ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມຄ່ອຍໆຢືດຄອງຕະຫລາດພາຍໃນປະເທດ


(vovworld)- ໂດຍ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວ​າຍ​ຊາວ​ຫວຽດ​ນາມ  ບຸ​ລິ​ມະ​ສິດຊົມ​ໃຊ້​ສິນ​ຄ້າຫວຽດ​ນາມ, 5 ປີ​ຜ່ານ​ມາ, ບັນ​ດາ​ຜະ​ລິດ​ຕະ​ພັນຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຢ່າງ​ແຮງ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຜູ້​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພ້ອມ​ກັບ​ບັນ​ດາ​ໝາກ​ຜົນ​ດີ​ພໍ​ສົມ​ຄວນ​ຈາກບັ້ນ​ຂົນ​ຂວາຍນັັ້ນ ບັນ​ດາ​ວິ​ສາ​ຫ​ະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ພວມ​ມາ​ນະ​ພະ​ຍາ​ຍາມ​ລົງ​ທຶນ​ໃຫ້​ແກ່​ການ​ຜະ​ລິດ, ເປີດກວ້າງ​ລະ​ບົບຈຳ​ຫ​ນ່າຍ​ເພື່ອ​ຢືດ​ຄອງ​ຕະ​ຫລາດ.

ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມຄ່ອຍໆຢືດຄອງຕະຫລາດພາຍໃນປະເທດ - ảnh 1
photo:vov

         ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊີ​ຟີກ (TPP) ອາດ​ຈະ​ໄດ້ລົງ​ນາມ​ໃນ​ທ້າຍ​ປີນີ້, ເປີດ​ບັນ​ດາ​ກາ​ລະ​ໂອ​ກາດເຕີບ​ໂຕ​ຫລາຍ​ຢ່າງ​ໃຫ້​ແກ່ການ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ. ຄຽງ​ຄູ່​ການ​ເພີ່ມ​ທະ​ວີ​ຕະ​ຫລາດ​ສົ່ງ​ອອກ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ພວມ​ມີ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ເລື່ອງ​ຄ່ອຍໆ​ຢືດຄອງ​ອັດ​ຕາ​ສ່ວນ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ. ລາຍ​ຮັບ​ພາຍ​ໃນ​ປະ​ເທດ ໃນ 6 ເດືອນ​ຕົົ້ນ​ປີ 2014 ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ (Vinatex) ບັນ​ລຸກວ່າ 11.000 ຕື້ດົງ, ເພີ່ມ​ຂຶ້ນ​ປະ​ມານ 10% ເມື່​ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2013 ແລະ ຄາດ​ວ່າ ໃນ​ປີນີ້ ລາຍ​ຮັບ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ 6,3% ເມື່ອ​ທຽບ​ໃສ່​ປີ​ກາຍ, ບັນ​ລຸ 22.200ຕື້​ດົງ. ທ່ານ ຫງວຽນ​ຕຽນ​ເຈື່ອງ, ຮອງ​ຜູ້​ອຳ​ນວ​ຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ການ​ພັດ​ທະ​ນາ​ຕະ​ຫລາດ​ພາຍ​ໃນ​ສືບ​ຕໍ່​ແມ່ນ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ Vinatex.

        “ໃນ 10 ປີ​ລຽນ​ຕິດ, ຍາມ​ໃດ Vinatex ກໍ​ເອົາ​ໃຈ​ໃສ່​ເຖິງ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ, ເພາະ​ວ່າ ພວກ​ຂ້າ​ພະ​ເຈົົ້າ​ເຂົ້າ​ໃຈ​ໄດ້​ວ່າ ຢາກ​ຢືດ​ຄອງ​ຕະ​ຫລາດ​​ຫນຶ່ງ,  ຢາກ​ສ້າງ​ຄວາມ​ຊິນ​ເຄີຍໃຫ້​ແກ່ປະ​ຊາ​ຊົນໃນ​ການ​​ຊົມໃຊ້​ສິ​ນ​ຄ້າ​ຂອງ​ຫວຽດ​ນາມ ເວົ້າ​ລວມ ແລະ ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ຂອງ Vinatex ເວົົ້າ​ສະ​ເພາະ ຄວນ​ມີ​ເວ​ລາ. ເຖິງວ່າ 2-3 ປີ​ຜ່​ານ​ມາ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ແຕ່ Vinatex ຍັງ​ຄົງ​ສືບ​ຕໍ່​ຮັກ​ສາ​ລະ​ບົບ​ຮ້ານສັບ​ພະ​ສິ​ນ​ຄ້າ​ຂອງ​ Vinatex.”

        ປະ​ຈຸ​ບັນ ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ແລະ ບັນ​ດາ​ຫົວ​ຫນ່ວຍ​ສະ​ມາ​ຊິກ ພວມ​ຕັ້ງ​ຫນ້າ​ເປ​ີດກວ້າງ ແລະ ພັດ​ທະ​ນາ​ຕະ​ຫລາດ​ພາຍ​ໃນ. ດ້ວຍຮ້ານ​ຂາຍ​ເຄື່ອງ 4000 ​ຮ້ານ ທີ່​ຂາຍ 60.000 ປະ​ເພດ​ສິນ​ຄ້າ ​ຂອງ​ຫວຽດ​ນາມ, ຜ​ູ້​ໃຊ້​ສອຍນັບ​ມື້​ນັບ​ຕີ​ລາ​ຄາ​ສູງຄຸນ​ນະ​ພາບ​ຂອງຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບຫວຽດ​ນາມ. ທົ່ວ​ຂະ​ແຫນງ​ໄດ້​ເປີດກວ້າງ​ລະ​ບົບ​ຈຳ​ຫນ່າຍ ດ້ວຍ​ຮ້ານ​ສັບ​ພະ​ສິນ​ຄ້າ ​ຂອງ Vinatex Mart ກວ່າ 50 ​ແຫ່ງຕັັ້ງຢູ່ 34 ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ, ຊ່ວຍ​ໃຫ້​ການ​ໂຄ​ສະ​ນາ​ຂາຍ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມມາ​ສູ່​ປະ​ຊາ​ຊົນ ໃຫ້ມີ​ປະ​ສິ​ດ​ທິ​ຜົນ​ກວ່າ.

        ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງຜູ້​ໃຊ້​ສອຍ​ນັບ​ມື້​ນັບ​ສູງ​​, ບັນ​ດາ​ຫົວ​ຫນ່ວຍ​ສະ​ມາ​ຊິກ Vinatex ໄດ້​ເປີດກວ້າງ​ການ​ລົງ​ທຶນ, ພ​ັດ​ທະ​ນາ ແລະ ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ໃຫມ່​ຄື:  ບໍ​ລິ​ສັດ​ໃຫຍ່​ຕັດ​ຫ​ຍິບ 10, ບໍ​ລິ​ສັດ​ໃຫຍ່ ຮ່​ວາ​ທໍ້, ບໍ​ລິ​ສັດ​ໃຫຍ່ ຍ່າ​ແບ່.. ແລະ ຜະ​ລິດ​ອອກເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫລາຍ​ປະ​ເພດ​ມີ​ຄຸນ​ນະ​ພາບ​ສູງ. ທ່ານ​ນາງ ຫງວຽນ​ທິ​ແທນ​ຮ່​ວຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຕັດ​ຫຍິບ 10 ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພ​ະ​ເຈົ້າ​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ແກ່​ບັນ​ດາ​​ລະ​ບົບຕ​່ອງ​ໂສ້​ການ​ຜ​ະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ສູງກວ່າ​ທົບ 1,5 ເທົ່າ ເມື່ອ​ທຽບ​ໃສ່​ສິນ​ຄ້າ​ສົ່ງ​ອອກ ແລະ ພວກ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ຕາ​ມ​ມາດ​ຖານ​ວ່າ: ສິ​ນ​ຄ້າ​ປະ​ເພດ​ໃດ​ມີ​ຄຸນ​ນະ​ພາບ​ສູງ​ສຸດ​ແມ່ນ​ສະ​ຫງວ​ນ​ໃຫ້​ແກ່​ຊາວ​ຫວຽດ​ນາມ.”

        ຄຽງ​ຄູ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ແຕ່​ລະ​ວິ​ສາ​ຫະ​ກິດ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ການ​ຖື​ຕະ​ຫລາດ​ພາຍ​ໃນ​ເປັນ​ສຳ​ຄັນ, ໝາກ​ຜົນ​ພາຍ​ຫລັງ 5 ປີ​ຕັ້ງ​ຫນ້າ​ຕອບ​ສະ​ຫນອງບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບ​ຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ” ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ ໄດ້​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ, ຫ​ົວ​ຫນ່ວຍ​ຈຳ​ຫນ່າຍ​ກໍ​ຄື​ຜູ້​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ ມີ​ການ​ປ່​ຽນ​ແປງ​​ວິ​ທ​ີ​ນຶກ​ຄິດ. ສຳ​ລັບ​ປະ​ຊາ​ຊົນ​​ແລ້ວ, ເລ່ື່ອງ​ເລືອກ​ເຟັັ້ນ​​ກາ​ນ​ຊົມ​ໃຊ້ບັນ​ດາ​ປະ​ເພດ​ສິນ​ຄ້າ​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໄດ້​ກາຍ​ເປັນ​ຄວ​າມ​ຊິນ​ເຄີຍ. ອ້າຍ ກາວ​ ​ຫາຍ​ຟອງ, ລ​ູກ​ຄ້າ​ຢູ່​ເມືອງ ລອງ​ບຽນ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຊົມໃຊ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ຕັດ​ຫຍິບ ຫວຽດ​ຕຽນ ມາ​ແຕ່​ດົນ​ນານ​ແລ້ວ. ບັນ​ດາ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ທີ່​​ມີ​ຊື່ສຽງຂອງ​ຫວຽດ​ນາມຄື: ບໍ​ລິ​ສັດ​ໃຫຍ່​ຕັດ​ຫ​ຍິບ 10, ບໍ​ລິ​ສັດ​ຫວຽດ​ຕຽນ, ບໍ​ລິ​ສັດ​ໃຫຍ່ ຍ່າ​ແບ່ ລ້ວນ​ແຕ່​ມີ​ຄຸນ​ນະ​ພາບ​ສູງ. ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ລາ​ຄາ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ນີ້​ອາດ​ຫລຸດ​ລົງ ເພື່ອ​ໃຫ້​ຜູ້​ໃຊ້​ສອຍ​ຫລາຍ​ຄົນ​ສາ​ມາດ​ຊົ​ມ​ໃຊ້​ຜະ​ລິດ​ຕະ​ພັນ​ນີ້​ໄດ້.”

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ວິ​ສາ​ຫະ​ກິດ​ໃນ ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ສືບ​ຕໍ່​ຖື​ຕະ​ຫລາ​ດ​ພາຍ​ໃນ​ເປັນ​ສຳ​ຄັນ, ພັດ​ທະ​ນາ​ຕອບ​ສະ​ຫນອງ​ຄວາມ​ນິ​ຍົມ​ຂອງ​ຜູ້​ໃຊ້​ສອຍ. ບັນ​ດາ​ວິ​ສາ​ຫະ​ກິດ​ໃນ ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ ​ສ​ົ່ງ​ສິນ​ຄ້າ​ລົງ​ໄປ​ຂາຍ​ຢູ່​ເຂດ​ຊົນ​ນະ​ບົດ, ຮັບ​ໃຊ້​ກຳ​ມະ​ກອນ​ໃນ​ບັນ​ດາ​ເຂ​ດ​ອຸ​ດ​ສາ​ຫະ​ກຳ, ເຂດ​ຜະ​ລິດ​ສົ່ງ​ອອກ… ແລະ ຖື​ວ່າ ນີ້​ແມ່ນ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ​້​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ