​ທຶນ​ນະ​ໂຍ​ບາຍ​-ຂໍ້​ກຸນ​ແຈ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາ​ກ ຢູ່ ໄທ​ງວຽນ

(VOVWORLD) - ພາຍຫຼັງໄດ້ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ (2021 – 2025) ມາເປັນເວລາ 5 ປີ, ແຂວງ ໄທງວຽນ ບັນລຸໄດ້ຫຼາຍຜົນງານອັນຕັ້ງໜ້າ. ໃນນັ້ນ, ເລື່ອງຊ່ວຍ ປຊຊ ເຂົ້າເຖິງທຶນສິນເຊື່ອນະໂຍບາຍໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາມາດຕະການບັນລຸປະສິດທິຜົນ, ປະກອບສ່ວນປ່ຽນແປງຊີວິດ ແລະ ໂສມໜ້າຂອງຫຼາຍເຂດບ້ານນາ. ແຫຼ່ງທຶນນັ້ນ ບໍ່ພຽງແຕ່ໄດ້ຊ່ວຍ ປຊຊ ພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງໄດ້ປຸກລຸກນ້ຳໃຈເປັນເຈົ້າການ, ບືນຕົວຂຶ້ນຫລຸດຜ່ອນຄວາມທຸກຍາກດ້ວຍຕົນເອງອີກດ້ວຍ.
​ທຶນ​ນະ​ໂຍ​ບາຍ​-ຂໍ້​ກຸນ​ແຈ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາ​ກ ຢູ່ ໄທ​ງວຽນ - ảnh 1

(ພາບ: vbsp.org.vn)

   ການກູ້ຢືມຄືແນວນີ້ທັງມີອັດຕາດອກເບ້ຍຕ່ຳ, ທັງບັນລຸປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ແກ່ ປຊຊ ທຳການຜະລິດ. ປະຈຸບັນ, ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນລຳໄຍ, ກ້ວຍ, ຕົ້ນໝາກພຸກ ແມ່ນ 3 ຕົ້ນໄມ້ຫຼັກ, ນອກຈາກນັ້ນແມ່ນໄດ້ປູກຕົ້ນສີດາ, ລະມຸດ ຊື່ງໝາກໄມ້ນີ້ກໍ່ເລີ່ມເກັບກູ້ໄດ້ແລ້ວ.

          ປິນີ້, ຄອບຄົວອ້າຍ ຟານວັນເຊີນ, ຕາແສງ ກວັນຈູ, ແຂວງ ໄທງວຽນ ແມ່ນໜຶ່ງໃນບັນດາຄອບຄົວໄດ້ຫລຸດພົ້ນອອກຈາກຄວາມທຸກຍາກຍ້ອນແຫຼ່ງທຶນສິນເຊື່ອນະໂຍບາຍຂອງທ້ອງຖິ່ນ. ກ່ອນນີ້, ເສດຖະກິດຄອບຄົວອ້າຍ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ທີ່ດິນປະຫວ່າງເປົ່າ, ທຳການຜະລິດແບບຍ່ອຍ. ເມື່ອເຂົ້າເຖິງແຫຼ່ງທຶນບຸລິມະສິດຂອງທະນາຄານນະໂຍບາຍສັງຄົມ, ອ້າຍ ເຊີນ ກ້າລົງທຶນປູກຕົ້ນໄມ້ກິນໝາກ, ເປີດກ້ວາງຂອບຂະໜາດເທື່ອລະກ້າວ ແລະ ປູກຕົ້ນໄມ້ຫຼາຍຊະນິດ, ຈາກນັ້ນ, ກໍ່ໄດ້ສ້າງຮູບແບບເສດຖະກິດສວນປູກທີ່ບັນລຸປະສິດທິຜົນ ນຳມາເຊິ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ຄອບຄົວ. ເສດຖະກິດ, ຊີວິດໄດ້ຮັບການປົວແປງ, ເຮືອນຊານໄດ້ສ້າງໃຫ່ຍໂຕສວຍງາມກວ່າ.

​ທຶນ​ນະ​ໂຍ​ບາຍ​-ຂໍ້​ກຸນ​ແຈ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາ​ກ ຢູ່ ໄທ​ງວຽນ - ảnh 2

(ພາບ: vbsp.org.vn)

           ກໍ່ຄືກັນກັບອ້າຍ ເຊີນ, ຄອບຄົວອ້າຍ ໂດ້ດຶກຮວາດ, ຕາແສງ ບັກກ້ານ ໄດ້ຫັນປ່ຽນການທຳມາຫາກິນຍ້ອນການກູ້ຢືມທຶນນະໂຍບາຍ. ປະຈຸບັນ, ຄອບຄົວອ້າຍ ຮວາດ ມີລາຍຮັບເປັນປົກກະຕິຈາກຮູບແບບລ້ຽງແບ້, ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ:

          ປີກາຍ, ຄອບຄົວຂ້າພະເຈົ້າໄດ້ກູ້ຢືມຈຳນວນເງິນ 2800 USD ຈາກທະນາຄານນະໂຍບາຍ. ເວລານັ້ນ, ຄອບຄົວຂ້າພະເຈົ້າໄດ້ລ້ຽງແບ້ແລ້ວ. ມີທຶນຕື່ມອີກແມ່ນໄດ້ເປີດກ້ວາງຂອບຂະໜາດ, ເຮັດຄອກ, ຊື້ແນວພັນ… ນັບແຕ່ເວລາໄດ້ກູ້ຢືມທຶນກໍ່ໄດ້ນຳໃຊ້ຢ່າງມີປະສິດທິຜົນ.

          ຢູ່ຕາແສງ ກາວມິນ, ແຫ່ງທີ່ເຄີຍມີອັດຕາສ່ວນຄອບຄົວທຸກຍາກກວ່າ 50% ພາຍຫຼັງໄດ້ໂຮມບັນດາຕາແສງເຂົ້ານຳກັນ, ອຳນາດການປົກຄອງໄດ້ເປັນເຈົ້າການຜັນຂະຫຍາຍຫຼາຍຮູບແບບຜະລິດທີ່ເໝາະສົມ, ທ່ານ ຫຼີວັນແທັງ, ຫົວໜ້າຫ້ອງການເສດຖະກິດຕາແສງ ໃຫ້ຮູ້ວ່າ:

          ພວກຂ້າພະເຈົ້າ ໄດ້ສຸມໃສ່ບັນດາດັດຊະນີທີ່ຍັງຂາດຂອງຄອບຄົວທຸກຍາກເພື່ອແກ້ໄຂໃຫ້ໝົດ, ຍົກຕົວຢ່າງຄືຄຸນນະພາບເຮືອນຢູ່, ການສຶກສາ ຫຼືລາຍຮັບ. ເພື່ອຮັບປະກັນໃຫ້ບັນດາຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ, ຕາແສງ ໄດ້ສົມທົບການຜັນຂະຫຍາຍບັນດາໂຄງການລ້ຽງມ້າ, ເຜິ້ງ, ຄວາຍພັນ, ງົວພັນ, ໝູທ້ອງຖິ່ນ… ນີ້ແມ່ນບັນດາແຫຼ່ງກຳລັງສຳຄັນ ຊ່ວຍໃຫ້ ປຊຊ ມີວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິ.

          ຢູ່ບັນດາທ້ອງຖິ່ນອື່ນ, ບັນດາໜ່ວຍຝາກປະຢັດ ແລະ ກູ້ຢືມທຶນກໍ່ເສີມຂະຫຍາຍບົດບາດເປັນກາງລະຫວ່າງທະນາຄານ ແລະ ປຊຊ ເປັນຢ່າງດີ, ເອື້ອຍ ຟ້າມທິຫຼີ ຫົວໜ້າໜ່ວຍກູ້ຢືມທຶນຕາແສງ ກັວນຈູ ແບ່ງປັນວ່າ:

          ການກູ້ຢືມທຶນຂອງທະນາຄານໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ທ້ອງຖິ່ນແມ່ນມີແຫຼ່ງທຶນຂອງທະນາຄານ, ທ້ອງຖິ່ນຈະພິຈາລະນາ ເພື່ອໃຫ້ບັນດາຄອບຕົວທຸກຍາກສາມາດຜ່ານຜ່າຄວາມຫຍຸ້ງຍາກໄປໄດ້. ພວກຂ້າພະເຈົ້າກໍ່ໄປຍັງແຕ່ລະຄອບຄົວ, ລະດົມໃຈເຂົາເຈົ້າກູ້ຢືມທຶນຂອງທະນາຄານນະໂຍບາຍ ເພື່ອພັດທະນາເສດຖະກິດ.

          ຈາກບັນດາຕາແສງທີ່ຍັງປະສົບກັບຄວາມຫຍຸ້ງຍາກຄື ກວັນຈູ, ກາວມິນ ຕະຫຼອດຮອດບັນດາທ້ອງຖິ່ນທີ່ພວມພັດທະນາຄື ເຈີ້ເມີຍ ຫຼື ຝູຫຼາກ, ປະສິດທິຜົນຂອງນະໂຍບາຍສິນເຊື່ອບຸລິມະສິດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນຊີວິດຂອງ ປຊຊ. ປ້າ ຮວ່າງທິມາຍ, ເລຂາໜ່ວຍພັກບ້ານ ຢົ່ງລວງ, ຕາແສງ ເຈີ້ເມີຍ ໃຫ້ຮູ້ວ່າ:

                    ປະຈຸບັນ, ປຊຊ ມີເຮືອນຢູ່ຢ່າງເປັນປົກກະຕິແລ້ວ, ໃນບ້ານກໍ່ມີເຮືອນຖາວອນ ສວຍງາມຫຼາຍຫຼັງ, ຊີວິດໄດ້ປ່ຽນແປງຫຼາຍ, ມີລາຍຮັບເປັນປົກກະຕິ, ປຊຊ ມີຄວາມພາກພູມໃຈທີ່ສຸດ.

   ເພື່ອໃຫ້ທຶນມາຮອດມືຂອງ ປຊຊ ຢ່າງທັນການ, ລະບົບທະນາຄານນະໂຍບາຍສັງຄົມໃນບໍລິເວນແຂວງ ໄດ້ເປັນເຈົ້າການໃນການປ່ອຍເງິນຢ່າງມີໄຫວພິບ. ທ່ານ ກວານແທັງຕຸ່ງ, ຜູ້ອຳນວຍການຫ້ອງການແລກປ່ຽນທະນາຄານນະໂຍບາຍສັງຄົມ ແບັກທົງ ໃຫ້ຮູ້ວ່າ:

          ເພື່ອປ່ອຍເຫຼ່ງທຶນກູ້ຢືມໃຫ້ແກ່ຄອບຄົວທຸກຍາກຢ່າງທັນການ, ພວກຂ້າພະເຈົ້າຈະເຮັດວຽກນັບທັງໃນວັນພັກການ ກໍ່ຄືໃນການເຮັດທຸລະກຳຄົງທີ່, ແນະນຳໃຫ້ ປຊຊ ເຮັດສຳເນົາເອກະສານກູ້ຢືມທຶນ ເພື່ອໃຫ້ ປຊຊ ສາມາດເຂົ້າເຖິງແຫຼ່ງທຶນຢ່າງທັນການ.

          ໄລ່ຮອດປີ 2025, ຍອດແຫຼ່ງທຶນທັງໝົດຂອງໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງໃນບໍລິເວນແຂວງ ບັນລຸເກືອບ 44,5 ລ້ານ USD ຊື່ງໄດ້ຈັດແບ່ງໃຫ້ແກ່ຫຼາຍໂຄງການພັດທະນາພື້ນຖານໂຄງລ່າງ, ທຳການຜະລິດ ແລະ ຫາເງິນລ້ຽງຊີບ.

  ດ້ວຍການຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ ພ້ອມດ້ວຍບັນດາຮູບແບບໜູນຊ່ວຍທີ່ແທດຈິງຄືການໃຫ້ກູ້ຢືມທຶນສິນເຊື່ອນະໂຍບາຍ, ແຂວງ ໄທງວຽນ ພວມປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ມີຄວາມຍຸດຕິທຳ ແລະ ຮອບດ້ານໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ເພື່ອໃຫ້ ປຊຊ ແຕ່ລະຄົນລ້ວນແຕ່ມີໂອກາດປ່ຽນແປງຢູ່ໃນເຂດດິນແດນບ້ານເກີດເມືອງນອນຂອງຕົນ./.

ຕອບກັບ

ຂ່າວ/ບົດ​ອື່ນ