ໝູ່​ບ້ານ​ອາ​ຊີບ​ສານ​ແຫ ເທີມ​ເຣີມ ຍາມ​ນ້ຳ​ຂຶ້ນ

(VOVWORLD) -  ໃນຊຸມວັນນີ້, ຢູ່ເຂດທົ່ງພຽງທາງພາກໃຕ້ ຫວຽດນາມ ແມ່ນເວລານ້ຳຂຶ້ນ, ໝູ່ບ້ານອາຊີບສານແຫ ເທີເຣີມ ນະຄອນ ເກີນເທີ ພັດມີຄວາມຄືກຄື້ນມ່ວນຊື່ນ. ນັບສິບໆຄອບຄົວຢູ່ທີ່ນີ້ ໄດ້ຫ້າວຫັນຜະລິດທັງວັນ ແບະ ຄືນ ເພື່ອມີເຄື່ອງມືຫາປາສະໜອງໃຫ້ແກ່ຕະຫຼາດຢ່າງທັນການ.
ໝູ່​ບ້ານ​ອາ​ຊີບ​ສານ​ແຫ ເທີມ​ເຣີມ ຍາມ​ນ້ຳ​ຂຶ້ນ - ảnh 1

(ພາບ: VOV)

   ໝູ່ບ້ານອາຊີບສານແຫ ເທີມເຣີມ ຕັ້ງໃນເສັ້ນທາງຫຼວງເລກທີ 91, ຕາແສງ ເທີຍລອງ, ນະຄອນ ເກີນເທີ. ໝູ່ບ້ານອາຊີບແຫ່ງນີ້ໄດ້ສ້າງຕັ້ງຂຶ້ນກ່ອນນີ້ກວ່າ 40 ປີ ຂະນະທີ່ ປຊຊ ເຂດພາກກາງກຸ່ມໜຶ່ງ ໄດ້ຍົກຍ້າຍມາດຳລົງຊີວີດຢູ່ນີ້. ບັນດາຄອບຄົວໃນໝູ່ບ້ານໄດ້ຜະລິດໃນເວລາຕະຫຼອດປີ ແຕ່ເວລາຈຸດສຸມແມ່ນຍາມນ້ຳຂຶ້ນ ຄືແຕ່ເດືອນ 7 ຫາເດືອນ 10 ໄລ່ຕາມຈັນທະປະຕິທິນ. ປ້າ ດິງທິຢ້ຽວຮ່ຽນ, ບ້ານ ເຕິນເລີ້ຍ 2, ຕາແສງ ເທີຍລອງ, ໃຫ້ຮູ້ວ່າ:

       ກ່ອນນີ້, ໝູ່ບ້ານອາຊີບສານແຫມີພຽງ 200-300 ຄົນເທົ່ານັ້ນ… ຕໍ່ມາກໍ່ຄ່ອຍໆດຶງດູດ ປຊຊ ມາຢູ່ອາໄສຕື່ມອີກ, ມີຂຶ້ນເຖິງ 1.000 ຄົນ. ທ້ອງຖິ່ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາຄອບຄົວທຸກຍາກ, ພວກນ້ອງນ້ອຍທີ່ບໍ່ມີບ່ອນເພິ່ງພາອາໄສ, ຜູ້ມີອາຍຸສູງ ພ້ອມກັນເຮັດແຫ.

ໝູ່​ບ້ານ​ອາ​ຊີບ​ສານ​ແຫ ເທີມ​ເຣີມ ຍາມ​ນ້ຳ​ຂຶ້ນ - ảnh 2

(ພາບ: VOV)

           ຈາກຄວາມຕ້ອງການ, ບັນດານາຍຊ່າງຢູ່ທີ່ນີ້ ໄດ້ເຮັດຜະລິດຕະພັນດ້ວຍຄວາມທົນທານ ແລະ ຮູບແບບທີ່ແຕກຕ່າງກັນ. ປະຈຸບັນ, ບັນດາຄອບຄົວໃນໝູ່ບ້ານບໍ່ພຽງແຕ່ໄດ້ຂາຍແຫຫາປາເທົ່ານັ້ນ, ຫາກຍັງໄດ້ເຮັດບັນດາເຄື່ອງມືຫາປາອື່ນໆອີກດ້ວຍ.

  ຊີວິດຂອງ ປຊຊ ຢູ່ທີ່ນີ້ມີຄວາມຮັ່ງມີຂຶ້ນຍ້ອນອາຊີບເຮັດເຄື່ອງມືຫາປາ ດ້ວຍລາຍຮັບສະເລ່ຍຂອງຜູ້ທີ່ສີມືດີແມ່ນແຕ່ 8 USD/ວັນຂຶ້ນໄປ. ໝູ່ບ້ານອາຊີບ ເທີມເຣີມ ໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນວຽກງານລົບລ້າງຄວາມທຸກຍາກຢູ່ທ້ອງຖິ່ນ. ເອື້ອຍ ຫງວຽນທິເຟືອງ ຜູ້ເຮັດອາຊີບສານແຫຢູ່ ເທີມເຣີມ ແບ່ງປັນວ່າ:

   ສານແຫຊຸດໜຶ່ງໄດ້ເງິນປະມານ 6 USD/ວັນ. ລາຍຮັບຄືແນວນີ້ກໍພໍໃຊ້ຈາຍໃນຄອບຄົວແລ້ວ.

     ບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບໃຫ້ແກ່ ປຊຊ ຢູ່ໝູ່ບ້ານ ເທີມເຣີມ ເທົ່ານັ້ນ, ຫາກອາຊີບສານແຫ ເທີມເຣີມ ຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ ປຊຊ ຢູ່ເຂດອ້ອມແອ້ມອີກດ້ວຍ. ໂດຍຢູ່ຫ່າງຈາກໝູ່ບ້ານອາຊີບສານແຫ ເທີມເຣີມ ປະມານ 10 ກມ, ແຕ່ລະມື້, ອ້າຍ ເຈິ່ນວັນເຈົາ ຢູ່ຕາແສງ ເກີດໍ ນະຄອນ ເກິນເທີ ຍັງໄດ້ໄປບັນດາຮາກຖານຜະລິດດຳເນີນທຸລະກິດຢູ່ໝູ່ບ້ານ ເທີມເຣີມ ເພື່ອຮັບເອົາວັດຖຸດິບມາແຈກຢາຍໃຫ້ ປຊຊ ໃນບ້ານເພື່ອສານແຫສ້າງລາຍຮັບ. ອ້າຍ ເຈົາ ໃຫ້ຮູ້ວ່າ:

   ແຕ່ລະມື້, ຂ້າພະເຈົ້າໄດ້ຂົນເຄື່ອງມາໃຫ້ກຳມະກອນສານແຫ, ນອກຈາກນັ້ນ ກໍ່ໄດ້ເກັບເອົາສິນຄ້າໄປສົ່ງໃຫ້ຮ້ານຂາຍເຄື່ອງຕ່າງໆ. ລາຍຮັບແຕ່ 8-12 USD/ວັນ

    ຜະລິດຕະພັນເຄື່ອງມືຫາປາຂອງ ໝູ່ບ້ານອາຊີບ ເທີມເຣີມ ບໍ່ພຽງແຕ່ໄດ້ຈຳໜ່າຍໃນນະຄອນ ເກີນເທີ ເທົ່ານັ້ນ, ຫາກຍັງໄດ້ຈຳໜ່າຍຢ່າງກ້ວາງຂວາງ ຢູ່ທຸກແຂວງໃນທົ່ວປະເທດອີກດ້ວຍ. ພິເສດ, ຫຼາຍຄອບຄົວຜະລິດໄດ້ເລີ່ມຮັບໃບສັ່ງຊື້ສິນຄ້າ ຈາກບັນດາວິສາຫະກິດຂອງບັນດາປະເທດໃກ້ຄຽງ ແລະ ສົ່ງອອກໄປຍັງຫຼາຍປະເທດ. ທ່ານ ຫງວຽນແທັງແຍັງ ປະທານຄະນະກຳມະການ ປຊຊ ຕາແສງ ເທີຍລອງ ໃຫ້ຮູ້ວ່າ: ໝູ່ບ້ານ ເທີມເຣີມ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານໃນຍາມມີເວລາວ່າງ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ກ່ວາ 1.500 ຄົນ. ນີ້ກໍ່ຖືກຖືວ່າແມ່ນຮູບແບບຫລຸດຜ່ອນຄວາມທຸກຍາກຂອງທ້ອງຖິ່ນຢ່າງມີປະສິດທິຜົນ:

   ຕາແສງ ເທີຍລອງ ໄດ້ສ້າງແຜນການສືບຕໍ່ທະວີຄູນຮູບແບບນີ້, ລະດົມບັນດາຮາກຖານຜະລິດດຳເນີນທຸລະກິດເຂົ້າຮ່ວມການສ້າງຕັ້ງສະຫະກອນ ເພື່ອສ້າງເງື່ອນໄຂແກ້ໄຂໃຫ້ແກ່ຜູ້ອອກແຮງງານໃນເວລາວ່າງ. ພ້ອມທັງໄດ້ເສີມຂະຫຍາຍໝູນເຊື້ອຂອງໝູ່ບ້ານອີກດ້ວຍ.

    ພ້ອມກັບການໜູນຊ່ວຍ ປຊຊ ຍົກສູງຄຸນນະພາບ ແລະ ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ; ໂຄສະນາຜະລິດຕະພັນໃນຫຼາຍພື້ນຖານອອນໄລກວ່າອີກ ເພື່ອເຂົ້າເຖິງລູກຄ້າຫຼາຍຄົນໄດ້. ປະຈຸບັນ, ຕາແສງ ເທີຍລອງ ໄດ້ຈັດບັນດາລາຍການທ່ອງທ່ຽວໝູ່ບ້ານອາຊີບ ເພື່ອໃຫ້ແຂກທ່ອງທ່ຽວສາມາດໄປຊອກຮູ້, ເຂົ້າຮ່ວມບັນດາການເຄື່ອນໄຫວຜະລິດ… ທັງໄດ້ສ້າງແຫຼ່ງລາຍຮັບໃໝ່ ກໍ່ຄືໂຄສະນາເຄື່ອງໝາຍການຄ້າໄປເຖິງແຂກທອ່ງທ່ຽວ./.

ຕອບກັບ

ຂ່າວ/ບົດ​ອື່ນ