ໄປຕະຫຼາດວ່ຽງເພື່ອຂໍຄວາມໂຊກດີ


(vovworld) - ຢູ່​ຫວຽດນາມ ມີ​ຕະຫຼາດນັດ​ຕົ້ນ​ລະດູບານ​ໃໝ່​ແຫ່ງ​ໜຶ່ງ ທີ່​ນຳ​ມາ​ເຊິ່ງຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ຄວາມ​ໂຊກ​ດີ​ໃຫ້​ທັງ​ຜູ້​ຊື້ ​ແລະ ຜູ້​ຂາຍ, ນັ້ນ​ແມ່ນ​ຕະຫຼາດ​ວ່ຽງ ຢູ່​ແຂວງ​ນາມ​ດິ້ງ. ຕະຫຼາດ​ພຽງ​ແຕ່​ຈັດຂຶ້ນປີ​ລະ​ເທື່ອ, ນັບ​ແຕ່​ກາງຄືນ​ວັນ​ທີ 7 - ຮຸ່ງ​ເຊົ້າ​ວັນ​ທີ 8 ​ເດືອນ​ໜຶ່ງ ​ໄລ່​ຕາມ​ຈັນທະ​ປະຕິທິນ​ເທົ່າ​ນັ້ນ. ຈຸດ​ພິ​ເສດ​ນັ້ນ​ແມ່ນ, ຢູ່​ຕະຫຼາດ, ທັງ​ຜູ້​ຊື້ ​ແລະ ຜູ້​ຂາຍ ບໍ່​ຄິດ​ເຖິງ​ກຳ​ໄລ ຫຼື​ລາ​ຄາ​ຖືກ, ​ແພງ, ຫາກ​ພຽງ​ແຕ່​ປາຖະໜາ “ຢາກ​ຊື້​​ເອົາ​ຄວາມໂຊກ​ດີ“​ໃນ​ໂອກາດ​ຕົ້ນ​ປີ​ເທົ່າ​ນັ້ນ. ຕະຫຼາດ​ວ່ຽງ ​ໄດ້​ກາຍ​ເປັນ​ວັດທະນະທຳ​ອັນ​ດີງາມ​ຂອງ​ປະຊາຊົນ​ໃນ​ເຂດ​ທົ່ງພຽງ​ພາກ​ເໜືອ.

ໄປຕະຫຼາດວ່ຽງເພື່ອຂໍຄວາມໂຊກດີ - ảnh 1

ຕະຫຼາດວ່ຽງ

(ພາບອິນເຕີແນດ)

        ນັບ​ແຕ່​ຕອນ​ບ່າຍ​ວັນ​ທີ 7 ຂອງ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ), ປະຊາຊົນທີ່​ມາ​ຈາກ​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ພາກ​ເໜືອ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ພາກັນ​ໄປ​ຍັງ​ນາມ​ດິ້ງ ​ເພື່ອ​ເຂົ້າ​ຮ່ວມ​ຕະຫຼາດ​ວ່ຽງ. ບໍ່​ຮູ້​ວ່າ​ນັບ​ແຕ່​ເວລາ​ໃດ​ຢູ່​ນາມ​ດິ້ງ ​ໄດ້​ມີ​ຕະຫຼາດ​ວ່ຽງ 2 ​ແຫ່ງ, ນັ້ນ​ແມ່ນ ຕະຫຼາດ​ວ່ຽງຝູ ຢູ່​ຕາ​ແສງ​ກິມທ໋າຍ, ​ເມືອງ​ວຸບານ ​ແລະ ຕະຫຼາດ​ວ່ຽງຈົ່ວ, ​ໃນ​ເທດສະບານ​ນາມ​ຢາງ, ​ເມືອງ​ນາມ​ຈືກ. ​ໄປຕະຫຼາດ​ວ່ຽງ​ຕົ້ນ​ລະດູບານ​ໃໝ່, ຜູ້​ໃດ​ກໍ່​ພະຍາຍາມ​ຊື້​ເຄື່ອງ​ຂອງ​ໃດ​ໜຶ່ງ​ເພື່ອ​ນຳ​ເອົາ​ຄວາມ​ໂຊກ​ດີ​ມາ​ໃຫ້​ຄອບຄົວ. ທ່ານ ຫງວຽນ​ຕ໋ຽນຢຸງ, ຢູ່​ເທດສະບານ​ນາມ​ຢາງ, ​ເມືອງ​ນາມ​ຈືກ, ​ເລົ່າ​ສູ່​ຟັງ​ວ່າ:

        “ຕະຫຼາດ​ວ່ຽງ ​ແມ່ນ​ຕະຫຼາດ “ຊື້​ຄວາມ​ໂຊກ​ດີ, ຂາຍ​ແພງ“, ມີ​ແຕ່​ຊື້​ເອົາ​ຄວາມ​ໂຊກ​ດີ ຫາກ​ບໍ່​ຄິດ​ໄລ່​ເຖິງ​ເລື່ອງ​ລາຄາ​ແພງ​ຫຼື​ຖືກ. ​ເຂົາ​ເຈົ້າ​ນຳ​ເອົາ​ຜະລິດ​ຕະພັນ​ກະ​ເສດ​ຄືມັນ​ດາງ, ໝາກ​ຖົ່ວດິນ, ຜັກ ຫຼື​ເຄື່ອງມື​ຮັບ​ໃຊ້​ວຽກ​ງານ​ກະ​ສີ​ກຳ​ໄປ​ຂາຍ​ຢູ່​ຕະຫຼາດ, ບາງ​ເທື່ອ​ບໍ່​ຊື້ຂາຍ​ດ້ວຍ​ເງິນ, ຫາກ​ ແລກປ່ຽນ​​ເຄື່ອງ​ຂອງ​ນຳ​ກັນ​ໄດ້… ນັ້ນ​ແມ່ນ​ຈຸດ​ພິ​ເສດ​ຂອງ​ຕະຫຼາດ“

ໄປຕະຫຼາດວ່ຽງເພື່ອຂໍຄວາມໂຊກດີ - ảnh 2

ເຄື່ອງຂອງທີ່ຂາຍຢູ່ຕະຫຼາດວ່ຽງ

(ພາບອິນເຕີແນດ)

        ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາ​ແລ້ວ, ​ໃນ​ກາງຄືນ​ວັນ​ທີ 7/1 ​ແມ່ນ​ຈຸດ​ເວລາ​ດຳ​ເນີນ​ການ​ແລກປ່ຽນ​ຊື້​ຂາຍ​ລະຫວ່າງ​ໂລກ​ມະນຸດ ​ແລະ ນາລົກ, ດັ່ງ​ນັ້ນ​ຖ້າ​ໄປ​ຕະຫຼາດ​ວ່ຽງ ​ແມ່ນ​ຕ້ອງ​ໄປ​ກ່ອນ​ເວລາ​ກາງຄືນ. ພິ​ເສດ, ​ໃນ​ບໍລິ​ເວນ ຕະຫຼາດ​ວ່ຽງ​ຝູ ມີ​ວິຫານບູຊາ​ເຈົ້າ​ແມ່ ຫຼຽວ​ແຮ້ງ (Lieu Hanh), ດັ່ງ​ນັ້ນ, ກ່ອນ​ທີ່​ຈະ​ເຂົ້າ​ຕະຫຼາດ, ປະຊາຊົນ​ຫຼາຍ​ຄົນ​ໄດ້​ເຂົ້າ​ວິຫານ​ຖະຫວາຍ​ທູບ​ທຽນ ພາວະນາ​ຂໍ​ມີ​ໂຊກມີ​ລາບ, ມີ​ຄວາມ​ຜາ​ສຸກ​ໃຫ້​ທັງ​ຄອບຄົວ. ປ້າ ຫງວຽນ​ທິອານ, ຜູ້​ໄປ​ວິຫານ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ແຫ່ງ​ບູຊາ​ເຈົ້າ​ແມ່​ ຫຼຽວ​ແຮ້ງ, ຜູ້​ທີ່​ໄດ້​ກໍ່​ຕັ້ງຕະຫຼາດ​ວ່ຽງ ​ເພື່ອ​ໃຫ້​ລູກ​ຫຼານ​ມາ​ຊື້​ຄວາມ​ໂຊກ​ດີ. ຕະຫຼາດ​ມີ​ລັກສະນະ​ກຸສົນ. ທຸກ​ຄົນ​ມາ​ແຫ່ງ​ນີ້​ລ້ວນ​ແຕ່​ປາຖະໜາ​ຢາກ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາຊົນມີ​ຄວາມ​ສະຫງົບ​ສຸກ“.

        ສຳລັບ​ຜູ້​ໄປ​ຕະຫຼາດ​ຕົ້ນ​ປີ​ໃໝ່, ຕ່າງ​ກໍ່​ສະ​ແດງ​ຄວາມ​ປາຖະໜາ​ວ່າ​ປີ​ໃໝ່​ຈະ​ປະສົບ​ແຕ່​ຄວາມ​ໂຊກ​ດີ. ທ່ານ ຫງວຽນ​ຕ໋ຽນຢຸງ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ກ່ອນ​ນີ້, ຕະຫຼາດ​ວ່ຽງ​ບູຮານ​ຕັ້ງ​ຫ່າງ​ຈາກ​ວັດ ດ້າຍ​ບີ ປະມານ 1 ກມ, ​ແຕ່​ສຽງ​ລະຄັງ​ໃນ​ວັດ​ໄດ້​ດັງ​ກ້ອງ​ກັງວານ​ເຖິງ​ຕະຫຼາດ​ວ່ຽງ, ອັນ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຮູ້​ສຶກຕື່ນ​ຕົວ, ​ຢາກດຳລົງ​ຊີວິດ​ຕາມ​ສິນ​ລະທຳ​ອັນ​ດີງາມຂອງ​ມະນຸດ“.

ໄປຕະຫຼາດວ່ຽງເພື່ອຂໍຄວາມໂຊກດີ - ảnh 3

ຊີ້ນງົວນ້ອຍທີ່ຂາຍຢູ່ຕະຫຼາດວ່ຽງ

(ພາບອິນເຕີແນດ)

        ນອກຈາກ​ຕະຫຼາດ​ວ່ຽງຝູ​ແລ້ວ, ຕະຫຼາດ​ວ່ຽງ​ຈົ່ວ​ ຢູ່​ເມືອງ​ນາມ​ຈືກ, ທີ່​ຫ່າງ​ຈາກ​ນັ້ນ 25 ກມ ກໍ່​ມີ​ຂະໜາດ​ໃຫຍ່​ກວ່າ. ສິນຄ້າ​ຢູ່​ຕະຫຼາດ​ວ່ຽງ​ຈົ່ວ ບໍ່​ຕ່າງ​ຫຍັງກັບ​ສິນຄ້າ​ຢູ່​ຕະຫຼາດ​ວ່ຽງ​ຝູ. ທ່ານ ຫງວຽນ​ກົງ​ຮ່ວາງ, ຜູ້​ໄປ​ຕະຫຼາດ​ວ່ຽງ​ ມາ​ຫຼາຍ​ປີ​ແລ້ວ​ໃຫ້​ຮູ້​ວ່າ: ມີ​ບາງ​ຄົນ​ນຳ​ເອົາ​ເຄື່ອງ​ຂອງ​ມາ​ຕະຫຼາດ ​ແຕ່​ພັດບໍ່​​ຂາຍ, ຫາກ​ວາງສະ​ແດງ​​ເພື່ອ​ອວດ​ອ້າງ​ໃຫ້​ທຸກ​ຄົນ​ຮູ້​ເທົ່າ​ນັ້ນ. ​ເຖິງ​ວ່າ​ເຂົາ​ເຈົ້າ​ຕ້ອງ​ເສຍ​ເຫື່ອ​ແຮງ, ​ເງິນ​ຄຳ​ຫຼາຍ​ເພື່ອ​ຂົນ​ສົ່ງ​ເຄື່ອງ​ຂອງ​ເຫຼົ່າ​ນັ້ນ​ມາ​ຕະຫຼາດ, ​ແຕ່​ເຂົາ​ເຈົ້າ​ມັກ​ເຮັດ​ຄື​ແນວ​ນັ້ນ. ມາ​ຕະຫຼາດ​ວ່ຽງ, ຫຼາຍ​ຄົນ​ມັກ​ຊື້​ຊີ້ນ​ງົວ​ນ້ອຍ. ຊາວ​ທ້ອງ​ຖີ່​ນ​ໄດ້​ເລົ່າ​ສູ່​ຟັງ​ວ່າ, ກ່ອນ​ນີ້, ປະຊາຊົນ​ໄດ້​ນຳ​ເອົາ​ງົວ, ຄວາຍ ​ໄປ​ຕະຫຼາດ​ເພື່ອ​ແລກປ່ຽນ. ​ເມື່ອ​ອັດຕະຫຼາດ, ຫຼາຍ​ຄົນ​ບໍ່​ນຳ​ເອົາ​ງົວ​ຄວາຍ​ຂອງ​ຕົນ​ກັບ​ເມືອ​ບ້ານ​ອີກ, ຫາກ​ຂ້າ​ເອົາ​ຊີ້ນ​ເພື່ອ​ປຸງ​ແຕ່ງອາຫານຫຼາຍ​ເຍື່ອງ​​ຮັບ​ໃຊ້​ແຂກ​ໄປ​ຕະຫຼາດ. ​ແລະ ປະຈຸ​ບັນ​ຊີ້ນ​ງົວ​ນ້ອຍ​ເຜົາ​ໄດ້​ກາຍ​ເປັນ​ອາຫານ​ພິ​ເສດ​ຮັບ​ໃຊ້​ຜູ້​ໄປ​ຕະຫຼາດ​ວ່ຽງ. ​ເຂົາ​ເຈົ້າ​ຖື​ວ່າ​ຊີ້ນ​ມີ​ສີ​ແດງ​ແມ່ນ​ມີ​ຄວາມ​ໂຊກ​ດີ.

ໄປຕະຫຼາດວ່ຽງເພື່ອຂໍຄວາມໂຊກດີ - ảnh 4

ຕົ້ນໄມ້ຂຽວສົດທີ່ວາງຂາຍຢູ່ຕະຫຼາດວ່ຽງ

(ພາບອິນເຕີແນດ)

        ມີ​ຫຼາຍ​ຄົນຖື​ວ່າ, ​ໄປ​ຕະຫຼາດ​ວ່ຽງ ​ແຕ່​ບໍ່​ຊື້​ໄດ້​ອັນ​ໃດ, ໝາຍ​ຄວາມ​ວ່າ​ບໍ່​ມີ​ໂຊກ​ມີ​ໄຊ​ໃນ​ໂອກາດ​ຕົ້ນ​ປີ​ໃໝ່. ຍ້ອນ​ເຫດ​ນັ້ນ​ເກືອບ​ຄື​ວ່າ​ ຜູ້​ໃດ​ກໍ່​ຊື້​ເອົາ​ ຂອງ​ຕ້ອນອັນ​ໃດ​ອັນ​ໜຶ່ງ​ມາ​ໃຫ້​ຄອບຄົວ, ຂອງຕ້ອນ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ນັ້ນ​ແມ່ນ​ຕົ້ນ​ໄມ້​ຂຽວ​ສົດ. ສຳລັບ​ຫຼາຍ​ຄົນ​ແລ້ວ, ນຳ​ເອົາ​ຕົ້ນ​ໄມ້​ຂຽວ​ສົດ​ກັບ​ເມືອ​ບ້ານ​ໃນ​ຕົ້ນ​ປີ​ໃໝ່​ແມ່ນ​ນຳ​ເອົາ​ຄວາມ​ຜາ​ສຸກມາຄອບຄົວ​ໃນ​ວັນ​ຕົ້ນ​ລະດູບານ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ