ວຸງວຽງ ໜຶ່ງ​ໃນ​ບັນ​ດາ​ໝູ່​ບ້ານ​ຊາວ​ປະ​ມົງ​ງາມກວ່າ​ໝູ່​ໃນ​ໂລກ

(VOVWORLD) - ໝູ່ບ້ານຊາວປະມົງ ວຸງວຽງ ຢູ່ເຂດໝູ່ເກາະ ຫວຸ້ງຫ່າ, ເຂດປົກປ້ອງສຳຄັນໃນອ່າວ ບາຍຕືລອງ, ຢູ່ຫ່າງຈາກທ່າກຳປັ່ນທ່ອງທ່ຽວສາກົນ ຕວັນເຈົາ, ນະຄອນ ຮະລອງ, ແຂວງ ກວາງນິງ ປະມານ 20 ກມ ໄປທາງທິດຕາເວັນອອສ່ຽງເໜືອ. ໝູ່ບ້ານຊາວປະມົງແຫ່ງນີ້ ໄດ້ຮັບການຕີລາຄາຈາກສື່ມວນຊົນສາກົນວ່າ ແມ່ນ 1 ໃນຈຳນວນ 16 ໝູ່ບ້ານຊາວປະມົງງາມກ່ວາໝູ່ໃນໂລກ.
ວຸງວຽງ ໜຶ່ງ​ໃນ​ບັນ​ດາ​ໝູ່​ບ້ານ​ຊາວ​ປະ​ມົງ​ງາມກວ່າ​ໝູ່​ໃນ​ໂລກ - ảnh 1

ທ່າເຮືອຮັບແຂກທ່ອງທ່ຽວຢູ່ ໝູ່ບ້ານຊາວປະມົງ ວຸງວຽງ (ພາບ: ງອກແອັງ)

   ໝູ່ບ້ານຊາວປະມົງ ວຸງວຽງ ໄດ້ສ້າງຕັ້ງຂຶ້ນນັບແຕ່ສັດຕະວັດທີ 19 ຂະນະທີ່ຊາວປະມົງຢູ່ອ້ອມແອ້ມເຂດທະເລແຫ່ງນີ້ ເຄີຍມານີ້ມັດເຮືອເພື່ອຫລີກລ້ຽງລົມພະຍຸ, ທຳການແລກປ່ຽນຄ້າຂາຍ. ນັບແຕ່ປີ 2014, ເພື່ອສ້າງເງື່ອນໄຂສະດວກໃນການໄປມາ, ປັບປຸງບ່ອນຢູ່, ສ້າງຊີວິດແບບຍືນຍົງໃຫ້ແກ່ ປຊຊ ຢູ່ ໝູ່ບ້ານຊາວປະມົງ ວຸງວຽງ, ແຂວງ ກວາງນິງ ໄດ້ຍົກຍ້າຍເກືອບ 100 ຄອບຄົວຂຶ້ນຝັ່ງເພື່ອດຳລົງຊີວິດ, ມີພຽງແຕ່ຄອບຄົວລ້ຽງປູກສິນໃນນ້ຳ ຈຶ່ງມີຜູ້ຢູ່ເພື່ອອອກແຮງງານ, ທຳມາຫາກິນ. ທ່ານ ເຈິ່ນວັນເຕິນ ປຊຊ ຢູ່ໝູ່ບ້ານຊາວປະມົງ ວຸງວຽງ ໃຫ້ຮູ້ວ່າ:

  ເມື່ອກ່ອນ, ລຸ້ນພໍ່ລຸ້ນອ້າຍໄດ້ກໍ່ຮ່າງສ້າງຕົວຢູ່ທີ່ນີ້, ໄປມາດ້ວຍເຮືອໃບເປັນສ່ວນຫຼາຍ. ກາງເວັນໄດ້ໄປຫາປາ, ຄ່ຳມາຈະພັກຢູ່ທີ່ນີ້. ປະຈຸບັນ, ໝູ່ບ້ານມີກ່ວາ 30 ຄອບຄົວ ກໍ່ເທົ່າກັບການລ້ຽງປາກະຊັງ 30 ແຫ່ງ, ມີວິສາຫະກິດໜຶ່ງໄດ້ລ້ຽງໄຂ່ມຸກ. ບາງຄອບຄົວທັງລ້ຽງປູກສິນໃນນ້ຳ ສົມທົບກັບເຮັດການທ່ອງທ່ຽວ.

ວຸງວຽງ ໜຶ່ງ​ໃນ​ບັນ​ດາ​ໝູ່​ບ້ານ​ຊາວ​ປະ​ມົງ​ງາມກວ່າ​ໝູ່​ໃນ​ໂລກ - ảnh 2

ເຮືອນຊຸມຊົນຢູ່ໝູ່ບ້ານຊາວປະມົງ ວຸງວຽງ (ພາບ: ງອກແອັງ)

    ປະຕູໂຂງເຂົ້າໝູ່ບ້ານຊາວປະມົງ ວຸງວຽງ ມີຈຸດພິເສດສະເພາະທີ່ສຸດ, ຍັງໄດ້ເອີ້ນວ່າຖ້ຳກາວ. ຖ້ຳກາວແມ່ນຖ້້ຳຂ້າມຊອດນ້ຳທີ່ມີຄວາມງາມທີ່ໃຫ່ຍໂຕມະໂຫຖານ ໂດຍທຳມະຊາດດົນບັນດານໃຫ້. ເມື່ອມາຢ້ຽມຢາມໝູ່ບ້ານຊາວປະມົງ ວຸງວຽງ, ແຂກທ່ອງທ່ຽວຈະມັກຢູ່ປະຕູໂຂງເພື່ອຖ່າຍຮູບ. ອ້າຍ ຫວຸ້ວັນນຳ ປຊຊ ໝູ່ບ້ານຊາວປະມົງ ວຸງວຽງ ເຮັດອາຊີບພາຍເຮືອຮັບແຂກທ່ອງທ່ຽວ ໃຫ້ຮູ້ວ່າ:

     ແຂກທ່ອງທ່ຽວມັກປະຕູໂຂງຂອງໝູ່ບ້ານທີ່ສຸດ, ປະຕູໂຂງຂອງໝູ່ບ້ານເໝືອນກັບປາກຖ້ຳ, ສວຍງາມ ແລະ ເຢັນສະບາຍທີ່ສຸດ. ປາກຖ້ຳມີລວງກ້ວາງປະມານ 50 ແມັດ, ລວງສູງແມ່ນຂຶ້ນກັບລະດັບນ້ຳຂຶ້ນລົງ. ໃນໝູ່ບ້ານຍັງມີດອນໜ່ວຍໜຶ່ງ ເໝືອນກັບຮູບ 2 ຄົນອີງຫຼັງໃສ່ກັນ, ເຂົາເຈົ້າໄດ້ເອີ້ນວ່າດອນຜົວເມຍ. ພາຍເຮືອໃນໝູ່ບ້ານຈະເສຍເວລາປະມານແຕ່ 40-45 ນາທີ, ມີຄວາມຍາວປະມານກ່ວາ 2 ກມ. ໃນເວລາຈຸດສູງຂອງລະດູທ່ອງທ່ຽວເດືອນຕຸລາ, ພວກຂ້າພະເຈົ້າພາຍເຮືອ 4 ຖ້ຽວ/ມື້, ມີລາຍຮັບປະມານ 1 ແສນດົ່ງ/ຖ້ຽວ.

ວຸງວຽງ ໜຶ່ງ​ໃນ​ບັນ​ດາ​ໝູ່​ບ້ານ​ຊາວ​ປະ​ມົງ​ງາມກວ່າ​ໝູ່​ໃນ​ໂລກ - ảnh 3

ກະຊັງຢູ່ໝູ່ບ້ານຊາວປະມົງ ວຸງວຽງ (ພາບ: ງອກແອັງ)

     ຜ່ານປະຕູໂຂງຂອງໝູ່ບ້ານ, ແຂກທ່ອງທ່ຽວຈະເຫັນໝູ່ບ້ານແຫ່ງໜຶ່ງຢູ່ເທິງໜ້ານ້ຳທີ່ຮົກເຮື້ອ, ຢູ່ອ້ອມແອ້ມແມ່ນພູຜາປ່າໄມ້ທີ່ສະຫຼັບຊັບຊ້ອນກັນ. ຈຸດພິເສດສະເພາະຂອງໝູ່ບ້ານແຫ່ງນີ້ ແມ່ນມີບັນດາເຮືອນເທິງໜ້ານ້ຳ, ທັງແມ່ນບ່ອນດຳລົງຊີວິດ, ທັງແມ່ນບ່ອນລ້ຽງປູກສິນໃນນ້ຳ, ສິນທະເລ. ຢູ່ໃຈກາງໝູ່ບ້ານແມ່ນເຮືອນໃຫ່ຍແຫ່ງໜຶ່ງ ໄດ້ເອີ້ນວ່າເຮືອນຊຸມຊົນ ແມ່ນບ່ອນດຳເນີນຊີວິດລວມຂອງ ປຊຊ. ເມື່ອກ່ອນ, ອຳນາດການປົກຄອງໄດ້ກໍ່ເຮືອນຊຸມຊົນ ເພື່ອໃຫ້ ປຊຊ ເຕົ້າໂຮມກັນ, ດຳເນີນຊີວິດ, ມີຫ້ອງຮຽນຂອງພວກຫຼານນ້ອຍ. ປະຈຸບັນ, ນີ້ແມ່ນແຫ່ງອະນຸລັກຮັກສາວັດທະນະທຳ, ສະຖານທີ່ທ່ອງທ່ຽວ ຊື່ງໄດ້ວາງສະແດງເຄື່ອງປັ້ນດິນເຜົາ, ເຄື່ອງມືຫາປາຂອງຊາວປະມົງ ອັນໄດ້ວາດພາບຄືນຊີວິດເທິງໜ້ານ້ຳຂອງຊາວປະມົງ ຮະລອງ ໃນເມື່ອກ່ອນ…. ທ່ານ ຫວຸ້ນວັນຮຸ່ງ, ປຊຊ ໝູ່ບ້ານຊາວປະມົງ ວຸງວຽງ ໃຫ້ຮູ້ວ່າ:

   ຈຸດວັດທະນະທຳຂອງ ໝູ່ບ້ານຊາວປະມົງໃນເມື່ອກ່ອນໄດ້ຮັກສາໄວ້ເປັນມໍລະດົກ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ. ແຂກທ່ອງທ່ຽວມາ ໝູ່ບ້ານຊາວປະມົງ ວຸງວຽງ ມັກສຳຜັດຕົວຈິງຢູ່ປາກະຊັງຂອງ ປຊຊ ແລະ ຊອກຮູ້ຊີວິດການເປັນຢູ່ຂອງ ປຊຊ. ຢູ່ທີ່ນີ້ມີທິວທັດທຳມະຊາດສວຍງາມ, ພູ ວຸງວຽງ ສູງກ່ວາໝູ່ຢູ່ອ່າວ ຮະລອງ.

ວຸງວຽງ ໜຶ່ງ​ໃນ​ບັນ​ດາ​ໝູ່​ບ້ານ​ຊາວ​ປະ​ມົງ​ງາມກວ່າ​ໝູ່​ໃນ​ໂລກ - ảnh 4

ແຂກທ່ອງທ່ຽວພາຍເຮືອ kayak ໃນໝູ່ບ້ານຊາວປະມົງ ວຸງວຽງ         (ພາບ: ງອກແອັງ)

       ໝູ່ບ້ານຊາວປະມົງ ວຸງວຽງ ມີ ປຊຊ ໜ້ອຍຄົນດຳລົງຊີວິດ, ບັນຍາກາດຢູ່ທີ່ນີ້ມີຄວາມສະຫງົບງຽບ ແລະ ສະບາຍ. ມາຢ້ຽມຢາມໝູ່ບ້ານຊາວປະມົງແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ສຳຜັດກັບບັນດາການເຄື່ອນໄຫວທີ່ໜ້າຈັບໃຈຄື: ພາຍເຮືອ kayak, ພ້ອມກັບ ປຊຊ ຫວ່ານແຫຫາປາ, ຄົ້ນຫາຂັ້ນຕອນລ້ຽງປູກສິນໃນນ້ຳຂອງຊາວປະມົງ; ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ; ເກັບຂີ້ເຫຍື້ອຢູ່ຫາດຊາຍທະເລພ້ອມກັບຊາວປະມົງ ຫຼືພຽງແຕ່ນັ່ງຫລີ້ນເທິງເຮືອ, ໄປເລາະຫຼີ້ນພາຍໃນໝູ່ບ້ານ, ຮັບຊົມທິວທັດທຳມະຊາດທີ່ສວຍງາມ ກໍ່ເຮັດໃຫ້ທຸກຄົນ ຕ່າງກໍ່ມີຄວາມສຸກກາຍສະບາຍໃຈແລ້ວ. ນ້ອງ ເລຮ່ວາງກວັນ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

      ຂ້າພະເຈົ້າເຫັນວ່າໝູ່ບ້ານຊາວປະມົງແຫ່ງນີ້ ມີທິວທັດທຳມະຊາດສວຍງາມທີ່ສຸດ, ປຊຊ ມີຄວາມຮັກແພງແຂກຄົນ. ນີ້ແມ່ນສະຖານທີ່ທີ່ດູດດື່ມໃຈ, ໜ້າຢາກມາ. ຖ້າມີໂອກາດ, ຂ້າພະເຈົ້າຈະກັບຄືນໄປຢ້ຽມຢາມໝູ່ບ້ານຊາວປະມົງ ວຸງວຽງ ອີກຄັ້ງໜຶ່ງ.

    ໝູ່ບ້ານຊາວປະມົງ ວຸງວຽງ ແມ່ນໝູ່ບ້ານນ້ອຍແຫ່ງໜຶ່ງທີ່ຫ່າງຈາກໝູ່ບ້ານແຫ່ງອື່ນໆ, ມີຄວາມຮົກເຮື້ອ, ທຳມະຊາດໄດ້ດົນບັນດານໃຫ້ມີທິວທັດທຳມະຊາດທີ່ສວຍງາມ. ຖ້າເບິ່ງຈາກມູມໄກ, ໝູ່ບ້ານຊາວປະມົງຈະປະກົດຕົວດ້ວຍສີສັນຫຼາກຫຼາຍ ສະຫຼັບກັນເທິງໜ້ານ້ຳ. ໝູ່ບ້ານຊາວປະມົງ ວຸງວຽງ ແມ່ນສະຖານທີ່ທີ່ດູດດື່ມໃຈແຂກທ່ອງທ່ຽວ ໃນວິວັດການຄົ້ນຫາມໍລະດົກໂລກອ່າວ ຮະລອງ./

ຕອບກັບ

ຂ່າວ/ບົດ​ອື່ນ