ການຜະລິດດຳເນີນທຸລະກິດ: ມີຫລາຍສັນຍານຕັ້ງຫນ້າໃນ 6 ເດືອນຕົ້ນປີ

(VOVWORLD) - 6 ເດືອນຕົ້ນປີ 2024, ສະພາບການເສດຖະກິດ ຫວຽດນາມ ຮັກສາທ່າອ່ຽງຕັ້ງຫນ້າ, ດ້ວຍລະດັບການເຕີບໂຕ GDP ບັນລຸ 6,42%. ໃນນັ້ນ ການຜະລິດດຳເນີນທຸລະກິດໄດ້ຮັບການຮັບຮູ້ວ່າແມ່ນຟື້ນຕົວຢ່າງແຮງ, ປະກອບສ່ວນຫລາຍສົມຄວນເຂົ້າໃນການເຕີບໂຕລວມຂອງທົ່ວພື້ນຖານເສດຖະກິດ, ໝັ້ນໝາຍຈະສ້າງທ່ວງທ່າໃຫ້ແກ່ການຫັນປ່ຽນກ້າວຂຶ້ນຂອງ 6 ເດືອນທ້າຍປີນີ້ ແລະ ປີຫນ້າ.

ການຜະລິດດຳເນີນທຸລະກິດ: ມີຫລາຍສັນຍານຕັ້ງຫນ້າໃນ 6 ເດືອນຕົ້ນປີ - ảnh 1ກຳມະກອນ ຜະລິດເຄື່ອງອາໄລ່ເອເລັກໂຕນິກ ຢູ່ ໂຮງງານ Canon  ເຂດອຸດສາຫະກຳ ຢູ່ ແຂວງ ຮຶງອຽນ. ພາບປະກອບ: Phạm Kiên/TTXVN

ຕາມຕົວເລກສະຖິຕິຂອງກົມສະຖິຕິ ທີ່ຫາກໍ່ປະກາດ, ເສດຖະກິດໄດ້ຮັບຮູ້ບັນດາໝາກຜົນຕັ້ງຫນ້າ ດ້ວຍດັດຊະນີການເຕີບໂຕຢູ່ຫລາຍຂະແຫນງ, ຂົງເຂດ, ໃນນັ້ນ ການຜະລິດດຳເນີນທຸລະກິດ, ການຜະລິດອຸດສາຫະກຳເຕີບໂຕໃນວົງກວ້າງດ້ວຍ 56/63 ທ້ອງຖິ່ນມີດັດຊະນີເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຂະແຫນງອຸດສາຫະກຳປຸງແຕ່ງ, ການຜະລິດອຸດສາຫະກຳແມ່ນກຳລັງຫນູນການເຕີບໂຕຂອງທົ່ວພື້ນຖານເສດຖະກິດ ດ້ວຍລະດັບເພີ່ມຂຶ້ນ 8,67%.

ໂດຍອະທິບາຍໃຫ້ແກ່ການເຕີບໂຕຢ່າງຕັ້ງຫນ້ານີ້, ທ່ານ ຟ້າມຕວັນແອງ, ຮອງຫົວຫນ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ການຄ້າ ຢັ້ງຢືນວ່າ ນີ້ແມ່ນຍ້ອນມີການຊີ້ນຳຢ່າງຂ້ຽວຂາດຈາກລັດຖະບານ, ນາຍົກລັດຖະມົນຕີ ໃນການປ່ອຍເງິນລົງທຶນພາກລັດ, ການຜັນຂະຫຍາຍບັນດາໂຄງການອຸດສາຫະກຳຈຸດສຸມກໍ່ຄືໝາກຜົນການດຶງດູດການປ່ອຍເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI), ຊ່ວຍເພີ່ມກຳລັງຄວາມສາມາດໃຫ້ແກ່ການຜະລິດພາຍໃນປະເທດ.

ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໄດ້ຮ່ວມເດີນທາງພ້ອມກັບບັນດາສະຫະສະມາຄົມວິສາຫະກິດ ເພື່ອຍາດແຍ່ງກາລະໂອກາດທີ່ດີຈາກບັນດາສັນຍາການຄ້າເສລີ (FTA)ນຳມາໃຫ້ ຊື່ງ ຫວຽດນາມ ໄດ້ລົງນາມໃນສະພາບຕະຫລາດໂລກຟື້ນຕົວ, ບັນດາໃບສັ່ງຊື້ສິນຄ້າສົ່ງອອກມີການເຕີບໂຕຕັ້ງຫນ້າຢູ່ບັນດາຂະແຫນງສິນຄ້າສົ່ງອອກຫລັກແຫລ່ງຂອງຫວຽດນາມຄື: ຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ເອເລັກໂຕນິກ ແລະ ປຸງແຕ່ງອາຫານ...ນອກນັ້ນ ກຳລັງຄວາມສາມາດຂອງບັນດາວິສາຫະກິດ, ເປັນຕົ້ນແມ່ນບັນດາວິສາຫະກິດພາຍໃນປະເທດກໍ່ໄດ້ຮັບການປັບປຸງຍ້ອນມີການກະທົບສັງລວມຈາກບັນດານະໂຍບາຍຫນູນຊ່ວຍຂອງລັດຖະບານ. ນີ້ແມ່ນບັນດາສັນຍາຕັ້ງຫນ້າ ເມື່ອບັນດາວິສາຫະກິດພາຍໃນປະເທດມີການເຕີບໂຕຂອງການສົ່ງອອກເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ວິສາຫະກິດ (FDI).

ການຜະລິດດຳເນີນທຸລະກິດ: ມີຫລາຍສັນຍານຕັ້ງຫນ້າໃນ 6 ເດືອນຕົ້ນປີ - ảnh 2ທ່ານ ຟ້າມຕວນແອງ, ຮອງຫົວຫນ້າກົມອຸດສາຫະກຳ. ພາບ: TTXVN

ເພື່ອສືບຕໍ່ຫນູນຊ່ວຍວິສາຫະກິດຮັກສາການເຄື່ອນໄຫວຜະລິດດຳເນີນທຸລະກິດ, ຫວ່າງແລ້ວນີ້ ລັດຖະບານ ໄດ້ສະເຫນີສືບຕໍ່ແກ່ຍາວການຫລຸດຜ່ອນອາກອນມູນຄ່າເພີ່ມ2% ຈົນຮອດທ້າຍປີນີ້ ໝາຍຄວາມວ່າແກ່ຍາວອີກ 6 ເດືອນເມື່ອທຽບໃສ່ຂໍ້ຕົກລົງທ້າຍປີກາຍຂອງສະພາແຫ່ງຊາດ. ທ່ານນາງ ຫງວຽນທິຢ໋ຽມຮັ່ງ, ຮອງປະທານ ສະພາບໍລິຫານ  Vinapharma Group,ຖືວ່າ:

 “ເລື່ອງຫລຸດຜ່ອນອາກອນ ແລະ ພິເສດ ແມ່ນອາກອນມູນຄ່າເພີ່ມໃນໄລຍະຜ່ານມາ ກໍ່ຄືໃນໄລຍະຈະມາເຖິງນັ້ນ, ວິສາຫະກິດທັງໝົດລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດນີ້. ສິ່ງດັ່ງກ່າວຊ່ວຍໃຫ້ວິສາຫະກິດຫລຸດຜ່ອນໄດ້ຫລາຍລາຍຈ່າຍໃນການຜະລິດ ດຳເນີນທຸລະກິດ. ນອກນັ້ນ ວິສາຫະກິດ ກໍ່ສາມາດນຳໃຊ້ບັນດາແຫລ່ງທຶນນັ້ນເພື່ອຜະລິດຄືນໃຫມ່.

ເພື່ອສືບຕໍ່ຮັກສາທ່າເຕີບໂຕການຜະລິດດຳເນີນທຸລະກິດໃຫ້ທັງໄລຍະກາງ ແລະ ຍາວ, ທ່ານ ຟ້າມຕວນແອັງ, ຮອງຫົວຫນ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳການຄ້າ ໄດ້ຍົກມາດຕະການວ່າ:

ເພື່ອສືບຕໍ່ເປັນເຈົ້າການຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍວິສາຫະກິດໃຫ້ມີປະສິດທິຜົນນັ້ນ ລັດຖະບານໄດ້ຮັບຮອງເອົາເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ, ພິເສດ ແມ່ນບັນດາຂະແຫນງສົ່ງອອກຫລັກແຫລ່ງ. ພ້ອມທັງ ຊຸກຍູ້ ແລະ ນຳບັນດາໂຄງການຜະລິດໃຫມ່ເຂົ້າເຄື່ອນໄຫວເພື່ອແນໃສ່ຮັບໃຊ້ການສົ່ງອອກ ແລະ ການບໍລິໂພກພາຍໃນປະເທດ, ສ້າງກຳລັງຄວາມສາມາດໃຫ້ແກ່ການຜະລິດ ແລະ ແຫລ່ງສິນຄ້າສົ່ງອອກຕື່ມອີກ.

ເພື່ອຊອກຫາຕະຫລາດສົ້ນອອກໃຫ້ແກ່ຜະລິດຕະພັນ, ມີວິສາຫະກິດຫລາຍແຫ່ງໄດ້ປະຕິບັດພ້ອມທັງຍູ້ແຮງການເຄື່ອນໄຫວສົ່ງອອກແລະເປິດກວ້າງຕະຫລາດພາຍໃນ, ມີໄຫວພິບໃນການສ້າງອົງປະກອບຫັນປ່ຽນປະເພດສິນຄ້າເພື່ອຕອບສະຫນອງຄວາມຕ້ອງການຂອງຕະຫລາດ. ມີວິສາຫະກິດຫລາຍແຫ່ງໄດ້ປະຕິບັດການຫັນເປັນດິຈີຕອນໃຫ້ແກ່ການເຄື່ອນໄຫວຜະລິດເພື່ອຫລຸດຜ່ອນລາຍຈ່າຍ, ເພີ່ມລັກສະນະແກ້ງແຍ່ງ, ຊຸກຍູ້ການພັດທະນາແບບຍືນຍົງໃຫ້ແກ່ການເຄື່ອນໄຫວຜະລິດຂອງວິສາຫະກິດ. ຄຽງຄູ່ກັນນັ້ນມີວິສາຫະກິດຫລາຍແຫ່ງໄດ້ສຸມໃສ່ແຫລ່ງກຳລັງເພື່ອປ່ຽນໃຫມ່ອຸປະກອນ, ເຕັກໂນໂລຊີພ້ອມທັງຊຸກຍູ້ການຮ່ວມສຳພັນເຄືອຂ່າຍສະຫນອງຢູ່ພາຍໃນປະເທດ, ຫລຸດຜ່ອນການເອື່ອຍອີງຕ່າງປະເທດ,ຍົກສູງຄຸນນະພາບ, ຫລຸດລາຄາຜະລິດຕະພັນການບໍລິການລົງເພື່ອຍາດແຍ່ງກາລະໂອກາດໃນການເຂົ້າແລະປັບປຸງອັດຕາສ່ວນກວມຂອງຕະຫລາດ.

ໂດຍບໍ່ຫົວຊາຕໍ່ບັນດາການກະທົບທີ່ຫຍໍ້ທໍ້ຂອງເສດຖະກິດໂລກ, ການຜະລິດດຳເນີນທຸລະກິດເຕີບໂຕແມ່ນສັນຍານເປັນຫນ້າຊື່ນຊົມແລະສ້າງກຳລັງຫນູນຢ່າງແຮງໃຫ້ແກ່ຊຸມເດືອນທ້າຍປີ 2024 ແລະຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ