“ເລື່ອງລາວບຸນໄຫວ້ພະຈັນ” ການສະແດງລະຄອນເພງສະຫງວນໃຫ້ແກ່ເດັກ

(VOVWORLD) -ເລື່ອງລາວກ່ຽວກັບໝູ່ບ້ານສີບົວແດງກັບແມງໄມ້ຫຼາຍຊະນິດຄືໂຕຄັນຄາກ, ຈີ່ນາຍ, ເຜິ້ງ, ແມງບົ້ງໄດ້ວາດພາບຢ່າງມີຊີວິດຊີວາບົນເວທີສະແດງ.
“ເລື່ອງລາວບຸນໄຫວ້ພະຈັນ” ການສະແດງລະຄອນເພງສະຫງວນໃຫ້ແກ່ເດັກ - ảnh 1(“ເລື່ອງລາວບຸນໄຫວ້ພະຈັນ” ແມ່ນລະຄອນເພງທຳອິດສະຫງວນໃຫ້ແກ່ເດັກອະນຸຊົນ)

ບໍ່ພຽງແຕ່ຢຸດຢູ່ໃນໜ້າເຈ້ຍເທົ່ານັ້ນ, ບັນດາຕົວລະຄອນແມ່ນໂຕແມງຈີ່ນາຍ, ໂຕເຜິ້ງ, ແມງບົ້ງ ແລະ ທິວທັດທັງໝົດທີ່ມີສີສັນສົດໃສໃນປຶ້ມ “ເລື່ອງລາວບຸນໄຫວ້ພະຈັນ” ທີ່ໄດ້ວາດພາບຢ່າງມີຊີວິດຊີວາບົນເວທີສະແດງລະຄອນເພງດ້ວຍການເຂົ້າຮ່ວມສະແດງຂອງເດັກກວ່າ 150 ຄົນອາຍຸແຕ່ 1 ຫາ 8 ປີ. ການສະແດງໂດຍສູນສິລະປະ Cremusic ແລະ Lionbooks ຈຳໜ່າຍປຶ້ມເຍົາວະຊົນ ສົມທົບກັນປະຕິບັດ, ໄດ້ນຳມາເຊິ່ງຄວາມດູດດື່ມ, ສ້າງມູມມອງສັງເກດໃໝ່ກ່ຽວກັບວັນບຸນໄຫວ້ພະຈັນໃຫ້ແກ່ເດັກ.

“ຂ້າພະເຈົ້າປາດຖະໜາຢາກສົ່ງວັດທະນະທຳການອ່ານເຖິງຜູ້ອ່ານທຸກຄົນ. ເຮັດໃຫ້ພວກເພື່ອນເຫັນໄດ້ເລື່ອງລາວໃນໜ້າປື້ມແລະກ້າວເຂົ້າສູ່ຊີວິດຕົວຈິງ, ກາຍເປັນບັນດາຮູບແບບສິລະປະທີ່ແຕກຕ່າງກັນ”.

ຄວາມຈິງຄືດັ່ງຄຳແບ່ງປັນຂອງເອື້ອຍຫງວຽນຈ່ຽວຊວັນ, ຜູ້ແຕ່ງປື້ມ “ເລື່ອງລາວບຸນໄຫວ້ພະຈັນ”, ເລື່ອງລາວກ່ຽວກັບໝູ່ບ້ານສີບົວແດງກັບແມງໄມ້ຫຼາຍຊະນິດຄືໂຕຄັນຄາກ, ຈີ່ນາຍ, ເຜິ້ງ, ແມງບົ້ງໄດ້ວາດພາບຢ່າງມີຊີວິດຊີວາບົນເວທີສະແດງ.

ດ້ວຍ 13 ລາຍການສະແດງ, ການສະແດງລະຄອນເພງແມ່ນການເຊື່ອມຕໍ່ລຸລ່ວງນັບແຕ່ມື້ຕົ້ນລະດູໃບໃມ້ຫຼົ່ນ, ເມື່ອຍາມໝາກໂກສີຂຽວກາຍເປັນສີແດງສຸກເປັນການສົ່ງສັນຍານວ່າບຸນໄຫວ້ພະຈັນໃກ້ຈະວຽນມາຮອດແລ້ວ, ຕະຫຼອດຮອດພາກ ຄັນຄາກຖະແຫຼງຈັດງານປະກວດອາຫານການກິນ, ແຕ່ລະຄອບຄົວແມງໄມ້ລ້ວນແຕ່ຫຍຸ້ງວຽກກະກຽມເຂົ້າໜົມປີ້ງ, ເຂົ້າໜົມໜຽວຕະຫຼອດຮອດພາບເດັກນ້ອຍເຕົ້າໂຮມກັນເຮັດໂຄມໄຟຮູບດວງດາວ. ແລະສຸດທ້າຍ, ງານບຸນໄຫວ້ພະຈັນທີ່ໄດ້ຮັບການລໍຄອຍກໍ່ມາແລ້ວ, ບັນດາຄອບຄົວແມງໄມ້ໄດ້ເຕົ້າໂຮມກັນຮັບຟັງໝາກຜົນງານປະກວດອາຫານການກິນ, ຄັນຄາກໄດ້ເລົ່າເລື່ອງກ່ຽວກັບຄວາມເປັນມາຂອງວັນບຸນໄຫວ້ພະຈັນ.

 “ຂ້າພະເຈົ້າຕົກສະເງີ້.ຍ້ອນຕອນທີ່ອ່ານເນື້ອໃນຂອງເລື່ອງລາວໃນປຶ້ມກໍ່ບໍ່ຄິດວ່າເມື່ອສ້າງເປັນລະຄອນພັດມີຊີວິດຊີວາຄືແນວນັ້ນ. ຂ້າພະເຈົ້າເຫັນວ່າມີເດັກນ້ອຍຫຼາຍຄົນຢູ່ເວທີສະແດງ, ພວກເອື້ອຍຄູສາມາດເຕົ້າໂຮມເດັກ, ແລ້ວຝຶກໃຫ້ພວກເດັກ, ຊ່ວຍພວກເດັກສະແດງໄດ້ຢ່າງມີຊີວິດຊີວາບົນເວທີ”.

“ນອກຈາກປຶ້ມແລ້ວ, ພວກລູກຫຼານຍັງໄດ້ຮັບຟັງສຽງຢ່າງມີຊີວິດຊີວາ, ໄດ້ເຫັນບັນດາຕົວລະຄອນທີ່ອອກມາຈາກປຶ້ມ, ເຮັດໃຫ້ພວກລູກຫຼານມີການຊອກຮູ້ຕົວຈິງທີ່ອຸດົມສົມບູນກວ່າ”.

ໂດຍຍອມຮັບວ່າມີຄວາມຮັກມັກຕໍ່ “ເລື່ອງລາວບຸນໄຫວ້ພະຈັນ” ນັບແຕ່ ໜ້າທຳອິດໃນປຶ້ມ, ເອື້ອຍຮ່າທື, ຜູ້ກຳກັບການສະແດງລະຄອນເພງ “ເລື່ອງລາວບຸນໄຫວ້ພະຈັນ”, ຫົວໜ້າສູນດົນຕີCremusicແບ່ງປັນແນວຄວາມຄິດເມື່ອໄດ້ນຳເລື່ອງລາວດັ່ງກ່າວຂຶ້ນເວທີສະແດງ:

        “ປຶ້ມຫົວນີ້ແມ່ນການສັງເກດທີ່ໃໝ່ອ່ຽມກ່ຽວກັບວັນບຸນໄຫວ້ພະຈັນ, ຍັງມີໂຄມໄຟຮູບດວງດາວ, ມີໂຄມໄຟຮູບຕ່າງໆ ແຕ່ຖືກສັງເກດຈາກໜ້າດິນ ຫຼື ເອີ້ນວ່າໂລກແມງໄມ້. ຄວາມຈິງແລ້ວ ເມື່ອອ່ານປຶ້ມນັ້ນ ຄວາມນຶກຄິດຂອງເດັກຈະຍາກກວ່າເມື່ອທຽບໃສ່ຜູ້ໃຫຍ່ພວກເຮົາ. ແຕ່ເມື່ອໄດ້ເຫັນໃນຕົວຈິງນັ້ນ ຂ້າພະເຈົ້າຄິດວ່າ ນັ້ນແມ່ນສິ່ງທີ່ພວກເດັກເຫັນວ່າມີຄວາມຈັບໃຈອີຫຼີ”.

ໂດຍການຫັນແນວຄວາມຄິດປະດິດຄິດສ້າງ ຂອງຜູ້ກຳກັບການສະແດງນາງຮ່າທື ໃຫ້ປະກົດຜົນເປັນຈິງນັ້ນ, ມີເດັກນ້ອຍກວ່າ 150 ຄົນທີ່ມີອາຍຸແຕ່ 1 ຫາ 8 ປີໄດ້ເຂົ້າຮ່ວມການສະແດງ. ດ້ວຍການປະສົມປະສານເຂົ້າກັນໃນແຕ່ລະພາກສະແດງນັ້ນ, ບັນດາລາຍການສະແດງຟ້ອນ, ການປະສານສຽງດົນຕີ, ຮ້ອງເພງພື້ນເມືອງ, ຄຳໂອ້ລົມລ້ວນແຕ່ໄດ້ຮັບການສະແດງຢ່າງນິ້ມນວນຈາກພວກເດັກ. “ເລື່ອງລາວບຸນໄຫວ້ພະຈັນ” ແມ່ນລະຄອນເພງທຳອິດສະຫງວນໃຫ້ແກ່ເດັກອະນຸຊົນທີ່ມີຫົວເລື່ອງກ່ຽວກັບວັນບຸນໄຫວ້ພະຈັນກັບປະຊາຄົມແມງໄມ້ຊະນິດຕ່າງໆໄດ້ສ້າງຂີດໝາຍປະທັບໃຈທີ່ບໍ່ອາດຫຼົງລືມໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ