ບ້ານ​ນາ​ດີ​ຈີ​ຕອນ-ຊົນ​ນະ​ບົດ​ໃໝ່​ຍຸກ 4.0

(VOVWORLD) -  ໂດຍໄປທັນກັບທ່າອ່ຽງຫັນເປັນດີຈີຕອນ, ຊາວກະສິກອນບ້ານຕ່າງຢູ່ແຂວງ ດັກລັກ ໄດ້ໝູນໃຊ້ເຕັກໂນໂລຊີ, ການຄ້າເອເລັກໂຕນິກເພື່ອທັງໂຄສະນາຜະລິດຕະພັນ, ທັງເລົ່າເລື່ອງລາວກ່ຽວກັບວິວັດການຜະລິດໃນບ້ານ. ຈາກນັ້ນ, ຊົນນະບົດໃໝ່ຢູ່ ດັກລັກ ບໍ່ພຽງແຕ່ມີບັນດາເສັ້ນທາງທີ່ສວຍງາມ, ເຮືອນຫຼັງທີ່ໂຫ່ຍໂຕເທົ່ານັ້ນ, ຫາກຍັງມີບັນຍາກາດດຳລົງຊີວິດທີ່ທັນສະໄໝ ດ້ວຍບັນດາເຄື່ອງອຸປະກອນອັດສະລິຍະ ແລະ ການເຊື່ອມຕໍ່ຫຼາຍສົ້ນອີກດ້ວຍ.
ບ້ານ​ນາ​ດີ​ຈີ​ຕອນ-ຊົນ​ນະ​ບົດ​ໃໝ່​ຍຸກ 4.0 - ảnh 1(ພາບ: ເຮີຊິວ)

    ທ້າຍເດືອນສິງຫາທີ່ຜ່ານມາ, ລາຍການເລຂາພັກຍິງ ໄດ້ livestream ຂາຍຖົ່ວລຽນທາງອອນໄລພ້ອມກັບພໍ່ແມ່ ປຊຊ ໃນບ້ານ ຢູ່ສວນຖົ່ວລຽນຮູບແບບດີເດັ່ນຂອງຕາແສງ Ea Knuếc, ແຂວງ ດັກລັກ.

ນັບແຕ່ຍາມເຊົ້າ, ບັນດາໝາກຖົ່ວລຽນສຸກເຫຼືອງໄດ້ຈັດໃສ່ກະພາ ເອເດ, ວາງຢູ່ເທິງໂຕະປູດ້ວຍແພພື້ນເມືອງ. ດ້ວຍໂທລະສັບມືຖືເປີດລາຍການຖ່າຍທອດສົດນັ້ນ, ປ້າ H’Jih Kbuôr (aduôn Trúc) ເປັນຄັ້ງທຳໄດ້ກາຍເປັນ “ຜູ້ຂາຍເຄື່ອງທາງອອນໄລ” ຂອງບ້ານ. ປ້າ H Jih Kbuôr ພ້ອມກັບການນຳຍິງຂອງຕາແສງ ໄດ້ເລົ່າເລື່ອງລາວການປູກຕົ້ນຖົ່ວລຽນ ແລະ ແນະນຳກ່ຽວກັບຜະລິດຕະພັນກະເສດພິເສດ ໂດຍຄອບຄົວຕົນຜະລິດ. ປ້າ H Jih Kbuôr ແບ່ງປັນວ່າ:

ຂ້າພະເຈົ້າເຂົ້າຮ່ວມລາຍການເລຂາພັກຍິງ livestream ເພື່ອເລົ່າເລື່ອງລາວກ່ຽວກັບລະດູຜະລິດໝາກຖົ່ວລຽນ. ປຊ ໃນບ້ານມີຄວາມຫວັງວ່າ ໝາກຖົ່ວລຽນຈະຂາຍໄດ້ລາຄາດີ ເພື່ອໃຫ້ຊີວິດຂອງ ປຊ ນັບມື້ນັບດີຂຶ້ນ.

ບ້ານ​ນາ​ດີ​ຈີ​ຕອນ-ຊົນ​ນະ​ບົດ​ໃໝ່​ຍຸກ 4.0 - ảnh 2(ພາບ: ເຮີຊິວ)

   ໃນການຂາຍອອນໄລພຽງຄັ້ງໜຶ່ງ, ປຊຊ ກໍ່ຂາຍໝາກຖົ່ວລຽນໄດ້ 60 ໂຕນ. ດ້ວຍເຄື່ອງໝາຍການຄ້າ “ຖົ່ວລຽນຂອງແມ່ຂ້ອຍ”, ປຊຊ ໄດ້ຂາຍຜະລິດຕະພັນ ກໍ່ຄືເລົ່າເລື່ອງລາວກ່ຽວກັບວິວັດການຜະລິດ ດ້ວຍການຢັ້ງຢືນ ແລະ ຄຳໝັ້ນໝາຍດ້ານຄຸນນະພາບ.

   ທ່ານ ຫງວຽນກົງດ່ຽມ ຊາວເຜົ່ານຸ່ງ, ເຈົ້າຂອງຮູບແບບຜະລິດຖົ່ວລຽນ ໄດ້ຄັດເລືອກເປັນສະຖານທີ່ຈັດການຂາຍເຄື່ອງ ໄດ້ເຫັນຜົນປະໂຫຍດອັນຈະແຈ້ງຂອງການຂາຍເຄື່ອງໃນພື້ນຖານການຄ້າເອເລັກໂຕນິກ, ໄດ້ອອກແນວຄວາມຄິດສ້າງຊ່ອງຂາຍເຄື່ອງເອກະລາດ:

ຂ້າພະເຈົ້າຢາກໃຫ້ມີຊ່ອງຂາຍເຄື່ອງສະເພາະເພື່ອເຊື່ອມຕໍ່ລະຫວ່າງນັກຜະລິດ ແລະ ຜູ້ໃຊ້ສອຍ. ຂ້າພະເຈົ້າຈຶ່ງຈະມີຄວາມອຸ່ນອ່ຽນໃຈ ບໍ່ຕ້ອງຜ່ານຄົນກາງ.

ລາຍການ livestream ນີ້ແມ່ນການເຄື່ອນໄຫວນຳໜ້າ ເພື່ອແນໃສ່ປະຕິບັດໂຄງການໜຶ່ງຕາແສງ ໜຶ່ງຜູ້ມີຜົນສະທ້ອນແກ່ນສານ (KOL- Key Opinion Leader), ນຳສິນພິເສດ, ທິວທັດທຳມະຊາດ ດັກລັກ ອອກໄປແນະນຳໃນພື້ນຖານຕີຈີຕອນຂອງຕາແສງ Ea Knuếc. ຮູບພາບລາຂາພັກຕາແສງ ກາຍເປັນ “KOL ກະສິກຳ” ໄດ້ສົ່ງແຫຼ່ງບັນດານໃຈທີ່ໃຫ່ຍຫຼວງໃຫ້ແກ່ ປຊຊ. ປ້າ ໂງທິມິງຈິງ ເລຂາພັກຕາແສງ Ea Knuếc, ແບ່ງປັນວ່າ:

   ຂ້າພະເຈົ້າຢາກໃຫ້ຊາວກະສິກອນຕ້ອງຮ່ວມແຮງຮ່ວມໃຈ ໃນວິວັດການຫັນເປັນດີຈີຕອນນີ້, ຈາກພົນລະເມືອງດີຈີຕອນ, ອາດຈະແມ່ນການ livestream ຂາຍເຄື່ອງຢູ່ບ້ານ, ພ້ອມກັນໂຄສະນາບັນດາຈຸດຄວາມງາມຂອງບ້ານເກີດເມືອງນອນຂອງຕົນໃຫ້ແກ່ທຸກຄົນ, ໃຫ້ແກ່ແຂກທ່ອງທ່ຽວ ເພື່ອໃຫ້ເຂົເຈົ້າຮູ້ຈັກເຖິງ ແລະ ມາຫາພວກເຮົານັບມື້ນັບຫຼາຍຂຶ້ນ.

   ຕາມທ່ານ ບຸ່ຍແທັງຕວ່ານ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ເງື່ອນໄຂຕັດສິນຊີ້ຂາດໃນການຫັນເປັນດີຈີຕອນແມ່ນພື້ນຖານໂຄງລ່າງ. ດັ່ງນັ້ນ, ທາງແຂວງໄດ້ເອົາໃຈໃສ່ຜັນຂະຫຍາຍການແກ້ໄຂບັນຫາທີ່ຍັງຂ້ອງຄາ ດ້ວຍເປົ້າໝາຍ ປຊຊ ທຸກຄົນສາມາດເຂົ້າເຖິງອິນເຕີເນັດຄວາມໄວສູງແບບບໍ່ມີສາຍ, ເຂົ້າຮ່ວມການຄ້າເອເລັກໂຕນິກໃນທ້າຍປີນີ້:

   ພະແນກວິທະຍາສາດ ເຕັກໂນໂລຊີ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ເປັນເສນາທິການໃຫ້ແກ່ຄະນະກຳມະການ ປຊ ແຂວງ ເພື່ອຊີ້ນຳບັນດາວິສາຫະກິດໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມກັນເຂົ້າຮ່ວມ, ສູ້ຊົນຮອດທ້າຍປີ 2025, ໃນບໍລິເວນແຂວງຈະບໍ່ມີບ່ອນຂາດຄື້ນສັນຍານ. ເມື່ອມີພື້ນຖານໂຄງລ່າງຢ່າງຄົບຖ້ວນ, ຊ ຈຶ່ງຈະມີງື່ອນໄຂສຳຜັດກັບບັນດາຄວາມຮູ້ພູມປັນຍາທັກສະການຫັນເປັນດີຈີຕອນໄດ້.

   ຈາກພື້ນຖານໂຄງລ່າງດີຈີຕອນ, ແຂວງ ດັກລັກ ພວມໝູນໃຊ້ດັດຊະນີເສດຖະກິດດີຈີຕອນໃຫ້ແກ່ແຕ່ລະຕາແສງ. ພ້ອມກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນໃນການຜະລິດກະສິກຳ, ການຄ້າ ແລະ ການທ່ອງທ່ຽວ, ທາງແຂວງ ພວມສ້າງໂສມໜ້າຊົນນະບົດໃໝ່ມາໃຫ້ແຕ່ລະບ້ານ. ເມື່ອຊາວກະສິກອນສາມາດເປັນເຈົ້າການເຕັກໂນໂລຊີ, ຊົນນະບົດໃໝ່ຈະບໍ່ພຽງແຕ່ແມ່ນເສັ້ນທາງເບຕົງ ຫຼືເຮືອນຫຼັງທີ່ໂຫຍ່ໂຕອີກແລ້ວ, ຫາກຍັງແມ່ນບັນຍາກາດດຳລົງຊີວິດອັດສະລິຍະ, ການເຊື່ອມຕໍ່ ແລະ ເຕັມໄປດ້ວຍສີສັນອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ