃນການຟື້ນຟູຕົ້ນຊາບູຮານຍອດສີອິດຢູ່ເຂດດິນແດນແຫ່ງບ້ານເກີດເມືອງນອນ ແທັງບາ, ແຂວງ ຝູທໍ້. ພາຍຫຼັງ 8 ປີທີ່ startup (2016) ຈາກຜະລິດຕະພັນຂອງທ້ອງຖິ່ນ, ປະຈຸບັນ, ເຄື່ອງໝາຍການຄ້າຊາ UT ໂດຍເອື້ອຍເປັນເຈົ້າຂອງໄດ້ສົ່ງອອກໄປຂ່າຍຢູ່ຫຼາຍຕະຫາດພາຍໃນ ແລະ ຕ່າງປະເທດ.

ເອື້ອຍ ເລທິຮົ່ງເຟືອງ, ຜູ້ອຳນວຍການບໍລິສັດລົງທຶນ ແລະ ພັດທະນາຊາ UT ຈຳກັດ ໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ ໂດ້ເຊີນ, ເມືອງ ແທັງບາ, ແຂວງ ຝູທໍ້. ເອື້ອຍໄດ້ຮັບຫຼາຍທຶນການສຶກສາ, ມີໂອກາດເຮັດວຽກຢູ່ບັນດາບໍລິສັດ, ກຸ່ມບໍລິສັດສາກົນ… ເຖິງຢ່າງໃດກໍ່ຕາມ, ເອື້ອຍ ໄດ້ຕັດສິນໃຈລາອອກງານເຫຼົ່ານັ້ນວຽກ ແລະ ກັບເມືອບ້ານເພື່ອ startup. ປີ 2016, ເອື້ອຍ ຮົ່ງເຟືອງ ໄດ້ສ້າງຕັ້ງບໍລິສັດລົງທຶນ ແລະ ພັດທະນາຊາ UT ຈຳກັດ ຢູ່ ຮ່າໂນ້ຍ, ດ້ວຍຜະລິດຕະພັນຕົ້ນຕໍແມ່ນຊາຂຽວ, ແຫຼ່ງທຶນໃນເບື້ອງຕົ້ນມີພຽງແຕ່ 300 ລ້ານດົ່ງ (12.000 USD). ພາຍຫຼັງ startup ເປັນເວລາ 1 ປີ, ດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງ, ທັງເປັນຫົວໜ້າ, ທັງເປັນກຳມະກອນ, ໄປຫາແຫຼ່ງສິນຄ້າ ແລະ ຕະຫຼາດສົ້ນອອກ, ໃນເບື້ອງຕົ້ນ ກໍ່ໄດ້ມີລູກຄ້າຫຼາຍຄົນຮູ້ຈັກເຖິງຜະລິດຕະພັນຊາຂຽວຂອງບໍລິສັດ.

ຂ້າພະເຈົ້າເອງໄດ້ກຳເນີດຈາກເຂດດິນແດນປູກຊາ, ຍາມໃດຂ້າພະເຈົ້າກໍ່ຄິດເຖິງເລື່ອງຕ້ອງເຮັດແນວໃດເພື່ອຊອກຫາຜະລິດຕະພັນທີ່ແຕກຕ່າງ, ເປັນເອກະລັກສະເພາະ ເພື່ອສ້າງເຄື່ອງໝາຍການຄ້າໃຫ້ແກ່ຕົ້ນຊາແຫ່ງບ້ານເກີດເມືອງນອນ. ໃນວິວັດການຄົ້ນຄວ້າ ແລະ ຊອກຮູ້ນັ້ນ, ຂ້າພະເຈົ້າໄດ້ເຫັນເອກະສານຫຼາຍຢ່າງກ່ຽວກັບອດຊາສີອິດ ທີ່ມີພຽແຕ່ຢູ່ເຂດດິນແດນ ແທັງບາ ເທົ່ານັ້ນ”.

ປີ 2017, ເອື້ອຍໄດ້ຕັດສິນໃຈຍ້າຍບໍລິສັດມາບ້ານເກີດຂອງຕົນ ຢູ່ຕາແສງ ໂດ້ເຊີນ, ເມືອງ ແທັງບາ, ແຂວງ ຝູທໍ້. ເອື້ອຍສືບຕໍ່ເຊົ່າດິນ, ກໍ່ສ້າງໂຮງງານ, ຊື້ເຄື່ອງຈັກ, ຮັບສະໝັກແຮງງານໂດຍກົງ ແລະ ບຳລຸງສ້າງໃຫ້ກຳມະກອນ ແລະ ຊອກຫາວິທີປຸງແຕ່ງຊາແຕ່ລະຊະນິດດ້ວຍຕົນເອງ… ພາຍຫຼັງເຄື່ອນໄຫວເປັນເວລາ 3 ປີ, ບໍລິສັດໄດ້ເຄື່ອນໄຫວເປັນປົກກະຕິ ແລະ ມີຈຸດຢືນຢູ່ຫຼາຍຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຄື: ປາກິດສະຖານ, ອາບການິດສະຖານ, ໄຕ້ຫວັນ (ຈີນ), ອັງກິດ, ເຢຍລະມັນ, ອາຣັບ… ເອື້ອຍ ເລທິຮົ່ງເຟືອງ, ແບ່ງປັນວ່າ:

ຊາຍອດສີອິດມີຫຼາຍສ່ວນປະກອບເຊິ່ງຊາຊະນິດອື່ນໆບໍ່ມີ. ສະນັ້ນ, ຂ້າພະເຈົ້າໄດ້ຕັດສິນໃຈຟື້ນຟູຊາຊະນິດນີ້. ມາຮອດປະຈຸບັນ, ຂ້າພະເຈົ້າປູກຊາຊະນິດນີ້ໄດ້ກວ່າ 20 ເຮັກຕາແລ້ວ. ນີ້ກໍ່ແມ່ນຜະລິດຕະພັນທີ່ຂ້າພະເຈົ້າ startup ບັນລຸຜົນສຳເລັດ”.

ດ້ວຍທິດນຳ ປ່ຽນແປງໃໝ່, ປະດິດຄິດສ້າງ, ສ້າງບາດກ້າວບຸກທະລຸເພື່ອບັນລຸຜົນສຳເລັດຢ່າງບໍ່ຢຸດຢັ້ງ. ປີ 2020, ເອື້ອຍຕັດສິນໃຈສ້າງຮາກຖານປຸງແຕ່ງຊາຢູ່ຕາແສງ ເວິນລິ້ງ (ເມືອງ ແທັງບາ, ຝູທໍ້), ດ້ວຍເນື້ອທີ່ດິນ 800 ຕາແມັດ. ເອື້ອຍໄດ້ລົງທຶນເຄື່ອງຈັກທີ່ທັນສະໄໝ, ເປີດກວ້າງຕະຫຼາດລົງທຶນສົ່ງອອກ, ສ້າງແຜນຜະລິດ, ປຸງແຕ່ງຊາຍອດສີອິດ.

ຢູ່ຕະຫຼາດຊາໃນປະຈຸບັນ, ມີຊາຫຼາຍຊະນິດທີ່ມີຊື່ຽງແຕ່ເຄື່ອງໝາຍການຄ້າຂອງຜະລິດຕະພັນຊາ ຝູທໍ້ ຢູ່ໃນຕະຫຼາດ ຍັງບໍ່ທັນມີຊື່ສຽງປານໃດຂ້າພະເຈົ້າເອງ ແລະ ວິສາຫະກິດປາດຖະໜາຢາກນຳຜະລິດຕະພັນຊາ  UT ມາສູ່ປະຊາຄົມມັກດື່ມຊາຢູ່ພາຍໃນ ແລະ ຕ່າງປະເທດ ຜະລິດຕະພັນທີ່ເປັນເອກະລັກສະເພາະອງ ຝູທໍ້. ສະນັ້ນ, ພວກຂ້າພະເຈົ້າໄດ້ສຸມໃສ່ສ້າງເຄື່ອງໝາຍການຄ້າຂອງຕົນດ້ວຍຊາອດສີອິດ ເຊິ່ງພຽງແຕ່ມີຢູ່ເຂດດິນແດນແຫ່ງນີ້ເທົ່ານັ້ນ”.

ໂດຍກຳນົດເຂດວັດຖຸດິບມີຄຸນນະພາບສູງແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອສ້າງເຄື່ອງໝາຍການຄ້າຊາຍອດສີອິດ, ເອື້ອຍໄດ້ໄປສຳຫຼວດສະພາບດິນຟ້າອາກາດ, ຂົນຂວາຍ, ຮ່ວມມືກັບ 20 ຄອບຄົວທີ່ມີເນື້ອທີ່ດິນ, ແນະນຳໃຫ້ປະຊາຊົນກ່ຽວກັບຂັ້ນຕອນປູກຊາຍອດສີອິດດ້ວຍວີທີ organic. ພ້ອມກັນນັ້ນ, ບໍລິສັດກໍ່ໄດ້ຊອກບ່ອນຈຳໜ່າຍດ້ວຍລາຄາຍອດຊາທີ່ສູງທົບ 7 – 8 ເທົ່າເມື່ອທຽບໃສ່ຊາຍອດສີຂຽວ. ນອກນັ້ນ, ຂັ້ນຕອນປູກຊາຂອງບໍລິສັດ ແລະ ປະຊາຊົນແມ່ນປູກຕາມທິດ organic, ພິເສດແມ່ນມີຄວາມປອດໄພ ແລະ ສາມາດນຳໃຊ້ສັບພະຄຸນຂອງຜະລິດຕະພັນໄດ້ໝົດ. ດ້ວຍ 17 ເຮັກຕາທີ່ນຳໃຊ້ຂັ້ນຕອນຜະລິດໃໝ່, ປະລິມານເກັບຍອດຊາສົດໃນປີ 2023 ແມ່ນປະມານ 25 ລ້ານໂຕນ. ເອື້ອຍ ເລທິຮົ່ງເຟືອງ, ໃຫ້ຮູ້ວ່າ:

ການພັດທະນາຊາຕາມທິດ organic ແມ່ນທ່າອ່ຽງທີ່ຈຳເປັນ, ຍ້ອນມີພຽງແຕ່ວິທີນີ້ຈຶ່ງຊ່ວຍໃຫ້ການປູກຝັງກະສິກຳແບບຍືນຍົງ, ປອດໄພໃຫ້ແກ່ສິ່ງແວດລ້ອມ ແລະ ຜູ້ນຳໃຊ້ໄດ້. ພວກຂ້າພະເຈົ້າປາດຖະໜາຢາກນຳບັນດາຜະລິດຕະພັນທີ່ບໍ່ພຽງແຕແຊບ ແລະ ເປັນເອກະລັກສະເພາະມາສູ່ຜູ້ບໍລິໂພກເທົ່ານັ້ນ, ຫາກຍັງມີຄວາມປອດໄພອີກດ້ວຍ”.

ຍ້ອນບັນດາຄວາມມານະພະຍາຍາມໃນການປ່ຽນວິທີການປູກຝັງ ແລະ ປຸງແຕ່ງໃໝ່, ຄະນະກຳມະການປະຊາຊົນແຂວງ ຝູທໍ້ ໄດ້ສະໜອງໃບຢັ້ງຢືນ OCOP 5 ດາວໃຫ້ຜະລິດຕະພັນຊາຍອດສີອິດ ແທັງບາ. ພ້ອມກັນນັ້ນ, ໂຄງການ “ຜະລິດ, ປຸງແຕ່ງຊາຍອດສີອິດ ແທັງບາ” ຂອງເອື້ອຍ ເຟືອງ ກໍ່ຍັງຍາດໄດ້ລາງວັນທີ 2 ໃນຮອບຊິງຊະນະເລີດຂັ້ນເຂດ ການແຂ່ງຂັນ “ແມ່ຍິງ startup, ເສີມຂະຫຍາຍຊັບພະຍາກອນທ້ອງຖິ່ນ” ປີ 2023, ໂດຍສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ