ການແລກປ່ຽນຄ້າຂາຍສິນຄ້າລະຫວ່າງ ຫວຽດນາມ ແລະ ຈີນ ໃນເຂດຊາຍແດນຍັງດຳເນີນໄປຢ່າງຟົດຟື້ນ

(vovworld)- ​ໃນ​ໄລຍະ​ກວ່າ 1 ​ເດືອນ​ຜ່ານ​ມາ ພາຍຫລັງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ມີ​ຂ່າວ​ຄາວບໍ່​ຊັດ​ເຈນ​ຈຳນວນ​ຫນຶ່ງ​ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຢູ່​ເຂດ​ຊາຍ​ແດນ, ດ່ານ​ຊາຍ​ແດນ​ຫວຽດນາມ ​ຕິດ​ກັບ ຈີນ ຖືກ​ຢຸດຕິ ​ແລະ ຖືກຜົນ​ສະທ້ອນ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຕີ​ລາຄາ​ຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ແລ້ວ, ທຸກ​ການ​ເຄື່ອນ​ໄຫວ​ຢູ່ເຂດ​ຊາຍ​ແດນ​ດ່ານ​ຊາຍ​ແດນ​ໃນບໍລິ​ເວນ​ແຂວງ ກວ໋າງນີງ ຍັງ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ.

ການແລກປ່ຽນຄ້າຂາຍສິນຄ້າລະຫວ່າງ ຫວຽດນາມ ແລະ ຈີນ ໃນເຂດຊາຍແດນຍັງດຳເນີນໄປຢ່າງຟົດຟື້ນ - ảnh 1
ພາບປະກອບ:internet

        ສະຖານ​ທີ່ທຳ​ອິດ​ໃນ​ການໄປ​ປະຕິບັດ​ງານ ຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ​ຂອງ​ແຂວງ ກວ໋າງນີງ ຂອງນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ ​ນັ້ນ​ແມ່ນ ດ່ານ​ຊາຍ​ແດນ ​ແຮ່ງ​ໂມ ຂອງ​ເມືອງ ບີ​ງລຽວ ຂຶ້ນ​ກັ​ບ​ແຂວງ ກວ໋າງນີງ. ການເຄື່ອນໄຫວ ຄ້າຂາຍ​ສິນຄ້າຢູ່​ທີ່​ນີ້​ຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ສະ​ເພາະ​ໃນ​ຕອນ​ເຊົ້າ​​ມື້​ຕົ້ນ​ເດືອນ 6/2014 ​ ​ມີລົດ​ contener ປະມານ 15 ຄັນ ​ຂົນ​ສ່ົງສິນຄ້າມາ​ຂາຍ​ຢູ່ດ່ານ​ຊາຍ​ແດນ ​ແຮ່ງໂມ ດ້ວຍ​ສິນຄ​​້າທຸກ​ປະ​ເພດ, ​ໃນ​ນັ້ນ​ສ່ວນ​ຫລາຍ​ແມ່ນຜະລິດ​ຕະພັນ​ກະ​ເສດ ​ແລະ ຕົ້ນ​ໄມ້​ອຸດສາຫະກຳ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ທ່ານ ​ເລ​ແທ່ງ​ຮຶງ, ຫົວຫນ້າ ຫນ່ວຍ​ເຮັດ​ລະບຽບ​ການ​ ຂາ​ອອກ​ຂາ​ເຂົ້າ​, ອົງການ​ພາສີ ​​ແຮ່ງໂມ ​ເມືອງ ບີ​ງລຽວ ​ໃຫ້​ຮູ​້ວ່າ:

        “​ໃນ​ຊຸມ​ມື້​ຜ່ານ​ມາ, ການ​ເຄື່ອນ​ໄຫ​ວຂາ​ອອກ​ຂາ​ເຂົ້າ​ຜ່ານ​ດ່ານ​ຊາຍ​ແດນ ​ແຮ່ງ​ໂມ ​ແລະ ຈູງ​ກວານ ຂອງ​ຈີນ ຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ສິນຄ້າ​ສົ່ງ​ອອກ ສ່ວນ​ຫລາຍ​ແມ່ນ​​ສິນ​ທະ​ເລ​ແຊ​ເຢັນ, ສ່ວນສິນຄ້າ​ນຳ​ເຂົ້າ​ແມ່ນ​ບັນດາ​ປະ​ເພດ​ສິນຄ້າ​ນຳ​ໃຊ້​ປະຈຳ​ວັນ. ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ຈີນ ຍັງ​ຄົງ​ໄປມາ​ຜ່ານ​ດ່ານ​ຊາຍ​ແດນ​ເພື່ອ​​ແລກປ່ຽນ​ຄ້າຂາຍ​ ​ແລະ ຢື້​ຢາມ​ຖາມ​ຂ່າວ​ກັນ​ເປັນ​ປົກກະຕິ.”

        ຢູ່​ ຄູ່ດ່ານ​ຊາຍ​ແດນ ບັກ​ຟອງຊີງ- ຫລີ​ຮວາ, ການ​ເຄື່ອນ​ໄຫວ​​ແລກປ່ຽນ​ຄ້າ​ຂາຍ​ສິນຄ້າ​ລະຫວ່າງ 2 ຝ່າຍ​ຍັງ​ຄົງ​ດຳ​ເນີນ​ໄປ​ຢ່າ​ງຟົດຟື້ນ. ຕາມ​ບົດ​ລາຍ​ງານ​ດ່ວນ​ຂອງ ອົງການ​ພາສີ ບັກ​ຟອງ​ຊີງ, ​ໃນ​ໄລຍະ 20 ມື້ ຕົ້ນ​ເດືອນ 5, ການ​ເກັບ​ພາສີ​ຜ່ານ​ດ່າ​ຍຊາຍ​ແດນ​ນີ້​ບັນລຸ 6,24 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 147% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ເດືອນ​ກອ່ນ. ນອກຈາກສິນ​ທະ​ເລ​ແຊ​ເຢັນ​ແລ້ວ​, ປະຈຸ​ບັນ ຍັງ​ມີ​ໝວດ​ສິນຄ້າ​ຫນູນ​ຊ່ວຍ​ການ​ຕັດ​ຫຍິບ, ອຸປະກອນ​ຜະລິດ​ສາດ​​ໄມ້​​ໄຜ່, ວັດ​ສະ​ດຸ​ກໍ່ສ້າງ ຕາມ​ສັນຍາ​ການ​ຄ້າ ຜ່ານ​ບັນດາ​ດ່ານ​ຊາຍ​ແດນ​ເພີ່ມ​ຂຶ້ນ​ຫລາຍ​ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ, ​ເວລາ​ເປີດ​ປະຕູດ່ານ​ຊາຍ​ແດນ​ໄດ້​ເພີ່ມ​ຂຶ້ນ ຈາກ 4 ຊົ່ວ​ໂມງ/ມື້​ຂື້ນ​ເຖິງ 6 ຊົ່ວ​ໂມງ/ມື້. ທ່ານ ຟ້າ​ມວັນ​ຫາຍ, ຫົວຫນ້າ​ຫນ່ວຍ​ວິຊາ​ການ, ອົງການ​ພາສີ​ດ່ານ​ຊາຍ​ແດນ ບັກ​ຟອງ​ຊີງ ​ເມືອງ​ຫາຍ​ຮ່າ ​ໃຫ້​ຮູ້​ວ່າ: ພະນັກງານ​ພາສີ ​ໄດ້ ​ແລະ ພວມ​ຍູ້​ແຮງ​ວຽກ​ງານ​ເຮັດ​ລະບຽບ​ການ​ພາສີ​ດ້ວຍ​​​ເຄືອ​ຂ່າຍ​ເອ​ເລັກ​ໂຕ​ນິກ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ຢູ່​ເຂດ​​ຊາຍ​ແດນ​ໃນ​ການ​ແລກປ່ຽນຄ້າ​ຂາຍ​ສິນຄ້າ. ທ່ານ ຟ້າ​ມວັນ​ຫາຍ ຖື​ວ່າ:

        “ສະພາບ​ການ​ເຄື່ອນ​ໄຫວ​ຢູ່​ດ່ານ​ຊາຍ​ແດນ ບັກ​ຟອງ​ຊີງ ​ໃນ​ຊຸມ​ມື້​ຜ່ານ​ມາ ຍັງ​ຄົງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວຢູ່​ບໍລິ​ເວນ ຍັງ​ສືບ​ຕໍ່​ມາ​ເຮັດ​ລະບຽບ​ການ ​ແລະ ສົ່ງ​ສິນຄ້າ​ຜ່ານ​ດ່ານ​ຊາຍ​ແດນ. ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ຜ່ານ​ດ່າ​ນຊາຍ​ແດນ ບັກ​ຟອງ​ຊີງ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ. ບັນດາ​ອົງການ​ກ່ຽວຂ້ອງ​ຄື: ທະຫານ​ປ້ອງ​ກັນຊາ​ຍ​ແດນ, ພາສີ, ກວດກາ​​ໂລ​ກລະບາດ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ປະຊາຊົນ ​ແລະ ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ແລກປ່ຽນ​ຄ້າ​ຂາຍ ​ແລະ ​ໄປມາ​ຜ່ານ​ຊາຍ​ແດນ.”

        ບໍ່​ພຽງ​ແຕ່​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄ້າ​ຂາຍ​ສິນຄ້າ​ເທົ່າ​ນັ້ນ ຫາກ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ,​ບໍລິການ, ການ​ຜະລິດ ຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ການ​ແລກປ່ຽນ​ການ​ຄ້າ​ຢູ່ ນະຄອນ ມອງ​ກາຍ ​ໃນ​ຊຸມ​ມື້​ນີ້​ຍັງຄົງ​ສືບ​ຕໍ່​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ ​ມາ​ນະຄອນ  ​​ບໍ່​ຫລຸດ​ລົງ, ​ແຕ່​ລະ​ມື້ ​ໂຮງ​ໂຮມ​ສາກົນ 5 ດາວ ​ເລີ​້ຍລາຍ ຢູ່ ນະຄອນ ມອງ​ກາຍ ຍັງຄົງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຈີນ ປະມານ 200 ຄົນ ​ແລະ ຈັດ​ຕັ້ງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ເຖິງ ອ່າວ​ຮ້າ​ລອງ. ທ່ານ ຫງວຽນ​ຮົ່ງ​ເຊີນ, ຮອງ​ຜູ້ອຳນວຍການ​ໃຫຍ່​ໂຮງ​ແຮມ​ສາກົນ ​ເລີ້​ຍລາຍ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ຕົ້ນ​ເດືອນ​ມາຮອດ​ປະຈຸ​ບັນ, ນັກ​ທ່ອງ​ທ່ຽວ​ພັກ​ຜ່ອນ​ຢູ່​ໂຮງ​ແຮມ​ຍັງ​ ​ເຕີບ​ໂຕ​ເປັນ​ປົກກະຕິ, ປະມານ 100 ຄົນ/​ມື້. ປະຈຸ​ບັນ ​ນັກ​ທ່ອງ​ທ່ຽວ​ມາ​ພັກຜ່ອນ​ຢູ່ໂຮງ​ແຮມ​ຂອງ​ພວກ​ຂ້າພະ​​ເຈົ້າ​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ຈີນ, ກວມ​ເຖິງ 70% ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ.”

        ຢູ່​ບໍ​ລິ​ເວນ​ດ່າ​ນຊາຍ​ແດນ ບັກ​ລວນ ລູກ​ຄ້າ​ໄປມາ​ແມ່ນ​ຄັບຄາ​ຫນາ​ແຫນ້ນ. ​ໃນ​ນັ້ນ​ນັບ​ທັງນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ໄປ​ມາ​ຄ້າ​ຂາຍ. ກຳລັງ​ພາສີ​ຢູ່​ດ່ານ ຊາຍ​ແດນ ບັກ​ລວນ ​ໃນ​ຊຸມ​ມື້​ຜ່ານ​ມາ ​ຕ້ອງ​ເພີ່ມ​ໂມງລັດຖະການ​ເພື່ອ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ແຈ້​ງລະບຽບ​ການ, ​​ເກັບ​ພາສີ​ຢູ່​ດ່ານ​ຊາຍ​ແດນ​ດຳ​ເນີນ​ໄປ​ຢ່າງ​ວ່ອງ​ໄວ. ນັບ​ແຕ່​ຕົ້ນ​ເດືອນ 5 ​ມາ​ຮອດ​ປະຈຸ​ບັນ, ສະ​​ເລ່ຍ​ແຕ່​ລະອາ​ທິດ, ມີ​ປະມານ 1000 contener ​ໄປມາ​ຜ່ານ​ດ່ານ​ຊາຍ​ແດນ ບັກ​ລວນ ຕາມ​ສັນຍາ​ການ​ຄ້າ​. ທ່ານ ຫງວຽນ​ຕຽນ​ຢູງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ມອງ​ກາຍ ​ໃຫ້​ຮູ້​ວ່າ: ທຸກ​ການ​​ເຄື່ອນ​ໄຫວ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ​ມອງ​ກາຍ ຍັງ​ຄົງ​ດຳ​ເນີນ​ໄປ​ເປັນ​ປົກກະຕິ ​ແລະ ມອງ​ກາຍ ຍັງ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ບັນດາ​ນັກ​ລົງທຶນ.

 

ຕອບກັບ

ຂ່າວ/ບົດ​ອື່ນ