ໝູ່​ບ້ານ​ຮ່ວາຍ​ຄາວ ແຂວງ​ກາວ​ບັ່ງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ

(VOVWORLD) - ຮ່ວາຍຄາວ ແມ່ນໝູ່ບ້ານແຫ່ງນ້ອຍຢູ່ຕາແສງ ກວາງແທັງ, ເມືອງ ງວຽນບິນ, ແຂວງ ກາວບັ່ງ. ນີ້ແມ່ນບ່ອນດຳລົງຊີວິດຂອງຊາວເຜົ່າ ຢ້າວຕຽນ. ຍ້ອນມີທິວທັດທຳມະຊາດທີ່ສວຍງາມ, ສີສັນວັດທະນະທຳຊົນເຜົ່າທີ່ເປັນເອກະລັກສະເພາະ, ແຂວງ ກາວບັ່ງ ໄດ້ສ້າງໝູ່ບ້ານ ຮ່ວາຍຄາວ ເປັນໝູ່ບ້ານທ່ອງທ່ຽວເຂດຊຸມຊົນ, ພັດທະນາການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ.
ໝູ່​ບ້ານ​ຮ່ວາຍ​ຄາວ ແຂວງ​ກາວ​ບັ່ງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ  ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ - ảnh 1

ໝູ່ບ້ານ ຮ່ວາຍຄາວ ເບິ່ງຈາກມູມສູງ

 (ພາບ: ງອກແອັງ)

    ໝູ່ບ້ານ ຮ່ວາຍຄາວ ນອນໃນເຂດຮ່ອມພູນ້ອຍແຫ່ງໜຶ່ງ ຊື່ງມີບັນດາເຮືອນນ້ອຍກໍ່ດ້ວຍໄມ້, ຫຼັງຄາມຸງດ້ວຍດິນຂໍສອງຊັ້ນ ຊື່ງໄດ້ສ້າງເປັນຄວາມງາມທີ່ເຕັມໄປດ້ວຍສີສັນຂອງຊົນເຜົ່າ ທັງມີຄວາມງາມແບບດັ້ງເດີມ. ໃນໝູ່ບ້ານມີພຽງ 30 ຄອບຄົວເທົ່ານັ້ນ ແລະ ທັງໝົດແມ່ນຊາວຊົນເຜົ່າ ຢ້າວຕຽນ. ໂຄງການໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ຮ່ວາຍຄາວ ໄດ້ປະຕິບັດທົດລອງເມື່ອປີ 2018 ແລະ ຮອດປີ 2020 ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ທ່ານນາງ ໂຕທິຈາງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກາວບັ່ງ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າໄດ້ຝຶກອົບຮົມໃຫ້ທ້ອງຖິ່ນ ກ່ຽວກັບທັກສະການຕ້ອນຮັບ, ຮັບໃຊ້ແຂກທ່ອງທ່ຽວ ເມື່ອເຂົາເຈົ້າມາຢ້ຽມຢາມໝູ່ບ້ານທ່ອງທ່ຽວ ຮ່ວາຍຄາວ. ກຳນົດທິດໃຫ້ແກ່ໝູ່ບ້ານ ຮ່ວາຍຄາວ ສ້າງບັນດາຜະລິດຕະພັນທ່ອງທ່ຽວພິເສດສະເພາະ, ຕົວຢ່າງຄື: ສຳຜັດກັບວັດທະນະທຳມູນເຊື້ອຂອງຊາວເຜົ່າ ຢ້າວຕຽນ ແລະ ກໍ່ສ້າງບັນດາສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຢາມ, check in ແລະ ຊື້ບັນດາຜະລິດຕະພັນພິເສດສະເພາະຂອງທ້ອງຖິ່ນ. ຍ້ອນເຫດນັ້ນ, ຈຳນວນແຂກມາຢ້ຽມຢາມ ຮ່ວາຍຄາວ ນັບມື້ນັບຫຼາຍ ແລະ ຄຸນນະພາບຮັບໃຊ້ການບໍລິການທ່ອງທ່ຽວກໍ່ໄດ້ຍົກສູງຂຶ້ນ.

ໝູ່​ບ້ານ​ຮ່ວາຍ​ຄາວ ແຂວງ​ກາວ​ບັ່ງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ  ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ - ảnh 2 ປຊຊ ໝູ່ບ້ານ ຮ່ວາຍຄາວ ສະແດງເຮັດອາຊີບພິມລວດລາຍດ້ວຍຂີ້ເຜີ້ງ  (ພາບ: ງອກແອັງ)

   ນັບແຕ່ເມື່ອມີໂຄງການພັດທະນາໝູ່ບ້ານ ຮ່ວາຍຄາວ ເປັນສະຖານທີ່ທ່ອງທ່ຽວເຂດຊຸມຊົນນັ້ນ, ປຊຊ ໃນໝູ່ບ້ານ ໄດ້ຕັ້ງໜ້າຮ່ຳຮຽນ, ແບ່ງປັນບົດຮຽນປະສົບການ. ອ້າຍ ຈູມິນດຶກ, ເຈົ້າຂອງ homestay ແຫ່ງໜຶ່ງຢູ່ໝູ່ບ້ານ ຮ່ວາຍຄາວ ໃຫ້ຮູ້ວ່າ:

   ຂ້າພະເຈົ້າໄດ້ເຮັດການທ່ອງທ່ຽວນັບແຕ່ປີ 2021, ປະຈຸບັນ homestay ໄດ້ນຳເຂົ້າເຄື່ອນໄຫວເປັນປົກກະຕິແລ້ວ ແຕ່ພວກຂ້າພະເຈົ້າຍັງຈະກໍ່ສ້າງປະດັບປະດາຕື່ມອີກ, ເພື່ອເຮັດແນວໃດໃຫ້ homestay ມີຈຸດພິເສດສະເພາະກ່ວາ, ເພື່ອດູດດື່ມໃຈແຂກທ່ອງທ່ຽວ. ປຊຊ ໃນໝູ່ບ້ານກໍ່ຊ່ວຍເຫຼືອກັນເຮັດການທ່ອງທ່ຽວ, ຜູ້ໃດບໍ່ເປີດ homestay ກໍ່ທຳອາຊີບພິມລວດລາຍດ້ວຍຂີ້ເຜິ້ງ, ຫຼືປັກແສ່ວ, ບາງຄົນກໍ່ຂາຍຢາສະໝູນໄພ, ຢາໃຊ້ເພື່ອອາບນ້ຳ, ແຊ່ຕີນ. ພວກຂ້າພະເຈົ້າໄດ້ໂຄສະນາ homestay, ການທ່ອງທ່ຽວຂອງເມືອງ ງວຽນບິນ ແລະ ແຂວງ ກາວບັ່ງ ຜ່ານ  facebook, ແຂກທ່ອງທ່ຽວສ່ວນຫຼາຍແມ່ນແຂກພາຍໃນປະເທດ.

ໝູ່​ບ້ານ​ຮ່ວາຍ​ຄາວ ແຂວງ​ກາວ​ບັ່ງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ  ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ - ảnh 3ແຂກທ່ອງທ່ຽວລອງພິມລວດລາຍດ້ວຍຂີ້ເຜີ້ງ  (ພາບ: ງອກແອັງ)

     ເພື່ອພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນ, ເມືອງ ງວຽນບິນ ໄດ້ລົງທຶນ, ຍົກລະດັບເຮືອນວັດທະນະທຳ, ກໍ່ສ້າງເຂດຕ້ອນຮັບແຂກ, ສະຖານທີ່ຈອດລົດ, ຟື້ນຟູກິດຈະກຳວັດທະນະທຳຈຳນວນໜຶ່ງຄືນໃໝ່, ວາງສະແດງບັນດາເຄື່ອງມື, ຊຸດອາພອນ ເຄື່ອງໃຊ້ສອຍໃນຄອບຄົວຂອງຊາວຊົນເຜົ່າ ຢ້າວ…. ຄວາມເອົາໃຈໃສ່ຂອງອຳນາດການປົກຄອງທ້ອງຖິ່ນ ໄດ້ຊ່ວຍຮູບແບບການທ່ອງທ່ຽວເຂດຊຸມຊົນຂອງໝູ່ບ້ານ ຮ່ວາຍຄາວ ໄດ້ພັດທະນາດີທີ່ສຸດ. ທ່ານ ຮ່ວາງກວກເຈິນ, ປະທານຄະນະກຳມະການ ປຊຊຕາແສງ ກວາງແທັງ ໃຫ້ຮູ້ວ່າ:

   ປະຈຸບັນ, ໝູ່ບ້ານ ຮ່ວາຍຄາວ ມີ 7 ຄອບຄົວພວມປະຕິບັດຮູບແບບ homestay ເພື່ອຕ້ອນຮັບແຂກທ່ອງທ່ຽວ, homestay ແຕ່ລະແຫ່ງສາມາດຮັບແຂກໄດ້ 10 ຄົນ. ສະເລ່ຍແຕ່ລະປີ, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານ ຮ່ວາຍຄາວ  ແມ່ນແຕ່ 400-600 ຄົນ, ໃນນັ້ນກໍ່ມີແຂກຕ່າງປະເທດ. ພວກຂ້າພະເຈົ້າແນະນຳໃຫ້ ປຊຊ ເຮັດບັນດາຜະລິດຕະພັນເພື່ອຂາຍເປັນທີ່ລະນຶກຄື: ຜ້າຫົ່ມ, ໝອນ ແລະ ເຄື່ອງທີ່ລະນຶກປະເພດອື່ນໆ ເພື່ອໃຫ້ແຂກທ່ອງທ່ຽວສາມາດສຳຜັດ ແລະ ນຳໃຊ້ບັນດາຜະລິດຕະພັນໂດຍຊາວຊົນເຜົ່າ ຢ້າວຕຽນ ຜະລິດ.

     ຍ້ອນກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງການທ່ອງທ່ຽວ ຮ່ວາຍຄາວ ແມ່ນສີສັນວັດທະນະທຳຊົນເຜົ່າ ຢ້າວຕຽນ ຢູ່ທີ່ນີ້ ໄດ້ຮັບການຮັກສາໄວ້ເໝືອນເດີມພໍສົມຄວນ, ນັບແຕ່ສະຖາປັດຕະຍາກຳເຮືອນຢູ່, ບັນດາອາຊີບຫັດຖະກຳທີ່ເປັນມູນເຊື້ອຄື: ອາຊີບຕີເງິນ, ຕ່ຳຫູກ, ຖັກແສ່ວລວດລາຍດ້ວຍຂີ້ເຜິ້ງ ຕະຫຼອດຮອດບັນດາບົດປິ່ນປົວພະຍາດດ້ວຍຢາພື້ນເມືອງຂອງຊາວເຜົ່າ ຢ້າວ. ໃນບັນດາເຮືອນຢູ່ໄດ້ກໍ່ດ້ວຍໄມ້, ມຸງດິນຂໍສອງຊັ້ນ, ແຕ່ລະຄອບຄົວຢູ່ໝູ່ບ້ານ ຮ່ວາຍຄາວ ມີເລົ້າເຂົ້າເປືອກເຮັດດ້ວຍໄມ້ ຢູ່ຕ່າງຫາກກັບເຮືອນ. ບັນດາເລົ້າເຂົ້າເປືອກ ແມ່ນຈຸດພິເສດສະເພາະຂອງໝູ່ບ້ານ ຮ່ວາຍຄາວ ຊື່ງໄດ້ສ້າງຄວາມປະທັບໃຈ, ດູດດື່ມສຳລັບແຂກທ່ອງທ່ຽວ. ໃນໝູ່ບ້ານຍັງມີຕົ້ນຂົມຟາດມີອາຍຸຫຼາຍປີ ຊື່ງ ປຊຊ ໄດ້ສ້າງຫໍບູຊາເພື່ອປົກປ້ອງຕົ້ນໄມ້ນີ້ ແລະ ຖືວ່າຕົ້ນໄມ້ນີ້ແມ່ນເທວະດາຟ້າແຖນ. ນັບແຕ່ເມື່ອຕົ້ນຂົມຟາດ ໄດ້ຮັບຮູ້ວ່າແມ່ນຕົ້ນໄມ້ມໍລະດົກ ຫວຽດນາມ (ເດືອນກັນຍາປີ 2020), ມີແຂກທ່ອງທ່ຽວຫຼາຍຄົນມາຢ້ຽມຢາມບ້ານ ຮ່ວາຍຄາວ ເພື່ອຖ່າຍຮູບທີ່ລະນຶກຢູ່ຕົ້ນໄມ້ມໍລະດົກນີ້. ພິເສດ, ອາຊີບພິມລວດລາຍດ້ວຍຂີ້ເຜິ້ງຂອງຊາວເຜົ່າ ຢ້າວຕຽນ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ. ເອື້ອຍ ກົງຮ່ວາຍແອັງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໄດ້ແບ່ງປັນວ່າ:

  ນ້ອງໄດ້ເລືອກມາທ່ອງທ່ຽວຢູ່ໝູ່ບ້ານແຫ່ງນີ້ ເພາະເຫັນວ່າ ຢູ່ນີ້ມີອາຊີບເຮັດພາບດ້ວຍຂີ້ເຜີ້ງ ກໍ່ເລີຍຢາກມາສຳຜັດຕົວຈິງ. ໃນເບື້ອງຕົ້ນກໍ່ເຫັນວ່າຍາກ ແຕ່ຜ່ານການແນະນຳຂອງ ປຊຊ ຢູ່ທີ່ນີ້ກໍ່ສາມາດເຮັດໄດ້, ສິ່ງສຳຄັນນັ້ນແມ່ນມີຄວາມລະອຽດລະອໍ ແລະ ລະມັດລະວັງ. ຖ້າມີໂອກາດນ້ອງກໍ່ຢາກກັບມານີ້ອີກ ແລະ ຄົ້ນຫາຫຼາຍສະຖານທີ່ໃໝ່ຢູ່ແຂວງ ກາວບັງ ຕື່ມອີກ.

   ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ຮ່ວາຍຄາວ ງາມດັ່ງພາບແຕ້ມ ອັນໄດ້ນຳມາເຊິ່ງຄວາມປະທັບໃຈທີ່ຍາກຈະລືມໄດ້ສຳລັບແຂກທ່ອງທ່ຽວ. ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ສຳຜັດກັບຄວາມງາມແບບດັ້ງເດີມ ແລະ ເຕັມໄປດ້ວຍສີສັນຂອງຊາວຊົນເຜົ່າ ຢ້າວຕຽນ./.




         

ຕອບກັບ

ຂ່າວ/ບົດ​ອື່ນ